ຈີນ ໃຊ້ແຮງງານ ຊາວວິກເກີ ຢ່າງທາຣຸນ

ສະຫະ ປະຊາຊາຕ ຣາຍງານວ່າ ການປະຕິບັດ ຕໍ່ຊົນກຸ່ມນ້ອຍ ຊາວວິກເກີ ຢູ່ແຂວງຊິນຈຽງ ຂອງຣັຖບານຈີນ ເປັນການປະຕິບັດ ແບບໄຮ້ມະນຸສ ປຽບເຫມືອນຂ້າທາດ ແບບໃໝ່ ຂະນະທີ່ທາງການຈີນ ກໍຍັງປະຕິເສດ ຕໍ່ບົດຣາຍງານດັງກ່າວ.

ກຳແພງອ້ອມສູນກັກຂັງ ແຮງງານ ຊາວວິກເກີ ທີ່ຣັຖບານຈີນເອີ້ນວ່າ ສູນຝຶກອາຊີບຢູ່ ເມືອງ Dabancheng ເຂດປົກຄອງໂຕເອງ ພາກຕາເວັນຕົກສ່ຽງເໜືອ ແຂວງຊິນຈ່ຽງ ທີ່ມີເຂົ້າໜ້າທີ ເລາະຝົ້າລະວັງຢູ່ຕລອດ, ວັນທີ 4 ເດືອນກັນຍາ ປີ 2018. Reuters

ຊົນກຸ່ມນ້ອຍຊາວວິກເກີ ຢູ່ ແຂວງຊິນຈ່ຽງ ຖືກບັງຄັບໃຫ້ເຮັດວຽກແບບຂຶນບໍ່ໄດ້ ຈາກເຈົ້າໜ້າທີ່ຈີນ ບາງຄົນຖືກທຳຮ້າຍຮ່າງກາຍ ທາຮຸນແລະຖືກຂົມຂຶນທາງເພດ ສຳລັບແມ່ຍີງຊຶ່ງພືດຕິກັມດັ່ງກ່າວ ເປັນການກະທຳ ທີ່ໄຮ້ມະນຸສ ແລະຂ້າທາດແບບໃໝ່ ອົງການສະຫະປະຊາຊາຕ ດ້ານສິທທິມະນຸສອອກບົດຣາຍງານ ປະຈຳປີໃນວັນອັງຄານອາທິດນີ້.

ບົດຣາຍງານ 20 ໜ້າທີ່ລາຍງານໂດຍ ທ່ານ Tomoya Obokata ຜູ້ຕ່າງໜ້າ ສະຫະປະຊາຊາຕ ດ້ານການຂ້າທາດ ແລະການປະຕິບັດ ຕໍ່ຊົນກຸ່ມນ້ອຍ ລະບຸວ່າ ຊາວວິກເກີ, ຊາວກາຊັກ ແລະຊົນກຸ່ມນ້ອຍອື່ນໆ ໃນຈີນ ຖືກບັງຄັບໃຫ້ເຮັດວຽກແບບຂ້າທາດ ໃນຂແນງກະສິກັມ ແລະອຸດສາຫະກັມ ຕ່າງໆໃນຈີນ.

ສມາຊິກ ຂອງກຸ່ມດັ່ງກ່າວຖືກກັກຂັງ ແລະຖືກບັງຄັບໃຫ້ເຮັດວຽກ ໃນຄຸກກັກຂັງທີ່ຈີນເອີ້ນວ່າ ສູນຝຶກອາຊີບໃນຫລາຍເຂດໃນຈີນ ເພື່ອລຶບລ້າງຄວາມທຸກຍາກ. ທາງການຈີນໄດ້ເອົາຊົນກຸ່ມນ້ອຍ ກຸ່ມດັ່ງກ່າວໄປເຮັດວຽກ ໃນໂຮງງານທີ່ຂາດແຮງງານໃນຈີນ ປາສຈາກຄວາມຕ້ອງການ ຂອງພວກເຂົາເຈົ້າ ຫລາຍຄົນປະຕິເສດ ທີ່ຈະໄປເຮັດ ແຕ່ກໍຖືກບັງຄັບ ແລະຈັບກຸມຖ້າບໍ່ໄປ. ຊາວວິກເກີຜູ້ນຶ່ງ ທີ່ປະຕິເສດ ແລະຈະໂຕນໜີ ຈາກປະເທດກຖືກຈັບ ແຕ່ຖືກປ່ອຍໂຕໃນເວລາຕໍ່ມາ ກ່າວວ່າ:

ລາວເວົ້າວ່າ ເມື່ອເວລາລາວໄປຮອດສນາມບິນ ເຈົ້າໜ້າທີ່ດ່ານບອກລາວລໍຖ້າ ໃນເວລາຕໍ່ມາມີເຈົ້າໜ້າທີ່ 2 ຄົນເອົາລາວຂຶ້ນຣົຖ ແລ້ວເອົາຜ້າຄຸມຫົວລາວ ໂດຍທີ່ລາວບໍຮູ້ວ່່າ ເຂົາຈະພາລາວໄປໃສ ໃນທີ່ສຸດກໍໄປສູນອອກແຮງງານດັ່ງກ່າວ.

ພືດຕິກັມດັ່ງກ່າວເກີດຂຶ້ນ ໃນຫລາຍເຂດປົກຄອງຂອງຈີນ ນື່ງໃນນັ້ນກໍແມ່ນຕິເບດ ຈີນໄດ້ໂຍກຍ້າຍແຮງງານ ຈາກຕິເບດຫລາຍພັນຄົນ ໄປເຮັດວຽກບ່ອນທີ່ຈີນຕ້ອງການຄົນງານ ກຸ່ມຊາວນາ, ຊາວສວນ, ກຸ່ມລ້ຽງສັດ ແລະແຮງງານຕິເບດ ຈາກຊົນນະບົດ ຈີນໄດ້ສົ່ງໄປເຮັດວຽກໃນແຂວງທີ່ຂາດແຮງງານ ດ້ວຍຄ່າຈ້າງຕ່ຳ ເປັນວຽກໜັກ ແລະກັນດານ ເປັນອັນຕຣາຍຕໍ່ຮ່າງກາຍ ຊຶ່ງຊາວຈີນບໍ່ຢາກເຮັດ ອີງຕາມບົດຣາຍງານ ທີ່ພີມເຜີຍແຜ່ໃນກອງປະຊຸມ ຄນະກັມມະການ ດ້ານສິທທິມະນຸສ ສະຫະປະຊາຊາຕ ຄັ້ງທີ 51 ຣະຫວ່າງເດືອນ ກັນຍາ ວັນທີ 12 ປີຜ່ານມາ.

ບົດຣາຍງານກ່າວ່າ:

ໃນຂະນະທີ່ທາງການຈີນ ບອກວ່າ ໂຄງການດັ່ງກ່າວ ຈະສ້າງໂອກາດ ໃຫ້ຊົນກຸ່ມນ້ອຍໃນຈີນ ແລະເພີ່ມລາຍຮັບ ໃຫ້ແກ່ຂະເຈົ້າ ແຕ່ຜູ້ຕ່າງໜ້າສະຫະປະຊາຊາຕ ເຫັນວ່າ ເປັນການບັງຄັບ ການອອກແຮງງານຫລາຍກວ່າ ເປັນວຽກທີ່ພວກຂະເຈົ້າຖືກບັງຄັບ ໃຫ້ເຮັດ ແລະກໍປະຕິເສດບໍ່ໄດ້.

ບົດຣາຍງານຍັງຣະບຸວ່າ ຄົນງານຊົນກຸ່ມນ້ອຍຊາວວິກເກີ ຖືກຕິດຕາມສີ້ງຊອມ ຢ່າງໃກ້ຊິດ ຖືກນາບຂູ່ ກົດຂີ່ຂົ່ມເຫັງໃນບ່ອນເຮັດວຽກແບບກັກຂັງ ຫ້າມການສັນຈອນໄປມາ ຖືກທາຮຸນແລະຖືກຂົ່ມຂືນທາງເພດ ແລະການປະຕິບັດຕໍ່ແບບໄຮ້ມະນຸສທັມຫລາຍຮູບແແບບ. ບາງກໍຣະນີ ແບບຂ້າທາດ ແລະອາສກອນມະນຸສ ຈາກທາງການຈີນ ຕໍຊົນກຸ່ມນ້ອຍຊາວວິກເກີແລະກຸ່ມອື່ນໆໃນຈີນ. ຊາວວິກເກີ ນາງນື່ງເວົ້າວ່າ:

ເຈົ້າໜ້າທີ່ ເອົານາງໄປບອ່ນທີ່ມີຄົນຫລາຍໆ ຄາດວ່າ ມີແມ່ຍິງຊາວວີກເກີປະມານ 800 ຄົນຖືກກັກຂັງຢູ່ທີ່ນັ້ນ ມັນເປັນຄຸກກັກຂັງນັກໂທດ ແຕ່ເຈົ້າໜ້າທີ່ບອກວ່າ ສູນຝືກແຮງງານ

ຣັຖບານຈີນ ໄດ້ກັກຂັງຊົນກຸ່ມຊາວວິກເກີ ແລະກຸ່ມອື່ນໆ ດ້ວຍການບັງຄັບ ໃຫ້ເຮັດວຽກແບບ ທີ່ເຂົາເຈົ້າບໍ່ຕ້ອງການເຮັດ ໃນສູນກັກຂັງ ທີ່ຈີນເອີ້ນວ່າ ສູນຝຶກແຮງງານໃນຈີນກວ່າ 1 ລ້ານ 8 ແສນຄົນ ຊຶ່ງຈີນບອກວ່າ ເປັນການປ້ອງກັນ ແລະປາບປາມກຸ່ມສາສນາຊົນກຸ່ມນ້ອຍ ຈາກການເປັນກຸ່ມຫົວຮຸ່ນແຮງ ແລະກຸ່ມກໍ່ການຮ້າຍໃນຈີນ ຊື່ງການທຳດັ່ງກ່າວ ເປັນການກະທຳແບບໄຮ້ມະນຸສທຳຫລາຍກວ່າ.

ບົດຣາຍງານຂອງທ່ານ Tomoya Obokata ກ່ຽວກັບຊົນກຸ່ມນ້ອຍ ໃນຈີນຖືກກົດຂີ່ຂົ່ມເຫັງ ແບບຂ້າທາດ ຖືວ່າ ສຳຄັນຫລັງຈາກທີ່ ຍານາງ Michelle Bachelet, ຫົວໜ້າອົງການ ສະຫະປະຊາຊາຕ ດ້ານສິດທິມະນຸສ ໄດ້ບອກຄນະກັມມະທິການ ດ້ານສິດທິມະນຸສ ສະຫະປະຊາຊາຕ ໃນເດືອນກັນຍາ ປີ 2021 ວ່າ ຫ້ອງການຂອງນາງ ຈະສຳເຣັດການປະເມີນການລະເມີດສິທທິມະນຸສ ໃນຈີນໃນເວລານັ້ນ ແຕ່ກໍຖືກເລື່ອນເວລາ ຊຶ່ງເຮັດໃຫ້ຊາວວິກເກີທົ່ວໂລກ ບໍ່ພໍໃຈ. ໃນເດືອນກໍຣະກະດາປີນີ້ ຫ້ອງການຂອງນາງບອກວ່າ ບົດຣາຍງານຈະອອກເປີດເຜີຍ ກ່ອນຍານາງຈະໝົດໜ້າທີ່ ໃນທ້າຍເດືອນນີ້. ນັກວິຊາການຊາວວິກເກີ ເວົ້າວ່າ:

ຖ້າໂລກຍັງມິດງຽບຢູ່ ຣັຖບານຈີນກໍຈະປະສົບຜົລສຳເຮັດ ຊາວວິກເກີ ແລະຊາວກາຊັກສຖານ ກໍຈະຖືກລຶບລ້າງໄປໝົດ ທັງດ້ານພາສາ, ວັທນະທັມ ແລະອື່ນໆ.

ສະຫະຣັຖ ແລະກຸ່ມສມາຊິກ ສະພາຈາກປະເທດຕາເວັນຕົກ ທັງຫລາຍ ຖືວ່າ ການບັງຄັບແຮງງານ ກົດຂີ່ຂົ່ມເຫັງ ຊາວວິກເກີ ແລະຊົນກຸ່ມນ້ອຍ ກຸ່ມອື່ນໆໃນຈີນ ເປັນ ການຂ້າລ້າງເຜົ່າພັນ ແລະອາສກອນຕໍ່ມະນຸສຊົນໃນໂລກ.

ທ່ານ Dolkun Isa ປະທານ ສະພາກຸ່ມຕໍ່ສູ້ ເພື່ອສິທທິຊາວວິກເກີ ໃນໂລກກ່າວຕໍ່ວິທຍຸເອເຊັຽເສຣີ ຜແນກວິກເກີວ່າ  ບົດຣາຍງານ ສະຫະປະຊາຊາຕ ກ່ຽວກັບການຂ້າລ້າງເຜົ່າພັນ ແລະຂ້າທາດແບບໃໝ່ ຕໍ່ຊົນກຸ່ມນ້ອຍໃນຈີນ ເປັນຕົ້ນຊາວວິກເກີ ຖືວ່າ ສຳຄັນຫລາຍ ໃນຂນະທີ່ຈີນ ເຮັດທຸກຢ່າງເພື່ອຢັບຢັ້ງ ບົດຣາຍງານ ຈາກຫອ້ງການ ສະຫະປະຊາຊາຕ ດ້ານສິທທິມະນຸສ ຂອງຍານາງ Bachelet ບໍ່ໃຫ້ອອກເຜີຍແຜ່ ໃຫ້ໂລກຮູ້.

ທ່ານວ່າ ບົດຣາຍງານຂອງທ່ານ Obokata ສະແດງອອກໃຫ້ເຫັນວ່າ ການບັງຄັບແຮງງານ ແບບຂ້າທາດຖືກປະຕິບັດ ໃນແຂວງຊິນຈຽງ ຊຶ່ງເປັນອາສກອນມະນຸສ ທີ່ທາງການຈີນໄດ້ກະທຳ ຕໍ່ຊາວວິກເກີ.

ກຸ່ມຕໍ່ສູ້ພື່ອສິທທິຊາວວິກເກີ ຢູ່ກຸງວໍຊີງຕັນ ດີ.ຊີ. ສະຫະຣັຖອາເມຣິກາ ກ່າວວ່າ ບົດຣາຍງານດັ່ງກ່າວຖືວ່່າ ສຳຄັນ ແລະມີຄົບທຸກຢ່າງ ກ່ຽວກັບການຄັບໃຊ້ແຮງງານ ໃນຈີນຕໍ່ຊາວວິກເກີ ໃນທຸກມື້ນີ້.

ປະທານ ກຸ່ມດັ່ງກ່າວ ເວົ້າວ່າ:

ພວກເຮົາໄດ້ບອກຊາວໂລກ ແລະອົງການ ສະຫະປະຊາຊາຕ ມາຫລາຍປີແລ້ວ ທີ່ວ່າ ຣັຖບານຈີນໃຊ້ແຮງງານ ຊາວວິກເກີ ແບບຂ້າທາດ ໃນການບັງຄັບໃຫ້ອອກແຮງງານ ເພື່ອສ້າງເສຖກິຈຈີນ. ຊາວວິກເກີຖືກທາຮຸນ ແລະທຳຮ້າຍຮ່າງກາຍ ເພື່ອຜົລປໂຍດຂອງຈີນ ເປັນຮູບແບບຂ້າທາດ ແລະອາສະກອນຕໍ່ມະນຸສຊົນ ຂອງຣັຖບານຈີນ.

ທ່ານວ່າ ເປັນການໂລ່ງໃຈ ທີຮູ້ວ່າ ສະຫະປະຊາຊາຕ ໄດ້ເຫັນເຫດການດັ່ງກ່າວ ເກີດຂຶ້ນກັບຊາວວິກເກີ ໃນຈີນຢ່າງແທ້ຈິງ ຊຶ່ງໃນປັດຈຸບັນ ກໍຕ້ອງການພຶດຕິກັມອັນແທ້ຈີງ ຈາກອົງການສະຫະປະຊາຊາຕໃນການບັງຄັບ ໃຫ້ຈີນຮັບຜິດຊອບ ກ່ຽວກັບບັນຫານີ້ ໂດຍທີ່ຈີນ ປະຕິເສດຕລອດມາ. ກ່ຽວກັບການບັງຄັບໃຫ້ແມ່ຍິງເຮັດໝັນ, ແມຍິງຊາວວີກເກີ ນາງນຶ່ງຜູ້ທີ່ຖືກກັກຂັງ ໃນສູນອອກແຮງງານກ່າວວ່າ:

ຫລັງຈາກທີ່ ແມ່ຍິງຖືກສັກຢາໃຫ້ຫລຸລູກ. ແມ່ຍິງບາງຄົນ ຍັງມີປະຈຳເດືອນຢູ່ ເຈົ້າໜ້າທີ່ຈີນ ກໍເອົາຜ້າແຜ່ນນື່ງ ໃຫ້ໃຊ້ເວລາ 2-3 ມື້.

ທ່ານ Adrian Zenz, ນັກຄົ້ນຄົ້ວກ່ຽວກັບຜູ້ເຄາະຮ້າຍ ຈາກລັດທິຄອມມິວນິສຕ໌ ແລະນັກຊ່ຽວຊານກ່ຽວກັບບັນຫາຊາວວິກເກີ ກ່່າວວ່າບົດຣາຍງານ ຂອງສະຫະປະຊາຊາຕ ບົດນີ້ຖືວ່າ ສຳຄັນຫລາຍ ຊື່ງບົດຣາຍງານໄດ້ລະບຸເຖິງ ເຫດການອັນແທ້ຈິງທີ່ເກີດຂຶ້ນ ກັບຊາວວິກເກີ ໃນຈີນ ແລະກໍເປັນແບບດຽວກັບເຫດການ ທີ່ເກີດຂຶ້ນໃນຕິເບດ ອີກດ້ວຍ.

ທ່ານວ່າ ເຫດການດັ່ງກ່າວ ຖືວ່າ ການຂ້າລ້າງເຜົ່າພັນ ອາສກອນຕໍ່ມະນຸສ ແລະຂ້າທາດແບບໃໝ່ ຍັງປະຕິບັດກັນຢູ່ໃນຈີນ.

ບົດຣາຍງານຂອງທ່ານ Obokata ໄດ້ພິມອອກເປີດເຜີຍ 4 ມື້ ກ່ອນທາງການຈີນ ໃຫ້ສັຕຍາບັນຕໍ່ອົງການ ແຮງງານສາກົນ ກ່ຽວກັບການບັງຄັບແຮງງານ 2 ສບັບ, ນຶ່ງໃນນັ້ນ ແມ່ນຫ້າມອົງການຣັຖໃຊ້ແຮງງານ ແບບບັງຄັບ ຫ້າມການໃຊ້ແຮງງານ ເພື່ອຜົລປໂຍດທາງດ້ານການເມືອງ ແລະການພັທນາເສຖກິຈ ຂອງຊາຕ. ສບັບທີສອງ ແມ່ນຫ້າມການໃຊ້ແຮງານ ແບບບັງຄັບທຸກຮູບແບບ ແລະຖ້າເຈົ້າໜ້າທີ່ຣັຖ ຄົນໃດຫາກ ລະເມີດຈະຖືກໂທດ ໃນຄະດີອາຍາ ແຕ່ພາກປະຕິບັດໂຕຈິງນັ້ນ ຈະເປັນຢ່າງໃດ

ທາງການຈີນ ບໍ່ແມ່ນສະເພາະແຕ່ ບັງຄັບແຮງງານຊາວວິກເກີ ຍັງຕິດຕາມສີ້ງຊອມ ນັກວິຊາການ ສາສຕຣາຈານ, ປັນຍາຊົນ ຊາວວິກເກີ ແລະຊົນກຸ່ມນ້ອຍ ໃນຈີນ ທຸກຮູບແບບ ມາຫລາຍປີແລ້ວ ເປັນຕົ້ນ ກຸ່ມທີ່ຖືສາສນາ ຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ເຂົາເຈົ້າ ຈັບກຸ່ມກັນ ແລະເພື່ອທັບມ້າງ ຄວາມສາມັກຄີ ລະຫວ່າງຊົນກຸ່ມນ້ອຍໃນຈີນ.

ຊາວວິກເກີ ແລະຊົນກຸ່ມນ້ອຍເຜົ່າເຕີຣ໌ກິສ ແລະກຸ່ມອື່ນ​ໆ ຖືກບັງຄັບໃຫ້ຮຽນພາສາຈີນ ລືບລ້າງພາສາແລະວັທນະທັມ ອັນດັງເດີມຂອງພວກເຂົາເຈົ້າ ຊຶ່ງເປັນການທັບມ້າງ ທາງພາສາ ແລະວັທນະທັມຂອງຊົນກຸ່ມນ້ອຍ ໃນຈີນ ແລະກໍເປັນອາສກັມຕໍ່ມະນຸສຊົນ.

ໃນປັດຈຸບັນ ຊົນກຸ່ມນ້ອຍຊາວວິກເກີ ຈຳນວນ 1 ລ້ານ 8 ແສນຄົນ ຖືກບັງຄັບໃຫ້ອອກແຮງງານ ໃນທີ່ກັກຂັງທີ່ຈີນເອີ້ນວ່າ ເປັນສູນຝຶກອາຊີບນັ້ນ ຈີນປະຕິເສດຕໍ່ການກ່າວອ້າງດັ່ງກ່າວຕລອດມາ, ຊາວວີກເກີ ທ່ານນຶ່ງ ຜູ້ລີ້ພັຍຢູ່ຕ່າງປະເທດກ່າວວ່າ ຍາຕພີ່ນ້ອງຂອງລາວ ຖືກເຈົ້າໜ້າຈີນ ເຂົ້າມາຈັບຢູ່ເຮືອນໃນເວລາກາງຄືນ ແລ້ວສົ່ງໄປສູນດັ່ງກ່າວ ມາໄດ້ຫລາຍປີແລ້ວ ມາຮອດປັດຈຸບັນ ຍັງບໍ່ຮຸູ້ຊາຕາກັມວ່າ ເປັນຢ່າງໃດ ທາງການຈີນກໍປະຕິເສດມາຕລອດ. ແມ່ຍິງຊາວວິກເກີ ນາງນຶ່ງ ທີ່ືຖືກັກຂັງ ແລະຖືກປ່ອຍໂຕ ປັດຈຸບັນລີພັຍ ຢູ່ຕ່າງປະເທດເວົ້າວ່າ:

ນາງຍັງຝັນຮ້າຍຈົນຮອດທຸກມື້ນີ້ ຈາກເຫດການທີ່ເກີດຂຶ້ນກັບນາງ ແລະຊາວວິກເກີ ໃນສູນອອກແຮງງານ ສິ່ງ ແລະຮູບພາບ ດັ່ງກ່າວຍັງຕິດຢູ່ໃນສມອງ ຂອງນາງຕລອດເວລາ.

ອົງການຕໍ່ ສູ້ເພື່ອສິດທິຊາວວີກເກີ ຢູ່ປະເທດນໍຣ໌ເວຍ໌ ກ່າວວ່າ ເຈົ້າໜ້າທີ່ຈີນ ຍັງຕິດຕາມສີ້ງຊອມ ຊາວວິກເກີ ແລະຍັງຈັບກຸມຊາວວິກເກີ ສົ່ງໄປສູນດັ່ງກ່າວຢູ່ ໃນທຸກມື້ນີ້ ຊົນກຸ່ມນອ້ຍຊາວວີກເກີ ສ່ວນໃຫຍ່ຈະໄປສືກສາ ແລະລີ້ພັຍຢູ່ປະເທດເຕີຣ໌ກີ ນຶ່ງໃນບັນດາ 26 ປະເທດ ໃນໂລກທີ່ກຸ່ມດັ່ງກ່າວ ໄປລີ້ພັຍ ຊື່ງທາງການຈີນ ໄດ້ສົ່ງເຈົາໜ້າທີ່ໄປສີ້ງຊອມ ກຸ່ມດັ່ງກ່າວໃນປະເທດເຕີຣ໌ກີ ຫລາຍກວ່າໝູ່, ຫລາຍຄົນກໍຖືກຈັບ ເມື່ອກັບບ້ານ ເຖິງແມ່ນວ່າ ຈະຖືສັນຊາຕເຕີຣ໌ກີ ກໍຕາມ. ຈີນຖືກປະນາມ ຈາກນານາຊາຕ ໃນບັນຫາດັ່ງກ່າວ ແຕ່ຈີນກໍເມີນເສີຍ ມາຕລອດ. ສບາຍດີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org