ຍັງພົບ ແມ່ຍິງແລະເດັກນ້ອຍ ຂາດໂພຊະນາການ

ເດັກນ້ອຍ ອາຍຸຕໍ່າກວ່າ 2 ປີ ຢູ່ແຂວງສາຣະວັນ ທີ່ໄດ້ຮັບການຊ່ອຍເຫລືອ ດ້ານອາຫານ, ແຕ່ເຄິ່ງນຶ່ງຍັງຂາດ ສານອາຫານ ເຮັດໃຫ້ຮ່າງກາຍ ເດັກນ້ອຍ ເຕີບໂຕ ບໍ່ໄດ້ມາຕຖານ ເຊັ່ນລວງສູງ ແລະ ນ້ຳໜັກ ຖ້າທຽບໃສ່ ອາຍຸຂອງເດັກ ແມ່ນຕ່ຳກວ່າ ມາຕຖານ.

ຊາວລາວ ແລະ ເດັກນ້ອຍລາວ ໃນເຂດຊົນນະບົດ ໃນແຂວງຄຳມ່ວນ ທີ່ຂ້ອນຂ້າງທຸກຍາກຂາດເຂີນ ອາສັຍຫາກິນຕາມທັມຊາດ (TS), ເດືອນທັນວາ 2018. RFA

ຣັຖບານ ປະເທດອອສເຕຣເລັຍ ຊ່ອຍເຫລືອລາວ ຜ່ານໂຄງການ Plan International Project ປະຈໍາ ສປປ ລາວ ໂດຍໄດ້ລົງນາມໃນບົດບັນທຶກ ຄວາມເຂົ້າໃຈກັນ ໃຫ້ທຶນຊ່ອຍເຫລືອ ທາງດ້ານການ ບໍຣະການສຸຂພາບ, ໂພຊະນາການ, ນໍ້າສະອາດ ແລະສຸຂອະນາມັຍ ສໍາລັບເດັກນ້ອຍຍິງ-ຊາຍ ທີ່ມີອາຍຸຕັ້ງແຕ່ເດືອນເກີດເຖິງອາຍຸ 23 ເດືອນ ແລະປັບປຸງດ້ານໂພຊະນາການ ຂອງແມ່ຍິງຢູ່ 44 ບ້ານເປົ້າໝາຍ ໃນເມືອງຕະໂອ້ຍ ແຂວງສາຣະວັນ ຕາມຄໍາຮ້ອງຂໍຂອງທາງການລາວ.

ສະເພາະຢູ່ບ້ານປລ້ອຍ ເມືອງຕະໂອ້ຍ ທີ່ມີ 130​ ຄອບຄົວ ຊຶ່ງສ່ວນຫລາຍເປັນຄອບຄົວ ທຸກຍາກນັ້ນ ມີເດັກນ້ອຍອາຍຸຕໍ່າກວ່າ 2 ປີ ຂາດໂພຊະນາການ ຫລືຂາດສານອາຫານຫລາຍ, ລວງສູງ ແລະນໍ້າໜັກບໍ່ໄດ້ມາຕຖານ ເຮັດໃຫ້ອໍານາດການປົກຄອງ ບ້ານສເນີບັນຫານີ້ໃຫ້ຣັຖບານ ຊ່ອຍແກ້ໄຂມາຕັ້ງແຕ່ປີ 2013 ແລະນັບຕັ້ງແຕ່ປີ 2014 ມາຈົນຮອດປັດຈຸບັນ ໂຄງການປະຈໍາລາວ ດັ່ງກ່າວນີ້ກໍໃຫ້ການຊ່ອຍເຫລືອເພື່ອແກ້ໄຂບັນຫາດັ່ງກ່າວ, ຊ່ອຍສ້າງວິດຖ່າຍ, ເຈາະນໍ້າບາດານໃຫ້ແຕ່ລະຄຸ້ມບ້ານ, ເຮັດອ່າງນໍ້າລິນໃຫ້ໂຮງຮຽນປະຈໍາບ້ານ, ອີງຕາມ ຄໍາເວົ້າຂອງປະຊາຊົນບ້ານປລ້ອຍ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 15 ມິນານີ້.

ດຽວນີ້ ການຈັດຕັ້ງ 1 ລະແມ່ນນໍ້າສະ ອາດ. 2 ມາລະແມ່ນວິດຖ່າຍ ກໍແມ່ນຈະສໍາເຣັດແລ້ວເດ໋ ຈະປະກາດແລ້ວເດ໊ ເລີ່ມແຕ່2013 ທີ່ຂ້ອຍ ສເນີຢູ່. ວຽກໂຕນີ້ແມ່ນ 1 ນໍ້າກິນນໍ້າໃຊ້ ພໍດີນໍ້າລິນ ເຂົາກໍມາຕອນປີ 2014 ແຕ່ລະບ້ານແ ລະຄຸ້ມ ບາດນີ້ 6 ຄຸ້ມຄຸ້ມລະບ່ອນ. ບາດນີ້ໂຮງຮຽນອີກ ຕອນນັ້ນໂຮງຮຽນມີ 1 ແຫ່ງ ບາດນີ້ເຂົາເຈາະແລ້ວເນາະແຫ່ງນຶ່ງ ໂຮງຮຽນມີ 3 ແຫ່ງ.
ທ່ານກ່າວຕື່ມວ່າ ການຊ່ອຍເຫລືອທາງດ້ານວິດຖ່າຍ ແລະນໍ້າສະອາດໃຫ້ຊາວ ບ້ານ ທີ່ບໍ່ມີນໍ້າສະອາດໃຊ້ ແລະເຄີຍຖ່າຍຊະຊາຍຕາມປ່າ, ເປັນພະຍາດຖອກ ທ້ອງ, ເປັນແມ່ທ້ອງຫລາຍ ແລະເປັນພະຍາດກາຝາກນັ້ນ ເປັນການຊ່ອຍເຫລືອຕົ້ນເຫດ ແລະວ່າ ເດັກນ້ອຍໃນບ້ານນີ້ ມີຮ່າງກາຍບໍ່ສົມສ່ວນ, ເຕັ້ຍ, ຈ່ອຍ ບໍ່ໄດ້ມາຕຖານ.

ແລະເຈົ້າໜ້າທີ່ ປະສານງານ ລະຫວ່າງໂຄງການດັ່ງກ່າວ ແລະອໍານາດການປົກຄອງ ເມືອງຕະໂອ້ຍ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ຢູ່ບ້ານຊິງຕາມອງ ເມືອງຕະໂອ້ຍ ກໍເປັນອີກບ້ານນຶ່ງທີ່ເປັນບ້ານເປົ້າໝາຍ ຊຶ່ງອົງການດັ່ງກ່າວ ໃຫ້ຄວາມຊ່ອຍເຫລືອດ້ານ ໂພຊະນາການແກ່ແມ່ຍິງ ແລະເດັກນ້ອຍ ເປັນຕົ້ນເຮັດໃຫ້ບ້ານມີນໍ້າສະອາດ ແລະວິດຖ່າຍໃຊ້. ພ້ອມກັນນັ້ນ ກໍໃຫ້ແນວພັນພືດ, ແນວພັນສັດລ້ຽງ, ແນະນໍາເຣື່ອງການປູກຝັງ, ລ້ຽງສັດ ແລະວຽກງານດ້ານ ສາທາຣະນະສຸຂ, ການປຸງແຕ່ງອາຫານ ທີ່ເປັນປໂຍດທັງຕໍ່ແມ່ຍິງ ແລະເດັກນ້ອຍ.

ດັ່ງທີ່ທ່ານກ່າວວ່າ:

ບັນຫາການກິນຂອງເຮົາ ແມ່ນອາສັຍການປຸງແຕ່ງອາຫານ ເຣື່ອງການໃຊ້ພືດຢູ່ ໃນບ້ານທີ່ເຮົາມີ ໂດຍການສອນຕົ້ນເຂົ້າປຽກ ສັດທີ່ເຮົາລ້ຽງໄດ້ຢູ່ໃນຊຸມຊົນ ໂຕງ່າຍຈະແມ່ນໄກ່ກັບໝູ ສ່ວນປາພວກເຮົາ ກໍມີສ່ວນໃນບາງເຂດທີ່ມີເງື່ອນໄຂ.

ພ້ອມກັນນັ້ນ ທ່ານຍັງກ່າວຕື່ມອີກວ່າ ອົງການດັ່ງກ່າວໄດ້ຊ່ອຍເຄື່ອງຕອງນໍ້າສະອາດໃຫ້ໂຮງໝໍນ້ອຍ ຫລືສຸກສາລາ ໃນແຕ່ລະບ້ານເປົ້າໝາຍ ເພື່ອໃຫ້ຜູ້ເປັນແມ່ ແລະລູກ ທີ່ມາໂຮງໝໍໄດ້ໃຊ້ນໍ້າສະອາດ ແລະລະດົມໃຫ້ແຕ່ລະຄອບຄົວ ເຮັດວິດຖ່າຍນໍາດ້ວຍ.

ຈາກຜົລຂອງການຊ່ອຍເຫລືອທີ່ວ່ານັ້ນ ເຫັນວ່າ ຈໍານວນເດັກນ້ອຍທີ່ຂາດສານອາຫານ ມີແນວໂນ້ມດີຂຶ້ນ ເຖິງບໍ່ໄດ້ຕາມຄາດໝາຍ ທີ່ທາງການວາງໄວ້ ຄືແກ້ໄຂໃຫ້ເດັກນ້ອຍອາຍຸຕໍ່າກວ່າ 2 ປີ ທົ່ວເມືອງຕະໂອ້ຍ ທີ່ຂາດສານອາຫານຍັງເຫລືອ 40%, ຍ້ອນວ່າ ປັດຈຸບັນ ຍັງມີເດັກນ້ອຍໃນເກນອາຍຸ ດັ່ງກ່າວຂາດສານອາຫານເຖິງ 50%; ຮ່າງກາຍເຕັ້ຍ 50% ຊຶ່ງຕາມແຜນແມ່ນໃຫ້ຍັງເຫລືອ 38%.

ເພື່ອແກ້ໄຂບັນຫາທີ່ວ່ານີ້ ໂຄງການຊ່ອຍເຫລືອດັ່ງກ່າວ ມີໂຄງການຊ່ອຍຫລຸດ ຜ່ອນການຂາດໂພຊະນາການໄປຕື່ມອີກປະມານ 3 ຫາ 5 ປີ ຍ້ອນວ່າຕລອດໄລຍະ 20 ປາຍປີທີ່ຜ່ານມາ ເມືອງຕະໂອ້ຍບໍ່ມີໂຄງການຊ່ອຍສ້າງຄວາມເຂັ້ມ ແຂງໃຫ້ຊຸມຊົນໃດ ຄືກັນກັບໂຄງການນີ້.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງຕະໂອ້ຍ ເວົ້າໃນມື້ວັນທີ 15 ມິນານີ້ວ່າ:

ໄລຍະຜ່ານມາ ພວກເຮົາ ທຽບກ່ອນ ກ່ອນໂຄງການເຂົ້າກັບຫລັງ ຖືວ່າດີຂຶ້ນເນາະ ແຕ່ວ່າຖ້າໄດ້ຕາມມາຕຖານທີ່ເຮົາຕ້ອງການ ທີ່ຣັຖບານກໍານົດໄວ້ ຖືວ່າຍັງ ຖ້າເປັນໄປໄດ້ ຕ້ອງຕໍ່ລະດັບປະມານ 3-5 ປີພຸ້ນນ່າ ເພື່ອແກ້ບັນຫາດັ່ງກ່າວ ຄັນສິແກ້ປີນຶ່ງ 2 ປີມັນເປັນຕາສິຍາກຢູ່.
ໂຄງການທີ່ວ່ານີ້ ໄດ້ຈັດຕັ້ງໂຄງການ ຫລຸດຜ່ອນການຂາດໂພຊະນາການ ໃຫ້ເດັກນ້ອຍຍິງ-ຊາຍອາຍຸຕັ້ງແຕ່ເດືອນເກີດຫາ 23 ເດືອນ ແລະປັບປຸງໂພຊະນາການ ຂອງແມ່ຍິງຢູ່ເມືອງຕະໂອ້ຍ ມາຕັ້ງແຕ່ປີ 2014 ແລະໄດ້ລົງນາມໃນບົດບັນທຶກ ຄວາມເຂົ້າໃຈກັບທາງການລາວ ເມື່ອຕົ້ນເດືອນມິນານີ້ ເພື່ອສືບຕໍ່ໂຄງການ ຊ່ອຍເຫລືອໄປຈົນເຖິງປີ 2025. ຫລັງຈາກນັ້ນອົງການນີ້ ຈະເປັນຜູ້ປະເມີນຜົລການຊ່ອຍເຫລືອ ວ່າຈະສືບຕໍ່ໄປ ຫລືບໍ່.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງສາລະວັນ ທ່ານນຶ່ງເວົ້າວ່າ:

ສືບຕໍ່ປີ 2025 ພາຍຫັງທີ່ມີໝົດໂຄງການ ກໍຕ້ອງປະເມີນເນາະ ໂຕຢ່າງວ່າມັນມີບັນຫາຢູ່ ບາງເທື່ອມັນກໍຈະສືບຕໍ່ ແຕ່ຖ້າມັນດີຂຶ້ນ ມັນຫລຸດຜ່ອນບາງເທື່ອເພິ່ນສິຢຸດໂຄງການ.
ນອກຈາກເມືອງຕະໂອ້ຍແລ້ວ ໂຄງການທີ່ວ່ານີ້ຍັງຊ່ອຍເມືອງສາຣະວັນ ແຂວງສາຣະວັນ, ແຂວງບໍ່ແກ້ວ ແລະແຂວງອຸດົມໄຊ ຊຶ່ງເມື່ອຕົ້ນເດືອນນີ້ ກໍໄດ້ມີການລົງນາມໃນບົດບັນທຶກ ຄວາມເຂົ້າໃຈກັນຕື່ມອີກ ຍ້ອນວ່າໂຄງການ ຊ່ອຍເຫລືອຈະໝົດອາຍຸ ໃນປີ 2022 ນີ້ ແລະຈະເຊັນກັນຕື່ມໃນແຕ່ລະ 2-3 ປີ.

ດັ່ງເຈົ້າໜ້າທີ່ ໂຄງການດັ່ງກ່າວ ເວົ້າໃນມື້ດຽວກັນນີ້ວ່າ:

ອັນທີ່ແນ່ໆຄື ຕອນເຮົາເຮັດບົດບັນທຶກນີ້ ເຮົາຫັ້ນຊ່ວຍເຫລືອເມືອງສາລະວັນ ກັບເມືອງຕະໂອ້ຍ 2 ເມືອງເນາະ ບໍ່ແມ່ນແຕ່ເມືອງຕະໂອ້ຍເນາະ ເຊັນ MOU ແມ່ນຫາກໍເຊັນ ແຕ່ກິຈກັມເຮົາດໍາເນີນມາແລ້ວ ແຕ່ປີ 2020 ແລ້ວຈົນມາຮອດປີ 2022 ທີ່ກໍາລັງຈະໝົດ.

ນາງກ່າວຕື່ມວ່າ ນອກຈາກກິຈກໍານໍ້າສະອາດ, ວິດຖ່າຍ, ປູກຝັງ, ລ້ຽງສັດແລ້ວ ທາງໂຄງການນີ້ກໍຍັງສົ່ງເສີມບົດບາດຍິງ-ຊາຍ ຄືໃຫ້ຄວາມຮູ້ ຄວາມເຂົ້າໃຈແກ່ຜູ້ຊາຍ ແລະແມ່ຍິງ, ຜູ້ເປັນພໍ່ແມ່ ໃຫ້ຮູ້ຈັກບົດບາດຂອງໃຜລາວ ໂດຍສະເພາະບໍ່ໃຫ້ແມ່ຍິງ ເຮັດວຽກໜັກຂະນະທີ່ຖືພາ ແລະອອກລູກໃໝ່ເພື່ອໃຫ້ແມ່ຍິງມີໂອກາດ ດູແລລູກເຕົ້າ ຊຶ່ງກິຈກໍາທີ່ວ່ານີ້ ຈະຖືກຈັດຂຶ້ນຕາມເງື່ອນໄຂ ຂອງແຕ່ລະບ້ານເປົ້າໝາຍ. 

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org