ແມ່ຍິງລາວ ຖືກຜູ້ບ່າວຈີນ ຕີຈົນເກືອບສລົບ

ຄົນຈີນທຳຮ້າຍຮ່າງກາຍຄົນລາວ ເກີດຂຶ້ນໃນປະເທດລາວ ເປັນປະຈຳ ຊຶ່ງກໍ່ມີທັງຜູ້ຊາຍຈີນຕີກັບຜູ້ຊາຍຄົນລາວ ແລະຫຼາຍເທື່ອກໍແມ່ນ ຜູ້ບ່າວຈີນຕີແມ່ຍິງລາວ ເຖິງຢ່າງກໍຕາມ ມີຫຼາຍເທື່ອ ທີ່ຜູ້ກະທຳຜິດ ບໍ່ໄດ້ຮັບການລົງໂທດ ຕາມກົດໝາຍລາວ.

ໂຕຢ່າງ ຮູບພາບ ປະກອບເຫດການ ທີ່ແມ່ຍິງລາວຖືກຜູ້ບ່າວຈີນ ຕີເກືອບສລົລ: “ທຸຣະກິຈຈີນໃນລາວ ແລະ ຊາວຈີນ ທີ່ດຳຣົງຊີວິດ ຢູ່ໃນປະເທດລາວ, ເດືອນພຶສພາ 2021”. RFA

ໃນ​ວັນ​ທີ 27 ມີ​ນາ ເວ​ລາ​ປະ​ມານ 11 ໂມງ, ແມ່​ຍິງ​ລາວ​ຜູ້​ນຶ່ງ ຖືກ​ຜູ້​ບ່າວ​ຄົນ​ຈີນ ທຳ​ຮ້າຍ​ຮ່າງ​ກາຍ​ຮຸນ​ແຮງ ຈົນ​ເກືອບ​ສ​ລົບ ຢູ່​ແຄມ​ທາງ ບ້ານນາ​ເລົ່າ ເມືອງ​ສີ​ໂຄດ​ຕະ​ບາງ ນະ​ຄອນ​ຫລວງ​ຫລວງວຽງຈັນ.

ຫຼັງ​ຈາກ​ນັ້ນ ຊາວ​ບ້ານ ແລະ ໜ່ວຍ​ກູ້​ພັຍ ເຂົ້າ​ມາ​ຊ່ວ​ຍ​ເຫຼືອແມ່​ຍິງ ​ຜູ້​ທີ່​ຖືກ​ທຳ​ຮ້າຍ​ຮ່າງ​ກາຍ ໃນ​ຂະ​ນະ​ທີ່​ຜູ້​ບ່າວ​ຄົນ​ຈີນ ແລ່ນ​ໜີ​ຂຶ້ນຣົ​ຖ​ໄຟ​.

ຊາວ​ບ້ານນາ​ເລົ່າ ເມືອງ ສີ​ໂຄດ​ຕະ​ບອງ ຜູ້​ເຫັນ​ເຫດ​ການ​ ນາງ​ນຶ່ງ ໄດ້​ຂຽນ​ລົງ​ໃນ​ສື່​ສັງ​ຄົມ​ອອນ​ລາຍນ໌ວ່າ:

ຂ້ອຍບັງເອີນ ໄດ້ຍິນສຽງຜູ້ຍິງ ຮ້ອງແບບສຽງກີດ ຮ້ອງພະຫວາ ຂໍຄວາມຊ່ວຍເຫຼືອ ຫຼຽວໄປເຫັນ ແມ່ນແມ່ຍິງນອນແຄມທາງ ຍົກມືຂໍຄວາມຊ່ວເຫຼືອ ເມື່ອລົງໄປຊ່ອຍແມ່ຍິງຄົນນີ້ ເກາະຂາຂ້ອຍ ຂໍໃຫ້ຊ່ອຍແດ່ ແລະ ຢ່າຖິ້ມລາວ ຜູ້ບ່າວຊາວຈີນ ຍ່າງມາ ຄືຈະເຂົ້າມາຕີ ມີຣົກູ້ພັ່ຍຜ່ານມາພໍດີ ຂ້ອຍຈຶ່ງຂໍໃຫ້ມາຊ່ອຍພາລາວໄປສົ່ງໂຮງໝໍ ບາດນີ້ ແມ່ຍິງຄົນນີ້ ຂາດຕິແຮງ ຖາມໄດ້ພໍລາງໆ ແລ້ວ ຂ້ອຍກໍພາລາວໄປແຈ້ງຄວາມຕໍ່ເຈົ້າໜ້າທີ່ແລ້ວ.”

ກ່ຽວ​ກັບ​ເຣື່ອງນີ້, ວິທຍຸເອ​ເຊັຽ​ເສ​ຣີ ໄດ້​ພະ​ຍາ​ຍາມຕິດ​ຕໍ່​ໄປ​ຍັງ ປກ​ສ ເມືອງ​ສີ​ໂຄດ​ຕະ​ບອງ ເພື່ອ​ສອບ​ຖາມ​ກ່ຽວ​ກັບ​ຣາຍ​ລະ​ອຽດ ຂອງ​ຄະ​ດີ​ຄວາມ​ດັ່ງ​ກ່າວ ວ່າ ຜູ້​ບ່າວ​ຈີນ ຈະ​ໄດ້​ຮັບ​ບົດ​ລົງ​ໂທດ​ແນວ​ໃດ ແລະ ແມ່​ຍິງ​ລາວ​ຈະ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອແນວ​ໃດ ແຕ່ບໍ່​ສາ​ມາດ​ຕິດ​ຕໍ່​ຫາ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ໄດ້.

ໜ່ວຍ​ງານ​ກູ້​ພັຍ ໄດ້​ສົ່ງຄົນ​ເຈັບ​ໄປ​ໂຮງ​ໝໍ ແຕ່ ຍັງ​ບໍ່​ສາ​ມາດ​ໃຫ້​ຣາຍ​ລະ​ອຽດ ​ກ່ຽວ​ກັບ​ເຣື່ອງນີ້ໄດ້.

ເຈົ້າ​ໜ້າ​ທີ່​ກູ້​ພັຍ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 29 ມີ​ນາ 2022 ວ່າ:

ອ່າໂຕນີ້ ເຮົາກໍໄປສົ່ງຢູ່ໂຮງໝໍນ່າ ທີມທີ່ອອກກໍຍັງບໍ່ທັນໄດ້ຣາຍງານໃຫ້ເທື່ອ ໂຕນີ້ ນິນ່າ ຈະບໍ່ມີໃຜໃຫ້ຄຳຕອບໄດ້ ວ່າ ແມ່ນຜົວເມັຽກັນ ຫຼື ບໍ່ ນອກຈາກຜູ້ທີ່ວ່າ ເປັນຜູ້ເຈົ້າຂອງເຫດເອງ.”

ທີ່​ຜ່ານ​ມາ ມີ​ຜູ້​ຍິງ​ລາວ ຈຳ​ນວນ​ນຶ່ງ ທີ່​ອາ​ຍຸ​ຕ່ຳ​ກວ່າ 18 ປີ ແລະ ອາ​ຍຸ 18 ປີ ນັ້ນ ຖືກ​ຜູ້​ບ່າວ ຊາວ​ຈີນ ທຳ​ຮ້າຍ​ຮ່າງ​ກາຍ​ ຢ່າງ​ຮຸນ​ແຮງ ໂດຍ ບໍ່​ມີ​ຜູ້​ໃດສາ​ມາດ ​ເຂົ້າ​ໄປ​ຊ່ອຍ​ເຫຼືອ​ໄດ້ ຍ້ອນ​ພວກ​ຂະ​ເຈົ້າ ບໍ່​ສາ​ມາດເຂົ້າ​ເຖິງ​ ຂະ​ບວນ​ການ​ຍຸ​ຕິ​ທັມ ໃນ​ເວ​ລ​ຖືກ​ທຳ​ຮ້າຍ​ຮ່າງ​ກາຍ ແລະ ບໍ່​ຮູ້​ວ່າຈະ​ຕ້ອງ​ໄປ​ຂໍ​ຄວາມ​ຊ່ອຍ​ເຫຼືອ​ຈາກ​ໃຜ.

ຊາວ​ບ້ານ​ນາ​ເລົ່າ ເມືອງ​ສີ​ໂຄດ​ຕະ​ບອງ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກ່າວ​ວ່າ:

ກໍຮູ້ສຶກບໍ່ດີຫັ້ນແຫຼະເນາະ ກໍເຫັນຫຼາຍຄົນຢູ່ ກໍມີເດັກນ້ອຍທີ່ວ່າ ຂະເຈົ້າຖືກອັນ ຖືກແຕ່ງໄປເປັນເມັຽ ກໍຖືກຕີມາຫຼາຍຄົນຊິນ່າ ບໍ່ໄດ້ ເພາະວ່າ ຂະເຈົ້າບາງຄົນ ເຈົ້າບໍ່ເຂົ້າເຖິງກົດໝາຍ ແລ້ວ ຂະເຈົ້າກໍຢ້ານ ເພາະວ່າ ຂະເຈົ້າ ບໍ່ເຂົ້າເຖິງກົດໝາຍ ແລ້ວ ຂະເຈົ້າກໍບໍ່ຮູ້ສຶກສາໃຜ ແລ້ວ ກໍຢ້ານຄືຄົນຈີນບາງຄົນ ມັກຂູ່ວ່າ ເອີ ຖ້າມຶງບອກຜູ້ນີ້ ຜູ້ນັ້ນ ຊິຂ້າພໍ່ແມ່ ຊິຕີພໍ່ແມ່ຊິນ່າ.”

ນາງ ກ່າວ​ຕື່ມ​ວ່າ ສຳ​ລັບ​ກໍ​ລະ​ນີ ຜູ້​ບ່າວຊາວ​ຈີນ ທຳ​ຮ້າຍ​ຮ່າງ​ກາຍ​ແມ່​ຍິງ​ລາວ ມີ​ໃຫ້​ເຫັນ​ຢ່າງ​ແຜ່​ຫຼາຍ ຢູ່​ໃນ ບ້ານ ແລະ ເມືອງ ພາຍ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ສ່ວນ​ນຶ່ງພັດ​ເປັນ​ຂ່າວ ຍ້ອນ​ຜູ້​ເຫັນ​ເຫດ​ການ​ຖ່າຍ​ຄ​ລິບ​ວີ​ດີ​ໂອ ເຜີຍ​ແຜ່ລົງ​ສື່​ສັງ​ຄົມ​ອອນ​ລາຍນ໌ ຊຶ່ງ​ຖືວ່າເປັນ​ຈຳ​ນວ​ນ​ໜ້ອຍ​ເທົ່າ​ນັ້ນ ຖ້າ​ທຽບ​ໃສ່​ຈຳ​ນວນ​ເຫດ​ການ​ທີ່​ເກີດ​ຂຶ້ນ ​ຕາມ​ສະ​ພາບ​ໂຕ​ຈິງ ສ່ວນ​ເຫດ​ການ​ທີ່ບໍ່​ທັນ​ໄດ້​ເປັນ​ຂ່າວ ​ເກີດ​ຂຶ້ນ​ກໍ​ມັກ​ຈະ​ມິດ​ໄປ ແລະ ແມ່​ຍິງ​ຜູ້​ຖືກ​ເຄາະ​ຮ້າຍ ​ກໍ​ມັກ​ຈະ​ບໍ່​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ແຕ່​ຢ່າງ​ໃດ.

ຊາວ​ບ້ານ​ກໍ​ເລັ່ງ​ໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງ ໃຊ້​ກົດ​ໝາຍ​ຢ່າງ​ຈິງ​ຈັງ ເພື່ອບໍ່​ໃຫ້​ແມ່​ຍິງ​ລາວ ຖືກ​ທຳ​ຮ້າຍ​ຮ່າງ​ກາຍ ໃນ​ຮູບ​ແບບ​ຕ່າງໆ ໂດຍ ສະ​ເພາະ ຄົນ​ຈີນ ທີ່​ຢູ່​ລາວທຳ​ຮ້າຍ​ຮ່າງ​ກາຍ​ແມ່​ຍິງ​ລາວ ໃນ​ຫຼາຍ​ກໍ​ລະ​ນີ. ຊາວ​ບ້ານ​ນາ​ເລົ່າ ອີກ​ທ່ານ​ນຶ່ງ ກ່າວ​ວ່າ:    

ເອີ ກໍໃຫ້ມັນມີແບບຄຸ້ມຄອງແດ່ ຈັ່ງຊີ້ຫັ້ນນ່າ ບໍ່ໃຫ້ເຮັດເກີນ ໄປຈັ່ງຊີ້ນ່າ ແມ່ນລະກໍຢາກໃຫ້ມີຄຸ້ມຄອງຂຶ້ນອີກແດ່ ຊ່ອຍຢ່າໃຫ້ເຮັດຈັ່ງຊັ້ນອີກ ໃຫ້ມັນມີກົດໝາຍ ເຂັ້ມງວດຂຶ້ນກ່ອນເກົ່າຫັ້ນນ່າ.”  

ຄົນ​ຈີນ​ຈຳ​ນວນ​ນຶ່ງ ທີ່ຢູ່​ປະ​ເທດ​ລາວ ທີ່ບໍ່​ປະ​ຕິ​ບັດ​ຕາມ​ກົດ​ໝາຍ ຈະ​ຕ້ອ​ງຖືກ​ລົງ​ໂທດຕາມ​ກົດ​ໝາຍ ​ຂອງ​ລາວ.

ຜູ້ຊ່ຽວ​ຊານ​ດ້ານ​ກົດ​ໝາຍ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

ກໍມີກົດໝາຍອັນ ນຶ່ງກົດໝາຍການປົກປ້ອງແມ່ຍິງເນາະ ແລ້ວກໍມີກົດໝາຍອາຍາແດ່ເນາະ ຜູ້ຊາຍຕີເນາະ ຜູ້ຊາຍຈະຖືກດຳເນີນຕາມດີອາຍາເນາະ ວ່າດ້ວຍ ການທຳຮ້າຍຮ່າງກາຍຫັ້ນແຫຼະເນາະ ກໍລະນີ ທີ່ຄົນຕ່າງປະເທດ ບໍ່ວ່າປະເທດໃດກໍແຕ່ເນາະ ເຂົ້າມາ ລາວ ແລ້ວ ມີການກະທຳຜິດຢູ່ລາວ ກໍ ຈະຖືກວ່າ ໄດ້ນຳໃຊ້ກົໝາຍລາວເລີຍເນາະ ບໍ່ວ່າ ຄົນລາວ ຫຼື ຄົນຕ່າງປະເທດຫັ້ນ.”

ກົດ​ໝາຍ​ອາ​ຍາ ສະ​ບັບ​ປີ 2017 ໃນ​ມາ​ຕ​ຣາ 194 ໄດ້​ລະ​ບຸ​ວ່າ ບຸກ​ຄົນ​ໃດ ຖ້າ​ເຮັດ​ໃຫ້​ຜູ້​ອື່ນ​ໄດ້​ຮັບ​ບາດ​ເຈັບ ໂດຍ​ເຈດ​ຕະ​ນາ ຈະ​ຖືກ​ລົງ​ໂທດ​ຕັດ​ອິ​ສ​ຣະພາບ​ແຕ່ 6 ເດືອນ ຫາ 3 ປີ ແລະ ຈະ​ຖືກ​ປັບ​ໃໝແຕ່ 3-10 ລ້ານ ກີບ ທັງນີ້ ໃນ​ກໍ​ລະ​ນີ ມີ​ການ​ຫຸ້ມ​ຕີ ຫຼື​ເຮັດ​ໃຫ້​ມີກ​ານ​ບາດ​ເຈັບ​ສາ​ຫັດ ຈະ​ຖືກ​ລົງ​ໂທດ​ຕັດ​ອິ​ສ​ຣະ​ພາບ​ແຕ່ 3 ປີ ຫາ 7 ປີ ແລະ ຈະຖືກ​ປັບ​ໃໝແຕ່ 10-30 ລ້ານ ກີບ ສ່ວນ​ໃນ​ກໍ​ລະ​ນີ ທີ່​ທຳ​ຮ້າຍ​ຮ່າງ​ກາຍ​ຈົນ​ເສັຽອົງ​ຄະ ຈະ​ຖືກ​ລົງ​ໂທດ​ຕັດ​ອິ​ສ​ຣະ​ພາບແຕ່ 7 ປີ ຫາ 15 ປີ ແລະ ຈະ​ຖືກ​ປັບ​ໃໝແຕ່ 30-50 ລ້ານ ກີບ.

ກໍ​ລະ​ນີ ແມ່​ຍິງ​ລາວທີ່​ຖື​ກ​ຜູ້​ບ່າວຈີນ ທຳ​ຮ້າຍ​ຮ່າງ​ກາຍ ກໍ​ຄວນ​ມີ​ການ​ດຳ​ເນີນ​ການຟ້ອງ​ຮ້ອງ ​ຂຶ້ນ​ຫາ​ບ້ານ ແລະ ເມືອງ.

ເຈົ້າ​ໜ້າ​ທີ່ ຜູ້​ທີ່​ເຮັດ​ວຽກ​ກ່ຽວ​ກັບ​ແມ່​ຍິງ​ລາວ ຜູ້ບໍ່​ປະ​ສົງ​ອອກ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ວ່າ:

ຟ້ອງຮ້ອງຂຶ້ນຜ່ານມາເນາະ ບ້ານແລ້ວຈະຂຶ້ນເມືອງ ຫັ້ນນ່າ ພັດຈະມີກົດໝາຂອງມັນ ກໍຈະມີການຊ່ອຍເຫຼືອ ກໍປຶກສາກ່ຽວກັບກົດໝາຍຫັ້ນແຫຼະ ວ່າ ມັນ ຄູ່ກໍລະນີຈະຜິດກົດໝາຍ ມາດຣາທີເທົ່າໃດ ທຳຮ້າຍຂັ້ນປານໃດ ຫຼື ລະເມີດຂັ້ນປາຍໃດ ປະມານນັ້ນເນາະ.” 

ກ່ອນ​ໜ້ານີ້ ເມື່ອ​ວັນ​ທີ 2 ມີ​ນາ ທີ່​ຜ່ານ​ມາ, ກຸ່ມ​ຄົນ​​ຈີນ​ປະ​ມານ 10 ຄົນ ພາ​ກັນ​ຫຸ້ມ​ຕີ​ຄົນ​ຂັບ​ຣົ​ຖ​ບັນ​ທຸກ​ຄົນລາວ ຢູ່​ເມືອງ​ນາ​ໝໍ້ ແຂວງ​ອຸ​ດົມ​ໄຊ ຈົນ​ບາດ​ເຈັບ​ສາ​ຫັດ ຍ້ອນ​ມີ​ການ​ມີ​ການ​ແຂງ​ຄິວ​ກັນ​ເອົາ​ຣົ​ຖ​ຜ່ານ​ດ່ານ ແລະ ໃນ​ມື້​ດຽວ​ກັນ ກຸ່ມ​ຄົນ​ຄົນ​ລາວ ກໍ​ພາ​ກັນ​ໄປ​ຕີ​ຄົນ​ຈີນ ຄືນ.  

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org