ໂຮງຮຽນພາກເອກະຊົນ ເປີດສອນພາສາຈີນເພີ່ມ ພ້ອມຮັບຄູພາສາຈີນຫຼາຍ
ໂຮງຮຽນປະຖົມ ແລະ ມັດທະຍົມເອກະຊົນ ຫຼາຍແຫ່ງ ທົ່ວປະເທດ ເປີດຮັບສະມັກຄູສອນພາສາຈີນ ຢ່າງຕໍ່ເນື່ອງ ຍ້ອນປັດຈຸບັນພາສາຈີນເປັນທີ່ນິຍົມຫຼາຍ ພາຍຫຼັງມີນັກທຸລະກິດຈີນ ເດີນທາງເຂົ້າມາລົງທຶນ ໃນລາວເພີ່ມຂຶ້ນ.
-
ໄຊຍາ
2024-08-27 -
-
-
Your browser doesn’t support HTML5 audio
ໂຮງຮຽນປະຖົມ ແລະ ມັດທະຍົມເອກະຊົນຫຼາຍແຫ່ງ ໃນຫຼາຍເມືອງ ແລະ ຫຼາຍແຂວງທົ່ວປະເທດ ເປີດຮັບສະມັກຄູສອນພາສາຈີນ ຢ່າງຕໍ່ເນື່ອງ ຍ້ອນປັດຈຸບັນພາສາຈີນເປັນທີ່ນິຍົມຫຼາຍ. ພາຍຫຼັງມີນັກທຸລະກິດຈີນເດີນທາງເຂົ້າມາລົງທຶນ ໃນລາວເພີ່ມຂຶ້ນ. ຂະນະທີ່ໂຮງຮຽນຂອງລັດຖະບານ ຍັງບໍ່ທັນມີນະໂຍບາຍເປີດສອນພາສາຈີນ ໃຫ້ແກ່ນັກຮຽນເທື່ອ. ດັ່ງເຈົ້າໜ້າທີ່ເຮັດວຽກດ້ານການສຶກສາ ແຂວງພາກເໜືອ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ສິງຫາ 2024 ນີ້ວ່າ:
“ໂຮງຮຽນເອກະຊົນເຂົາກໍ່ສອນແຕ່ປະຖົມ ຂຶ້ນເມືອຈົນຮອດມັດທະຍົມຫັ້ນແຫຼະ ອະນຸບານນີ້ເຂົາກໍ່ສອນຂັ້ນພື້ນຖານເລັກໆ ນ້ອຍໆ ນ່າອະນຸບານນ່າໂຮງຮຽນລັດຖະບານ ຍັງບໍ່ທັນໄດ້ເອົາເຂົ້າພາສາຈີນຫັ້ນນ່າ ຍັງໆ ຍັງບໍ່ທັນໄດ້ຮູ້ທິດທາງເພິ່ນເທື່ອແມ່ນແຫຼະ ສ່ວນທາງເອກະຊົນເຂົາເປີດມາແຕ່ໃດ ທາງໂຮງຮຽນຕົວຫຼັກສູດຫັ້ນປະຖົມ ແລ້ວເຂົາສິເສີມພາສາຈີນ ເຂົ້າ ມັນໆ ກວມເອົາເປີເຊນຫຼາຍໜ້ອຍໜຶ່ງ ເພິ່ນໄດ້ຊົ່ວໂມງສອນຂອງແຕ່ລະທິດຫັ້ນເນາະ ຄ່າລົງທະບຽນມັນຈະສູງກ່ວາຂອງທາງລັດຫັ້ນນ່າ.”
ທ່ານກ່າວຕື່ມວ່ານັກທຸລະກິດ ແລະ ນັກທ່ອງທ່ຽວຊາວຈີນຈະເຂົ້າມາມີບົດບາດ ທາງເສດຖະກິດພາຍໃນປະເທດລາວເພີ່ມຂຶ້ນຢ່າງຕໍ່ເນື່ອງແຕ່ໂຮງຮຽນຂອງລັດຖະບານກໍ່ຍັງບໍ່ສາມາດຈັດງົບປະມານເພື່ອຈ້າງຄູສອນພາສາຈີນໃຫ້ແກ່ນັກຮຽນ ໃນລະດັບຊັ້ນປະຖົມ ແລະ ມັດທະຍົມໄດ້ເຮັດໃຫ້ນັກຮຽນທີ່ເຂົ້າເຖິງ ແລະ ມີໂອກາດຮຽນພາສາຈີນແມ່ນມີແຕ່ສະເພາະນັກຮຽນ ໃນໂຮງຮຽນເອກະຊົນເປັນສ່ວນຫຼາຍ ຍ້ອນສາມາດຈ່າຍເງິນຄ່າລົງທະບຽນຮຽນພາສາເພີ່ມຕື່ມໄດ້.
ສໍາລັບນັກຮຽນ ແລະ ຜູ້ທີ່ສາມາດສື່ສານດ້ວຍພາສາຈີນ ໄດ້ເຂົາເຈົ້າຈະມີໂອກາດເຂົ້າເຖິງແຫຼ່ງທຶນ ການສຶກສາໃນການເດີນທາງ ໄປຮຽນຕໍ່ທີ່ປະເທດຈີນຕັ້ງແຕ່ລະດັບ ມັດທະຍົມຕອນປາຍ ເປັນຕົ້ນໄປຫຼືເມື່ອສຳເລັດການສຶກສາ ຈະມີໂອກາດເຂົ້າເຖິງໃນການເຮັດວຽກ ທີ່ມີລາຍໄດ້ສູງກ່ວາຜູ້ທີ່ບໍ່ສາມາດສື່ສານ ພາສາຈີນໄດ້. ດັ່ງຄູສອນພາສາຈີນຢູ່ໂຮງຮຽນເອກະຊົນ ແຂວງຫຼວງນໍ້າທາ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ:
“ໂຮງຮຽນພາກເອກະຊົນຂະເຈົ້າກໍ່ມີຫຼັກສູດ ການສອນແຕ່ລະດັບອະນຸບານມາກໍ່ມີກໍ່ມີຫຼາຍຢູ່ ສອນພິເສດບໍາລຸງພາດທາມ ອີ່ຫຍັງ ກໍ່ມີມັນມີໂຮງຮຽນຈີນນ່າມັນມີໂຮງຮຽນສອນພາສາຈີນ ພາສາລາວ-ພາສາຈີນ ມັນກໍ່ມີຫຼາຍຢູ່ເດ້ທີ່ຂະເຈົ້າ ເປີດໃໝ່ຫັ້ນນ່າກໍ່ບໍ່ຈຳເປັນຕ້ອງເປັນມະຫາວິທະຍາໄລ ກໍ່ມີຄົນລາວເປີດແດ່ແລ້ວກໍ່ຄົນຕ່າງປະເທດມາລົງທຶນແດ່ ນະຄອນຫຼວງຫັ້ນແຫຼະເພາະວ່າ ນະຄອນຫຼວງຄົນຈະຫຼາຍ ເອີສະຫວັນນະເຂດກໍ່ຄົນຫຼາຍ ເອີຊັ້ນແມ່ນຮູ້ພາສາຈີນນີ້ມັນກໍ່ໄດ້ປຽບແບບໜຶ່ງ ມັນຊອກວຽກງ່າຍໄດ້ເງິນເດືອນກໍ່ສູງນັກລົງທຶນ ຢູ່ລາວນີ້ກໍ່ສ່ວນຫຼາຍຈະເປັນຄົນຈີນມາຫຼາຍ.”
ສໍາລັບຄູສອນພາສາຈີນທີ່ສະຖາບັນການສຶກສາຕ່າງໆ ເປີດຮັບເປັນສ່ວນຫຼາຍຈະຕ້ອງມີຄວາມສາມາດ ໃນການໃຊ້ພາສາຈີນໃນລະດັບ HSK 3-4 ຂຶ້ນໄປ. ອີກທັງຈຳເປັນຕ້ອງເວົ້າພາສາລາວ ໄດ້ຍ້ອນຜູ້ຮຽນເປັນນັກຮຽນຊັ້ນອະນຸບານ, ປະຖົມ ແລະ ມັດທະຍົມ. ດັ່ງຄູສອນພາສາຈີນນະຄອນຫຼວງພຣະບາງກ່າວວ່າ:
“ໂອ້ ຄົນຈີນຫຼາຍເນາະແຕ່ຄົນລາວ ກໍ່ມັນຮຽນພາສາຈີນຫຼາຍໂຮງຮຽນທີ່ວ່າ ອະນຸບານ-ປະຖົມນ່າຄັນວ່າຊິເວົ້າຄົນຈີນ ແລ້ວເປັນພາສາແມ່ເຂົາເນາະເວົ້າແຈ້ງກ່ວາເນາະ ແຕ່ວ່າຕ້ອງໄດ້ເວົ້າພາສາລາວໃຫ້ມັນໄດ້ຫັ້ນນ່າຫຼືວ່າອ່ານພາສາລາວເປັນ ແມ່ນຫຍັງບໍ່ສອນແຕ່ພາສາແມ່ນຫຼັ່ງໄຫຼ ໄປຮຽນຢູ່ຈີນຫຼາຍ ອໍມັດທະຍົມກໍ່ໄດ້ໄປເລີຍບໍ່ໄປທຶນສ່ວນຕົວ ອໍມະຫາວິທະຍາໄລາກໍ່ໄປວິທະຍາໄລ ກໍ່ໄປຄັນວ່າຊິເວົ້າເລື່ອງເສດຖະກິດທຸລະກິດຢູ່ລາວນີ້ ຈະເປັນຂອງຈີນຫຼາຍລົງທຶນແມ່ນຫຍັງນີ້ ກໍ່ເປັນຄົນຈີນສ່ວນຫຼາຍຫັ້ນນ່າ ຫຼວງພະບາງນີ້ກໍທ່ອງທ່ຽວຫຼາຍຂາຍເຄື່ອງແມ່ນຫຍັງທຸກຢ່າງຫັ້ນແຫຼະ.”
ເຖິງແມ່ນວ່າໂຮງຮຽນອະນຸບານ-ປະຖົມ ແລະ ມັດທະຍົມຫຼາຍແຫ່ງທົ່ວປະເທດລາວ ຈະເປີດຮັບສະມັກຄູສອນພາສາຈີນຈຳນວນຫຼາຍ ແຕ່ສ່ວນຫຼາຍເຂົາເຈົ້າມັກຕ້ອງການຄູສອນພາສາຈີນ ທີ່ເປັນຄົນຈີນຍ້ອນພວກເຂົາເຈົ້າສາມາດ ອອກສຽງພາສາຈີນໄດ້ຊັດເຈັນກ່ອນຄູສອນພາສາຈີນ ທີ່ເປັນຄົນລາວ. ດັ່ງຜູ້ອຳນວຍການ ໂຮງຮຽນເອກະຊົນ ນະຄອນຫຼວງພະບາງກ່າວວ່າ:
“ໂອ້ມີແລ້ວເພິ່ນເອົາຄົນຈີນເລີຍ ເອົາຄູຢູ່ໂຮງຮຽນຈີນມາເລີຍ ເປັນໂຮງຮຽນເອກະຊົນເຈົ້າໂດຍ (ໂຮງຮຽນລັດຖະບານ) ຍັງບໍ່ທັນມີພາສາຈີນສ່ວນຫຼາຍ ເພິ່ນຈະເອົາເປັນຄູຈີນ ເລີຍຊິນ່າເພາະວ່າ ມາສອນແບບອອກສຽງໂດຍກົງເລີຍ. (ສ່ວນຄູສອນພາສາຈີນຄົນລາວ) ອໍບໍ່ຄ່ອຍມີປານໃດ.”
ໃນລະຫວ່າງວັນທີ 20 ກໍລະກົດ ຫາ 17 ສິງຫາ 2024 ທີ່ຜ່ານມາ ໂຮງຮຽນປະຖົມສົມບູນໝິນຈູລູ້ນະຄອນໜານໜິງ ປະເທດຈີນ ໄດ້ສົ່ງຄູສອນພາສາຈີນສາມທ່ານມາສອນພາສາຈີນ ຢູ່ໂຮງຮຽນຊິນຮ່ວາ ແຂວງຫຼວງພຣະບາງ ເຊິ່ງໄດ້ຮັບການສະໜັບສະໜູນ ຈາກກອງທຶນການສຶກສາພາສາຈີນ ແຫ່ງຊາດຈີນ ແລະ ຫ້ອງການວຽກງານຄົນເຊື້ອຊາດຈີນ ຢູ່ຕ່າງປະເທດ ນະຄອນໜານໜິງ ທັງນີ້ການສອນຂອງຄູທັງ 3 ທ່ານແມ່ນເປັນການຝຶກອົບຮົມພາສາ ແລະ ວັດທະນາທຳຈີນໃນໄລຍະພັກແລ້ງ ຂອງການສຶກສາປະເທດລາວ ແລະ ພາກຄໍ່າແມ່ນສຳລັບຜູ້ໃຫຍ່.