ສັມພາດທ່ານທອງລຸນ ການຢ້ຽມຢາມສະຫະຣັດ

ເມື່ອບໍ່ນານ ມານີ້ ດຣ. ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ຣັຖມົນຕຣີ ການຕ່າງປະເທດ ຂອງສປປລາວ ໄດ້ເດີນທາງ ໄປຢ້ຽມຢາມ ສະຫະຣັຖ ອະເມຣິກາ ຢ່າງເປັນທາງການ ຕາມການ ເຊື້ອເຊີນ ຂອງ madame Hillary Clinton ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ.

ມາດາມ Hillary Clinton ຕ້ອນຮັບທ່ານ ທອງລຸນ ສີສຸລິດ ທີ່ກະຊວງການ ຕ່າງປະເທດ ນະຄອນຫຼວງ ວໍຊິງຕັນ ວັນທີ 13 ກໍຣະກະດາ 2010 AFP Photo/Paul J. Richards

ນັບວ່າການ ຢ້ຽມຢາມເທື່ອນີ້ ມີຄວາມໝາຍ ສຳຄັນ ໂດຍສະເພາະ ວ່າມີຂຶ້ນ ຫລັງຈາກທີ່ ສະຫະຣັຖ ໄດ້ປະກາດວ່າ ຕົນຈະກັບມາ ມີບົດບາດ ໃນຂົງເຂດ ເອເຊັຍ ຕາເວັນອອກ ສຽງໃຕ້ ອີກເທື່ອນຶ່ງ ຫລັງຈາກທີ່ໄດ້ ຖອນອອກໄປ ໃນກາງຊຸມ ປີ 1970.

ວຽງໄຊ ໄດ້ສັມພາດ ດຣ. ທອງລຸນ ກ່ຽວກັບ ການເດີນທາງໄປ ສະຫະຣັຖ ຂອງທ່ານ ໃນເທື່ອນີ້ວ່າ ຈະນໍາການ ປ່ຽນແປງ ຢ່າງໃດແດ່ ມາສູ່ການ ພົວພັນ ຣະຫວ່າງ ສະຫະຣັຖ ແລະ ສປປລາວ ຊຶ່ງມື້ນີ້ ຈະເວົ້າເຖິງ ການປ່ຽນແປງ ທາງຍຸທສາຕ ການເມືອງ. ເຊີນທ່ານ ຕິດຕາມ ຮັບຟັງ ໃນອັນດັບ ຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org