ໄຟໄໝ້ ໃກ້ເຂດຕະຫຼາດຊັງຈ່ຽງ ສູນການຄ້າຈີນ ໃນນະຄອນຫຼວງວຽງຈັນ

ເກີດເຫດໄຟໄໝ້ ໃກ້ເຂດຕະຫຼາດຊັງຈ່ຽງ ສູນການຄ້າ ຂອງນາຍທຶນຈີນ ທີ່ໃຫຍ່ທີ່ສຸດ ໃນນະຄອນຫຼວງວຽງຈັນ

ຄວັນໄຟ ຈາກໄຟໄໝ້ ຮ້ານອາຫານ, ໂຮງແຮມ ໃກ້ກັບຕະຫຼາດຊັງຈ່ຽງ ຂອງນາຍທຶນຈີນ ໃນນະຄອນຫຼວງວຽງຈັນ ຄັ້ງວັນທີ 12 ມັງກອນ 2025 Credit photos: ຮູບພາບຈາກພົນລະເມືອງ

ເມື່ອວັນທີ 12 ມັງກອນ 2025 ເວລາປະມານ 16 ໂມງແລງ ເກີດເຫດໄຟໄໝ້ ຮ້ານອາຫານ, ໂຮງແຮມ ແລະ ຍານພາຫະນະ ຂອງຊາວຈີນ ຈໍານວນໜຶ່ງ ຢູ່ຕະຫຼາດຊັ່ງຈ່ຽງ ຫຼື ຕະຫຼາດຈີນ ໃນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ເບື້ອງຕົ້ນ, ເຈົ້າໜ້າທີ່ມອດໄຟ ສາມາດສະກັດກັ້ນ ເຫດໄຟໄໝ້ໄດ້ແລ້ວ. ສ່ວນຜົນເສຍຫາຍອື່ນໆ ຍັງບໍ່ມີລາຍງານ ຢ່າງຈະແຈ້ງເທື່ອ. ດັ່ງຄົນງານລາວ ທີ່ເຫັນເຫດການ ແລະ ເຮັດວຽກ ຢູ່ພາຍໃນຕະຫຼາດຊັ່ງຈ່ຽງ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ມັງກອນ 2025 ນີ້ວ່າ:

“ຮ້ານອາຫານເດ້, ໄຟໄໝ້ມື້ວານນີ້. ບໍ່ຮູ້ສາເຫດເທື່ອແນ່ ເພິ່ນຍັງບໍ່ທັນຮູ້ສາເຫດເທື່ອ. ກໍປະມານຊົ່ວໂມງປາຍນີ້ແຫຼະ, ໄໝ້ເບິດເລີຍແຖວນີ້, ມັນລາມເດ້ ໄຟລາມເດ້. ຈັ່ງວ່າແຫຼະ, ຍັງບໍ່ທັນຮູ້ສາເຫດເທື່ອນີ້.”

ກ່ຽວກັບເລື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ພະຍາຍາມ ຕິດຕໍ່ໄປຍັງ ອາສາສະໝັກກູ້ໄພ ມູນນິທິຈີນ 1628 ໃນນະຄອນຫຼວງວຽງຈັນ ແລະ ເຈົ້າໜ້າທີ່ຕໍາຫຼວດ ໃນພື້ນທີ່ ເພື່ອສອບຖາມ ກ່ຽວກັບສາເຫດໄຟໄໝ້ ແລະ ຜົນເສຍຫາຍ ທີ່ເກີດຂຶ້ນ, ແຕ່ບໍ່ທັນຕິດຕໍ່ຫາ ທັງພະນັກງານ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ເທື່ອ.

ເນື່ອງຈາກ ເຫດການໄຟໄໝ້ ໃນເທື່ອນີ້, ທັງໜ່ວຍກູ້ໄພ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ສາມາດເຂົ້າຄວບຄຸມໄຟໄດ້ ພາຍໃນໄລຍະເວລາ ແຕ່ພຽງ 1 ຊົ່ວໂມງ ຈຶ່ງເຮັດໃຫ້ຊາວບ້ານ ໃນເຂດອ້ອມຂ້າງ ຈໍານວນໜຶ່ງ ຍັງບໍ່ທັນຮັບຮູ້ຂ່າວວ່າ ມີເຫດການ ໄຟໄໝ້ເກີດຂຶ້ນ ຍ້ອນບໍ່ທັນມີສື່ ທາງການລາວ ລາຍງານຂ່າວເລື່ອງນີ້, ແຕ່ພວກເຂົາເຈົ້າ ກໍຮັບຮູ້ວ່າ ຜ່ານມາ ແມ່ນມີເຫດໄຟໄໝ້ ເກີດຂຶ້ນເລື້ອຍໆ ຢູ່ຕະຫຼາດຊັງຈ່ຽງ. ດັ່ງຊາວນະຄອນຫຼວງວຽງຈັນ ທີ່ອາໄສ ແລະ ເຮັດວຽກ ຢູ່ເຂດອ້ອມຂ້າງ ຕະຫຼາດຊັງຈ່ຽງ ທ່ານໜຶ່ງ ກ່າວວ່າ:

“ຊັງຈ່ຽງຫວາ, ບໍ່ (ບໍ່ທັນຮູ້ຂ່າວ) ຍັງບໍ່ທັັນຮູ້ເທື່ອ. ກໍເຄີຍມີຢູ່, ປີແລ້ວນີ້. ອ່າ, ເຮົາບໍ່ຮູ້ຄືກັນ.”

ເຖິງຢ່າງໃດກໍຕາມ, ອີງຕາມລາຍງານ ຂອງສື່ທາງທ້ອງຖິ່ນ ຂອງລາວ ພົບວ່າ ໃນຮອບ 8 ປີຜ່ານມາ, ແມ່ນເກີດເຫດການໄຟໄໝ້ ຢູ່ຕະຫຼາດຊັງຈ່ຽງ ຢ່າງໜ້ອຍ 4 ຄັ້ງ ແລະ ເຖິງແມ່ນວ່າ ສ່ວນຫຼາຍ ຈະບໍ່ທັນມີ ການເປີດເຜີຍສາເຫດ ຂອງເຫດການໄຟໄໝ້ ໄດ້ຢ່າງຄັກແນ່ກໍຕາມ, ແຕ່ກໍເປັນທີ່ ຮັບຮູ້ກັນວ່າ ສ່ວນຫຼາຍ ແມ່ນເກີດຈາກບັນຫາ ໄຟຟ້າລັດວົງຈອນ ຫຼື ການຖິ້ມກົ້ນຢາສູບ ແບບບໍ່ລະມັດລະວັງ. ດັ່ງຊ່າງໄຟຟ້າ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ:

“ຄັນວ່າມັນເກີດ ຕາມໄຟຟ້າແທ້ໆ ກໍແມ່ນ ໄຟຟ້າລັດວົງຈອນເນາະ. ຂໍ້ສອງມາ ຄັນວ່າມັນເກີດນໍາໃຜ ລະ ຢ້ານເຂົາ, ຢ້ານສູບຢອກ-ສູບຢາ ຖິ້ມໃສ່ເຈ້ຍ ໃສ່ຫຍັງໄປ, ມັນກະມີ, ຫັ້ນນ່າ.”

ທ່ານກ່າວຕື່ມວ່າ ຜ່ານມາ ການຕິດຕັ້ງ ລະບົບໄຟຟ້າ ພາຍໃນອາຄານ ຫຼາຍແຫ່ງ ຢູ່ໃນປະເທດລາວ ແມ່ນຍັງບໍ່ທັນ ໃຫ້ຄວາມສໍາຄັນ ກ່ຽວກັບຄວາມປອດໄພ ພໍເທົ່າໃດ ອີກທັງ ອຸປະກອນ ທີ່ນໍາໃຊ້ ໃນການຕິດຕັ້ງ ແມ່ນບໍ່ທັນມີ ມາດຕະຖານ ເປັນຕົ້ນ: ໃຊ້ສາຍໄຟຟ້າ ຂະນາດນ້ອຍກວ່າ ທີ່ຄວນຈະເປັນ ເຮັດໃຫ້ບໍ່ສາມາດຮອງຮັບ ກໍາລັງໄຟຟ້າໄດ້, ເຊິ່ງເປັນສາເຫດສໍາຄັນ ທີ່ເຮັດໃຫ້ເກີດບັນຫາ ໄຟຟ້າລັດວົງຈອນ ອັນນໍາມາສູ່ ການເກີດເຫດການໄຟໄໝ້ ຢູ່ຫຼາຍພື້ນທີ່ ພາຍໃນປະເທດລາວ.

ຂະນະທີ່ ຊາວລາວ ອີກຈໍານວນໜຶ່ງ ກໍເຫັນວ່າ ເຫດການໄຟໄໝ້ ທີ່ເກີດຂຶ້ນ ແມ່ນເກີດຂຶ້ນ ຢູ່ຫຼາຍບ່ອນ  ທົ່ວນະຄອນຫຼວງວຽງຈັນ, ເຊິ່ງສ້າງຄວາມເສຍຫາຍ ໃຫ້ແກ່ຊີວິດ ແລະ ຊັບສິນ ຂອງພໍ່ແມ່ ປະຊາຊົນ ຢູ່ເລື້ອຍໆ, ແຕ່ພາກສ່ວນກ່ຽວຂ້ອງ ຍັງບໍ່ທັນມີແນວທາງ ໃນການແກ້ໄຂ ເພື່ອຫຼຸດຜ່ອນບັນຫານີ້ ຢ່າງຈິງຈັງເທື່ອ. ດັ່ງແມ່ຄ້າຂາຍເຄື່ອງ ຢູ່ຕະຫຼາດຊັງຈ່ຽງ ອີກນາງໜຶ່ງ ກ່າວວ່າ:

“ໄຟໄໝ້ ກໍໄໝ້ແຕ່ຫຼາຍປີແລ້ວ, ເຂົາກະຈົນເຮັດໃໝ່ ຫຼາຍປີລະ. ແມ່ນໆ, ແມ່ນ ໄຟລັດວົງຈອນ ດົນຫຼາຍປີແລ້ວ ພວກຕຶກ ທີ່ວ່າເພິ່ນຂາຍເຄື່ອງ ແບບວ່າ ເຮົາແປງ ເຮົາຈ້າງເຂົາເຈົ້າ ແປງໝໍ້ແບ່ງ, ຫັ້ນນ່າ ເອົາໝໍ້ແບ່ງໂຕນ້ອຍ ແລ້ວເຮົາແປງ ໝໍ້ແປງໂຕໃຫຍ່ໃສ່.”

ໃນປີ 2024, ແມ່ນເກີດເຫດໄຟໄໝ້ ຕະຫຼາດຊັງຈ່ຽງ 2 ຄັ້ງ ໃນໄລຍະລະດູແລ້ງ. ໃນນີ້, ເກີດຂຶ້ນໃນມື້ວັນທີ 18 ມີນາ 2024 ເວລາປະມານ 10 ໂມງເຊົ້າ ແລະ ມື້ວັນທີ 2 ເມສາ ເວລາປະມານ 14:50 ຕອນບ່າຍ. ສ່ວນໃນປີ 2022, ແມ່ນເກີດເຫດການໄຟໄໝ້ ຢ່າງໜ້ອຍ 1 ຄັ້ງ ໃນມື້ວັນທີ 4 ມີນາ ປີ 2022 ເວລາປະມານ 07:10 ຕອນເຊົ້າ, ເຊິ່ງເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ລົງມາປະຕິບັດໜ້າທີ່ ດັບມອດໄຟ, ແຕ່ບໍ່ທັນມີລາຍງານ ຜົນເສຍຫາຍເທື່ອ.

ກ່ອນໜ້ານີ້, ໃນມື້ວັນທີ 14 ກໍລະກົດ 2017 ເກີດເຫດການໄຟໄໝ້ ຢູ່ຕະຫຼາດຊັງຈ່ຽງ ໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ບັນດາຊາວຄ້າຂາຍ ຫຼາຍກວ່າ 300 ຮ້ານ. ໃນນີ້, ມີຈໍານວນ 28 ຮ້ານ ທີ່ໄດ້ຮັບເງິນທົດແທນປະກັນໄພ ເປັນຈໍານວນເງິນ 10,738,000,000 ກີບ (ສິບຕື້ ເຈັດຮ້ອຍ ສາມສິບແປດ ລ້ານກີບ) ຫຼື 1,263,361 ໂດລາສະຫະລັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org