ແມ່ຍິງ-ເດັກນ້ອຍ 03/09/19
ເດັກນ້ອຍ ຢູ່ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຫຼາຍຄົນ ຍັງບໍ່ເຂົ້າ ໂຮງຮຽນ ຍ້ອນພໍ່ແມ່ ຜູ້ປົກຄອງ ບໍ່ໃຫ້ ຄວາມສຳຄັນ ໃນການ ໄປໂຮງຮຽນ ຂອງລູກຫຼານ ເຂົາເຈົ້າ.
-
ສຸພັດຕາ
2019-03-11 -
-
-
ໂຮງຮຽນ ບ້ານພູໄຊຖາ ເມືອງວຽງພູຄາ ແຂວງຫຼວງນໍ້າທາ
RFA/ແສງແກ້ວ ຈັນຄໍາຟອງ
Your browser doesn’t support HTML5 audio
ເດັກນ້ອຍຢູ່ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຫຼາຍຄົນຍັງບໍ່ເຂົ້າໂຮງຮຽນ, ຍ້ອນພໍ່ແມ່ຜູ້ປົກຄອງບໍ່ໃຫ້ ຄວາມສຳຄັນ ໃນການໄປໂຮງຮຽນ ຂອງລູກຫຼານເຂົາເຈົ້າ.
ໂຮງຮຽນ ບ້ານພູໄຊຖາ ເມືອງວຽງພູຄາ ແຂວງຫຼວງນໍ້າທາ, ຍັງຂາດເຂີນອຸປກອນ ການຮຽນການສອນຫຼາຍຢ່າງ ເຊັ່ນ; ອຸປກອນຫຼິ້ນກິລາ ກາງແຈ້ງສຳຫຼັບ ນັກຮຽນອະນຸບານ, ເດັກນ້ອຍຫຼາຍຄົນໃນບ້ານນີ້ ຍັງບໍ່ໄດ້ເຂົ້າໂຮງຮຽນ, ຍ້ອນພໍ່ແມ່ຜູ້ປົກຄອງ ບໍ່ເຫັນເຖິງຄວາມສໍາຄັນ ຂອງການຮຽນຂອງລູກ, ດັ່ງສາວຄຣູ ແສງແກ້ວ ຈັນຄໍາຟອງ ຊຶ່ງເປັນຄຣູອາສາ ສອນຢູ່ໂຮງຮຽນດັ່ງກ່າວ ໄດ້ໃຫ້ສໍາພາດ ຕໍ່ວິທຍຸເອເຊັຽ ເສຣີວ່າ: ເຊີນທ່ານຟັງສຽງສໍາພາດ
ນອກຈາກເດັກນ້ອຍຫຼາຍຄົນ ຈະບໍ່ໄດ້ເຂົ້າໂຮງຮຽນແລ້ວ, ຊີວິດການເປັນຢູ່ ຂອງປະຊາຊົນ ຢູ່ບ້ານພູໄຊຖາ ເມືອງວຽງພູຄານີ້ ສ່ວນຫຼາຍ ຍັງທຸກຍາກຢູ່ ນອກຈາກນັ້ນແລ້ວ ສຸຂສາລາ ແລະ ໂຄງຮ່າງພື້ນຖານຕ່າງໆ ຢູ່ບ້ານນີ້ກໍຍັງບໍ່ທັນມີເຊັ່ນກັນ.