ຊາວຈີນ ເສັຽຊີວິດ 30 ປາຍຄົນ ຍ້ອນຝົນຕົກໜັກ, ນ້ຳຖ້ວມກະທັນຫັນ
ຝົນຕົກໜັກ ຢູ່ມົນທົນເຫີໜານ ຂອງຈີນ ກໍ່ໃຫ້ເກີດ ນ້ຳຖ້ວມ ກະທັນຫັນ ເຮັດໃຫ້ມີ ຜູ້ເສັຽຊີວິດ ຫຼາຍສິບຄົນ, ຊຶ່ງຄາດວ່າ ຈຳນວນຜູ້ເສັຽຊີວິດ ແລະ ຫາຍສາບສູນ ອາດສູງຂຶ້ນ ໃນຂະນະທີ່ ໜ່ວຍກູ້ພັຍ ສືບຕໍ່ຄົ້ນຫາ.
-
ອຸ່ນແກ້ວ ສຸກສະຫວັນ
2021-07-26 -
-
-
Your browser doesn’t support HTML5 audio
ສຳນັກຂ່າວ ຕ່າງປະເທດ ຣາຍງານວ່າ ນ້ຳຖ້ວມ ຢູ່ມົນທົນເຫີໜານ ເຮັດໃຫ້ມີ ຜູ້ເສັຽຊີວິດຢ່າງໜ້ອຍ 33 ຄົນ ຈາກການຣາຍງານ ໃນເບື້ອງຕົ້ນ. ຍອດຜູ້ເສັຽຊີວິດ ແລະ ຜູ້ຫາຍສາບສູນ ຍັງຈະ ສູງຂຶ້ນອີກກວ່ານີ້. ເຈົ້າໜ້າທີ່ ທາງການຈີນ ແລະ ໜ່ວຍກູ້ໄພ ກຳລັງສຸມໃສ່ ທຸກຄວາມພຍາຍາມ ໃນການອົພຍົບ ຜູ້ຄົນ.
ນອກຈາກນີ້, ຍັງມີຜູ້ຄົນ ທີ່ຕິດຢູ່ໃນ ຣົດໄຟ ຢູ່ໃນອຸໂມງ ຝົນຕົກໜັກ ເຮັດໃຫ້ເກີດດິນເຈືອນ ເຮັດໃຫ້ ປະຣິມານນ້ຳ ຢູ່ແມ່ນ້ຳ ແລະ ລະດັບນ້ຳ ໃນເຂື່ອນສູງຂຶ້ນ.
ເຈົ້າໜ້າທີ່ ມົນທົນເຫີໜານ ໄດ້ກ່າວວ່າ: ຝົນຕົກໜັກ ຕິດຕໍ່ກັນ ຫຼາຍມື້ ໃສ່ມົນທົນເຫີໜນານ ໃນອາທິດ ທີ່ຜ່ານມາ ເຮັດເກີດນ້ຳຖ້ວມ ແບບກະທັນຫັນ ສະນັ້ນ ທາງການ ຕ້ອງເລັ່ງ ອົພຍົບ ຜູ້ຄົນ ຢູ່ໃນພື້ນທີ່ ສ່ຽງໄພ ແລະ ປະເມີນ ຄວາມເສັຽຫາຍ ທາງເສຖກິຈ ໃນເບື້ອງຕົ້ນ ຢູ່ທີ່ 190 ລ້ານ ໂດລາ
ມົນເຫີໜານ ມີພົລເມືອງ 99 ລ້ານຄົນ ແລະ ເປັນເຂດ ທີ່ມີການພື້ນທີ່ ກະສິກັມ ແລະ ໂຮງງານ ທີ່ໃຫຍ່.
ຫຼັງຈາກນັ້ນ ຊາວເມືອງ ກໍໄດ້ຮັບຄວາມເສັຽຫາຍ ຈາກຝົນຕົກໜັກ ເຮັດໃຫ້ນ້ຳຖ້ວມ ກະທັນຫັນ ຢູ່ເມືອງ ກວາງຈີ ຢູ່ເຂດພາກກາງ ຂອງມົນທົນ ເຫີໜານ ໃນວັນທີ 21 ກໍຣະກະດາ 2021. ຢູ່ເມືອງສາງຊູ ເມືອງຫຼວງ ຂອງມົນທົນເຫີໜານ ມີພົລເມືອງ 12 ຄົນ ກໍເປັນເມືອງນຶ່ງ ທີ່ໄດ້ຮັບ ຜົລກະທົບໜັກ ມີຜູ່ເສັຽຊີວິດ 12 ຄົນ ຫຼັງຈາກ ທີ່ຕິດຢູ່ໃນ ທາງຣົດໄຟໃຕ້ດິນ ມາເປັນເວລາ ຫຼາຍຊົ່ວໂມງ. ແຕ່ວ່າ ມີເມືອງນ້ອຍ ຫຼາຍເມືອງ ທີ່ໄດ້ຮັບ ຜົລກະທົບ ຫຼາຍເຊັ່ນດຽວກັນ. ທາງການ ມີການແຈ້ງ ເຕືອນວ່າ ຈະມີຝົນຕົກ ເພີ່ມອີກ ສະນັ້ນ ຍອດຜູ້ເສັຽຊີວິດ ຍັງຈະເພີ່ມຂຶ້ນອີກ ໃນຂນະທີ່ ໜ່ວຍກູ້ໄພ ຍັງສືບຕໍ່ ຊ່ອຍເຫຼືອ ປະຊາຊົນ.
ຢູ່ເມືອງກວາງຈີ ຢ່າງໜ້ອຍ ມີປະຊາຊົນ ເສັຽຊີວິດ 4 ຄົນ ຍ້ອນວ່າ ນ້ຳທີ່ຖ້ວມ ໄດ້ໄຫຼທະລັກ ເຂົ້າມາຖ້ວມ ຖນົນແບບປະຊາຊົນ ຍັງບໍ່ທັນ ໄດ້ຕັ້ງຕົວ. ຝົນຕົກໜັກ ເຮັດໃຫ້ບ້ານເຮືອນ ຂອງປະຊາຊົນ ຍຸບຕົວລົງ ແລະ ເຮັດໃຫ້ເກີດ ດິນເຈື່ອນ ຍິ່ງເປັນ ອຸປສັກ ໃຫ້ການກູ້ໄພ.
ຢູ່ເຂດເມືອງ ຊິນຊຽງ, ປະຣິມານນ້ຳ ຢູ່ໃນແມ່ນ ໄດ້ຂຶ້ນເກີນລະດັບ ເຕືອນໄພ ແລະ ມີອ່າງ ເກັບນ້ຳ 7 ແຫ່ງ ມີປະຣິມານ ນ້ຳລົ້ນອ່າງ ໄດ້ສົ່ງຜົລກະທົບ ຕໍ່ປະຊາຊົນ ເກືອບ 500,000 ຄົນ ຢູ່ 58 ກຸ່ມບ້ານ, ອີງຕາມ ການຣາຍງານ ຂອງສຳນັກຂ່າວ ທາງການຈີນ.
ຜູ້ຄົນ ໄດ້ພາກັນ ເຜີຍແຜ່ພາບ ວີດີໂອ ຄວາມຮຸນແຮງ ຂອງນ້ຳຖ້ວມ ລົງໃນ ສື່ສັງຄົມອ໋ອນລາຍ ຂອງຈີນ ຊຶ່ງໃນພາບ ວີດີໂອ ຈະເຫັນວ່າ ຜູ້ຄົນ ແລະ ຣົດ ຢູ່ຕາມຖນົນ ຖືກນ້ຳພັດ ໄປຢ່າງ ກົລຫົນ. ໃນວັນພະຫັດ ທີ່ຜ່ານມາ, ປະຊາຊົນ ໄດ້ພາກັນ ຮຽກຮ້ອງ ຂໍຄວາມຊ່ອຍເຫຼືອ ໄປທາງ Wechat ແລະ Weibo ຊຶ່ງເປັນ ສື່ສັງຄົມ ອ໋ອນລາຍ ທີ່ຄົນຈີນ ມັກນິຍົມ ໃຊ້ກັນ ຫຼາຍທີ່ສຸດ ຢູ່ໃນປະເທດຈີນ. ໃນນັ້ນ ບາງຄົນ ກໍສົ່ງຮູບພາບ ແລະ ຂໍ້ມູນ ກ່ຽວກັບ ບຸກຄົນ ຢູ່ໃນຄອບຄົວ ຂອງເຂົາເຈົ້າ ທີ່ຍັງຊອກຫາ ບໍ່ເຫັນ.
ເຫດການ ດັ່ງກ່າວ ເປັນໄພທັມຊາດ ທີ່ເປັນຕາຢ້ານ ທີ່ເກີດຢູ່ ອຸໂມງໃຕ້ດິນ ຢູ່ເຂດ ຣົດໄຟໃຕ້ດິນ ສາຍທີ 5 ຢູ່ໃນ ເມືອງສາງຊູ.
ໃນຊົ່ວໂມງ ຟ້າວຟັ່ງ ໃນວັນອັງຄານ ທີ່ຜ່ານມາ, ມີປະຊາຊົນຫຼາຍ 100 ຄົນ ຕິດຢູ່ໃນ ນ້ຳຖ້ວມ ທີ່ກຳລັງສູງຂຶ້ນ ໃນຂນະທີ່ ນ້ຳກໍເຣີ່ມ ໄຫຼທະລັກ ເຂົ້າອຸໂມງ ແລະ ຊຶມເຂົ້າໄປ ໃນຣົດ ຂອງປະຊາຊົນ ທີ່ກຳລັງຂີ່ຢູ່.
ປະຊາຊົນ ບາງຄົນ ກໍໄດ້ໂພສ ວີດີໂອ ເພື່ອຂໍຄວາມຊ່ອຍເຫຼືອ ທາງສື່ສັງຄົມ ອ໋ອນລາຍ ທີ່ນ້ຳກຳລັງ ຈະຖ້ວມທາງໃນ ຂອງຣົດ ຈົນນ້ຳຂຶ້ນ ຮອດລະດັບ ຫົວຂອງລາວ ຢູ່ໃນຣົດ ແລະ ບຸກຄົນ ດັ່ງກ່າວ ພຍາຍາມ ເງີຍໜ້າຂຶ້ນ ບໍ່ໃຫ້ນ້ຳຖ້ວມຫົວ ຊຶ່ງມັນເຮັດໃຫ້ ຄົນໃນທົ່ວປະເທດ ຕ້ອງຕົກຕະລຶງ ແລະ ໄດ້ເປັນຫົວຂໍ້ຂ່າວ ໄປທົ່ວໂລກ. ພາບວີດີໂອ ອີກອັນນີ້, ມີຄົນພົບສົບ ຂອງຜູ້ເສັຽຊີວິດຢູ່ ຢູ່ຊານສາລາ ລົດໄຟ ໃນຂນະທີ່ ເຈົ້າໜ້າທີ່ ກູ້ໄພ ຂອງຈີນ ກຳລັງ ໄດ້ເຮັດວຽກກູ້ໄພ.
ເຈົ້າໜ້າທີ່ ກ່າວວ່າ ມີຜູ້ໂດຍສານ 500 ປາຍຄົນ ຖືກອົພຍົບ ຈາກທາງຣົດໄຟໃຕ້ດິນ ໃນນັ້ນ ມີຜູ້ເສັຽຊີວິດ 12 ຄົນ ແລະ ມີ 5 ຄົນ ໄດ້ຮັບບາດເຈັບ.
ໃນສື່ສັງຄົມ ອ໋ອນລາຍ ແລະ ການສັມພາດ ຂອງສື່ມວນຊົນຈີນ, ຜູ້ທີ່ລອດຊີວິດ ໄດ້ເຜີຍແຜ່ ວີດີໂອ ເພື່ອໃຫ້ເຫັນວ່າ ໄພພິບັດ ຢູ່ທາງຣົດໄຟໃຕ້ດິນ ມັນຮ້າຍແຮງ ຂນາດໃດ.
ວີດີໂອ ທີ່ເຜີຍແຜ່ ຢູ່ໃນເວັບໄຊທ໌ Weibo ໄດ້ສະແດງໃຫ້ເຫັນ ຜູ້ຍິງຄົນນຶ່ງ ໄດ້ເວົ້າວ່າ ນ້ຳເຣີ່ມຊຶມ ເຂົ້າມາທາງ ຣົດໄຟໃຕ້ດິນແລ້ວ ຫຼັງຈາກນັ້ນ ຣົດໄຟ ກໍຢຸດຢູ່ ລະຫວ່າງ 2 ສຖານນີ. ເຈົ້າໜ້າທີ່ ສຖານນີ ຣົດໄຟ ໄດ້ແນະນຳໃຫ້ ຜູ້ໂດຍສານ ອອກຈາກ ຣົດໄຟ ແລະ ດ້ວຍການອົພຍົມຄົນ ຜ່ານ ອຸໂມງຣົດໄຟ, ແຕ່ບໍ່ທັນ ພໍທໍ່ໃດ ອຸໂມງ ກໍມືດ ຍ້ອນວ່າ ນ້ຳຂຶ້ນຖ້ວມ ພຽງຫົວ.
ພາບທີ່ຖືກເຜີຍແຜ່ອອກມາ ທາງສື່ ກໍຄື ສຖານນີ ຣົດໄຟໃຕ້ດິນ ຢູ່ເມືອງສາງຊູ ຖືກນ້ຳຖ້ວມ ຍ້ອນຝົນຕົກໜັກ ໃນວັນທີ 21 ກໍຣະກະດາ.
ໃນເວລາທີ່ ຜູ້ຄົນພາກັນ ກັບໄປຣົດ ຂອງເຂົາເຈົ້າ ຢູ່ລານຈອດຣົດ, ລະດັບນ້ຳ ກໍຂຶ້ນພຽງແອວ. ລະດັບນ້ຳ ຍັງສູງຂຶ້ນ ຢູ່ໃນອຸໂມງ ຣົດໄຟ.
ປະຊາຊົນ ທ່ານ ນຶ່ງ ໄດ້ກ່າວວ່າ ພວກເຮົາ ພຍາຍາມ ລຸກຈາກບ່ອນນັ່ງ ແລະ ຢືນຂຶ້ນ ໃຫ້ຫຼາຍເທົ່າທີ່ ຈະຫຼາຍໄດ້ ແຕ່ສຸດທ້າຍ ນ້ຳກະຂຶ້ນ ພຽງໜ້າເອີກ ຂ້ອຍຢ້ານຫຼາຍ. ສິ່ງທີ່ເປັນຕາຢ້ານ ບໍ່ແມ່ນ້ຳ ແຕ່ວ່າ ແມ່ນອາກາດ ຢູ່ໃນຣົດນັ້ນ ເພາະຫຼາຍຄົນ ກໍວ່າ ຫາຍໃຈ ລຳບາກ.
ລາວໄດ້ຍິນ ສຽງແມ່ຍິງຄົນນຶ່ງ ເອົາບັນຊີ ແລະ ຂໍ້ມູນ ທະນາຄານ ຂອງໃຫ້ຄອບຄົວ ຂອງລາວ ແລະ ຂ້ອຍຄິດວ່າ ຂ້ອຍຄົງ ຈະເຮັດຄືກັນ ດ້ວຍການສົ່ງ ຂໍ້ຄວາມຫາ ແມ່ຂອງລາວ ແຕ່ໃນເວລາ ແມ່ລາວ ໂທຄືນ ລາວເວົ້າຫຍັງ ບໍ່ອອກ ແລະ ລາວບອກແມ່ ຂອງລາວວ່າ ລາວກຳລັງ ຖ້າໜ່ວຍກູ້ໄພ ມາຊ່ອຍ ແລະ ລາວຕ້ອງຢູ່ ທີ່ນັ້ນໄປອີກ 2 ຊົ່ວໂມງເຄິ່ງ.
ໃນທີ່ສຸດ ລາວກໍຂາດ ອັອກຊີເຈນ ແຕ່ວ່າ ຕໍ່ມາລາວກໍ ໄດ້ຮັບໂທຣະສັບ ຈາກແມ່ຂອງລາວ ວ່າ ໜ່ວຍກູ້ໄພ ກຳລັງມາ.
ໃນເວລານັ້ນ ລາວໄດ້ຍິນສຽງຍ່າງ ຢູ່ເທິງຣົດໄຟ ແລະ ນັກຜະຈົນເພີງ ເຣີ່ມພັງປະຕູ ເພື່ອໃຫ້ ອາກາດເຂົ້າມາ. ລາວໄດ້ຍິນ ໜ່ວຍກູ້ໄພ ເຂົ້າມາ ແລະ ຫຼັງຈາກນັ້ນ ເຂົາເຈົ້າ ກໍເອົາ ຄົນທີ່ຕິດ ຢູ່ໃນຣົດໄຟ ອອກໄປກ່ອນ. ຫຼັງຈາກນັ້ນ ອີກບໍ່ດົນ ຂໍ້ຄວາມ ທີ່ແມ່ຍິງຄົນດັ່ງກ່າວ ເຜີຍ ກໍຖືກລົບອອກ ແຕ່ ກໍຍັງບໍ່ຈະແຈ້ງວ່າ ເປັນຫຍັງ ຈຶ່ງຖືກລົບອອກ ແລະ ໃຜເປັນຄົນລົບ. ນັກຂ່າວ CNN ບໍ່ສາມາດ ລະບຸຢືນຢັນ ຊື່ຂອງລາວ.
ແມ່ຍິງອີກຄົນນຶ່ງ ໄດ້ກ່າວຕໍ່ ສຳນັກຂ່າວ ຊາວໜຸ່ມ ຂອງຂອງຈີນ ທີ່ເປັນ ສື່ທາງການຈີນ ວ່າ ລາວ ບໍ່ສາມາດ ກັ້ນນ້ຳຕາ ໄວ້ໄດ້ ໃນເວລາທີ່ ລາວເຫັນນ້ຳ ໄຫຼເຂົ້າມາ ໃນຣົດໄຟ ໃນຂນະທີ່ ບາງຄົນກໍ ຮ້ອງໃຫ້ຄືກັນ. ແຕ່ວ່າ ຜູ້ຄົນ ກໍພາກັນ ປອບໃຈກັນ ສເມີ ທຸກຄົນ ພາກັນນິ້ງ ເພື່ອບໍ່ໃຫ້ ຕົວເອງເມື່ອຍ.
ບາງຄົນ ກະພຍາຍາມ ໂທຫາ ໜ່ວຍງານສຸກເສີນ ແລະ ເອີ້ນຫາ ຄອບຄົວ ແລະ ໝູ່ເພື່ອນ ໃຫ້ມາຊ່ອຍ ແຕ່ບໍ່ມີໃຜມາ. ປະມານ 9 ໂມງແລງ ນ້ຳຢູ່ໃນ ຣົດໄຟ ສູງຂຶ້ນພຽງຄໍ ມີທັງ ເດັກນ້ອຍ, ແມ່ມານ, ຜູ້ເຖົ້າ ຢູ່ໃນຣົດໄຟ, ບາງຄົນກໍສັ່ນ ແລະ ສືບເອົາ ອາກາດຫາຍໃຈ.
ແມ່ຍິງຄົນນັ້ນ ເວົ້າວ່າ ມັນເປັນ ຕາຢ້ານແທ້ໆ ໃນເວລານັ້ນ ລາວໄດ້ເຫັນ ນ້ຳຍື່ງຂຶ້ນ ກາຍຫົວ ຢູ່ນອກ ຣົດໄຟ ລາວ ກຳລັງຕຣຽມຕົວ ໃຫ້ຍອມຮັບ ກັບສພາບ ທີ່ລາວ ບໍ່ສາມາດ ອອກໄປນອກໄດ້.
ແບດເຕີຣີ ຢູ່ໃນໂທຣະສັບ ເຫຼືອພຽງ 30 ເປີເຊັນ ລາວປິດ ແອບໝົດ ແລະ ສົ່ງຂໍ້ຄວາມ ຫາພີ່ນ້ອງ ແລະ ໝູ່ ຂອງລາວ ທາງ Wechat ແຕ່ລາວ ບໍ່ກ້າໂທຫາ ພໍ່ແມ່. ກ່ອນ 9 ໂມງແລງ ລາວ ບອກພໍ່ແມ່ ໃຫ້ໂທຫາ ໜ່ວຍກູ້ໄພ. ແຕ່ວ່າ ຫຼັງຈາກນັ້ນ ລາວກໍໄດ້ ໂທບອກທຸກຄົນ ໃຫ້ກະກຽມ ດູແລສິ່ງຂອງ ຖ້າວ່າ ລາວເສັຽຊີວິດ.
ແລະ ກໍມີຫຼາຍຄົນ ທີ່ຖືກເຜີຍແຜ່ ທາງວີດີໂອ ຊຶ່ງໃນນັ້ນ ມີຊາຍຄົນນຶ່ງ ທີ່ເປັນ ອະດີດທະຫານ ໜ່ວຍຣົບພິເສດ ໄດ້ມຸດນ້ຳ ໄປຊ່ວຍ 5 ຄົນ ທີ່ກຳລັງ ຕິດຢູ່ຣົດ ໃນເວລານ້ຳຖ້ວມ.
ສຳນັກຂ່າວ ຂອງທາງການຈີນ ໄດ້ອອກອາກາດ ເຖິງການປະຕິບັດ ໜ້າທີ່ ຂອງໜ່ວຍກູ້ໄພ ທີ່ພຍາຍາມ ຊ່ອຍເຫຼືອ ເດັກນ້ອຍ ທີ່ຕິດຢູ່ໃນ ຕຶກທີ່ຍຸບຕົວລົງ ຢູ່ເມືອງຊິງຢາງ. ເດັກນ້ອຍ ຄົນດັ່ງກ່າວ ຕິດຢູ່ໃນ ຕຶກເປັນເວລາ 24 ຊົ່ວໂມງ ກ່ອນທີ່ຈະ ຖືກຊ່ວຍເຫຼືອ ອອກມາໄດ້ ແລະ ຖືກນຳສົ່ງ ໂຮງໝໍ ໃນເວລາຕໍ່ມາ. ປັດຈຸບັນ ເດັກນ້ອຍ ດັ່ງກ່າວ ມີອາການຊົງໂຕ, ແລະ ໃນຕໍ່ມາ ສື່ຂອງທາງການຈີນ ກໍຣາຍງານວ່າ ແມ່ຂອງເດັກນ້ອຍ ດັ່ງກ່າວ ກໍຖືກພົບວ່າ ເສັຽຊີວິດ.
ຢູ່ໃນ ພິທີຖແລງຂ່າວ ໃນວັນພຸດ ທີ່ຜ່ານມາ, ເຈົ້າໜ້າທີ່ ທາງການຈີນ ໄດ້ສົ່ງ ນັກຜະຈົນເພີງ 6,000 ຄົນ ແລະ ທະຫານ 2,000 ຄົນ ໄປເຂດໄພພິບັດ.
ໃນວັນພະຫັດ ທີ່ຜ່ານມາ ມີການແຈ້ງເຕືອນວ່າ ຈະມີຝົນຕົກໜັກ ກ່ອນທີ່ຝົນ ຈະຕົກເທລົງມາ ໃນວັນສຸກ ອີງຕາມ ເຈົ້າໜ້າທີ່ ທາງການຈີນ.
ນ້ຳຖ້ວມ ໃນຍາມແລ້ງ ມັກເກີດຂຶ້ນ ຢູ່ໃນປະເທດຈີນ ຝົນຕົກຫຼາຍ ເກີນສະຖິຕິ ທີ່ບັນທຶກ ມາເປັນ ປວັດສາດ ໄດ້ເຕືອນ ນັກວິທຍາສາດ ແລະ ເຈົ້າໜ້າທີ່ ໃຫ້ໄດ້ຕັ້ງ ຂໍ້ສົງໄສຂຶ້ນມາວ່າ ປະເທດຈີນ ກຽມພ້ອມ ທີ່ຈະຮັບມື ກັບສພາບ ດິນຟ້າອາກາດ ທີ່ບໍ່ສາມາດ ຄາດເດົາໄດ້ ຫຼືບໍ່ ອັນເປັນ ຜົລມາຈາກ ສະພາວະ ໂລກຮ້ອນ.
ທ່ານ ຫຼິສ ຈັນ ຢາງ, ຫົວໜ້າ ໂຄງການພລັງງານ ແລະ ສພາບອາກາດ ຂອງອົງການ Greenpeace ຢູ່ ນະຄອນປັກກິ່ງ, ໄດ້ກ່າວ ຢູ່ໃນຖແລງການ ທີ່ລະບຸເຖິງ ການຣາຍງານ ແຜນທີ່ ເຂດທີ່ມີຄວາມສ່ຽງ ຢູ່ໃນ ຕົວເມືອງໃຫຍ່ໆ ຂອງຈີນ ຈາກສພາບ ດິນຟ້າອາກາດ.
ທ່ານ ຫຼິວ ໄດ້ກ່າວ ໃນຖແລງການວ່າ ການຟື້ນຟູ ຊຸມຊົນ ໝາຍເຖິງ ການກຳນົດ ກຸ່ມສ່ຽງ ວ່າ ຄວາມສ່ຽງນັ້ນ ມັນຂຶ້ນກັບ ທີ່ຕັ້ງ, ລາຍຮັບ, ສວັດດີການ, ທີ່ຢູ່, ການຈ້າງງານ, ປວັດການປິ່ນປົວ, ຫຼື ປັດໃຈອື່ນໆ ອີກຫຼືບໍ່.
ເຈົ້າໜ້າທີ່ ມົນທົນເຫີໜານ ໄດ້ກ່າວວ່າ ຝົນຕົກຫຼາຍ ຂນາດນີ້ ບໍ່ເຄີຍມີ ມາກ່ອນ ທີ່ຖືກແທກໄດ້ ຫຼາຍກວ່າ 20 ເຊັນ ໂດຍສເພາະ ປະຣິມານ ນ້ຳຝົນ ຢູ່ເມືອງສາງຊູ ພາຍໃນ 1 ຊົ່ວໂມງ ໃນວັນອັງຄານ ທີ່ຜ່ານມາ, ອີງຕາມຂໍ້ມູນ ການວັດປະຣິມານ ນ້ຳຝົນ ທີ່ໄດ້ບັນທຶກ ເອົາໄວ້ ໃນປີທີ່ຜ່ານມາ.
ສຖານນີ ອຸທົກກະສາດ ເມືອງສາງຊູ ໄດ້ອທິບາຍວ່າ ລະດັບ ນ້ຳຝົນຫຼາຍ ໃນຮອບ 1 ພັນປີ ໃນຂນະດຽວກັນ ກົມຊັພຍາກອນນ້ຳ ມົນທົນເຫີໜານ ເວົ້າວ່າ ລະດັບນ້ຳຝົນ ຫຼາຍທີ່ສຸດ ໃນຮອບ 5,000 ປີ.