ແມ່ຍິງ-ເດັກນ້ອຍ 03/23/18
ການໃຫ້ເດັກນ້ອຍ ໄດ້ເຂົ້າໂຮງຮຽນ ອະນຸບານ ຖືວ່າມີ ຄວາມສຳຄັນຫຼາຍ ເພາະໄດ້ຮຽນຮູ້ ການຢູ່ຮ່ວມກັນ ກັບໝູ່ ແລະໄດ້ຮຽນໜັງສື ເບື້ອງຕົ້ນ ກ່ອນທີ່ຈະກ້າວໄປ ຮຽນຊັ້ນປໍນຶ່ງ.
-
ສຸພັດຕາ
2018-03-23 -
-
-
Your browser doesn’t support HTML5 audio
ໂຮງຮຽນອະນຸບານ ຖືວ່າມີຄວາມສຳຄັນຫຼາຍ ສຳລັບເດັກນ້ອຍ ແຕ່ເກີດ ຫາ ອາຍຸ 5 ປີ ທຳອິດ, ເພາະການທີ່ໄດ້ຮຽນຊັ້ນອະນຸບານນັ້ນ ແມ່ນເປັນການກະກຽມພື້ນຖານຄວາມຮູ້ໃຫ້ແກ່ເດັກ ບໍ່ວ່າເປັນ ດ້ານການຮຽນຂັ້ນພື້ນຖານ ຮຽນຂຽນ, ຮຽນອ່ານ, ຮຽນຮູ້ການຢູ່ຮ່ວມກັບໝູ່ຄູ່, ຝຶກພັທນາທາງຮ່າງກາຍ, ທາງຈິດໃຈ ແລະພັທນາທາງສະຕິປັນຍາ ກ້າສະແດງອອກຫຼາຍຂຶ້ນ, ການສຶກສາແມ່ນມີຄວາມສຳຄັນ ບໍ່ວ່າ ຈະເປັນ ພື້ນຖານທາງຄວາມຄິດ, ບຸກຄະລິກກະພາບ, ການພັທນາທາງຮ່າງກາຍ, ທາງສະຕິປັນຍາ.
ການສຶກສາໃນຊັ້ນອະນຸບານນັ້ນ ກໍຈະມີຄວາມແຕກຕ່າງກັນອອກໄປ ຂຶ້ນຢູ່ກັບການຮຽນການສອນ ຂອງແຕ່ລະໂຮງຮຽນ, ແຕ່ມີຈຸດມີປະສົງ ອັນດຽວກັນ ຄື ການສ້າງໃຫ້ເດັກນ້ອຍ ເຕີບໃຫຍ່ ເປັນຜູ້ໃຫຍ່ ທີ່ມີຄວາມຮູ້ຄວາມສາມາດ ເພື່ອສ້າງ ປະໂຫຍດໃຫ້ແກ່ສັງຄົມ ໃນອະນາຄົດ ແລະໃນມື້ນີ້ ຂ້າພະເຈົ້າໄດ້ມີໂອກາດ ສັມພາດ ຄຣູ ອະນຸບານ ຂອງໂຮງຮຽນເອກະຊົນ ເມືອງໄຊຍະ, ແຂວງໄຊຍະບູລີ ສ່ວນການສອນ ນັກຮຽນ ອະນຸບານ ຂອງເພິ່ນ ມີຄວາມຍາກງ່າຍ ຄື ແນວໃດນັ້ນ ເຊີນທ່ານຮັບຟັງ ຈາກ ສາວຄຣູ ພອນສຸກ ລັດດາໄຊ ໄດ້ເລີຍ.