ພະມ້າ ຕິດແຮ້ວ ໜີ້ສິນ ຂອງຈີນ

ປະເທດ ພະມ້າ ກັບມາຕິດແຮ້ວ ໜີ້ສິນ ຂອງຈີນ ເພີ້ມອີກ ເຊັ່ນດຽວກັບ ສປປລາວ ແລະ ອີກຫລາຍປະເທດ ໃນຂົງເຂດ, ຍ້ອນ ຕ້ອງການ ພັທນາ ແລະ ການຊ່ອຍເຫລືອ ຈາກ ຈີນ.

ທຸງປະຈໍາຊາດ ຂອງ ສະຫະພາບ ມຽນມ້າ Public Domain

ປະເທດ ພະມ້າ ກັບມາຕິດແຮ້ວ ໜີ້ສິນ ຂອງຈີນ ເພີ້ມອີກ ເຊັ່ນດຽວກັບ ສປປລາວ ແລະ ອີກຫລາຍປະເທດ ໃນຂົງເຂດ, ຍ້ອນ ຕ້ອງການ ພັທນາ ແລະ ການຊ່ອຍເຫລືອ ຈາກ ຈີນ.

ສະມາຊີກສະພາແຫ່ງຊາດພະມ້າ ມີຄວາມກັງວົນ ກ່ຽວກັບຫນີ້ສິນ ທີ່ຣັຖບານພະມ້າ ທີ່ມີຕໍ່ຈີນເພີ້ມຂຶ້ນ ໃນແຕ່ລະປີ, ອີງຕາມຣາຍງານ ຂອງຫນັງສືພິມ Asian Times ວ່າງອາທິດທີ່ຜ່ານມາ ກຸ່ມດັ່ງກ່າວໄດ້ຮຽກຮ້ອງ ໃຫ້ຣັຖບານ ຍານາງ ອອງຊານຊຸຈິ ຊອກຊ່ອງທາງແກ້ໄຂ ກ່ອນ ອະທິປະຕັຍຂອງພະມ້າ ຈະຖືກນາບຂູ່ຈາກກັບດັກ ຫລື ແຮ້ວຫນີ້ຂອງຈີນ.

ຍ້ອນເງິນສຳຮອງ ໃນທະນາຄານກາງ ຂອງຣັຖບານພະມ້າ ມີຢູ່ປະມານ 6 ຕື້ກວ່າ ໂດຣາ ໃນປັດຈຸບັນ ແລະຫນີ້ສາທາຣະນະ ປະມານ 10 ຕື້ໂດຣາ ໃນນັ້ນ 40% ແມ່ນຕິດຫນີ້ຈີນ ຈຶ່ງເຮັດໃຫ້ສະມາຊິກ ສະພາພະມ້າ ທ່ານ ທັນໂຊ ຮຽກຮ້ອງຣັຖບານ ສົ່ງ ເຂົ້າສານໄປໃຫ້ຈີນ ເພື່ອ ຈ່າຍຫນີ້ ແທນທີ່ຈະຈ່າຍເປັນເງິນ ຫລື ແລກປ່ຽນດ້ວຍການສຳປະທານ ປະເພດຕ່າງໆ. ແຕ່ຍັງບໍ່ແນ່ວ່າ ຈີນ ຈະຍອມຮັບການໃຊ້ຫນີ້ ດ້ວຍວິທີນີ້ຫລືບໍ່. ນັກວິຊາການພະມ້າ ທ່ານນຶ່ງ ເວົ້າວ່າ:

“ຫນີ້ສ່ວນຫລາຍເປັນຫນີ້ເກົ່າ ຮ່ວມທັງຫນີ້ໃຫມ່ ຍ້ອນຣັຖບານພະມ້າ ຂາດງົປມານ ຣັຖບານພະມ້າ ກໍພຍາຍາມຣະມັດຣະວັງ ໃນການຢືມ ເງິນຈາກ ຈີນ ແຕ່ຕ້ອງການ ການພັທນາ.”

ຫນັງສືພີມ ເອເຊັຽທາຍຣາຍງານວ່າ ອັດຕຣາດອກເບັ້ຽ ທີ່ຈີນ ໃຫ້ພະມ້າຢຶມນັ້ນ ສູງກວ່າ ສະຖາບັນການເງິນສາກົນ ແລະຕ່າງປະເທດ ຫລາຍເທົ່າ ຄືປະມານ 4 ຫາ 5%. ຫນີ້ສີນຕ່າງໆທີ່ພະມ້າ ຕິດຈີນ ແມ່ນເກີດຂຶ້ນຣະຫວ່າງປີ 1988 ຫາປີ 2011 ຍ້ອນວ່າໃນເວລານັ້ນ ພະມ້າຕົກຢູ່ໃນພາວະການຂວ້າມບາດ ຈາກ ປະເທດຕາເວັນຕົກ ຍ້ອນປົກຄອງດ້ວຍກຸ່ມ ຜະເດັດການທະຫານ ທີ່ມີການຣະເມີດສິດທິມະນຸດ ຢ່າງຮ້າຍແຮງໃນພະມ້າ.

ໃນເວລານັ້ນ ຈີນເປັນປະເທດດຽວ ທີ່ເປັນສະມາຊິກໃຫ້ການຊ່ອຍເຫລືອແກ່ພະມ້າ ທັງການຊ່ອຍເຫລືອລ້າ ເງິນກູ້ແລະອື່ນໆ ບໍ່ດັ່ງນັ້ນ ເສຖກິດພະມ້າ ແມ່ນໄປບໍ່ຣອດ. ຈີນໄດ້ທຸ້ມເທ ການຊ່ອຍເຫລືອ ກຸ່ມທະຫານຜະເດັດການພະມ້າ ເປັນເວລາກວ່າ ສອງທົສວັດ ໃນຂນະທີ່ພະມ້າ ຖືກກົດດັນ ຈາກປະເທດຕາເວັນຕົກ ໃຫ້ຢູ່ໂດດດ່ຽວ ຈາກໂລກພາຍນອກ ດ້ວຍການຂວ້າມບາດ ຈຶ່ງເຮັດໃຫ້ເກີດຫນີ້ສີນ ກອງໃຫຍ່ທີ່ພະມ້າ ມີຕໍ່ຈີນ ແຕ່ນັ້ນມາ.

ການຕິດຫນີ້ຈີນ ອັນມະຫາສານ ຈຶ່ງເຮັດໃຫ້ຈີນໄດ້ຮັບສິດສຳປະທານ ໃນໂຄງການໃນຫລາຍໂຄງການໃນພະມ້າ ໃນນັ້ນຮ່ວມດ້ວຍ ໂຄງການສ້າງເສັ້ນທາງຣົດໄຟ ຄວາມໄວສູງ ເຊື່ອມຕໍ່ກັບຈີນ, ໂຄງການສ້າງທ່າເຮືອນ້ຳເລິກ ທາງພາກຕາເວັນຕົກໄປສູ່ ມະຫາສມຸດອິນເດັຽ ແລະ ໂຄງການອື່ນໆຫລາຍໂຄງການ. ນັກວິຊາການພະມ້າ ທ່ານນັ້ນ ກ່າວເພີ້ມວ່າ:

“ຣັຖບານພະມ້າ ມີຫລາຍໂຄງການໃຫຍ່ໆ ຈື່ງຕ້ອງການການລົງທຶນ ຈາກຈີນ ແລະຫລາຍປະເທດ ທີ່ໃຫ້ການຊ່ອຍເຫລືອ.”

ໂຄງການໃຫຍ່ໆ ຫລາຍໂຄງການທີ່ຈີນ ໄດ້ຮັບສຳປະທານ ຍ້ອນພະມ້າ ໃຊ້ຫນີ້ຈີນບໍ່ໄດ້ ແລະການເສັຽອະທິປະຕັຍ ຂອງ ພະມ້າຖືກ ໂຕ້ຖຽງກັນ ໃນສະພາພະມ້າ ວ່າງຫລັງໆມານີ້ ໃນນັ້ນ ຮ່ວມດ້ວຍໂຄງການທ່າເຮືອນ້ຳເລິກ ດັ່ງກ່າວ ໃນມູນຄ່າປະມານ 10 ຕື້ໂດຣາ ທີ່ຈີນ ຈະເປັນຜູ້ຄວບຄຸມ ແລະໂຄງການຣົດໄຟຄວາມໄວສູງ ເຊື່ອມກັບຈີນ ທີ່ເອີ້ນວ່າ ແຣວເສຖກິດ ຈີນ-ພະມ້າ ສະມາຊິກ ສະພາພະມ້າ ຫລາຍຄົນ ຕ້ອງການຢາກໃຫ້ຣັຖບານ ທົບທວນຄືນໃຫມ່.

ພະມ້າຖືກຈຳກັດ ຂອບເຂດ ການເຂົ້າຫາປະເທດຕາເວັນຕົກ ຍ້ອນການຂວ້າມບາດ ຈຶ່ງເຮັດໃຫ້ພະມ້າ ຕິດຫນີ້ ຈີນ ຫລາຍຂື້ນເປັນຕົ້ນ ຣະຫວ່າງປີ 2011 ຫາປີ 2016 ພະມ້າຕິດຫນີ້ຈີນ ເພີ້ມອີກ 3 ຕື້ ໂດລາ ຈາກເດີມ 6 ຕື້ໂດລາ ໃນຊ່ວງການປົກຄອງ ຂອງພົລເຮືອນ ທີ່ນຳໂດຍ ນາຍພົລ ທຽນສຽນ ທີ່ຍັງມີກຸ່ມ ຜະເດັດການທະຫານຄວບຄຸມຢູ່.

ຫນີ້ຕ່າງໆ ທີ່ພະມ້າຢຶມຈີນ ແມ່ນມາໃຊ້ໃນການສ້າງ ໂຄງຮ່າງພື້ນຖານ ຖນົນຫົນທາງ ໂຮງຫມໍ ໂຮງຮຽນ ສ້າງເຂຶ່ອນ ທີ່ຮ່ວມຫຸ້ນກັບ ຣັຖບານພະມ້າ ເປັນຕົ້ນໂຄງການສ້າງເຂື່ອນ ໄມສອນ ເຂດກາຈີນ ທີ່ຖືກກຸ່ມທະຫານ ສັ່ງຍົກເລິກໄປ ຫລັງຈາກການລິເລີ່ມ ແຕ່ພະມ້າ ຍັງຕ້ອງໄດ້ໃຊ້ຫນີ້ ຈຳນວນ 800 ລ້ານໂດຣາ ທີ່ບໍຣິສັດຈີນ ໄດ້ລົງທຶນບຸຣະນະໄປແລ້ວ.

ນອກຈາກນັ້ນ ກໍແມ່ນຫນີ້ ຊື້ອຸປກອນ ເຄື່ອງຈັກທາງດ້ານການກະເສດ ທີ່ພະມ້າຕ້ອງການຍົກຣະດັບ ການຜລິດໃນທົ່ວປະເທດ ແຕ່ເຄື່ອງຈັກດັ່ງກ່າວ ຂາດຄຸນນະພາບ ເປ່ເພ ໃນທີ່ສຸດກໍໃຊ້ການບໍ່ໄດ້ ແຕ່ພະມ້າ ຕ້ອງໄດ້ຈ່າຍຫນີ້.

ຣັຖບານຂອງ ຍານາງ ອອງຊານຊຸຈິ ຂຶ້ນກຳອຳນາດ ໃນປີ 2016 ໄດ້ແບກຫາບຫນີ້ດັ່ງກ່າວ ມາຮອດ ທຸກມື້ນີ້ ຣັຖບານຂອງຍານາງ ໄດ້ປ່ຽນທິດທາງ ອອກຈາກການກູ້ເງິນຈາກຈີນ ໄປຫາປະເທດຕາເວັນຕົກ ແລະ ປະເທດຕ່າງໆຫລາຍຂຶ້ນ ເປັນຕົ້ນຍີ່ປຸ່ນ ແລະ ທະນາຄານ ພັທນາເອເຊັຽ ດ້ວຍດອກເບັ້ຽຕ່ຳ ແລະຣະຍະຍາວ ແຕ່ຫນີ້ຂອງຈີນ ກໍຍັງໃຊ້ບໍ່ຫມົດເທື່ອ ຍ້ອນດອກເບັ້ຽສູງ ແລະຕິດມາເປັນເວລາຫລາຍປີ ດອກເພີ້ມເປັນຕົ້ນ ຕົ້ນກາຍເປັນດອກ.

ນັກວິຊາການທ່ານນັ້ນ ເວົ້າວ່າ ການປ່ຽນຕິດທາງ ດ້ານເສຖກິດ ແລະການເງິນ ຂອງພະມ້າ ບໍ່ປະສົບຜົລສຳເຣັດ ຫລາຍປານໃດ ໃນທຸກມື້ນີ້ ຍ້ອນວ່າ ນັກລົງທຶນຕ່າງຊາດ ຍັງລັ່ງເລໃຈ ທີ່ມາລົງທຶນ ໃນພະມ້າເພາະ ກົດຫມາຍຍັງບໍ່ແນ່ນອນ ສຳລັບ ນັກລົງທືນ, ການເຂົ້າມາຫຍຸ້ງກ່ຽວ ຂອງກຸ່ມທະຫານ ແລະການພົວພັນທາງດ້ານການຄ້າ ຫລື ການລົງທຶນຕ່າງໆ ຈາກຕ່າງປະເທດ ຕ້ອງໄດ້ຮ່ວມຫຸ້ນ ກັບບໍຣິສັດພະມ້າ ຈຶ່ງຈະຈະສາມາດລົງທຶນໄດ້ ຊຶ່ງບໍຣິສັດຕ່າງໆໃນພະມ້າ ແມ່ນຕັ້ງຂຶ້ນ ໂດຍ ຍາດພີ່ນ້ອງ ແລະລູກຫລາຍຂອງ ກຸ່ມຜະເດັດການທະຫານຫລາຍກວ່າ ຈື່ງຂາດຄວາມເຊື່ອຖື ແລະຄວາມຫມັ້ນໃຈ ຂອງນັກລົງທຶນຕ່າງຊາດ ທີ່ຈະເຂົ້າມາລົງທຶນໃນພະມ້າ ໃນປັດຈຸບັນ.

ບັນຫາອື່ນໆອີກ ທີ່ພະມ້າ ປະສົບຢູ່ໃນປັດຈຸບັນ ທີ່ເຮັດໃຫ້ການພັທນາເສຖກິດ ຂອງພະມ້າ ມີບັນຫາ ກໍແມ່ນການກົດຂີ່ຂົ່ມເຫງ ຊາວໂຣຮິນຢາ ທີ່ປະເທດຕາເວັນຕົກ ແລະ ສະຖາບັນການເງິນສາກົນ ຫລາຍສະຖາບັນ ຈຳກັດສິດທິການຊ່ອຍເຫລືອ ແລະ ການໃຫ້ເງິນກູ້ ດ້ວຍດອກເບັ້ຽຕ່ຳ ຕື່ມອີກ ຈື່ງເຮັດໃຫ້ພະມ້າ ຫັນກັບໄປຕິດແຮ້ວຫນີ້ ຂອງຈີນ ຕື່ມອີກ. ທ່ານກ່າວຕື່ມວ່າ

“ບັນຫາໂຣຮິນຢາ ໃນພະມ້າ ຈະເຮັດໃຫ້ຫລາຍປະເທດ ຂວ້າມບາດທາງດ້ານເສຖກິດ ຕໍ່ພະມ້າອີກໃຫມ່ ຈະເຮັດໃຫ້ພະມ້າ ຫັນມາຕິດ ກັບຫນີ້ຂອງຈີນ ເພີ້ມອີກ ຍ້ອນວ່າ ຈະບໍ່ມີປະເທດໃດ ໃຫ້ພະມ້າຢືມເງິນ.”

ດັ່ງນັ້ນ ການຕໍ່ລອງແລະຂໍ້ສເນີ ຂອງສະມາຊິກສະພາພະມ້າ ອາດຈະບໍ່ໄດ້ຜົລ ຍ້ອນພະມ້າ ຕິດແຮ້ວຫນີ້ຈີນ ລົງເລິກ ມາເປັນເວລາ ດົນນານແລ້ວ ເປັນແບບດຽວກັບ ສປປລາວ ແລະ ບາງປະເທດໃນຂົງເຂດ ເປັນຕົ້ນ ກຳພູຊາ ແລະ ສຣີລັງກາ ເປັນການເຊື່ອມອິດທິພົນ ທາງດ້ານການຄ້າ ແລະການເມືອງ ຂອງຈີນມາໃນຂົງເຂດ.

ການຈ່າຍຫນີ້ ດ້ວຍການແລກດ້ວຍເຂົ້າສານ ຂອງສະມາຊິກສະພາພະມ້າ ເປັນແຜນການທີ່ດີ ແຕ່ຈີນ ອາດຈະບໍ່ເອົານຳ ແຕ່ຖ້າເອົາ ກໍຕ້ອງກົ່ງຣາຄາ ຍ້ອນພະມ້າ ບໍ່ມີທາງອອກ.

ການຕິດຫນີ້ປະເທດອື່ນ ນອກຈາກຈະເສັຽອະທິປະຕັຍ ທາງດ້ານການຄ້າ ການເມືອງແລະການທູດ ແລ້ວຍັງເປັນການເສັຽເອກຣາຊ ຂອງ ປະເທດນັ້ນໆນຳອີກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org