ສປປ ລາວ ຢູ່ລຳດັບທີ 111 ທັກສະການເວົ້າ ພາສາອັງກິດ
ຊາວລາວ ບໍ່ຮູ້ສຶກແປກໃຈ ທີ່ລະດັບທັກສະພາສາອັງກິດ ຂອງປະເທດລາວ ຢູ່ຕ່ໍາສຸດ ໃນເອເຊັຍ ແລະ ຕ່ໍາສຸດໃນ 111 ປະເທດ ຍ້ອນຊາວລາວ ແຫ່ໄປຮຽນພາສາຈີນຫລາຍຂຶ້ນແລ້ວ.
-
ພອນ ພູມມີທອນ
2022-11-21 -
-
-
Your browser doesn’t support HTML5 audio
ຊາວລາວ ບໍ່ຮູ້ສຶກແປກໃຈປານໃດ ພາຍຫລັງທີ່ແວບໄຊຕ໌ ອີເອຟ ອິງລິສ ໂປຣຟິຊຽນຊີ໋ ອິ໋ນເດັ໋ກ (EF English Proficiency Index ຫຼ EF EPI) ຈັດລະດັບ ທັກສະພາສາອັງກິດ ຂອງປະເທດລາວ ຢູ່ຕ່ໍາສຸດ ຂອງບັນດາປະເທດ ໃນອາຊ້ຽນ ແລະ ຕ່ໍາສຸດໃນ 111 ປະເທດ ຍ້ອນພວກເຂົາເຈົ້າ ແຂ່ງກັນຮຽນພາສາຈີນ ຫລາຍຂຶ້ນ.
ກ່ອນປີ 2020 ພາສາອັງກິດ ຍັງເປັນທີ່ນິຍົມ ຂອງນັກຮຽນ, ນັກສຶກສາ ແລະ ປະຊາຊົນທົ່ວໄປ ໃນປະເທດລາວຢູ່ ແຕ່ມາປີ 2021 ແລະ ປີ 2022 ນີ້, ພາສາຈີນ ເປັນທີ່ນິຍົມຫລາຍກວ່າ, ສັງເກດໄດ້ຈາກສົກຮຽນ 2020-2021 ແລະ ສົກຮຽນ 2022-2023 ນັກຮຽນຈົບຊັ້ນ ມ.7 ທົ່ວປະເທດລາວ ສົນໃຈສອບເສັງ ເພື່ອເຂົ້າຮຽນພາສາຈີນ ຫລາຍກວ່າໜູ່.
ຕາມຄວາມເວົ້າ ຂອງນັກສຶກສາ ປີ 3 ຈາກ ຄະນະອັກສອນສາຕ ພາກວິຊາພາສາອັງກິດ ມຫາວິທຍາລັຍແຫ່ງຊາຕລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ພຶສຈິກາ ນີ້ວ່າ:
“ນ້ອງຄິດວ່າ ບໍ່ແປກ 2-3 ຫລັງມານີ້ ພາສາອັງກິດແຕ່ມາ ຂື້ນມາປີກາຍ ກັບ ປີນີ້ ພາສາຈີນຈະເດັ່ນກວ່າ ຄືວ່າ ພວກນ້ອງ ຮຽນດ້ານພາສາມາ ເຂົາເຈົ້າຈະມີໃຫ້ເລືອກສາຍ (ໂທ) ເນາະ ມີແຕ່ຄົນ ເລືອກໄປຈີນ ບໍ່ມີໃຜເລືອກໄປພາສາອື່ນເລີຍ ຄື ຜູ້ໃດກໍເຫັນເນາະວ່າ ຈີນມັນຈະມາມີອິດທິພົນຫລາຍເຂົ້າມາລາວ ມັນແບບ ມາລົງທຶນ ຄືເວົ້າ ມັນມີຄົນຈີນ ມາເກືອບເຄິ່ງປະເທດຈັ່ງຊີ້ນ່າ ແບບທຸກແຂວງ ເຂົ້າໄປຢູ່ແຊກຊ້ອນໜົດເລີຍ ແລ້ວຄົນລາວ ກໍເລີຍນິຍົມຮຽນພາສາຈີນ.”
ຍານາງກ່າວຕື່ມວ່າ ປັດຈຸບັນ ນັກສຶກສາ ຄະນະອັກສອນສາຕ ພາກວິຊາພາສາອັງກິດ ຈະເລືອກສາຍສໍາຮອງ ເປັນວິຊາພາສາຈີນ ເປັນອັນດັບ 1 ບໍ່ແມ່ນພາສາອື່ນ (ທີ່ເປັນພາສາຝຣັ່ງ, ພາສາ ເຍັຽຣະມັນ, ພາສາວຽດ ພາສາຍີ່ປຸ່ນ ແລະ ພາສາຣັສເຊັຍ) ເນື່ອງຈາກ ສ່ວນໃຫຍ່ ພາກັນເຫັນວ່າ ຈີນ ມີອິດທິພົນໃນລາວ ຫລາຍກວ່າປະເທດອື່ນ ບໍ່ວ່າຈະເປັນການລົງທຶນ ຂອງຈີນ ກໍຖືກແຊກຊຶມ ໄປໃນທຸກແຂວງ ໃນ ປະເທດລາວ ຈຶ່ງເຮັດໃຫ້ພວກເຂົາເຈົ້າ ພາກັນຮຽນພາສາຈີນ ເພື່ອມີໂອກາດ ໄດ້ວຽກເຮັດງານທໍາ ຄືກັບຮຸ່ນເອື້ອຍ-ຮຸ່ນອ້າຍ ທີ່ຈົບໄປ. ນອກຈາກນີ້ ກໍຍັງພົບເຫັນພໍ່ແມ່ຜູ້ປົກຄອງ ທີ່ຖານະຄອບຄົວອ່າວດີແດ່ ກໍສົ່ງເສີມລູກຫລານ ຮຽນພາສາຈີນ ເພື່ອ ໃຫ້ມີພື້ນຖານແຕ່ເດັກນ້ອຍ ແລ້ວຈະມີວຽກເຮັດງານທໍາໃນອານາຄົດ.
ເມື່ອທຽບປະເທດລາວ ໃສ່ກັບປະເທດເພື່ອນບ້ານ ໃນປະເທດອາຊຽນນໍາກັນ ທີ່ລະດັບພາສາອັງກິດ ຂອງຄົນລາວ ຕ່ໍາກວ່າໜູ່ ກໍຖືວ່າບໍ່ເປັນເຣຶ່ອງແປກໃຈ ເນື່ອງຈາກວ່າ ຄົນລາວ ນິຍົມໄປຮຽນພາສາຈີນ ຍ້ອນຢູ່ປະເທດລາວ ມີນັກລົງທຶນຈີນ ເຂົ້າມາເປີດບໍຣິສັດ ສ້າງວຽກເຮັດງານທໍາ ໃຫ້ຄົນລາວ ອີກທັງ ເມື່ອເບິ່ງສະພາບໂຕຈິງ ຍັງເປັນປະເທດ ທີ່ມີປະຊາຊົນທຸກຍາກ ຈໍານວນຫລາຍ ເຮັດໃຫ້ຍັງມີນັກຮຽນ ໃນເຂດຊານເມືອງ ແລະເຂດຫ່າງໄກ ສອກຫລີກ ບໍ່ໄດ້ຮຽນພາສາອັງກິດ ຍ້ອນບໍ່ມີໂຮງຮຽນນໍາດ້ວຍ.
ດັ່ງນັກຮຽນຊັ້ນ ມ.7 ຈາກໂຮງຮຽນ ມສ ບ້ານວັງ ເມືອງຫມື່ນ ແຂວງວຽງຈັນ ກ່າວໃນມື້ ດຽວກັນວ່າ:
“ຄັນຊາເຮົາທຽບໃສ່ປະເທດອື່ນ ບໍ່ແມ່ນເຣຶ່ອງແປກ ເພາະວ່າຄືເຮົາເຫັນ ເຂົາເຈົ້າຈະບໍ່ຮຽນພາເຮົາຄົນຈີນ ຄັນເຮົາຢາກໄດ້ເງິນນໍາເຂົາເຈົ້າ ເຮົາຕ້ອງຮຽນພາສາເຂົາເຈົ້າ ແມ່ນບໍ່ ຄົນຈີນເຂົາເຈົ້າຈະເປັນນິສັຍແນວນັ້ນ. ປັດຈຸບັນນີ້ນ່າເອື້ອຍ (ປະເທດລາວ) ຍັງບໍ່ເຄັ່ງຄັດເຣຶ່ອງພາສາ ຍັງຖືເບົາຢູ່ ຍັງບໍ່ໄດ້ປູພື້ນຖານໃຫ້ນັກຮຽນ ກ່ຽວກັບພາສາ ຄົນລາວ ຄົນທຸກຍາກຫລາຍ ແລ້ວເຂົາເຈົ້າຢູ່ໄກ ພາສາມັນຈະບໍ່ທົ່ວເຖິງ ຫລືວ່າ ບໍ່ຮອດເຂົາເຈົ້າ ເຂົາເຈົ້າຈະບໍ່ຮູ້ນໍາ ເພາະວ່າບາງຄົນ ເຂົາເຈົ້າຈະບໍ່ໄດ້ຮຽນ ບາງບ່ອນບາງເຂດ ກໍບໍ່ມີໂຮງຮຽນເດ້.”
ເມື່ອເວົ້າເຖິງສະຖາບັນສອນພາສາ ຫລື ສູນສອນພາສາ ໃນປະເທດລາວ ໃນປັດຈຸບັນ ຈະເປັນໄປແບບສອນສອງພາສາຄຽງຄູ່ກັນ ຄື ສູນໃດມີພາສາອັງກິດ ກໍຈະມີສອນພາສາຈີນດ້ວຍ ທັງທີ່ແຕ່ກ່ອນ ຈະມີພາສາອັງກິດຫລາຍກວ່າ ພາສາຈີນ ເນື່ອງຈາກຜູ້ສະມັກຮຽນ ຈະຮຽນພາສາອັງກິດເພື່ອສອບເສັງເອົາທຶນການສຶກສາ ເພື່ອໄປຮຽນຕໍ່ຕ່າງປະເທດ.
ຂະນະທີ່ປັດຈຸບັນ ຜູ້ສມັກຮຽນ ຕ້ອງການຮຽນພາສາຈີນຫລາຍກວ່າ ສັງເກດໄດ້ຈາກ ສະພາບການທີ່ບໍ່ແມ່ນສະເພາະແຕ່ນັກຮຽນ ນັກສຶກສາ ທີ່ສມັກເຂົ້າຮຽນພາສາຈີນແຕ່ລວມໄປເຖິງພະນັກງານຈາກບໍຣິສັດຈີນ ກໍມາສະມັກຮຽນນໍາດ້ວຍ ເນື່ອງຈາກບໍຣິສັດຈີນ ສົ່ງເສີມພວກເຂົາເຈົ້າ ໃຫ້ມາຮຽນເພື່ອເວົ້າພາສາຈີນ ໃນລະດັບສື່ສານໄດ້ ບໍ່ເນັ້ນຫລັກໄວຍະກອນ ແລະຜົນສອບເສັງຄວາມຊ່ຽວຊານດ້ານພາສາຈີນ (THE HANYU SHUIPING KAOSHI ຫລື HSK), ສ່ວນພາສາອັງກິດ ຖ້າຜູ້ສມັກຮຽນ ທີ່ບໍ່ໄດ້ເຮັດວຽກ ນໍາບໍຣິສັດໃຫ່ຍແທ້ໆ ຫລືບໍ່ແມ່ນຜູ້ຮຽນພາສາອັງກິດເພື່ອເສັງ IELTS ແລະ TOEFL ຍື່ນເສັງ ເອົາທຶນຮຽນຕໍ່ຕ່າງປະເທດ ຈະມີຜູ້ຮຽນໜ້ອຍລົງ.
ດັ່ງເຈົ້າໜ້າທີ່ ສູນພາສາອັງກິດ ແລະ ພາສາຈີນ ໃນນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນວ່າ:
“ເຮົາສັງເກດເຫັນວ່າ ມັນຈະທຸກໆສະຖາບັນ ຫລືວ່າ ທຸກໆສູນເລີຍ ເຮົາເຫັນວ່າມັນຈະມີທັງອັງກິດ ແລະ ຈີນເລີຍ ເຮົາຄິດວ່າມັນນ່າຈະຄຽງຄູ່ກັນໄປເດ້ ຖ້າໃນຄວາມຄິດ ຂອງເອື້ອຍ ເອື້ອຍຄິດວ່າ ປັດຈຸບັນພາສາອັງກິດຈະຫລຸດໜ້ອຍຖອຍລົງແລ້ວ ຄວາມຮູ້-ຄວາມສາມາດຫັ້ນນ່າເນາະ ເພາະວ່າ ດຽວນີ້ ເຂົາເຈົ້າ ເຣີ່ມເອົາພາສາຈີນ ເຂົ້າມາເດ້ ແລ້ວຄົນເຣີ່ມຫັນໄປທາງນັ້ນ ຫັ້ນນ່າ. ແລ້ວບາງຄົນເຂົາເຈົ້າ ກໍເຮັດວຽກນໍາຈີນ ບໍ່ນ່າ ເຂົາເຈົ້າໃຫ້ພະນັກງານເຂົາເຈົ້າມາຮຽນຢູ່ແລ້ວ ຈັ່ງຊີ້ຫັ້ນນ່າ ເພື່ອວ່າເອົາໄປນໍາໃຊ້ເດ້ ຄືວ່າພາສາອັງກິດ ບໍ່ຄ່ອຍມີຫັ້ນນ່າ ບໍ່ຄ່ອຍໄດ້ມີ ບໍ່ຄ່ອຍໄດ້ນໍາໃຊ້ ຖ້າບໍ່ແມ່ນ ບໍຣິສັດໃຫຍ່ໆບໍ່ ຫລືວ່າ ເອົາໄປໃຊ້ໃນສິ່ງທີ່ຈໍາເປັນ.”
ຫລັກສູດພາສາອັງກິດ ຕັ້ງແຕ່ຊັ້ນອະນຸບານ-ຊັ້ນມັທຍົມ ໃນປະເທດລາວ ຍັງບໍ່ຄ່ອຍເຄັ່ງຄັດ ເນື່ອງຈາກ 1 ສັປດາ ມີຊົ່ວໂມງຮຽນພາສາອັງກິດ ພຽງແຕ່ 1-2 ມື້ ມື້ລະ 1 ຊົ່ວໂມງເທົ່ານັ້ນ ອີກທັງນາຍຄຣູ ທີ່ສອນວິຊາພາສາອັງກິດ ເນັ້ນສອນໄວຍະກອນ ແລະ ໃຫ້ນັກຮຽນຈື່ຄໍາສັພທ໌ ແຕ່ບໍ່ເນັ້ນທັກສະ ການຂຽນ, ການຟັງ ການອ່ານ ແລະການເວົ້າ ເຊິ່ງເປັນທັກສະ ທີ່ຕ້ອງໄດ້ຖືກວັດແທກຄວາມຮູ້ ດ້ານພາສານໍາດ້ວຍ.
ດັ່ງຊາວລາວ ທີ່ຜ່ານການຮຽນ ໃນລະບົບສາມັນສຶກສາ ແລະຕອນນີ້ຢູ່ໃນໄວເຮັດວຽກແລ້ວ ໃນ ນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:
“ສ່ວນຫລາຍອາຈານ ຈະເນັ້ນສອນ ໄວຍະກອນຫລາຍ ຈົນແບບບໍ່ໄດ້ສົນໃຈ ເຣື່ອງທັກສະການສອນ ການເວົ້າ ສອນແຕ່ຄໍາສັບຈັ່ງຊີ້ ໃຫ້ຮຽນແຕ່ຫລັກໄວຍະກອນ ແຕ່ວ່າ ບໍ່ຄ່ອຍເນັ້ນເວົ້າຫັ້ນນ່າ ບໍ່ໄດ້ສ້າງຄໍາຖາມມາໃຫ້ນັກຮຽນຕອບ ແລ້ວສ່ວນຫລາຍ ຈະເປັນຢູ່ໃນໂຮງຮຽນ ສ່ວນຫລາຍຈະເປັນມື້ລະ ອາທິດຄັນເປັນໂຮງຮຽນຣັຖເດ້.”
ເມື່ອເວົ້າເຖິງວ່າ ນັກຮຽນລາວໃນເຂດຊົນນະບົດ ພາກັນແຫ່ໄປຮຽນພາສາຈີນ ຫລື ພາສາອັງກິດອັນໃດຫລາຍກວ່າກັນນັ້ນ ແມ່ນຈະບໍ່ຄ່ອຍມີປະກົດການດັ່ງກ່າວນີ້ເລີຍ ໂດຍສະເພາະນັກຮຽນ ກຸ່ມຊົນເຜົ່າ ເນື່ອງຈາກພວກເຂົາເຈົ້າ ບໍ່ມີຄຣູສອນພາສາ ແມ້ນແຕ່ຄຣູສອນພາສາອັງກິດ ໃນ ໂຮງຮຽນກໍບໍ່ພໍແລ້ວ ແລະ ພວກເຂົາເຈົ້າ ໄດ້ຮຽນພຽງແຕ່ 2 ຊົ່ວໂມງ ຕໍ່ສັປດາເທົ່ານັ້ນ ອີກທັງ ຖ້າຈະເວົ້າເຖິງວ່າ ໃຫ້ພວກເຂົາເຈົ້າໄປຮຽນເສີມທັກສະ ພາສາອັງກິດ ກໍຈະບໍ່ມີຄວາມເປັນໄປໄດ້ ເນື່ອງຈາກພວກເຂົາເຈົ້າ ບໍ່ມີເງິນ ອີກທັງສູນສອນພາສາ ໃນເຂດນອກ ກໍບໍ່ມີ ຄືໃນເຂດເມືອງ.
ດັ່ງນາຍຄຣູ ຈາກແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“ບໍ່ ບໍ່ມີເດ້ ພາສາຈີນ ພາສາອັງກິດ ບໍ່ມີ ຊິເຫາະໄປນັ້ນ ໄປນີ້ ໄປຮຽນພາສາ ບໍ່ມີດອກ ເພາະບໍ່ມີຄຣູສອນເດ້ ບໍ່ມີສູນ ມີນັ້ນບໍ່. ໂອ້ ດຽວນີ້ ມີຈຸດຫັ້ນ ຈຸດນີ້ ສອນພາສາອັງກິດເພີ່ມບໍ່ ຫລືວ່າ ສອນພາສາອັງກິດເພີ່ມບໍ່ ບໍ່ມີ. ເສັຍຄ່າເທີມ ຄ່າຮຽນ ຄ່ານັ້ນຫັ້ນ ມັນກໍເອົາຫນັກແດ່ ນັກຮຽນຊົນເຜົ່ານຶ່ງມາ ເຂົາກໍບໍ່ມີ ເປັນເລກ ເປັນພາສາຕ່າງໆ ພວກນີ້ ຫຍຸ້ງຍາກ ຍ້ອນ ຄວາມຍຸ້ງຍາກ ຂອງຄອບຄົວ.”
ສໍາລັບແວບໄຊຕ EF ENGLISH PROFICIENCY INDEX ເປັນແວບໄຊຕ໌ ທີ່ໃຫຍ່ທີ່ສຸດໃນໂລກ ໃນການຈັດອັນດັບ ທັກສະພາສາອັງກິດ ຂອງປະເທດ ແລະ ເຂດແຄ້ວນ ທີ່ບໍ່ໄດ້ໃຊ້ພາສາອັງກິດເປັນຫລັກ ດ້ວຍການວັດແທກຄະແນນ ຜົນສອບເສັງ ຈາກຜູ້ໃຫຍ່ ຈໍານວນ 2.1 ລ້ານຄົນ ໃນ 111 ປະເທດ ແລະ ເຂດແຄ້ວນ ປະຈໍາປີ 2022.