ມີການແຕ່ງດອງ ທີ່ບໍ່ຖືກຕ້ອງຕາມກົດໝາຍ ລະຫວ່າງຄົນລາວ-ຄົນວຽດ ຢູ່ສວັນນະເຂດ
ການແຕ່ງດອງລະຫວ່າງຄົນລາວ ແລະຄົນວຽດນາມແບບບໍ່ຖືກກົດໝາຍ ມີຫລາຍຢູ່ຕາມຊາຍແດນສອງປະເທດ ແລະບັນຫານີ້ມີມາແຕ່ດົນແລ້ວ ແຕ່ທາງການລາວ ກໍຍັງບໍ່ສາມາດແກ້ໄຂໄດ້.
-
ຈຳປາທອງ
2024-03-22 -
-
-
Your browser doesn’t support HTML5 audio
ປະຊາຊົນລາວຫລາຍຊົນເຜົ່າ ຢູ່ແຂວງສວັນນະເຂດ ແລະປະຊາຊົນວຽດນາມ ທີ່ຢູ່ຕາມຊາຍແດນລາວ-ວຽດນາມ ຫລາຍຄູ່ ແຕ່ງດອງກັນແບບບໍ່ຖືກຕ້ອງຕາມກົດໝາຍ, ເມື່ອມີລູກອອກມາ ກໍບໍ່ມີສັນຊາດ ເຖິງແມ່ນວ່າ ທາງອໍານາດການປົກຄອງແຂວງ ຈະມອບສິດໃຫ້ອໍານາດການປົກຄອງເມືອງ ອອກໃບຍັ້ງການແຕ່ງດອງໃຫ້ ແຕ່ກໍຍັງບໍ່ສາມາດປະຕິບັດໄດ້ ຍ້ອນບໍ່ສາສມາດເຮັດໃຫ້ຄູ່ຜົວເມັຍນັ້ນ ມາປະກອບເອກກະສານການແຕ່ງດອງໄດ້ ເພາະພວກເຂົາເຈົ້າພາກັນໄປເຮັດວຽກຢູ່ວຽດນາມ ແລະຈະກັບມາລາວປີລະເທື່ອ ເພື່ອປູກເຂົ້າໄຮ່, ເຣື່ອງທີ່ວ່ານີ້ ເປັນມາດົນນານແລ້ວ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງ ສວັນນະເຂດ ຕໍ່ວິທຍຸເອເຊັຍເສຣີໃນມື້ວັນມີ 22 ມີນານີ້.
“ແຖວຊາຍແດນຍັງຫລາຍຢູ່ ເມືອງເຊໂປນກັບເມືອງນອງ ສ່ວນຫລາຍເຂົາເວົ້າພາສາຊົນເຜົ່າເລີຍຫັ້ນນ່າ ວຽດນາມ ກໍຊົນເຜົ່າຄືກັນ ເຂົາວ່າພາສາບຣູ (Bru) ນໍາກັນຫັ້ນ ພາສາຊົນເຜົ່າກະຕ່າງ (Katang) ຕະໂອ້ຍ ມັງກອນ ໂຕນັ້ນຫັ້ນແລ້ວ ເຂົາເວົ້ານໍາກັນໂຕນັ້ນ. ໂອ ແຕ່ດົນແລ້ວ ແຕ່ດົນແລ້ວ ເປັນເທົ່າໃດ 10 ປີແລ້ວ ຊຸກຍູ້ໃຫ້ເຂົາມາ ຈະຊິຊຸກຍູ້ແນວໃດ ພຸ້ນ ໄປກ່ຽວເຂົ້າໄຮ່ ໄປຫາຮັບຈ້າງເກັບສີໄຄຢູ່ວຽດ ຈົນຮອດຍາມສັກໄຮ່ ເຂົາຈັ່ງມາ ປີນຶ່ງເຂົາມາເທື່ອດຽວ. ເຂົາບໍ່ຄິດດອກເປັນວຽດ ເປັນລາວ ເຂົາຄິດວ່າ ບຣູນໍາກັນຫັ້ນນະ ເຂົາຄິດວ່າ ກະຕ່າງນໍາກັນຫັ້ນນະ”
ແລະການໄປມາຫາສູ່ກັນ ຣະຫວ່າງຊົນເຜົ່າ ຂອງສອງປະເທດ ຢູ່ຕາມຊາຍແດນລາວ-ວຽດນາມ ທີ່ແຂວງສວັນນະເຂດ ແມ່ນໄປມາກັນໄດ້ ແບບບໍ່ມີໜັງສືຜ່ານແດນ.
ທ່ານກ່າວຕື່ມວ່າ ກ່ຽວກັບເຣື່ອງການແຕ່ງດອງ ທີ່ບໍ່ຖືກຕ້ອງຕາມກົດໝາຍຄືທີ່ວ່ານັ້ນ ທາງການແຂວງສວັນນະເຂດ ກໍມີແຜນທີ່ຈະໃຫ້ອໍານາດການປົກຄອງແຕ່ລະບ້ານ ທີ່ຢູ່ຕາມຊາຍແດນ ຮິບໂຮມຈໍານວນພົລເມືອງພາຍໃນບ້ານຂອງ
ຕົນ ທີ່ໄດ້ແຕ່ງດອງແບບບໍ່ຖືກຕ້ອງນັ້ນ.
“ເພິ່ນເຄື່ອນຍ້າຍ ບໍ່ຈໍາເປັນຕ້ອງມີພາສປອດ ເພາະວ່າມັນເປັນຊົນເຜົ່າ ມັນເປັນນະໂຍບາຍນໍາກັນ ຜົວຢູ່ວຽດນໍ ເມັຍກໍໄປພຸ້ນ ແຕ່ວ່າພໍໍ່ເຖົ້າແມ່ເຖົ້າຢູ່ລາວ. ເດັກຢູ່ນໍາພໍ່ເຖົ້າແມ່ເຖົ້າສ່ວນຫລາຍ ເພາະວ່າເດັກມັນກໍຕ້ອງໄດ້ຮັບການແຈ້ງເກີດນໍ ຄັນວ່າເກີດຢູ່ເມືອງລາວ ກໍເປັນພົລເມືອງລາວ ບໍ່ໃຫ້ເປັນເດັກຫລົ່ນຫັ້ນ ຢູ່ວຽດກໍບໍ່ມີ ຢູ່ລາວກໍບໍ່ມີ ເຂົາເອີ້ນວ່າ ເດັກບໍ່ມີສັນຊາດ ເດັກໄຮ້ສັນຊາດນໍ ເຣື່ອງປາບປາມ ເຮົາກໍບໍ່ໄດ້ປາບປາມນໍ ແຕ່ວ່າທາງພໍ່ບ້ານຂື້ນໂຕເລກໄວ້ວ່າ ຜູ້ນີ້ແຕ່ງງານຢູ່ພຸ້ນຫັ້ນ ແຕ່ເຣື່ອງຖືກຕ້ອງ ກໍບໍ່ຖືກແລ້ວ ຄືຊິໃຫ້ເຂົາມາຈົດຫັ້ນ ກໍບໍ່ຈົດ ຄືຊິຍາກ ເພາະວ່າເຂົາຍັງໄປຫາຮັບຈ້າງຂຸດເຂົ້າໄຮ່ ເກັບໝາກສີໄຄຢູ່ວຽດ.”
ໃນຂະນະດຽວກັນ ເຈົ້າໜ້າທີ່ທ່ານນຶ່ງ ທີ່ກ່ຽວຂ້ອງກັບກອງປະຊຸມພົບປະ ລະຫວ່າງຄະນະຜູ້ແທນຂັ້ນສູງ ແຂວງສວັນນະເຂດ ແລະແຂວງກວາງຈິ ຂອງວຽດນາມ ກ່າວໃນມື້ດຽວກັນນີ້ວ່າ ອີງຕາມຂໍ້ມູນ ທີ່ບໍ່ເປັນທາງການ ທີ່ຜ່ານມາ ຢູ່ເມືອງນອງ ແລະເມືອງເຊໂປນ ມີພົລເມືອງລາວ ແລະວຽດນາມ ບໍ່ຕໍ່າກວ່າ 10 ຄູ່ ໄດ້ແຕ່ງດອງກັນແບບບໍ່ຖືກຕ້ອງຕາມກົດໝາຍ ແລະວ່າ ການແຕ່ງດອງຂອງພວກເຂົາເຈົ້າ ຍັງບໍ່ມີແບບຕົວະຍົວະຫລອກລວງ ແລະບໍ່ມີຜູ້ໃດຕົກເປັນເຫຍື່ອຂອງການຄ້າມະນຸດເທື່ອ.
ດັ່ງທີ່ທ່ານກ່າວວ່າ:
“ເຂົາກໍມາພັທນາຮ່ວມກັນ ຢູ່ໃນເຂດບ້ານເຮົາ ແລ້ວເບື້ອງເຮົາໄປເອົາເຂົາ ກໍໄດ້ພັທນາຄູ່ຊີວິດຄືກັນກັບຢູ່ເບື້ອງເຮົາ ໄປມາສຫາສູ່ກັນ 2 ກ່ຽວດອງຫັ້ນນະ ເປັນບ້ານທີ່ເຜົ່າດຽວກັນ ວິຖີຊີວິດກໍຄ້າຍຄືກັນໝົດ ເບື້ອງເຂົາກໍຟັງເພັງລາວ ລໍາພຸໄທ ລໍາກະລ່ອງຍ໊ອກນີ້ ເຂົາກໍມັກ ເບື້ອງວຽດນີ້ ຫລາຍຄູ່ ສະເພາະເມືອງນອງນີ້ ປີນຶ່ງ ລະດັບ 10 ຄູ່ແຕ່ງງານ ຜູ້ຍິງເບື້ອງເຮົານີ້ໄປເອົາຜົວຢູ່ເບື້ອງນັ້ນ ແລ້ວເຮົານີີ້ກໍໄປເມົາເມັຍຢູ່ ເອົາຜູ້ຍິງເບື້ອງເຂົາມາເຮັດເມັຍ ຢາກຈະເທົ່າໆກັນ ເຊໂປນກໍຄ້າຍຄືກັນ ເຂົາເຄີຍໄປມາຫາສູ່ກັນເລື້ອຍ ພົບຮັກແລ້ວກໍເອົາ ແບບນັ້ນະ ບໍ່ມີປະກົດການຍໍ້ທໍ້ຫຍັງ ນັ້ນນະ ຂາຍເປັນຄ້າເຂົ້າເຄືອຂ່າຍຄ້າມະນຸດ ບໍ່ມີໂຕນີ້.”
ແລະເຈົ້າໜ້າທີ່ທະບຽນແຕ່ງດອງ ແຂວງສວັນນະເຂດ ນາງນຶ່ງກໍເວົ້າວ່າ ການແຕ່ງດອງແບບບໍ່ຈົດທະບຽນນີ້ ຈະເຮັດໃຫ້ພາກສ່ວນທາງການທີ່ກ່ຽວຂ້ອງ ບໍ່ຮັບຮູ້. ຍ້ອນແນວນັ້ນ ທາງການຈຶ່ງຢາກໃຫ້ພົລເມືອງລາວ ທີ່ແຕ່ງດອງກັບຄົນຕ່າງປະເທດ ເຮັດແບບຖືກຕ້ອງຕາມກົດໝາຍ.
“ບໍ່ໄດ້ຈົດທະບຽນ ແບບ ປກສ ບໍ່ຮັບຮູ້ ແລ້ວກໍພາຍໃນກໍບໍ່ຮັບຮູ້ ກໍບໍ່ໄດ້ຜ່ານເຈົ້າໜ້າທີ່ທະບຽນແຕ່ງດອງຈັ່ງຊີ້ນະ ສົມມຸດໄປຢູ່ນໍາເຂົາເຈົ້າ ຢູ່ຕ່າງປະເທດ ກໍແບບຄືປະກັນບໍ່ຮັບຮູ້ ເມື່ອວານນີ້ ກອງປະຊຸມປະຈໍາປີ ໄດ້ຍິນເພີ່ນເວົ້າກັນຢູ່ວ່າ ຢາກເຮັດແບບຖືກກົດໝາຍ ກໍມີຢູ່ ຫາກສ່ວນໜ້ອຍ ເພີ່ນມາເຮັດແບບຖືກກົດໝາຍ ຫັ້ນນະ.”
ນາງກ່າວຕື່ມອີກວ່າ ໃນກອງປະຊຸມພົບປະ ຣະຫວ່າງຄະນະຜູ້ແທນຂັ້ນສູງ ຂອງສອງແຂວງ ລາວ-ວຽດນາມດັ່ງກ່າວ ທີ່ໄດ້ຈັດຂື້ນໃນມື້ວັນທີ 20 ມີນານີ້ ທັງສອງຝ່າຍ ໄດ້ຕົກລົງ ທີ່ຈະຮ່ວມມືກັນຈໍາກັດ ການແຕ່ງດອງແບບບໍ່ຖືກກົດໝາຍ ຢູ່ຕາມຊາຍແດນ ແລະໄດ້ສເນີໃຫ້ຂັ້ນສູງ ຈັດສັນງົບປະມານ ຄ່າເດີນ ທາງແລ່ນເອກກະສານ ໃຫ້ຄູ່ແຕ່ງດອງ ທີ່ທຸກຍາກ.
“ປະຊາຊົນຢູ່ໃນເຂດພູດອຍຫັ້ນນະ ເຂົາເຂົ້າບໍ່ເຖິງ ອັນທີນຶ່ງ ອັນທີສອງມານີ້ເອີ້ນວ່າງົບປະມານ ເງິນຫັ້ນແລ້ວ ມັນຊິແລ່ນເອກກະສານຫັ້ນ ມັນບໍ່ພຽງພໍແລ້ວ ກວ່າຊິຍື່ນເອກກະສານມາຫາແຂວງຫັ້ນນ່າ ຫລາຍຄອບຄົວ ເຮັດເຂົ້າກິນກໍບໍ່ມີຫັ້ນນ່າ ກໍບໍ່ກຸ້ມ ໄດ້ແຕ່ສາມເດືອນ ຫົກເດືອນ ຊິໄປແລ່ນເອກກະສານນີ້ ມັນຍາກ ເລີຍເຂົາກະປະແບບບໍ່ຖືກຕ້ອງ ແລ້ວເອົາໃຫ້ມັນຖືກຕາມຮີດຕາມຄອງພໍ່ແມ່ ທັງສອງຝ່າຍກໍພໍ ແລ້ວຈຶ່ງສເນີໃຫ້ເບິ່ງຕື່ມ ມັນບໍ່ຄືເດ ອັນຄືຄົນທົ່ວໄປ ຫລືພໍ່ຄ້າຊາວຂາຍ ແລ້ວເຂົາມີເງິນ ໄປຖືກກົດໝາຍມັນງ່າຍ ບັນຫານີ້ ທາງວຽດນາມເພີ່ນກໍຊິໄດ້ນໍາສເນີທາງຂັ້ນເທິງຂອງເພີ່ນ.”
ໃນກອງປະຊຸມດັ່ງກ່າວ ກໍໄດ້ເວົ້າເຖິງເຣື່ອງ ແຂວງສວັນນະເຂດ ຈະນໍາສເນີກະຊວງຍຸຕິທໍາ, ກະຊວງການຕ່າງປະເທດ ສປປລາວ ເພື່ອໃຫ້ມີນະໂຍບາຍ ໃນການສ້າງເງື່ອນໄຂ ອໍານວຍຄວາມສະດວກ, ມອບສິດໃຫ້ເມືອງໃນການອອກໃບຢັ້ງຢືນ ການແຕ່ງດອງໃຫ້ພົລເມືອງລາວ ກັບພົລເມືອງວຽດນາມ, ໃນການປະກອບເອກກະສານແຕ່ງດອງ ເພື່ອຈໍາກັດບໍ່ໃຫ້ມີການແຕ່ງດອງ ແບບບໍ່ຖືກ ຕ້ອງຕາມກົດໝາຍ ຢູ່ຕາມບໍລິເວນຊາຍແດນ ຂອງສອງປະເທດ.
ທີ່ຜ່ານມາ ທາງການແຂວງສວັນນະເຂດ ກໍໄດ້ປຶກສາກັບສະມາຄົມວຽດນາມ ທີ່ແຂວງສວັນນະເຂດ ເພື່ອຂໍໃຫ້ຊ່ອຍແກ້ໄຂບັນຫາ ການແຕ່ງດອງແບບບໍ່ຖືກ ຕ້ອງຕາມກົດໝາຍ ຢູ່ຕາມບໍລິເວນຊາຍແດນລາວ-ວຽດນາມ. ແຕ່ທາງສະມາ ຄົມວຽດນາມ ບໍ່ສາມາດຊ່ອຍໄດ້ ເນື່ອງຈາກເຂດ ທີ່ມີບັນຫານັ້ນ ຢູ່ໄກ ສອກ ຫລີກຫລາຍ ແລະພົລເມືອງວຽດນາມ ທີ່ແຕ່ງດອງກັບພົລເມືອງລາວນັ້ນ ກໍບໍ່ໄດ້ເປັນສະມາຊິກຂອງສະມາຄົມວຽດນາມ, ອີງຕາມຂໍ້ມູນ ຈາກຫ້ອງການປົກຄອງແຂວງສວັນນະເຂດ.