Hillary Clinton ຢ້ຽມຢາມເອເຊັຍ

ຍານາງ Hillary Clinton ຣັຖມົນຕຣີການ ຕ່າງປະເທດໃໝ່ ຂອງສະຫະຣັຖ ຈະໄປຢ້ຽມຢາມ ເອເຊັຍໃນ ສັບປະດາໜ້າ.

ຫລັງຈາກຖືກຮັບຮອງ ຈາກຣັຖສະພາສະຫະຣັຖ ເມື່ອປະມານສາມອາທິດກ່ອນ ຍານາງ Hillary Clinton ຣັຖມົນຕຣີກະຊວງການ ຕ່າງປະເທດສະຫະຣັຖ ຜູ້ໃໝ່ຈະເດີນທາງໄປຢ້ຽມ ຢາມສີ່ປະເທດໃນ ເອເຊັຍຕາວັນອອກ ໃນສັບປະດາໜ້າ. ກ່ອນອື່ນໝົດຍານາງ Clinton ຈະໄປຍີ່ປຸ່ນກ່ອນ ແລ້ວຈະໄປອິນໂດນີເຊັຍ ເກົາຫລີໃຕ້ແລະສຸດທ້າຍຈີນ.

ຕໍ່ຂໍ້ຂ້ອງໃຈທີ່ວ່າ ການໄປຢ້ຽມຢາມເອເຊັຍ ຕາວັນອອກກ່ອນໝູ່ໝົດ ຂອງຍານາງClinton ຈະມີຄວາມໝາຍແນວໃດ? ທ່ານ Micheal Green ທີ່ປຶກສາປະຈຳ ສູນຍຸທະສາດແລະ ກິດຈະການຣະຫວ່າງຊາດ ກ່າວອະທິບາຍວ່າ

ແນ່ນອນຕ້ອງມີ ຄວາມໝາຍທີ່ສຳຄັນ ເພາະປັດຈຸບັນ ປະເທດໃນເອເຊັຍ ຕາວັນອອກ ເຊັ່ນຍີ່ປຸ່ນແລະຈີນ ລ້ວນແລ້ວແຕ່ເປັນ ປະເທດທີ່ມີບົດບາດ ທາງດ້ານເສຖກິດ ສູງທັງນັ້ນແລະໃນຣະຍະນີ້ ເສຖກິດຂອງສະຫະຣັຖ ແລະຂອງຫລາຍປະເທດ ໃນໂລກກຳລັງຕົກຕ່ຳ. ໃນຣະຍະຫລາຍສິບປີ ຜ່ານມາຣັຖມົນຕຣີການຕ່າງ ປະເທດໃໝ່ ສະຫະຣັຖສ່ວນຫລາຍ ມັກໄປຢ້ຽມຢາມຢູໂຣບ ຫລືພາກຕາວັນອອກກາງກ່ອນ ແຕ່ຍານາງ Clinton ພັດເລືອກໄປເອເຊັຍ ຕາວັນອອກກ່ອນ. ຣັຖມົນຕຣີການຕ່າງ ປະເທດສະຫະຣັຖ ຄົນກ່ອນໆ ທີ່ໄປຢ້ຽມຢາມເອເຊັຍ ຫລັງຈາກໄດ້ຮັບ ຕຳແໜ່ງໃໝ່ໆ ກໍແມ່ນ ທ່ານ Dean Rusk ຣັຖມົນຕຣີການ ຕ່າງປະເທດໃນສມັຍ ປະທານາທິບໍດີ John F. Kennedy ເມື່ອຊຸມປີ 1960. ທ່ານ Rusk ໄປໄທກ່ອນ ເພາະໃນເວລານັ້ນ ສົງຄາມວຽດນາມ ກຳລັງຟົດເດືອດ.

ຕໍ່ຄຳຖາມທີ່ວ່າ ຍານາງ Clinton ໄປຢ້ຽມຢາມປະເທດ ໃນເອເຊັຍຕາວັນອອກເທື່ອນີ້ ມີຈຸດປະສົງຫຍັງແດ່? ທ່ານ Green ຕອບວ່າ ແນ່ນອນວ່າ ບໍ່ພຽງແຕ່ໄປເພື່ອ ສເນີໂຕເທົ່ານັ້ນ ແຕ່ຣັຖມົນຕຣີ Clinton ຍັງມີຈຸດປະສົງຢ່າງ ຄັກແນ່ຫລາຍໆຢ່າງ ຄື

1. ເພື່ອປຶກສາຫາລື ກັບຜູ້ນຳຍີ່ປຸ່ນ ຈີນ ເກົາຫລີໃຕ້ແລະ ອິນໂດນີເຊັຍ ກ່ຽວກັບວິທີ ແກ້ໄຂບັນຫາເສຖກິດ ແລະການເງິນຂອງໂລກ. ຍີ່ປຸ່ນເປັນປະເທດ ທີ່ມີເສຖກິດ ໃຫຍ່ທີ່ສຸດອັນດັບ ສອງຮອງຈາກສະຫະຣັຖ ແລະຈີນເປັນອັນດັບສາມ. ສະນັ້ນກ່ອນຈະມີ ກອງປະຊຸມສຸດຍອດ ຂອງບັນດາປະເທດ ທີ່ຈະເຣີນຊາວ ປະເທດຫລື G20 ທີ່ນະຄອນຫລວງ ລອນດອນປະເທດອັງກິດ ໃນເດືອນເມສາປີນີ້ ສະຫະຣັຖກໍຢາກ ປຶກສາຫາລືກັບ ມະຫາອຳນາດທາງ ດ້ານເສຖກິດອື່ນໆກ່ອນ. ທ່ານ Green ກ່າວຕອນນຶ່ງວ່າ The big themes to look for broadly on this trip are first and foremost the financial crisis. I think that the secretary of state is going to lead with a certain amount of mumility…

ທ່ານກ່າວວ່າ ບັນຫາໃຫຍ່ໃນການ ໄປຢ້ຽມຢາມຄັ້ງນີ້ ກ່ອນອື່ນໝົດຕ້ອງແມ່ນ ບັນຫາວິກິຕ ການດ້ານການເງິນ.ຣັຖມົນຕຣີການຕ່າງ ປະເທດສະຫະຣັຖ ຈະຫາລືຢ່າງ ຖນອມທ່ອມຕົວ ຈະບໍ່ຄືສມັຍ ວິກິຕການປີ 1997-98 ທີ່ເສຖກິດຂອງ ສະຫະຣັຖຂື້ນ ເອເຊັຍລົງ ແຕ່ເທື່ອນີ້ບັນຫາ ເລິ້ມເກີດຂື້ນຢູ່ ສະຫະຣັຖກ່ອນ.

ຈຸດປະສົງອັນທີ່ສອງ ຣັຖມົນຕຣີການຕ່າງ ປະເທດສະຫະຣັຖໃໝ່ ຢາກຟື້ນການເຈຣະຈາ ຫົກຝ່າຍເພື່ອແກ້ໄຂ ບັນຫາການຜລິດ ອາວຸດນິວຄະເລັຍ ຂອງເກົາຫລີ ເໜືອ. ໃນຫົກຝ່າຍຫລື ຫົກປະເທດນັ້ນ ສີ່ປະເທດຢູ່ໃນ ພາກພື້ນທີ່ຍານາງ Clinton ຈະໄປຢ້ຽມຢາມ ຄື ຍີ່ປຸ່ນ ຈີນ ເກົາຫລີໃຕ້ ແລະເກົາຫລີເໜືອ. ໃນຂະນະນີ້ ສະພາບການໃນແຫລມ ເກົາຫລີຍິ່ງເຄັ່ງຕຶງ ເກົາຫລີເໜືອຂູ່ ຈະທົດລອງຈະຣວດ ຫລືລູກສອນໄຟອີກ ແລະຂູ່ຈະເຮັດສົງຄາມ ກັບເກົາຫລີໃຕ້.

ຈຸດປະສົງ ອັນທີ່ສາມ ຣັຖມົນຕຣີ Clinton ຈະປຶກສາຫາລື ກັບຜູ້ນຳຍີ່ປຸ່ນ ຈີນ ເກົາຫລີໃຕ້ແລະ ອິນໂດນີເຊັຍ ກ່ຽວກັບບັນ ຫາໂລກຮ້ອນ. ເອເຊັຍຕາວັນອອກ ຊຶ່ງລວມທັງ ເອເຊັຍຕາ ວັນອອກສ່ຽງໃຕ້ນຳ ກຳລັງປະສົບກັບ ບັນຫາໂລກ ຮ້ອນຢ່າງໜັກ ເຊັ່ນມັກມີ ໄພແຫ້ງແລ້ງ ນ້ຳຖ້ວມ ແລະລົມພະຍຸແຮງ ເລື້ອຍໆຍ້ອນ ອາກາດຮ້ອນຂື້ນ ແລະສິ່ງທີ່ເຮັດໃຫ້ ອາກາດຮ້ອນຂື້ນ ກໍແມ່ນຄວັນພິດ Carbon dioxin ຊຶ່ງປັດຈຸບັນຈີນ ເປັນປະເທດທີ່ຜລິດ ຄວັນພິດນີ້ຫລາຍທີ່ ສຸດໃນໂລກ ຫລາຍກວ່າ ສະຫະຣັຖນຳອີກ.

ສ່ວນຈຸດປະສົງສະເພາະ ໃນແຕ່ລະເທດກໍມີ ເຊັ່ນເວລາໄປຍີ່ປຸ່ນ ນອກຈາກຈະຫາລືກ່ຽວ ກັບບັນຫາເກົາຫລີເໜືອ ແລ້ວຣັຖມົນຕຣີການ ຕ່າງປະເທດໃໝ່ຂອງ ສະຫະຣັຖຍັງຢາກປຶກ ສາຫາລືກັບຍີ່ປຸ່ນ ກ່ຽວກັບການຈັດແຈງ ກຳລັງສະຫະຣັຖ ໃໝ່ໃນຍີ່ປຸ່ນ, ບັນຫາເກົາຫລີເໜືອ ລັກພາຕົວຊາວຍີ່ປຸ່ນ ແລະບັນຫາຍີ່ປຸ່ນ ຍັງຈະຊ່ວຍອັຟການິສຖານ ສືບຕໍ່ໄປແນວໃດ.

ຫລັງຈາກຍີ່ປຸ່ນ ຍານາງ Clinton ຈະໄປຢ້ຽມຢາມ ອິນໂດນີເຊັຍ. ການໄປອິນໂດນີເຊັຍ ມີຈຸດປະສົງພິເສດ ເພາະທ່ານບາຣັກໂອບາມ່າ ປະທານາທິບໍດີໃໝ່ຂອງ ສະຫະຣັຖ ເຄີຍອາໃສຢູ່ ອິນໂດນີເຊັຍ ເປັນເວລາສາມສີ່ປີ ແລະຄາດວ່າ ທ່ານໂອບາມ່າ ອາດຈະໄປຢ້ຽມຢາມ ອິນໂດນີເຊັຍ ພາຍໃນທ້າຍປີນີ້. ສະນັ້ນ ຍານາງ Clinton ໄປອິນໂດນີເຊັຍ ສ່ວນນຶ່ງກໍເພື່ອ ກະຕຽມການໄປຢ້ຽມຢາມ ຂອງປະທານາທິບໍດີ ໂອບາມ່າ. ອີກສ່ວນນຶ່ງ ອິນໂດນີເຊັຍ ເປັນສະມາຊິກ ອາຊ່ຽນ ແລະ ສະຫະຣັຖກໍຢາກ ມີຄວາມສຳພັນ ດີຂື້ນກັບອາຊ່ຽນ ຫລັງຈາກຣັຖບານ ຊຸດກ່ອນຊຸດອາດີດ ປະທານາທິບໍດີ George W Bush ເມີນເສີຍມາເປັນ ເວລາດົນນານ. ຈຸດປະສົງພິເສດ ອີກຢ່າງນຶ່ງ ສະຫະຣັຖຢາກ ສນັບສນູນ ອິນໂດນີເຊັຍ ໃຫ້ພັທນາຣະບອບ ປະຊາທິປະໄຕໃຫ້ ກ້າວໜ້າແລະໝັ້ນ ຄົງຖາວອນ. ອິນໂດນີເຊັຍ ຈະຈັດໃຫ້ມີ ການເລືອກຕັ້ງຣັຖ ສະພາແລະ ປະທານາທິບໍດີ ໃນປີນີ້.

ອອກຈາກອິນໂດນີເຊັຍ ຍານາງ Clinton ຈະໄປເກົາຫລີໃຕ້; ແນ່ນອນວ່າ ສອງປະເທດຕ້ອງຫາລື ກັນກ່ຽວກັບບັນຫາ ເກົາຫລີເໜືອການເປີດ ການຄ້າເສຣີແລະ  ບັນຫາເສຖກິດ. ສຸດທ້າຍ ຣັຖມົນຕຣີການ ຕ່າງປະເທດສະຫະຣັຖ ຈະໄປຢ້ຽມຢາມຈີນ. ຢູ່ຈີນຍານາງຈະຫາ ລືກັບຄະນະຜູ້ນຳຈີນ ຫລາຍບັນຫາ ແຕ່ບັນຫາໃຫຍ່ ແລະສຳຄັນກວ່າໝູ່ ແມ່ນບັນຫາເສຖກິດ. ນາງ Bonnie Glaser ນັກຊ່ຽວຊານກ່ຽວກັບ ຈີນກ່າວເຖິງບັນຫານີ້ວ່າ The most important thing that China can do is to keep its own economy running to deal with unemployment, keep the stuation stable. The message from secretaty Clinton may be that that is great, we do want China exonomy to keep going , you don’t want to see instability in China. ທ່ານເວົ້າວ່າ ສິ່ງທີ່ສຳຄັນ ຈີນຕ້ອງຊຸກຍູ້ເສຖກິດ ໃຫ້ແລ່ນດີແກ້ໄຂ ບັນຫາຫວ້າງງານ ແລະ ຣັຖມົນຕຣີການຕ່າງ ປະເທດສະຫະຣັຖ ອາດຈະເວົ້າຕໍ່ຈີນວ່າ ຖ້າແບບນັ້ນດີແລ້ວ ສະຫະຣັຖຢາກໃຫ້ ເສຖກິດຂອງຈີນຂຍາຍຕົວ ບໍ່ຢາກໃຫ້ມີຄວາມ ບໍ່ທຸ່ນທ່ຽງຢູ່ຈີນ.

ນອກຈາກນັ້ນ ສະຫະຣັຖຈະຊຸກຍູ້ ໃຫ້ຈີນປ່ອຍເງິນຢວນ ຂອງຈີນໃຫ້ລອຍຕົວ ເປີດໃຫ້ຣາຄາເງິນຢ່ວນ ຂື້ນລົງຕາມສະພາບ ເສຖກິດແລະການ ຕລາດເສຣີຢ່າງແທ້ຈິງ ຜ່ານມາຈີນກົດດັນ ຣາຄາເງິນຢວນໃຫ້ຕ່ຳ ເຖິງວ່າເສຖກິດຂອງ ຈີນຈະດີຂື້ນກໍຕາມ ເພື່ອຈະໄດ້ປຽບທາງ ການດ້ານການຄ້າ ແລະການສົ່ງອອກ.

ບັນຫາທີ່ສອງ ສະຫະຣັຖຈະກົດດັນ ໃຫ້ຈີນປົກປ້ອງສິດ ຊັບສົມບັດທາງປັນຍາ ໝາຍເຖິງບໍ່ໃຫ້ມີ ກ່າຍຫລືກອບປີໜັງ ເພັງແລະເກມຂອງ ສະຫະຣັຖ ຊຶ່ງຖືວ່າເປັນຊັບ ສົມບັດທາງ ປັນຍາຂອງສະຫະຣັຖ. ບັນຫານຶ່ງອີກທີ່ສຳຄັນ ສະຫະຣັຖແລະຈີນ ອາດປຶກສາຫາລື ກັນກ່ຽວກັບບັນຫາ ສະຫະຣັຖຈະຂາຍ ອາວຸດໃຫ້ໃຕ້ຫວັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org