ສິລປິນນັກເຄື່ອນໄຫວໄທ ເດີນທາງເຖິງ ປາຣີສ໌

ສະມາຊິກ ວົງດົນຕຣີ ໄຟເຢັນ ທີ່ຫລົບລີ້ ຢູ່ ສປປລາວ ໄດ້ເດີນທາງໄປເຖິງ ປະເທດຝຣັ່ງເສດ ດ້ວຍຄວາມປອດພັຍ ເພື່ອຂໍລີ້ພັຍການເມືອງ.

ສະມາຊິກ ວົງດົນຕຣີ ໄຟເຢັນ (ຈາກຊ້າຍຫາຂວາ) Nithiwat Wannasiri, Worravut Thueakchaiyaphum, Romchalee Sombulrattanakul, Trairong Sinseubpol. (ຮູບແຄັບເຈີ ຈາກ ວີດີໂອ ຢູ່ສະຖານທີ່ແຫ່ງນຶ່ງ ໃນສປປລາວ, ວັນທີ 9 ກໍຣະກະດາ 2019) AFP

ສິ​ລ​ປິນ​ ວົງ ‘​ໄຟ​ເຢັນ’ ຂອງ​ໄທ ທີ່​ເຫັນ​ຕ່າງ​ທາງ​ການ​ເມືືອງ ຜູ່ທີ່​ລີ້​ຊ່ອນ ຢູ່​ສ​ປ​ປ​ລາວ ໄດ້​ເດີນ​ທາງ​ໄປ​ເຖິງ ກຸງປາ​ຣີ​ສ໌ ແລ້ວ ເພື່ອ​ຢື່ນ​ເອກ​ສານ ຂໍ​ລີ້​ພັຍ ໃນ​ປະ​ເທດ​ຝ​ຣັ່ງ​ເສດ, ອິງ​ຕາມ​ຄວາມ​ເວົ້າ ຂອງ​ສະ​ມາ​ຊິ​ກວົງ ແລະ ນັກ​ເຄື່ອນ​ໄຫວ ກ່າວ​ຕໍ່​ນັກ​ຂ່າວ ເອ ແອັ​ຟ ພີ (AFP) ເມື່ອ​ວັນ​ເສົາ ຜ່ານ​ມາ.

ສະ​ມາ​ຊິກ ວົງ​ດົນ​ຕ​ຣີໄຟ​ເຢັນ ໄດ້​ຮັບ ວີ​ຊາ ພິ​ເສດ ຈາກ​ປະ​ເທດ​ຝ​ຣັ່ງ​ເສດ ເມື່ອ​ປາຍ​ເດືອນ​ກໍ​ຣະ​ກະ​ດາ ຜ່ານ​ມາ, ຊຶ່ງ​ອະ​ນຸ​ຍາດ​ໃຫ້​ພວກ​ຂະ​ເຈົ້າ ເດີນ​ທາງ​ໄປ​ຍັງ ກຸງປາ​ຣີ​ສ໌ ເພືຶ່ອ​ເຣີ່ມ​ຂັ້ນ​ຕອນ ການ​ຢື່ນ​ເອກ​ສານ ຂໍ​ລີ້​ພັຍ​ການ​ເມືອງ, ອິງ​ຕາມ ຄວາມ​ເວົ້າ ຂອງ​ຍາ​ນາງ ຈັນ​ຢາ ຢິ້ມ​ປ​ຣະ​ເສີດ, ນັກ​ເຄື່ອນ​ໄຫວ ຊາວ​ໄທ ອີກ​ຄົນ​ນຶ່ງ ທີ່​ເດີນ​ທາງ​ຮ່ວມ​ໄປ​ກັບ ພວກ​ຂະ​ເຈົ້າ ກ່າວ​ຕໍ່​ນັກ​ຂ່າວ ເອ ແອັ​ຟ ພີ (AFP).

“ຂັ້ນ​ຕອນ ຂອງ​ການ​ຍື່ນ ຂໍ​ລີ້​ພັຍ​ນັ້ນ ຈະ​ຕ້ອງ​ດຳ​ເນີນ​ເຣື່ອງ ທີ່​ປະ​ເທດ​ຝ​ຣັ່ງ​ເສດ, ຊຶ່ງ​ອາດ​ຕ້ອງ​ໃຊ້​ເວ​ລາ 6 ເດືອນ ຫາ 1 ປີ.”

ເມື່ອ​ທ້າຍ​ເດືອນ​ກໍ​ຣະ​ກະ​ດາ ຜ່ານ​ມາ, ທ່ານ ໄຕ​ຣ​ຣົງ ສິນ​ສືບ​ຜົ​ລ, ຫົວ​ໜ້າ​ວົງ​ດົນ​ຕ​ຣີ ໄຟ​ເຢັນ ໄດ້​ກ່າວ​ຕໍ່ ນັກ​ຂ່າວ ອາ ​ແອັ​ຟ ເອ ທີ່​ສຳ​ນັກ​ງານ​ໃຫ​ຍ່ ​ກຸງວໍ​ຊິງ​ຕັນ ດີ​ຊີ ວ່າ:

“ຕອນ​ນີ້ ກໍ​ມີ​ຄຳ​ຂູ່, ສ່ວນ​ຫຼາຍ ກໍ​ມາ​ທາງ ໂຊ​ຊ້ຽວລ໌ (Social) ນີ້​ແຫຼະ ເພາະ​ວ່າ ພວກ​ເຂົາ ບໍ່​ຮູ້​ວ່າ ເຮົາ​ຢູ່​ໃສ. ກໍ​ມີ​ຄຳ​ຂູ່ ທາງ​ເຟ​ສ​ບຸກ​ຄ໌ (Facebook), ທາງ​ເພດ​ຈ໌ (Page), ທາງ ຖວີດ​ເຕີ້ (Twitter) ກໍ​ມີ… ຕ່າ​ງໆ​ນາງໆ ວ່າ ມຶງ​ໂດນ​ແນ້ ຣາຍ​ຕໍ່​ໄປ ກໍ​ຕ້ອງ​ເປັນ​ມຶງ. ແຕ່​ກໍ… ກໍ​ດ້ວຍ​ວ່າ ມັນ​ເປັນ​ການ​ສະ​ແດງ ຖາມ​ວ່າ ມັນ​ໜ້າຢ້ານກົວ​ບໍ? ມັນ​ກໍ​ໜ້າ​ຢ້ານ​ກົວ. ເຮົາ​ກໍ​ບໍ່​ຮູ້​ວ່າ ອັນ​ໃດ​ແທ້ ອັນ​ໃດ​ຫລິ້ນ ມັນ​ມາ​ທຸກ​ມື້. ດັ່ງ​ນັ້ນ ການ​ຣະ​ມັດ​ຣະ​ວັງ ອັນ​ດັບ​ແຣກ ເຮົາ​ຕ້ອງ​ຊ່ອຍ​ເຫຼືອ ໂຕ​ເອງ​ກ່ອນ.”

ໃນ​ຂະ​ນະ​ທີ່ ​ໃຫ້​ສັມ​ພາດ ຕໍ່ ອາ ແອັ​ຟ ເອ ​ນັ້ນ, ຫົວ​ໜ້າ ​ວົງ​ດົນ​ຕ​ຣີໄຟ​ເຢັນ ກໍ​ຂໍ​ສງວນ ຊື່ປະ​ເທດ ​ທີ່​ຕົນ​ຫຼົບ​ລີ້​ຢູ່, ແຕ່ກ່ອນ​ໜ້າ​ນັ້ນ ​ແຫຼ່ງ​ຂ່າວ ເອ ແອັ​ຟ ພີ (AFP) ຣາຍ​ງານ ເມື່ອ​ວັນ​ທີ 25 ກໍ​ຣະ​ກະ​ດາ​ວ່າ ສະ​ມ​າ​ຊິກ ວົງ​ດົນ​ຕ​ຣີ ໄດ້​ຫຼົບ​ລີ້ ຢູ່​ ສ​ປ​ປ​ລາວ. ເຖິງ​ຢ່າງ​ໃດ ກໍ​ຕາມ, ສະ​ມາ​ຊິກວົງ​ດົນ​ຕ​ຣີ ດັ່ງ​ກ່າວ ຍັງ​ຕ້ອງ​ການ ການ​ຊ່ອຍ​ເຫຼືອ ຫລາຍ​ຢູ່:

“ຍັງ​ຈະ​ຕ້ອງ​ອາ​ສັຍ ເງິນ​ບໍ​ຣິ​ຈາກ, ຈະ​ຕ້ອງ​ອາ​ສັຍ ການ​ຊ່ອຍ​ເຫຼືອ ເພາ​ະວ່າ ເຮົາ​ຍັງທຳ​ມາ​ຫາ​ກິນບໍ່​ໄດ້, ເຮົາ​ບໍ່​ມີ​ ພາ​ສ​ປອດ, ເຮົາ​ບໍ່​ມີ ບັດ​ປະ​ຊ​າ​ຊົນ, ເຮົາ​ບໍ່​ມີ​ໃບ​ເຂົ້າ​ເມືອງ, ທຸກ​ມື້​ນີ້ ເຮົາ​ຍັງ​ຢູ່​ໃນ​ສ​ະ​ຖາ​ນະ ຜູ້​ຫຼົບ​ໜີເຂົ້າ​ເມືອງ​ຢູ່​ເລີຍ ຈະ​ຖືກ​ຫຼິ້ນ​ງານ ມື້​ໃດ ກໍ​ຍັງ​ບໍ່​ຮູ້, ເຮົາ​ບໍ່​ມີ​ສະ​ຖາ​ນະ​ຫ​ຍັງ​ເລີຍ ແລະ ກໍ​ບໍ່​ມີ​ຕົວ​ຕົນ​ເລີຍ.”

ເຖິງ​ຢ່າງ​ໃດ​ກໍ​ດີ, ກຸ່ມ​ວົງ​ໄຟ​ເຢັນ ກຳ​ລັງວາງ​ແຜນ ຈະ​ສະ​ແດງ​ຄອນ​ເສີ​ຣ໌ດ​ທ໌ ຄັ້ງ​ທຳ​ອິດ ທີ່ ພ​ລັ​ສ ເດີ ລາ ຣິ​ພັບ​ບ​ລິກ (Place de la Republique) ແລະ ທ່ານ ໄຕ​ຣ​ຣົງ ກ່າວ​ຕໍ່ ນັກ​ຂ່າວ ເອ ແອັ​ຟ ພີ (AFP) ວ່າ ທາງວົງ​ດົນ​ຕ​ຣີ ປາ​ຖ​ນາ ຈະ​ສືບ​ຕໍ່ ຜ​ລິດ​ດົນ​ຕ​ຣີ ເລົ່າ​ເຣື່ອງ ຊີ​ວິດ ຂອງ​ພວກ​ຂະ​ເຈົ້າ​ເອງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org