ເຂື່ອນເຊສານ 2 ໃນກັມພູຊາ ກະທົບ ສິ່ງແວດລ້ອມ, ວິຖິຊີວິດ
ໂຄງການ ເຂື່ອນໄຟຟ້າ ຂນາດໃຫຍ່ ເຊສານ 2 ທີ່ສ້າງ ໂດຍຈີນ ໃນກັມພູຊາ ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ, ເສຖກິຈ, ສັງຄົມ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ທ້ອງຖິ່ນ ສ່ວນໃຫຍ່ ແມ່ນຊົນເຜົ່າ ຢ້າງໃຫຍ.
- 2021-08-22
-
-
-
Your browser doesn’t support HTML5 audio
ອົງການສິ້ງຊອມ ດ້ານສິດທິມະນຸດ ປະຈຳຂົງເຂດ ເວົ້າວ່າ ໂຄງການເຂື່ອນໄຟຟ້າ ເຊສານ 2 ທີ່ສ້າງ ໂດຍຈີນ ໃນເຂດພາກ ຕາເວັນອອກສ່ຽງເໜືອ ກັມພູຊາ ສົ່ງຜົລກະທົບ ຕໍ່ຊິວິດ ການເປັນຢູ່ ຂອງປະຊາຊົນ ທ້ອງຖິ່ນ ຢ່າງໃຫຍ່ຫຼວງ ເປັນຕົ້ນ ຊົນກຸ່ມນ້ອຍ ທີ່ອາສັຍ ຢູ່ໃນພື້ນທີ່ ດັ່ງກ່າວ ມາແຕ່ດຶກດຳບັນ ຫຼາຍໝື່ນຄົນ ຖືກໂຍກຍ້າຍ ເທົ່າເຖິງປັດຈຸບັນ ຍັງມີຫຼາຍຄອບຄົວ ຍັງບໍ່ມີິ ບ່ອນທຳມາຫາກິນ ແບບຖາວອນ ຫຼັງຈາກເ ຂື່ອນສ້າງສຳເຣັດ ແລະ ເປີດໃຊ້ ໃນປີ 2018.
ເຂື່ອນເຊສານ 2 ຕັ້ງຢູ່ລຸ່ມ ແມ່ນ້ຳເຊສານ ຊຶ່ງເປັນເຂດ ອູ່ເຂົ້າອູ່ປາ ໃນແຂວງຊຽງແຕງ ແລະ ກໍເປັນສາຂາແມ່ນ້ຳໃຫຍ່ 2 ສາຍ ຄື: ແມ່ນ້ຳເຊສານ ແລະ ແມ່ນ້ຳສເຣປຸກ ທັງສອງ ເປັນສາຂາ ແມ່ນ້ຳຂອງ, ໂຄງການສ້າງເຂື່ອນ ໄຟຟ້າ ເຊສານ 2 ປະຊາຊົນ ທ້ອງຖິ່ນ ສ່ວນໃຫຍ່ ແມ່ນຊົນເຜົ່າ ກວ່າ 5 ພັນຄອບຄົວ ຖືກໂຍກຍ້າຍ.
ອົງການສິ້ງຊອມ ດ້ານສິດທິມະນຸດເວົ້າວ່າ ໂຄງການເຂື່ອນເຊສານ 2 ຊຶ່ງເປັນນຶ່ງ ໃນໂຄງການແລວທາງແລະເສັ້ນທາງ (BELT AND ROAD) ຂອງຈີນ ໃນກັມພູຊາ ສ້າງຄວາມເສັຽຫາຍ ຢ່າງໃຫຍ່ ໃຫ້ແກ່ ເສຖກິຈ ສັງຄົມ ແລະ ວັທນະທັມ ຮາກເຫງົ້າ ຂອງປະຊາຊົນທ້ອງຖິ່ນ ສ່ວນໃຫຍ່ ແມ່ນຊົນເຜົ່າ ຢ່າງໃຫຍ່ຫຼວງ ຜູ້ທີ່ອາສັຍ ຢູ່ເທິງ ແລະ ລຸ່ມເຂື່ອນ ຍ້ອນຖືກນ້ຳຖ້ວມ ກຸ່ມດ່ັງກ່າວ ຖືກບັງຄັບ ໃຫ້ໂຍກຍ້າຍ ໄປບ່ອນ ທີ່ບໍ່ມີ ດິນທຳມາຫາກິນ ເໝືອນດັ່ງ ທີ່ເຄີຍມີມາ. ຄົນກັມພູຊາ ເຊື້ອສາຍລາວ ຢູ່ແຂວງຊຽງແຕງ ຜູ້ທີ່ໄດ້ຮັບ ຜົລກະທົບ ທ່ານນຶ່ງກ່າວວ່າ:
“ມາຮອດ ເວລານີ້ ຣັຖບານ ໄດ້ສ້າງເຂື່ອນ ນ້ຳຫຼຸດລົງ ປະມານ 4-5 ແມັດ ແລ້ວເບິ່ງເຫັນ ແຕ່ກົກໄມ້.”
ອົງການສິ້ງຊອມ ດ້ານສິດທິມະນຸດ ເວົ້າວ່າ ໂຄງການເຂື່ອນໄຟຟ້າເຊສານ 2 ລຶບລ້າງ ວິຖີຊິວິດ ແລະ ການເປັນຢູ່ ອັນດັ້ງເດີມ ຂອງຊົນເຜົ່າ ໃນກັມພູຊາ ຜູ້ທີ່ມີ ການຢູ່ກິນ ສາມາດລ້ຽງຄອບຄົວ ຕົນເອງໄດ້ ໃນໄລຍະຜ່ານມາ ດ້ວຍການຫາປາ ແລະ ຊອກເຄື່ອງປ່າຂອງດົງ ແຕ່ລະມື້ ມາເປັນ ຄາບເຂົ້າລ້ຽງຄອບຄົວ ແຕ່ໃນປັດຈຸບັນ ສິ່ງດັ່ງກ່າວ ໝົດໄປ ແລະ ພວກຂະເຈົ້າ ແຮ່ງທຸກຍາກ ອຶດຍາກ ກວ່າເກົ່າ ບໍ່ສາມາດ ຫາລ້ຽງຄອບຄົວໄດ້. ເຈົ້າໜ້າທີ່ ຈາກອົງການສິ້ງຊອມ ດ້ານສິດທິມະນຸດ ທ່ານນຶ່ງເວົ້າວ່າ:
“ທາງການກັມພູຊາ ຕ້ອງທົບທວນ ການໃຫ້ຄ່າຊົດເຊີຍ ຄືນໃໝ່ ແລະ ຟື້ຶ້ນຟູ ຊີວິດການເປັນຢູ່ ຂອງພວກຂະເຈົ້າ ໃຫ້ດີກວ່ານີ້, ຮ່ວມທັງ ບໍ່ຄວນເອົາ ໂຕຢ່າງດັ່ງກ່າວ ໃນໂຄງການພັທນາ ໃນອະນາຄົດ.”
ອີງຕາມການຣາຍງານ, ຜູ້ສ້າງເຂື່ອນ ເປັນຕົ້ນຈີນ ແລະ ຣັຖບານກັມພູຊາ ຮູ້ດີກ່ຽວກັບ ໂຄງການ ເຂື່ອນເຊສານ 2 ແຕ່ເມີນເສີຍ ຕໍ່ຜົລກະທົບ ທາງລົບ ຕໍ່ປະຊາຊົນ ທ້ອງຖິ່ນ ເປັນຕົ້ນ ຊົນເຜົ່າ ບໍ່ມີແຜນການ ໃນການແກ້ໄຂ. ນອກຈາກນັ້ນ ທາງການກັມພູຊາ ຍັງໄດ້ ບັງຄັບໃຫ້ ຊົນເຜົ່າ ຮັບຄ່າຊົດເຊີຍ ທີ່ຕ່ຳກວ່າ ມາຕຖານ, ຮວມທັງບັງຄັບ ໃຫ້ຂະເຈົ້າ ຍ້າຍໄປຢູ່ ບ່ອນຈັດສັນ ທີ່ບໍ່ສົມບູນແບບ ບໍ່ວ່າ ທາງດ້ານ ບ່ອນຢູ່ອາສັຍ ແລະ ການບໍຣິການ ຕ່າງໆ.
ບົດຣາຍງານ ຍັງລະບຸວ່າ ຊີວິດການເປັນຢູ່ ຂອງປະຊາຊົນ ທີ່ຖືກ ຜົລກະທົບນັ້ນ ນອກຈາກ ໄດ້ຮັບຄ່າຊົດເຊີຍ ບໍ່ສົມເຫດສົມຜົລແລ້ວ ຍັງບໍ່ມີທີ່ດິນ ທຳມາຫາກິນນຳອີກ ໃນບ້ານຈັດສັນໃໝ່ ໂຄງການ ເຂື່ອນເຊສານ 2 ເປັນນຶ່ງ ໃນໂຄງການ ນຶ່ງແລວແລະນຶ່ງເສັ້ນທາງ (BELT AND ROAD) ຂອງຈີນ ໃນການສ້າງ ໂຄງຮ່າງພື້ນຖານ ທາງດ້ານເສຖກິຈ ໃນຂົງເຂດ ທີ່ຈີນຖືວ່າ ເປັນການພັທນາ ເສຖກິຈ ແຕ່ນັກວິເຄາະ ເວົ້າວ່າ ເປັນການສ້າງໜີ້ ໃຫ້ແກ່ ປະເທດທີ່ທຸກຍາກ ຫຼາຍກວ່າ.
ອີງຕາມບົດຣາຍງານ ຈາກອົງການສິ້ງຊອມ ດ້ານສິດທິມະນຸດ ໂຄງການແບບນີ້ ໃນເອເຊັຽ ຫຼື ໃນແຫ່ງອື່ນໆ ໃນໂລກ ແລະ ໃນຂົງເຂດຂອງຈີນ ຖືກປະນາມວ່າ ຂາດຄວາມໂປ່ງໄສ, ຂາດຄວາມເອົາໃຈໃສ່ ຕໍ່ຄວາມກັງວົນ ຂອງຊຸມຊົນ, ສົ່ງຜົລກະທົບ ທາງລົບ ຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ທ້ອງຖິ່ນທຸກແຫ່ງ ໂດຍສະເພາະ ຊົນເຜົ່າ ຜູ້ທຸກຍາກ.
ເຂື່ອນເຊສານ 2 ເປັນເຈົ້າຂອງ ແລະ ບໍຣິຫານຈັດການ ດ້ວຍກຸ່ມບໍຣິສັດ Hwaneng Group ຂອງຈີນ ຊຶ່ງເປັນ ຣັຖວິສາຫະກິຈ ອັນດັບໃຫຍ່ ຂອງຣັຖບານ ໃນມູນຄ່າ ການກໍ່ສ້າງ ປະມານ 800 ລ້ານໂດລາ ຈ່າຍຜ່ານ ທະນາຄານ ຣັຖບານຈີນ. ນອກຈາກນີ້ ຍັງມີ ບໍຣິສັດ ຣັຖວິສາຫະກິຈ ຈາກວຽດນາມ ແລະ ຣັຖບານກັມພູຊາ ມີຫຸ້ນສ່ວນນຳອີກ ແຕ່ສ່ວນໜ້ອຍ. ຄົນກັມພູຊາ ເຊື້ອສາຍລາວ ທ່ານນັ້ນ ກ່າວຕື່ມວ່າ
“ກອງຟອນ ປູ່ຍ່າຕາຍາຍ ລູກຫຼານ ຜູ້ທີ່ຕາຍກ່ອນໆ ໄດ້ຝັງໄວ້ ທີ່ນີ້ ບໍ່ໄດ້ຍໍ ຫຼື ເອົາລາວຂຶ້ນຈາກດິນ.”
ອົງການສິ້ງຊອມ ດ້ານສິດທິມະນຸດ ເວົ້າວ່າ ຣັຖບານ ກັມພູຊາ ແລະ ບໍຣິສັດຈີນ ບໍ່ໄດ້ໂອ້ລົມ ກັບຊາວບ້ານ ໃນໂຄງການດັ່ງກ່າວ ຮວມທັງ ບໍ່ພຍາຍາມ ໃນການໃຫ້ຄວາມໂປ່ງໄສ ກັບຊາວບ້ານ ກ່ອນຈະສ້າງເຂື່ອນນີ້.
ອີງຕາມການຣາຍງານ ໃນປີ 2011 ແລະ 2018, ປະຊາຊົນທ້ອງຖິ່ນ ໄດ້ປະທ້ວງ ກ່ຽວກັບ ໂຄງການ ເຂື່ອນເຊສານ 2 ຕໍ່ບໍຣິສັດຈີນ, ນາຍົກຣັຖມົນຕຣີ ຮຸ໋ນເຊນ ແລະ ພາກສ່ວນກ່ຽວຂ້ອງ ຕ່າງໆ ແຕ່ບໍ່ມີ ພາກສ່ວນໃດ ໃຫ້ຄວາມສົນໃຈ. ນອກຈາກ ບໍ່ໃຫ້ຄວາມສົນໃຈແລ້ວ ຍັງນາບຂູ່ ປະຊາຊົນວ່າ ຜູ້ໃດຂັດຂວາງ ຈະຖືກຈັບ ແລະ ຖືກລົງໂທດ ຢ່າງໜັກ. ປະຊາຊົນ ທ່ານນຶ່ງເວົ້າວ່າ:
“ປະຊາຊົນ ຄັດຄ້ານ ໂຄງການນີ້ິ້ ພວກຂະເຈົ້າ ບອກພວກເພິ່ນວ່າ ພວກເຂົາ ບໍ່ຕ້ອງການ ໃຫ້ສ້າງ ເຂື່ອນເຊສານ 2, ໃນທີ່ສຸດ ເພິ່ນກໍຕັດສີນໃຈ ໃຫ້ແກ່ ພວກເຂົາເອງ ເພິ່ນບໍ່ໄດ້ ຖາມສິ່ງທີ່ ປະຊາຊົນ ຕ້ອງການ.”
ໃນພີທີເປີດໃຊ້ ເຂື່ອນດັ່ງກ່າວ ຢ່າງເປັນທາງການ ໃນປີ 2018 ທ່ານຮຸ໋ນເຊນ ຍັງປະຕິເສດ ຕໍ່ຄວາມຕ້ອງການ ຂອງປະຊາຊົນ ໂດຍເວົ້າວ່າ: ຂ້າພະເຈົ້າ ຢາກຍ້ຳວ່າ ປະຊາຊົນ ສ່ວນໃຫຍ່ ໃນພື້ນທີ່ນີ້ ເຫັນພ້ອມ ກັບໂຄງການ ເຂື່ອນເຊສານ 2, ມີພຽງແຕ່ ເລັກນ້ອຍເທົ່ານັ້ນ ບໍ່ເຫັນພ້ອມນຳ ສ່ວນໃຫຍ່ ເປັນຜູ້ທີ່ ຢາກສ້າງບັນຫາ ໃຫ້ແກ່ ໂຄງການ ແລະ ຣັຖບານ ກຸ່ມດັ່ງກ່າວ ຖືກຍຸຍົງ ຈາກຄົນຂເມນ ຕ່າງຊາດ.
ຊາວບ້ານ ຜູ້ຖືກໂຍກຍ້າຍ ທ່ານນຶ່ງ ປະນາມວ່າ ການຫາຢູ່ຫາກິນ ຂອງພວກຂະເຈົ້າ ເປັນຕົ້ນ ການຕຶກປາ ແລະ ຫາເຄື່ອງປ່າ ຂອງດົງ ເພື່ອສ້າງລາຍໄດ້ ລ້ຽງຄອບຄົວ ເໝືອນດັ່ງ ຜ່ານມາ ກໍບໍ່ມີອີກແລ້ວ ດິນປູກຝັງ ກໍບໍ່ມີ ຖ້າມີ ກໍມີໜ້ອຍ ບໍ່ສາມາດ ເຮັດເປັນ ນາປູກເຂົ້າໄດ້ ມີແຕ່ປູກພືດ ສຳລັບ ຄົວເຮືອນເທົ່ານັ້ນ ແຕ່ຍັງເປັນ ດິນບໍ່ດີ ຂາດຄວາມຊຸມຊື່ນ ໃນການປູກພືດ.
ແລະວ່າ ຮ້າຍໄປກວ່ານັ້ນ ຜູ້ພັທນາ ເຂື່ອນດັ່ງກ່າວ ຍັງບໍ່ມີ ແຜນການແກ້ໄຂ ບັນຫາຂໍ້ຂັດແຍ່ງ ກັບຊາວບ້ານ ແຕ່ຢ່າງໃດ ບໍ່ມີພາກສ່ວນໃດ ປະເມີນ ຜົລກະທົບ ຈາກການສ້າງເຂື່ອນ ດັ່ງກ່າວ ກ່ອນຈະສ້າງ. ຄົນກັມພູຊາ ເຊື້ອສາຍລາວ ຢູ່ແຂວງຊຽງແຕງອີກ ທ່ານນຶ່ງເວົ້າວ່າ:
“ຢູ່ບ້ານເກົ່ານັ້ນ ມັນຫາຢູ່ຫາກິນ ກໍສະດວກສບາຍ ໄປໃສ ກໍສະບາຍ ມີໂຮງຮຽນ, ມີສາລາສບາຍ ອັນນີ້ ບໍ່ມີໂຮງຮຽນ ບໍ່ມີສາລາ ບໍ່ມີວັດວາອາຮາມ ຢູ່ໄປຕາມ ປ່າຕາມດົງ.”
ນັກວິເຄາະ ເວົ້າວ່າ ຣັຖບານຈີນ ຕ້ອງດັດແປງ ແລະ ທົບທວນ ໂຄງການນຶ່ງແລວທາງ ແລະ ນຶ່ງເສັ້ນທາງ ຂອງຈີນ ໃນປະເທດກັມພູຊາ ໃຫ້ດີກວ່ານີ້ ໃນຂນະທີ່ ຣັຖບານ ກັມພູຊາ ຍັງມີ ປວັດລະເມີດ ສິດທິມະນຸດ ຂອງປະຊາຊົນ ຕົນເອງ ຫຼາຍຢູ່. ທ່ານກ່າວວ່າ:
“ຣັຖບານ ກັມພູຊາ ຕ້ອງປະຕິຮູບ ກົດໝາຍ ວ່າດ້ວຍ ຜົລກະທົບ ທາງລົບ ຈາກການພັທນາ ໃນກັມພູຊາ ໃຫ້ດີກວ່ານີ້ ຮວມດ້ວຍ ການປະຕິຮູບ ກົດໝາຍ ວ່າດ້ວຍ ການລະເມີດສິດທິມະນຸດ ຈາກໂຄງ ການຕ່າງປະເທດ ໃນກັມພູຊາ.”
ອົງການສິ້ງຊອມ ດ້ານສິດທິມະນຸດ ຍັງໄດ້ແນະນຳ ໃຫ້ຣັຖບານ ກັມພູຊາ ທົບທວນ ການເຈຣະຈາ ກັບຜູ້ລົງທຶນຈີນ ໃນໂຄງການ ເຂື່ອນເຊສານ 2 ອີກໃໝ່ ໂດຍສະເພາະ ຄ່າຊົດເຊີຍ ທີ່ພວກຂະເຈົ້າ ໄດ້ຮັບ.
ນອກຈາກນັ້ນ, ອົງການດັ່ງກ່າວ ຍັງໄດ້ຮຽກຮ້ອງໃຫ້ ຣັຖບານ ກັມພູຊາ ກົດດັນຈີນ ໃຫ້ແກ້ໄຂ ບັນຫາດັ່ງກ່າວ ຕື່ມອີກ ຮ່ວມທັງ ດັດແປງກົດໝາຍ ກ່ຽວກັບ ໂຄງການ ພັທນາຕ່າງໆ ຈາກຕ່່າງປະເທດ ຮວມທັງຈີນ ໃນກັມພູຊາ ທີ່ລະເມິດສິດທິ ປະຊາຊົນທ້ອງຖິ່ນ ໂດຍສະເພາະ ຊົນເຜົ່າ ຜູ້ທີ່ທຸກຍາກ ໃນກັມພູຊາ, ການປົກປ້ອງ ສິ່ງແວດລ້ອມ ແລະ ບ່ອນທຳມາຫາກິນ ຂອງພວກຂະເຈົ້າ.
ສຳລັບ ຕໍ່ຈີນ, ອົງການດັ່ງກ່າວ ໄດ້ຮຽກຮ້ອງ ຄວາມໂປ່ງໄສ ໃນໂຄງການຕ່າງໆ ໃນອະນາຄົດ ບໍ່ວ່າ ຈະລົງທຶນ ໃນກັມພູຊາ ຫຼື ໃນປະເທດອ້ອມຂ້າງ ເປັນຕົ້ນ ຢູ່່ສປປລາວ, ພະມ້າ ແລະ ວຽດນາມ.
ສ່ວນຝ່າຍຣັຖບານ, ທ່ານ ແນດ ພຣິກຕາ, ໂຄສົກກະຊວງ ປ້ອງກັນສິ່ງແວດລ້ອມ ກັມພູຊາ ເວົ້າວ່າ ບົດຣາຍງານ ດັ່ງກ່າວ ເປັນການລົບຫຼູ່ ການປະຕິບັດ ຕໍ່ສິດທິມະນຸດ ແລະ ຄວາມສົນໃຈ ຂອງຕ່າງຊາດ ທາງດ້ານການເມືອງ ໃນກັມພູຊາ ເພື່ອຈຸດປະສົງ ໃນການທັບມ້າງ ການພັທນາຕ່າງໆ ໃນກັມພູຊາ.
ທ່ານກ່າວວ່າ ບົດຣາຍງານ ຈາກອົງການຕ່າງຊາດ ກ່ຽວກັບ ຜົລກະທົບ ທາງລົບ ໃນໂຄງການ ເຂື່ອນເຊສານ 2 ແມ່ນຄວາມພະຍາຍາມ ໃນການສ້າງ ຄວາມວຸ້ນວາຍ ທາງດ້ານການເມືອງ ໃນກັມພູຊາ ແລະວ່າ ໂຄງການ ເຂື່ອນເຊສານ 2 ສ້າງຜົລປໂຍດ ທາງບວກ ໃຫ້ແກ່ ເສຖກິຈ ຂອງກັມພູຊາ ແລະ ປະຊາຊົນ ກຳພູຊາ ຢ່າງຫຼວງຫຼາຍ, ໃນນັ້ນ ຮ່ວມດ້ວຍ ການໃຊ້ໄຟຟ້າ ໃນການພັທນາ ປະເທດ ຈຳນວນ 400 ເມກາວັດ ຈາກໂຄງການນີ້. ທ່ານ ເມັງກູນ, ໂຄສົກ ແຂວງຊຽງແຕງ, ເວົ້າວ່າ:
“ໂຄງການ ເຂື່ອນໄຟຟ້າ ເຊສານ 2 ເປັນໂຄງການໃຫຍ່ ທີ່ໃຫ້ ພລັງງານໄຟຟ້າ ອັນມະຫາສານ ແກ່ກັມພູຊາ ແລະວ່າ ໂຄງການນີ້ ຍັງໄດ້ ຍົກລະດັບ ຊີວິດການເປັນຢູ່ ຂອງປະຊາຊົນ ທ້ອງຖິ່ນ ຈຳນວນຫຼາຍ.”
ໃນຂນະທີ່ ໂຕແທນປະຊາຊົນ ຜູຸ້ທີ່ໄດ້ຮັບ ຜົລກະທົບ ທ່ານນຶ່ງ ເວົ້າວ່າ ຊາວບ້ານ ມີຄວາມເສັຽໃຈຫຼາຍ ຫຼັງຈາກ ພົບເຫັນ ບ້ານຂອງ ພວກຂະເຈົ້າ ຖືກດຸດຖິ້ມ ແລະ ປ່ອຍໃຫ້ໄຫຼ ລົງນ້ຳຂອງ ກ່ອນຈະສ້າງເຂື່ອນ. ທ່ານກ່າວວ່າ:
“ບໍຣິສັດ ທີິ່ມາມ້າງເຮືອນ ຊາວບ້ານນັ້ນ ບໍ່ໄດ້ໃຫ້ ຊາວບ້ານ ເອົາຫຍັງໄວ້ ຈາກເຮືອນ ຂອງພວກຂະເຈົ້າ ມີແຕ່ ປ່ອຍໃຫ້ເຮືອນ ໄຫຼຕາມ ນ້ຳຂອງໄປ ທ່າມກາງ ການຈ້ອງເບິ່ງ ຂອງປະຊາຊົນ.”
ນັກວິເຄາະ ທາງດ້ານການເມືອງ ໃນຂົງເຂດ ທ່ານນຶ່ງ ເວົ້າວ່າ: ຣັຖບານຈີນ ໄດ້ເພີ່ມ ມາຕການ ໃນການເຂົ້າມາ ພົວພັນ ກັບຣັຖບານ ກັມພູຊາ ຫຼາຍຂຶ້ນ ໃນໄລຍະ ປີຫຼັງໆມານີ້ ແຂ່ງກັບ ປະເທດຕາ ເວັນຕົກ ໂດຍສເພາະ ສຫະຣັດ ເຮັດໃຫ້ ຄວາມສຳພັນ ລະຫວ່າງ ກັມພູຊາ ກັບປະເທດຕາເວັນ ຕົກ ຫຼຸດລົງ ທ່າມກາງ ການລະເມີດ ສິດທິມະນຸດ ແລະ ບັນຫາ ທາງດ້ານການເມືອງ ໃນຂົງເຂດ ແລະ ໃນກັມພູຊາ ຫຼັງຈາກ ຣັຖບານ ຂອງທ່ານ ຮຸ໋ນເຊນ ທຳການປາບປາມ ກຸ່ມພັກຝ່າຍຄ້ານ ໃນປີ 2017 ເປັນຕົ້ນມາ.
ທ່ານກ່າວວ່າ ການລົງທຶນ ຂອງຈີນ ຫຼັ່ງໄຫຼເຂົ້າມາ ໃນກັມພູຊາ ແຕ່ປະຊາຊົນ ກັມພູຊາ ສ່ວນໃຫຍ່ ບໍ່ເຫັນດີ ໃນການລົງທຶນ ດັ່ງກ່າວ ເພາະເປັນ ຜົລປໂຍດ ຂອງນັກລົງທຶນຈີນ ແລະ ກຸ່ມຜູ້ນຳ ລະດັບສູງ ໃນກັມພູຊາ ເທົ່ານັ້ນ ບໍ່ແມ່ນ ເພື່ອຜົລປໂຍດ ຂອງປະຊາຊົນ ຊາວກັມພູຊາ ໂດຍທົ່ວໄປ ເໝືອນກັບ ການລົງທຶນ ຂອງຈີນ ໃນປະເທດອ້ອມຂ້າງ ດັ່ງໃນ ສປປລາວ, ພະມ້າ ແລະ ວຽດນາມ.
ສບາຍດີ.