ແມ່ຍິງ-ເດັກນ້ອຍ 11-02-2015
ຣາຍງານ ຫລ້າສຸດ ຂອງ ອົງການ ຈັດຕັ້ງ ສາກົລ ຕ້ານ ການ ຄ້າມະນຸດ ຣະບຸ ວ່າ 61 ເປີເຊັນ ຂອງ ເດັກນ້ອຍ ວັຍໜຸ່ມ ສາວ ລາວ ບໍ່ຮູ້ ເຖິງ ອັນຕະລາຍ ຈາກ ການໄປ ເຮັດວຽກ ຢູ່ ຕ່າງ ປະເທດ.
-
ມະນີຈັນ
2015-11-03 -
-
-
Your browser doesn’t support HTML5 audio
ຣາຍງານ ສະບັບ ໃໝ່ ຂອງ ອົງການ ສຸພານິມິດ ຫລື World Vision ເວົ້າວ່າ 61 ເປີເຊັນ ຂອງ ເດັກນ້ອຍ ວັຍໜຸ່ມສາວ ໃນລາວ ບໍ່ເຄີຍ ໄດ້ຍິນ ເຣື່ອງ ການ ຄ້າມະນຸດ. ພວກ ເຂົາເຈົ້າ ບໍ່ຮູ້ຈັກ ຜົລຮ້າຍ ຂອງການ ໄປເຮັດວຽກ ຢູ່ ຕ່າງ ປະເທດ ແລະ ການຖືກ ພວກນາຍໜ້າ ຄ້າມະນຸດ ຄ້າ ແຮງງານ ຫລອກລວງ.
ນາງ ດາວ ມີອາຍຸ ພຽງ 15 ປີ ເມື່ອຜູ້ ເປັນແມ່ ຂໍໃຫ້ນາງ ອອກ ຈາກບ້ານ ທີ່ ຢູ່ໃກ້ ເມືອງ ສະຫວັນນະເຂດ ຂ້າມ ຊາຍແດນ ເຂົ້າໄທ ເພື່ອ ຊອກຫາ ວຽກງານເຮັດ ກໍບໍ່ຮູ້ ກ່ຽວກັບ ເຣຶ່ອງ ດັ່ງກ່າວ. ເມື່ອ ນາງ ດາວ ຮັບປາກ ທີ່ ຈະເຮັດຕາມ ທີ່ ແມ່ ບອກ, ຜູ້ເປັນ ພໍ່ນ້າ ຂອງ ນາງ ກໍຕິດຕໍ່ ໄປຫາ ໝູ່ ຄົນນຶ່ງ ທີ່ ສົ່ງ ຄົນງານລາວ ໄປ ເຮັດວຽກ ຢູ່ໄທ ເປັນ ປະຈຳ.
3 ວັນ ຕໍ່ມາ ໝູ່ ຂອງເຂົາ ກໍມາຮັບ ດາວ ຂ້າມໄປ ຝັ່ງໄທ, ຊອກວຽກ ໃຫ້ ນາງ ເຮັດ ເປັນ ແມ່ບ້ານ ບ່ອນທີ່ເຂົາ ໃຫ້ ສັນຍາ ວ່າ ນາງ ຈະໄດ້ ເງິນ ເດືອນ ປະມານ 135 ໂດລາ ສະຫະຣັຖ ຕໍ່ ເດືອນ. ນາງ ດາວ ອາສັຍ ຢູ່ກັບ ຄອບຄົວ ຊາວໄທ ໃນ ຊຸມຊົນ ທີ່ ມີປະຕູ ເຂົ້າ-ອອກ, ເຮັດວຽກ ເຮືອນ ທຸກຢ່າງ ນັບຕັ້ງແຕ່ ຄົວກິນ ປັດກວດ ທໍາຄວາມ ສະອາດ ບ້ານ ເຮືອນ ແລະ ຊັກເຄື່ອງ.