ແມ່ຍິງ-ເດັກນ້ອຍ 05-05-2015

ຄົນງານ ລາວ ແຂວງ ຈຳປາສັກ ທັງຍິງ ແລະ ຊາຍ ທີ່ ໄປ ເຮັດວຽກ ຢູ່ ປະເທດ ໄທ ຕ້ອງໄດ້ ເສັຽຄ່າ ທຳນຽມ ໃຫ້ ການ ປົກຄອງ ທ້ອງຖີ່ນ.

ຄົນງານລາວ ໃນແຂວງ ພາກໃຕ້ ທີ່ຂ້າມໄປມາ ຣະຫວ່າງ ຊາຍແດນ ລາວ-ໄທ ເພື່ອປະກອບ ອາຊີພ RFA/Viengsay

ຄົນງານ ລາວ ຈາກ ແຂວງ ຈຳປາສັກ ທີ່ ໄປ ເຮັດວຽກ ຢູ່ ນອກ ປະເທດ ເປັນຕົ້ນ ຢູ່ ປະເທດໄທ ທັງຍິງ ແລະ ຊາຍ ທັງທີ່ໄປ ຢ່າງ ຖືກຕ້ອງ ຕາມ ກົດໝາຍ ຫລື ບໍ່ ກໍຕາມ ລ້ວນແລ້ວ ແຕ່ ຕ້ອງໄດ້ ເສັຽຄ່າ ທຳນຽມ ໃຫ້ ທາງການ ແຂວງ ທັງ ນັ້ນ ໂດຍເລີ່ມ ແຕ່ຕົ້ນ ປີ 2015 ນີ້ ໄປ. ສຳລັບ ຈຳນວນ ເງິນ ຄ່າ ທຳນຽມ ທີ່ ຕ້ອງໄດ້ ເສັຽ ນັ້ນ ທາງ ເຈົ້າໜ້າທີ່ ຂັ້ນ ເມືອງ ທ່ານໜຶ່ງ ບອກວ່າ ເສັຽ 3 ແສນກີບ ຕໍ່ຄົນ ຕໍ່ປີ ແລະ ກໍເປັນ ເງິນ ທີ່ ເກັບໄວ້ ເພື່ອ ຊ່ວຍ ຫລຸດຜ່ອນ ຣາຍຈ່າຍ ຂອງ ຣັຖ ຫາກເກີດ ກໍຣະນີ ທີ່ ຕ້ອງໄດ້ ຊ່ວຍ ຄົນງານ ລາວ ໃນ ຕ່າງ ປະເທດ ແລະ ກໍເປັນ ຣະບຽບ ການ ໃໝ່ ທີ່ຫາ ກໍ່ເລີ່ມ ປະກາດ ໃຊ້ ເມື່ອ ຕົ້ນປີ 2015 ນີ້. ດັ່ງ ທ່ານກ່າວ ວ່າ ຄົນງານ ທຸກຄົນ ທັງຍິງ ແລະ ຊາຍ ຕ້ອງເສັຽ ພັນທະ ໂຕນີ້ ເສັຽ ເປັນປີ ປີ ໜຶ່ງ ບໍ່ຮອດ 2 ພັນບາດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org