ຣາຍງານ ການຄ້າມະນຸດ ໃນໂລກ ປີ 2008

ກະຊວງການ ຕ່າງປະເທດ ສະຫະຣັຖ ໃດ້ອອກຣາຍງານ ກ່ຽວກັບບັນຫາ ການຄ້າມະນຸດ ໃນໂລກ ສຳຫລັບປີ 2008 ໃນມື້ວັນ ອັງຄານ ທີ່ 16 ມີຖຸນາ ຊຶ່ງ ວຽງໄຊ ຈະສເນີພາກ ທີ່ກ່ຽວກັບ ສປປລາວ ໂດຍສະເພາະ.

ຍິງສາວຜູ້ຖືກ ເຄາະຮ້າຍຈາກການ ຄ້າມະນຸດ ໄດ້ຖືກຊ່ວຍເຫລືອ ໃຫ້ພົ້ນຈາກຂ້າທາດ ກຳລັງຝືກແອບ ວິຊາຊິພ ຢູ່ສູນບຳບັດ ບ້ານເກດຕຣະການ ປະເທດໄທ Photo: "Kay Chernush for the U.S. State Department."

ໃນຣາຍງານ ປະຈຳປີ 2008 ກ່ຽວກັບບັນຫາ ການຄ້າມະນຸດ ກະຊວງການຕ່າງ ປະເທດສະຫະຣັຖ ຈັດ ສປປລາວ ຢູ່ໃນກຸ່ມທີ່2 ຄືກັບປີ 2007.

ເວລາສເນີ ຣາຍງານ ທ່ານ Luis DeBaca ຜູ້ອຳນວຍການ ຝ່າຍຕິດຕາມແລະ ຕໍ່ຕ້ານການ ຄ້າມະນຸດ ຂອງກະຊວງການ ຕ່າງປະເທດ ສະຫະຣັຖ ອາທິບາຍການ ຄ້າມະນຸດວ່າ:

“Obtaining or maintaining the labor or services of another through force, coercion..and..in effect..modern slavery.”

ທ່ານວ່າການ ຄ້າມະນຸດ ແມ່ນການໃຊ້ ກຳລັງຂົ່ມຂູ່ ໃຫ້ຜູ້ອື່ນ ເຮັດວຽກຫລືໃຫ້ ບໍຣິການ ແກ່ຕົນຊຶ່ງກໍ ເທົ່ກັບວ່າເປັນ ຂ້າທາດໃນຍຸກ ປັດຈຸບັນ.

ການຈັດກຸ່ມນີ້ ສ່ວນຫລາຍຂຶ້ນຢູ່ ກັບຄວາມ ພະຍາຍາມ ຂອງຣັຖບານ ປະເທດກ່ຽວຂ້ອງ ທີ່ຈະຕໍ່ຕ້ານ ການຄ້າມະນຸດ ຫລາຍກວ່າຈະ ອ້າງອີງໃສ່ຄວາມ ຮ້າຍແຮງ ຂອງບັນຫາ ເຖິງວ່າມັນຈະ ເປັນປັດໃຈ ສຳຄັນກໍ່ຕາມ ຮັຖບານ ປະເທດໃດທີ່ ສະແດງວ່າໄດ້ ພະຍາຍາມ ຈະປັບປຸງຕົວ ໃຫ້ຂຶ້ນເຖິງ ຣະດັບມາຕຖານ ຕໍ່າສຸດຈະຖືກ ຈັດຢູ່ໃນກຸ່ມສອງ ຄື ສປປລາວ.

ຣາຍງານເວົ້າວ່າ ຜູ້ຊາຍລາວທີ່ ສມັກໃຈໄປຊອກ ວຽກເຮັດໃນໄທ ບາງທີ່ກໍ່ຕົກ ຢູ່ໃນສະພາບ ເປັນຄົນໃຊ້ແບບ ຈຳເປັນໃນ ອຸດສາຫະກັມ ການປະໂມງ ແລະກໍ່ສ້າງ ແລະວ່ານອກຈາກ ລາວຈະເປັນແຫລ່ງ ທີ່ພວກ ຄ້າມະນຸດ ໄປຊອກເຫຍື່ອແລ້ວ ຍັງເປັນທາງຜ່ານ ຂອງບັນດາຜູ້ ຍິງຊາວວຽດນາມ ຈີນ ແລະພະມ້າ ທີ່ເດີນທາງໄປ ປະເທດໄທ ອັນມີຮ່ວມທັງ ເຫຍື່ອຜູ້ຍິງຂອງ ການຄ້າມະນຸດ ຊຶ່ງເປັນ ຜົນຂ້າງຄຽງນຶ່ງ ຈາກການສ້າງ ຖນົນຫລວງໃໝ່ ຫລາຍເສັ້ນ ແລະການເລັ່ງລັດ ໂຄງການ ໂຄງ ສ້າງພື້ນຖານຕ່າງໆ ເພື່ອເຊື່ອມຕໍ່ ສປຈີນ ວຽດນາມ ໄທ ແລະກຳພູຊາ ໂດຍຜ່ານທາງ ສປປລາວ.

ຜູ້ຍິງແລະເດັກ ນ້ອຍເພດຍິງລາວ ທີ່ຖືກຂາຍ ສ່ວນຫລາຍຈະເອົາ ໄປຄ້າປະເວນີ ໄປເຮັດວຽກແບບ ບັງຄັບ ໃນໂຮງງານ ຫລືເປັນຄົນໃຊ້ ສ່ວນພວກທີ່ ສມັກໃຈໄປ ນັ້ນກໍ່ຕ້ອງ ອາໃສ ພວກນາຍໜ້າທີ່ ໃຫ້ຍືມເງິນກ່ອນ ຊຶ່ງກໍ່ເທົ່າກັບ ວ່າຊ່ອງທາງທີ່ ພວກຜູ້ຍິງ ເຫລົ່ານັ້ນຈະຕົກ ເປັນເຫຍື່ອຂອງພວກ ຄ້າມະນຸດ ມີຫລາຍຂຶ້ນ.

ກ່ຽວກັບວິທີການ ຫລັງນີ້ ທ່ານ Luis DeBaca ເວົ້າວ່າ ໃນເວລາທີໂລກ ກຳລັງປະສົບ ກັບວີກິດ ການໆເງິນຢູ່ ໃນປັດຈຸບັນ ຄົນຍິ່ງຕົກເປັນ ເຫຍື່ອພວກ ຄ້າມະນຸດ ໄດ້ງ່າຍ.

“Promises of a better life, promises of better earnings, the ability to earn money if they are to travel abroad for work.”

ທ່ານ DeBaca ເວົາວ່າ ພວກຄ້າມະນຸດ ຈະໃຫ້ຄຳໝັ້ນ ສັນຍາ ວ່າພວກທີ່ເຂົາ ເຈົ້າຍົວະນັ້ນ ຈະມີຊີວິຕ ທີ່ດີ ຂຶ້ນກວ່າເກົ່າ ຈະຫາເງິນໄດ້ ດີຂຶ້ນແລະ ຈະມີຊ່ອງທາງ ຫາເງິນໄດ້ຖ້າ ອອກໄປເຮັດວຽກ ຢູ່ຕ່າງປະເທດ.

ກຸ່ມນຶ່ງອີກ ທີ່ຕົກເປັນເຫຍື່ອ ພວກຄ້າມະນຸດ ໄດ້ງ່າຍ ເປັນພີເສດຄື ຜູ້ຍິງຊົນເຜົ່າ ເພາະເຂົ້າເຈົ້າບໍ່ ຄ່ອຍຮູ້ພາສາ ແລະສັງຄົມໄທ. ມີຣາຍງານວ່າ ມີຜູ້ຍິງລາວ ຈຳນວນນຶ່ງອີກ ທີ່ຖືກສົ່ງໄປ ກິນດອງກັບ ຊາຍຊາວຈີນອີກ.

ການຄ້າມະນຸດ ພາຍໃນ ປະເທດເອງ ກໍ່ເປັນບັນຫາ ນຶ່ງອີກ ໃນລາວ. ຍິງສາວແລະ ເດັກນ້ອຍຜູ້ຍິງ ຖືກບັງຄັບໃຫ້ ຄ້າປະເວນີ ໃນຕົວເມືອງໃຫຍ່.

ໃນປີ 2008 ທີ່ຜ່ານມາ ຣັຖບານ ສປປລາວ ໄດ້ເພີ້ມຄວາມ ພະຍາຍາມ ສືບສວນຟ້ອງຣ້ອງ ແລະລົງໂທດພວກ ມີຄວາມຜິດ ກ່ຽວກັບການ ຄ້າມະນຸດ ໄດ້ຮ່ວມມື ຢ່າງຕໍ່ເນື່ອງກັບ ອົງການ ຈັດຕັ້ງສາກົນ ແລະອົງການທີ່ ບໍ່ຂຶ້ນກັບ ຣັຖບານ ຫລື NGO ເພື່ອຝຶກອົບຮົມ ພນັກງານຣັຖ ແລະເຈົ້າໜ້າທີ່ ຮັກສາກົດໝາຍ ເພື່ອຮັບ ພວກໄດ້ຣັບເຄາະ ຮ້າຍກັບປະເທດ ປັບຕົວເຂົ້າກັບ ສັງຄົມຄືນ ແລະເຜີຍແຜ່ ຄວາມຮູ້ກ່ຽວກັບ ອັນຕລາຍຂອງ ການຄ້າມະນຸດ.

ສປປລາວ ຍັງຕ້ອງອາໃສ ເງິນຊ່ວຍເຫລືອຈາກ ແຫລ່ງສາກົນ ຫລາຍຢູ່ເພື່ອເຂື່ອນ ໄຫວໃນດ້ານນີ້ ແຕ່ໃນຂະນະ ດ່ຽວກັນ ສປປລາວ ກໍ່ຈຳກັດວຽກ ງານຂອງ NGO ຊຶ່ງເປັນອຸປສັກ ຕໍ່ຄວາມກ້າວໜ້າ ຂອງການຕໍ່ຕ້ານ ການຄ້າມະນຸດ ໃນລາວ.

ກົດໝາຍອາຍາ ມາຕຣາ 134ກຳໜົດ ໂທດຜູ້ ກະທຳຜິດ ກ່ຽວກັບການ ຄ້າມະນຸດ ໄວ້ຣະຫວ່າງ 5ປີ ຫາຈຳຄຸກ ຕລອດຊີວິຕ ແຕ່ໃນປີ 2008 ສານລາວໄດ້ຕັດ ສີນໂທດ15ຄົນ ໃນຄະດີ ຄ້າມະນຸດ ແລະສ່ວນຫລາຍຖືກ ໃສ່ໂທດພຽງ ນຶ່ງປີ. ນອກຈາກນັ້ນ ປັດຈຸບັນສານ ຍັງພິຈາຮະນາ ຢູ່ອີກ53ຄະດີ.

ອຸປສັກທີ່ພາ ໃຫ້ຄວາມ ພະຍາຍາມ ຕໍ່ຕ້ານການ ຄ້າມະນຸດ ເປັນໄປໄດ້ຍາກ ກໍ່ມີການ ສໍ້ຣາສບັງຫລວງ ຂອງຕຳຣວດ ຄວາມອ່ອນແອຂອງ ຣະບົບ ຕຸລາການ ແລະການທີ່ ປະຊາຊົນ ບໍ່ມີຄວາມໄວ້ ເນື້ອເຊື່ອໃຈ ຣະບົບສານ ນັ້ນເອງ.

ນັກສັງເກດການ ໃນລາວເຊື່ອວ່າ ເກືອບວ່າແນ່ໃຈ ໄດ້ເລີຍວ່າໃນ ຣະດັບທ້ອງຖິ່ນ ມີເຈົ້າໜ້າທີ່ ມີສ່ວນອຳນວຍ ຄວາມສະດວກໃຫ້ ແກ່ພວກ ຄ້າມະນຸດ ບາງທີ່ກໍ່ ດ້ວຍຄວາມ ສົມຮູ້ຮ່ວມຄິດ ຂອງເຈົ້າໜ້າທີ່ ໄທນຳອີກ.

ເຖິງຢ່າງໃດ ກໍ່ດີມາຮອດ ປັດຈຸບັນ ຍັງບໍ່ມີເຈົາ ໜ້າທີ່ຣັຖບານ ຫລືເຈົ້າໜ້າທີ່ ຮັກສາກົດໝາຍ ຜູ້ໃດຖືກ ລົງໂທດ ຫລືຕິຕຽນຍ້ອນ ມີສ່ວນພົວພັນ ນຳການ ຄ້າມະນຸດ ນີ້ເທື່ອ.

ໃນປີ2008 ຕົວເລຂທາງການ ຂອງຊາວລາວທີ່ ໄດ້ຮັບເຄາະຮ້າຍ ຈາກການ ຄ້າມະນຸດ ຂ້າມແດນໄປຢູ່ ປະເທດໄທ ແລະທີ່ຖືກສົ່ງ ກັບຄືນປະເທດ ແລ້ວມີທັງໝົດ 235ຄົນແຕ່ ຣັຖບານ ຫາກບໍ່ໄດ້ກ່າວ ເຖິງພວກທີ່ໄດ້ ຮັບເຄາະຢູ່ໃນ ສປປລາວ ເອງເລີຍ.

ຣາຍງານຂອງ ກະຊວງຕ່າງ ປະເທດ ສະຫະຣັຖ ກ່າວມ້ວນທ້າຍວ່າ ຣັຖບານ ສປປລາວ ບໍ່ໄດ້ພະຍາຍາມ ຫລາຍປານໃດ ທີ່ຈະປາບປາມ ການຄ້າ ປະເວນີ ພຽງແຕ່ ບຸກເຂົາຄົ້ນ ສະຖານທີ່ ບັນເທີງຕ່າງໆ ທີ່ໄຊ້ເປັນສາກ ບັງໜ້າ ຄ້າປະເວນີ. ເນື່ອງຈາກວ່າ ອຸດສາຫະກັມ ການທ່ອງທ່ຽວ ຂຍາຍຕົວຫລາຍ ຂຶ້ນໃນລາວແລະ ປະເທດ ເພື່ອນບ້ານກໍ່ ປາບປາມການໃຊ້ ເດັກນ້ອຍທ້ອງຖິ່ນ ເພື່ອຂາຍ ບໍຣິການ ທາງເພດແກ່ ຊາວຕ່າງດ້າວ ເຈົ້າໜ້າທີ່ລາວ ແລະເຈົ້າໜ້າທີ່ ຂອງ NGO ເວົ້າວ່າການທ່ອງ ທ່ຽວ ເພື່ອສແວງຫາ ເພດສຳພັນກັບ ເດັກນ້ອຍ ມີຊ່ອງທາງ ຂຍາຍຕົວຂຶ້ນ ໄດ້ໃນລາວ ແລະວ່າລາວຄວນ ຈະເຕືອນ ປະຊາຊົນ ໃຫ້ຣະວັງອັນຕລາຍ ຈາກການ ທ່ອງທຽວ ປະເພດນີ້ ໂດຍຝຶກອົບຮົມ ພນັກງານໃນ ຂແນງກ່ຽວກັບ ການທ່ອງທ່ຽວ ໃຫ້ຣາຍງານແກ່ ເຈົ້າໜ້າທີ່ຖ້າ ເຫັນຜູ້ໃດມີ ການປະພຶດທີ່ ເປັນໜ້າສົງໃສ ແລະ ໃຫ້ຕິດປ້າຍ Posters ເຕືອນພັຍທີ່ NGO ຜລິຕຂຶ້ນມາ  ໄວ້ຕາມໂຮງແຮມ ຫລືບ້ານພັກ ທີ່ມີຊາວ ຕ່າງດ້າວ ໄປພັກເຊົານັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org