ແມ່ຍິງ-ເດັກນ້ອຍ 02/16/19
ວິທຍຸ ເອເຊັຽ ເສຣີ ສໍາພາດ ນາງ ພາວາດີ ຫຼ່ຽມສະໄຫວ ຫຼື ເຈ້ນາງ ພໍໃຈ, ກ່ຽວກັບ ເດັກນ້ອຍ ຢູ່ ບ້ານລ່ອງ ເມືອງຊຽງເງິນ ແຂວງຫຼວງພຣະບາງ, ຍັງຂາດ ອຸປກອນ ການຮຽນ ຫຼາຍຢ່າງ, ຫ້ອງຮຽນ ກໍຄັບແຄບ.
-
ສຸພັດຕາ
2019-02-19 -
-
-
ນາງ ພາວາດີ ຫຼ່ຽມສະໄຫວ ຫຼື ເຈ້ນາງ ພໍໃຈ ຜູ້ທີ່ໄດ້ໄປເຫັນ ຊີວິດການເປັນຢູ່ ຂອງ ຊາວບ້ານລ່ອງ ເມືອງຊຽງເງິນ ແຂວງຫຼວງພຣະບາງ ແລະ ໄດ້ ບໍຣິຈາກເຄື່ອງຂອງ ໃຫ້ເດັກນ້ອຍນັກຮຽນ
ຮູບພາບຈາກ: ຄນະທີມງານ ເຈ໊ນາງ
Your browser doesn’t support HTML5 audio
ບ້ານລ່ອງ ເມືອງຊຽງເງິນ ແຂວງຫຼວງພຣະບາງ, ເປັນບ້ານທີ່ ທຸກຍາກຂາດເຂີນ ຫຼາຍຢ່າງ ເປັນຕົ້ນ; ບໍ່ມີຖນົນຫົນທາງ, ຂາດນໍ້າສະອາດ, ສ້ວມຖ່າຍກໍໍບໍ່ມີ, ບ້ານນີ້ມີໂຮງຮຽນ ພຽງສາມຫ້ອງ ຊັ້ນປໍ 1 ຮອດ ປໍ 5 ມີນັກຮຽນທັງໝົດ 50 ປາຍຄົນ ແລະແຕ່ລະຫ້ອງຮຽນ ກໍຄັບແຄບ.
ກ່ຽວກັບເຣື່ອງນີ້ ຂ້າພະເຈົ້າ ໄດ້ມີໂອກາດສຳພາດ ນາງ ພາວາດີ ຫຼ່ຽມສະໄຫວ ຫຼືເຈ້ນາງ ພໍໃຈ, ຜູ້ທີ່ໄດ້ໄປເຫັນຊີວິດການເປັນຢູ່ ຂອງ ຊາວບ້ານລ່ອງ ວ່າເປັນແບບໃດ ແລະການໄປມາ ຫາສູ່ ໃນບ້ານດັ່ງກ່າວ ມີອຸປສັກແນວໃດແດ່... ເຊີນທ່ານຮັບຟັງ ການສຳພາດໄດ້ເລີຍ.