ລົງຄະແນນ ສຽງເລືອກຕັ້ງ ຫຼື ບໍ່ລົງ - ນັ້ນຄື ຄຳຖາມ ຂອງຊາວກັມພູຊາ

ໃນຂະນະທີ່ ການເລືອກຕັ້ງ ໃນກັມພູຊາ ໃກ້ຈະມາເຖິງນີ້, ຊາວກັມພູຊາ ຫຼາຍໆຄົນ ພວມປະເຊີນກັບ ສະພາບການ ທີ່ກືນບໍ່ເຂົ້າຄາຍບໍ່ອອກ ວ່າ ຄວນເຂົ້າຮ່ວມ ຫຼືບໍ່.

ເຈົ້າຈະໄປເລືອກຕັ້ງ ຫຼືບໍ່ ຂ້ອຍກໍຊະນະຄືເກົ່າ ແຕ້ມໂດຍ: Rebel Pepper/ RFA

ໃນ​ຂະ​ນະ​ທີ່ ການ​ເລືອ​ກ​ຕັ້ງ ໃນ​ກັມ​ພູ​ຊາ ໃກ້​ຈະ​ມາ​ເຖິງ​ນີ້, ຊາວ​ກັມ​ພູ​ຊາ ຫຼາຍໆ​ຄົນ ພວມ​ປະ​ເຊີນ​ກັບ ສະ​ພາບ​ການ ​ທີ່ກືນບໍ່​ເຂົ້າ​ຄາຍບໍ່​ອອກ ວ່າ ຄວນ​ເຂົ້າ​ຮ່ວມ ຫຼືບໍ່. ການ​ປາບ​ປາມ ພົ​ລ​ເຮືອນ ແລະ ພື້ນ​ທີ່ ທາງ​ການ​ເມືອງ ໂດຍພັກ​ກຳ​ອຳ​ນາດ​ຢູ່​ນີ້ ເຮັດ​ໃຫ້ ຜູ່​​ລົງ​ຄະ​ແນນ​ສຽງ ມີ​ທາງ​ເລືອກ​ໜ້ອຍ​ຫຼາຍ ໃນ​ການ​ເລືອກ​ຕັ້ງ ຈົນເຮັດ​ໃຫ້​ບາງ​ຄົນ ເຫັນ​ວ່າ ກັມ​ພູ​ຊາ ເປັນປະ​ເທດ “​ບໍ​ຣິ​ຫານ ແບບ​ຜ​ະ​ເດັດ​ການ.” ການ​ງົດ​ອອກ​ສຽງ ເປັນ​ການເສັຽໂອ​ກາດ ເພື່ອ​ປົດ​ ພັກ​ປະ​ຊາ​ຊົນ ກັມ​ພູ​ຊາ ຂອງ​ທ່ານ ຮຸ່ນ ເຊ່ນ ອອກ​ຈາກ​ທີ່​ນັ່ງ, ແຕ່​ວ່າ ການໄປ​ປ່ອນ​ບັດ ກໍ​ເປັນ​ການສ່ຽງ ​ໃນ​ການ​ເພີ່ມ​ຄວາມ​ຊອບ​ທັມ ​ທີ່ຫຼາຍ​ຄົນ ຄາດ​ວ່າ ຈະ​ເປັນ​ການ​ເລືອກ​ຕັ້ງ ທີ່​ໜ້າ​ອັບ​ອາຍ. ຢ່າງ​ໃດ​ກໍ​ດີ, ພັກ​ກຳ​ອຳ​ນາດ ພ້ອມ​ທີ່ ຈະ​ຊ​ນະ ໃນການ​ແຂ່ງ​ຂັນ ໂດຍບໍ່​ມີ​ພັກ​ຝ່າຍ​ຄ້ານ ທີ່​ຕໍ່​ສູ້​ໄດ້.  

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org