ການສັມພາສ ທ່ານຈັນໂທ ສຸຣິໂຍ

ເຊີນທ່ານຮັບຟັງ ກາຣໃຫ້ ສັມພາສ ຂອງ ທ່ານຈັນໂທ ສຸຣິໂຍ ຊາວລາວ-ອະເມຣິກັນ ທີ່ຖືກເລືອກ ເປັນກັມມາທິກາຣ ເທສບາລ ເມືອງ Rutherford ຣັຖ Tennessee ຊຶ່ງໄດ້ເຂົ້າ ພິທີ ສາບານຕົວ ໃນມື້ວັນທີ່ 1 ກັນຍາ 2010 ນີ້ ເພື່ອຮັບໜ້າທີ່ ເປັນຕົວແທນ ປະຊາຊົນ ທ້ອງຖິ່ນ ເປັນເວລາ ທັງໝົດ 4 ປີ. ສເນີໂດຽ: ຫວາດ ສີມູນ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"

ໃນຕົ້ນເດືອນ ກັນຍາ ນີ້ ຢູ່ຫ້ອງກາຣ ເທສບາລ ເມືອງ Rutherford ຣັຖ Tennessee ໄດ້ມີກາຣ ຈັດພິທີ ສາບານຕົວ ເຂົ້າຮັບໜ້າທີ່ ຂອງຄນະ ກັມມາທິກາຣ ຊຸດໃໝ່ ຊຶ່ງມີທັງໝົດ 21 ຄົນດ້ວຍກັນ ໃນນັ້ນ ເປັນຄົນ ລາວ-ອະເມຣິກັນ ທ່ານໜຶ່ງ ທີ່ເປັນຄົນລາວ ຫລືຊາວ ເອເຊັຽ-ອະເມຣິກັນ ຄົນທຳອິດ “(ຂ້າພະເຈົ້າ) ຈັນໂທ ສຸຣິໂຍ ມາຕັ້ງ ຖິ່ນຖານຢູ່ ສະຫະຣັຖ ແຕ່ປີ 1972 ພຸ້ນແຫລະ ມາສຶກສາຕໍ່ ກໍເລີຽຢູ່ຕໍ່ເລີຽ ແລະເຄີຽໄດ້ ທຳງານຢູ່ນຳ ເຈົ້າໜ້າທີ່ ທາງດ້ານສຶກສາ ຂອງເພິ່ນ ໃນເຂຕນີ້ ເກືອບຮອດ 30 ປີ ແລະກໍໄດ້ ພົວພັນ ຫລາຍສິ່ງຫລາຍຢ່າງ ໄດ້ເຂົ້າເປັນ ຄນະກັມມະກາຣ ໃນວາຣະ ທີ່ທຳງານຢູ່ ໝາຍຄວາມວ່າ ເປັນກັມມະກາຣທີ່…ໜຶ່ງ..

ຄືວ່າທາງ Governor ຂອງ TN ໄດ້ແຕ່ງຕັ້ງ ໃຫ້ເປັນ ຄນະທີ່ປຶກສາ ທາງດ້ານພາສາ ທາງຄນະ ກັມມະກາຣ ທາງດ້ານພາສາ ຕ່າງປະເທສ. ພ້ອມດຽວກັນ ກໍໄປຢູ່ ໃນຫ້ອງ ສມຸດອີກ ເປັນຄນະ ກັມມະກາຣ ທີ່ປຶກສາ ຂອງເມືອງ ໃນຫ້ອງສມຸດ ແລ້ວກ໋າ ທາງກ່ຽວກັບ ເຣື່ອງຄນະ ກັມມະກາຣ ທີ່ເພິ່ນວ່າ Domestic Violence ພວກທີ່ ມີບັນຫົມ..ບັນຫາ ພາຍໃນ ຂອງຄອບຄົວ ຫັ້ນອັນໜຶ່ງ ແລ້ວກັບ ຫລາຍສິ່ງ ຫລາຍຢ່າງ ..ແລ້ວກ໋ະພົວພັນ ໃນນາມເປັນ ຮອງປະທານ ຂອງພັກ Democrat ຢູ່ໃນ Rutherford ນີ້”.

ໃນເມື່ອຖາມເຖິງ ເຣື່ອງສາເຫຕ ທີ່ເຮັດໃຫ້ທ່ານ ສມັກເຂົ້າ ແຂ່ງຂັນ ເພື່ອຮັບໜ້າທີ່ ອັນສຳຄັນ ດັ່ງກ່າວ ທ່ານກໍວ່າ: ທ່ານຈັນໂທ ໄດ້ຕັ້ງໃຈ ທີ່ຈະ ປະຕິບັຕ ໜ້າທີ່ ດ້ວຍຄວາມ ຂຍັນໝັ່ນພຽນ ເພື່ອຕາງໜ້າ ປະຊາຊົນ ທ້ອງຖິ່ນ ເພື່ອປະກອບສ່ວນ ເຂົ້າໃນດ້ານ ກາຣສ້າງສາ ພັທນາຕ່າງໆ ບໍ່ແມ່ນແຕ່ ສະເພາະ ປະຊາຄົມ ຊາວລາວ-ອະເມຣິກັນ ເທົ່ານັ້ນ ແຕ່ຫາກກວມ ໄປເຖິງຊາວ ອະເມຣິກັນ ໂດຽທົ່ວໄປ ນຳດ້ວຍ ຊຶ່ງມີ ປະຊາກອນ ທັງໝົດກວ່າ 250,000 ຄົນ 

ສໍາຫລັບໜ້າທີ່ ກາຣງານ ໂດຽສະເພາະ ດ້ານໂຄງກາຣ ພັທນາຕ່າງໆ ນັ້ນ ທ່ານກໍໃຫ້ ກາຣອະທິບາຍ ເພີ່ມອີກວ່າ:

ໃນເມື່ອຖາມເຖິງ ແຜນກາຣໂດຽ ສະເພາະ ທີ່ຈະຕ້ອງໄດ້ ປະຕິບັຕ ໃຫ້ແລ້ວສຳເຣັຈ ໃນຣະຫວ່າງ ປະຈຳໜ້າທີ່ ດັ່ງທີ່ໄດ້ ໃຫ້ຄຳໝັ້ນ ສັນຍາ ກັບປະຊາຊົນ ເວລາທີ່ ເຣີ່ມອອກຫາ ສຽງກ່ອນ ກາຣເລືອກຕັ້ງ ວ່າມີຫຍັງ ແດ່ນັ້ນ ທ່ານກໍວ່າ:

ທ່ານຈັນໂທ ສຸຣິໂຍ ໄດ້ໄປຕັ້ງ ຖິ່ນຖານ ຢູ່ສະຫະຣັຖ ອະເມຣິກາ ແຕ່ປີ 1972 ແລະຫລັງຈາກ ຮຽນຈົບຈາກ ມະຫາວິທຍາລັຍ MTSU ຣັຖ TN ແລ້ວກໍເຂົ້າ ສອນ ໜັງສື ແລະຮ່ວມໃນ ໂຄງກາຣ ຊ່ວຍເຫລືອ ຊາວອົພຍົພ ທີ່ເຣີ່ມເຂົ້າ ໄປຢູ່ອາສັຍ ໃນຣັຖດັ່ງກ່າວ ພ້ອມຍັງໄດ້ ນຳພາ ຊາວອົພຍົພ ສ້າງຕັ້ງວັດລາວ ຂຶ້ນຢູ່ເມືອງ Murfreesboro ແລະ ໂຄງກາຣຊ່ວຍເຫລືອ ສາທາຣະນະຊົນ ຕ່າງໆ.

ນອກຈາກນັ້ນ ທ່ານຈັນໂທ ຍັງເປັນທີ່ ຄຸ້ນເຄີຽ ຂອງບັນດາ ຊາວອົພຍົພ ອື່ນໆ ທີ່ໄປຈາກ ເຂຕ ເອເຊັຽ ຕາເວັນອອກສ່ຽງໃຕ້ ດ້ວຍກັນ ພ້ອມຍັງເປັນ ບຸຄຄົລ ຜູ້ສຳຄັນ ຄົນໜຶ່ງ ໃນກາຣ ຊຸກຍູ້ໃຫ້ ປະຊາຊົນ ຊາວອະເມຣິກັນ ໂດຽທົ່ວໄປ ເຂົ້າຮ່ວມ ໃນກາຣໃຊ້ ສິທປ່ອນບັຕ ເລືອກຕັ້ງ ທັ້ງຣະດັບ ທ້ອງຖິ່ນ ແລະ ໃນຣະດັບຊາຕ ນຳດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org