ຄົນລາວ ກັບການຟັງຂ່າວ ຜ່ານ Podcast
ຜູ້ມີຄົນເຣີ່ມຫັນມາໃຊ້ Podcast ໃນການຮັບຟັງຂ່າວ ແລະ ກະຈ່າຍຂ່າວກັນຢູ່ປະເທດລາວແລ້ວ, ການຮັບຟັງ ຜ່ານທາງ Podcast ຈະສາມາດຟັງຂ່າວໄດ້ ຜ່ານທາງໂທລະສັບມືຖື ອັບໂລດເຂົ້າທາງໂທລະສັບມືຖື ທ່ານ ສາມາດຮັບຟັງໄດ້ທຸກຍາມ ທີ່ຢາກຈະຟັງ.
-
ອຸ່ນແກ້ວ
2023-05-20 -
-
-
Your browser doesn’t support HTML5 audio
ໃນຍຸກແຫ່ງການສື່ສານ ທີ່ບໍ່ມີຂີດຈໍາກັດ ປັດຈຸບັນ ຜູ້ຄົນຢູ່ລາວ ເຣີ່ມຫັນມາໃຊ້ Podcast ເຊິ່ງເປັນ ເພແພັດຟອມ ໃນການນໍາສເນີ ຂ່າວ ຫຼື ຂໍ້ມູນຂ່າວສານຕ່າງໆ ຄ້າຍໆ ຄືກັບວິທະຍຸ ແຕ່ວ່າ ການຮັບຟັງ ຜ່ານທາງ Podcast ຈະສາມາດຟັງຂ່າວໄດ້ ຜ່ານທາງໂທລະສັບມືຖື ອັບໂລດເຂົ້າທາງໂທລະສັບມືຖື ທ່ານ ສາມາດຮັບຟັງໄດ້ທຸກຍາມ ທີ່ຢາກຈະຟັງ.
ຂ້ອຍໄດ້ ມີໂອກາດລົມກັບຜູ້ໃຊ້ Podcast ຢູ່ທາງເມືອງລາວ ໃຫ້ບັນດາທ່ານໄປຮັບຟັງຣາຍລະອຽດ ເຂົາເຈົ້າມີຄວາມຄິດເຫັນແນວໃດ.
ຜູ້ໃຊ້ Podcast: ທຸກຄົນຢູ່ໃນຫ້ອງການກະມັກຟັງ Podcast ຢູ່ໃນ ຢູ່ແລ້ວ.
ອັນນັ້ນ ເປັນຂໍ້ຄິີດເຫັນຂອງຜູ້ໃຊ້ Podcast ຢູ່ໃນປະເທດລາວ. ນອກຈາກນີ້ ຂ້ອຍກະຊິມາສໍາພາດ ສຸພັດຕາ ນັກຂ່າວວິທຍຸ ເອເຊັຽ ເສຣີ ຜແນກພາສາລາວ ເຊິ່ງເປັນຜູ້ຣາຍງານຂ່າວ ກ່ຽວກັບຜູ້ໃຊ້ Podcast ຢູ່ໃນປະເທດລາວ ວ່າ ລາວເຫັນປະກົດການແນວໃດ ໃນບັນດາຜູ້ໃຊ້ Podcast ຢູ່ໃນປະເທດລາວ.
ອຸ່ນແກ້ວ: ສະບາຍ ສຸດພັດຕາ.
ສຸພັດຕາ: ເຈົ້າ ສະບາຍດີ ອ້າຍອຸ່ນແກ້ວ
ອຸ່ນແກ້ວ: ເປັນຈັ່ງໃດ ເຫັນປະກົດການໃໝ່ຫຍັງແດ່ ໃນບັນດາຜູ້ທີ່ໃຊ້ລະບົບ Podcast ຢູ່ໃນປະເທດລາວ ປັດຈຸບັນນີ້.
ສຸພັດຕາ: ໂອ ອັນນີ້ ກະຕາມທີ່ໄດ້ສໍາພາດຜູ້ທີ່ຈັດລາຍງານເນາະ ກະມີຊື່ວ່າ ຢາກໃຫ້ເບິ່ງລາຍການ Podcast ເພິ່ນກະເລົ່າສູ່ຟັງກ່ຽວກັບການ ຈັດລາຍການ Podcast ເພື່ອຫຍັງຫັ້ນນ່າ ລາຍການຢາກໃຫ້ເບິ່ງນີ້ ເພື່ອຫຍັງ.
ກະທໍາອິດຈຸດເລີ່ມຕົ້ນຂອງເພິ່ນຫັ້ນເນາະ ແມ່ນຊິເລົ່າໜ້ອຍນິ່ງເດີ ຈຸດເຣີ່ມຕົ້ນທີ່ວ່າ ຈັດລາຍການນີ້ຂຶ້ນມາ ແຕ່ວ່າ ລາຍການຂອງເພິ່ນຫັ້ນອອກອາກາດ ຂອງເຟສບຸກ ລະກະ ຢູທູບ ລາຍການຢາກໃຫ້ເບິ່ງ Podcast.
ຈຸດເຣີ່ມຕົ້ນຂອງເພິ່ນກະ ມີໝູ່ນໍາກັນສອງຄົນ ເພິ່ນກະຢາກສົ່ງເສີມການສື່ສານທາງອອນລາຍນ໌ ໃຫ້ຂຍາຍໂຕຂຶ້ນແດ່ ອັນນີ້ຕາມ ເພິ່ນເລົ່າໃຫ້ຟັງຫັ້ນນ່າ ເພິ່ນກະມີການ ເຊີນແຂກຮັບເຊີນທີ່ວ່າ ມີປະສົບການທາງດ້ານຕ່າງໆຫັ້ນນ່າ ເພິ່ນກະມີເປົ້າໝາຍຂອງເພິ່ນ.
ເພິ່ນກະມີຈຸດປະສົງ ຫຼື ເອີ້ນວ່າຄາດໝາຍ ຄາດໝາຍວ່າ ຕັ້ງເປົ້າໝາຍວ່າ ເພິ່ນຢາກສໍາພາດແຂກຮັບເຊີນ ທຸກວົງການຂອງປະເທດລາວຫັ້ນແຫຼະ ອັນໃຫ້ໄດ້ 1,000 ຄົນ ເພື່ອເປັນຂໍ້ມູນໃຫ້ແກ່ຄົນຮູ່ນຫຼັງ ຫຼື ຄົນຮຸ່ນໃໝ່ຢາກຮູ້ ແລະ ຢາກຈະເບິ່ງປວັດແຂກຮັບເຊີນຂອງທ່ານນັ້ນໆ ເຊີນມານັ້ນນ່າເນາະ ມັນມີແນວໃດແດ່.
ອຸ່ແກ້ວ: ເອົາລຸກຄົນທີ່ມີບົດບາດທາງດ້ານຕ່າງໆ ມາສໍາພາດ, ບາດນີ້ ປະກົດໝາຍໃໝ່ທີ່ເຮົາເຫັນຢູ່ໃນປະເທດລາວ ຜູ້ໃຊ້ Podcast ເປັນຈັ່ງໃດລະໃນປັດຈະບັນນີ້ ມີແນວໂນ້ມສແນວໃດ?.
ສຸພັດຕາ: ໂອ ມີແນນໂນ້ມລະບຸໂຕເລກບໍ່ໄດ້ວ່າ ມີຈໍານວນທໍ່ໃດ? ປະກົດວ່າ ເຫັນມີຫຼາຍຂຶ້ນ ສໍາລັບຜູ້ຈັດລາຍການອອກທາງ Podcast ກະມີຫຼາຍ ແຕ່ວ່າ ເພິ່ນບໍ່ສາມາດລະບຸໂຕເລກໄດ້ເນາະ ກະຖືວ່າ ມີຫຼາຍ ຕ່າງຈາກທີ່ຜ່ານມາຫັ້ນແຫຼ.
ອຸ່ນແກ້ວ: ຄືຈຸດດີກະແມ່ນໄດ້ຟັງຕລອດ ຢາກຟັງໂຕໃດ ກະສາມາດເຂົ້າຟັງໄດ້ ມັນເປັນລັກສະນະ ຖານຂໍ້ມູນຂ່າວສານໄປເລີຍ ບາດນີ້ ແນວໂນ້ມຂອງຄົນລາວທົ່ວໄປເດ້ ຕາມທີ່ເຈົ້າໄດ້ສັງເກດຜູ້ຄົນຢູ່ເມືອງລາວຫັ້ນນະ.
ສຸພັດຕາ: ອັນນີ້ ກະຟັງຈາກການສໍາພາດມາ ເພິ່ນກະວ່າ ແນວໂນ້ມບໍ່ສາມາດລະບຸໄດ້ວ່າ ຄົນທີ່ໄປຟັງຫັ້ນ ອາຍຸເທົ່າເປັນນັກຮຽນ ຫຼື ນັກສຶກສາ ກະຄວາມໝາຍວ່າ ຊ້ວງໃດ ອາຍຸຫຼາຍກ່ອນກັນເນາະ.
ອຸ່ນແກ້ວ: ມັນເປັນແອບໃໝ່ ລະຕາມທີ່ເຮົາ Search ເຂົ້າເບິ່ງນີ້ ຈຸດພິເສດມັນຄືຫຍັງ ຂໍ້ສະດວກມັນເປັນຈັ່ງໃດ ໃນການໃຊ້ Podcast ນີ້?
ສຸພັດຕາ: ການໃຊ້ Podcast ຕາມທີ່ໄດ້ເຂົ້າໄປເບິ່ງກະ ໂຕນີ້ນິ ລາຍການ Podcast ຈະລະບຸວັນເວລາໄວ້ ມີຄວາມຕໍ່ເນື່ອງກັນເຈົ້າ ວັນທີ່ເຂົາເຈົ້າອັບໂລດໃສ່ເບາະ ອີ່ຫຍັງກະ ສ່ວນຫຼາຍແລ້ວຈະລຽງ.
ທ່ານ ທອບ ເນາະ ທີ່ນ້ອງໄດ້ສໍາພາດເພິ່ນ ກະເປັນຜູ້ ຈັດລາຍການ Podcast ຢາກໃຫ້ເບິ່ງຫັ້ນແມ່ນ ເພິ່ນກະວ່າ ເອົາຄວາມຕໍ່ເນື່ອງເປັນຫຼັກຂອງເພິ່ນ ທີ່ໄດ້ຈັດລາຍການນັ້ນອອກມາ.
ເພາະວ່າ ທ່ານຜູ້ຊົມ ທ່ານຜູ້ຟັງ ທີ່ວ່າ ໄດ້ຟັງແລ້ວ ຈັກໜ້ອຍ ອາທິດຕໍ່ໄປພັດວ່າ ຂາດວັກຂາດຕອນຫັ້ນນ່າ.
ອຸ່ນແກ້ວ: ໝາຍຄວາມວ່າ ສົມມຸດອາທິດນີ້ ເອົາຫົວຂໍ້ນີ້ອອກ ອາທິດໜ້າ ເອົາຫົວຂໍ້ນັ້ນອອກ ມັນກະຕໍ່ໆໄປ ຄ້າຍຄືກັນກັບຂ່າວິທະຍຸຫັ້ນເນາະ ແລະ ຂ່າວ ທາງສື່ສັງຄົມອອນລາຍທົ່ວໄປ ຫຼືວ່າ ຂ່າວທາງ ໂທລະທັດ ທາງໜັງສືພິມບໍ່ ມັນກະເປັນລັກສະນະແບບນີ້?
ສຸພັດຕາ: ກະເປັນລັກສະນະແບບຊັ້ນ ລາຍການຂອງເພິ່ມແມ່ນຈະອອກທຸກວັນອາທິດ ເວລາ 19 ໂມງ ເຄິ່ງ ຫຼືວ່າ 7 ໂມງເຄິ່ງ ທຸກໆ ວັນອາທິດເລີຍ ມັນຈະມີຄວາມຕໍ່ເນື່ອງ ຫຼືວ່າ ອອກຕລອດ ບໍ່ມີວ່າ ທິດນີ້ພັກເດີ ທິດໜ້າຈັ່ງອອກ. ຕ້ອງອອກທຸດອາທິດເລີຍຫັ້ນນະເຈົ້າ.
ອຸ່ນແກ້ວ: ເວົ້າງ່າຍໆ ກໍຄື ສ້າງຄວາມຕໍ່ເນື່ອງໃຫ້ມັນໄດ້ ກໍຄື ຜຸູ້ຟັງ ຜູ້ທີ່ຕິດຕາມຫັ້ນ ໄດ້ຕິດຕາມຂໍ້ມູນໃໝ່ໆ ຕລອດ ເປັນຈັ່ງຊັ້ນແມ່ນເບາະ?
ສຸພັດຕາ: ແມ່ນໆ ເຈົ້າລັກສະນະແບບນັ້ນເນາະ.
ອຸ່ນແກ້ວ: ບາດນີ້ ແນວໂນ້ມ ຜູ້ທີ່ຈະໃຊ້ຕາມເຮົາຄາດຄະເນເບິ່ງ ມັນເປັນຈັ່ງໃດນີ້?
ສຸພັດຕາ: ເຈົ້າສໍາລັບແນວໂນ້ມ ຕາທີ່ນ້ອງຄິດໃນນາມສ່ວນໂຕ ເພາະວ່າ ບາງຄົນກໍສາມາດໂລດແອບທີ່ວ່ສະເພາະ ຂອງ Podcast ສະເພາະຫັ້ນມາຟັງໄດ້ເນາະ.
ກະມີແອບຕ່າງໆ ທີ່ຂະເຈົ້າາມາໃຊ້ Podcast ສະເພາະ. ແຕ່ ສໍາລັບຜູ້ທີ່ນ້ອງໄດ້ສໍາພາດຈັດລາຍການຢາກໃຫ້ເບິ່ງ ຊ່ອງທາງທີ່ສາມາດຕິດຕາມເພິ່ນໄດ້ຫັ້ນ ແມ່ນເຟສບຸກ ລະກະ ຢູທູບ ເນາະ.
ອຸ່ນແກ້ວ: ມີເຟສບຸກ ມີຢູທູບ ລະເຂົາເຈົ້າກະຕໍ່ລິ້ງໂຕ Podcast ຫັ້ນມາໃສ່ ສາມາດລິ້ງເຂົ້າໄປໄດ້ຫາກັນເລີຍ?
ສຸພັດຕາ: ແມ່ນເຈົ້າ ອະນາຄົດ ເພິ່ນກະບອກອີກເລີຍ ຢາກຂຍາຍລາຍການນີ້ອອກໄປ ຫຼາຍຊ່ອງທາງຢູ່ ຫັ້ນນ່າ ເຈົ້າ. ປັດຈູບັນ ເພິ່ນກະຫາກໍ່ລິເລີ່ມມາໄດ້ 3 ປີເນາະ ກະຄ່ອຍພັດທະນາໄປຫັ້ນນະເຈົ້າ.
ອຸ່ນແກ້ວ: ໂອ້ 3 ປີລະຫວະ ເຂົາເຈົ້າເລີ່ມຊ່ອງທາງ ທາງ Podcast ນີ້ນະ?
ສຸພັດຕາ: ອ້າວເກືອບ 3 ປີລະໃດ ເທົ່າທີ່ເພິ່ນເລົ່າໃຫ້ຟັງ.
ອຸ່ນແກ້ວ: ເກືອບ 3 ປິີ ເອີ ໜ້າສົນໃຈເວີຍ ວ່າ ຄົນລາວ ເລີ່ມໃຊ້ລະບົບໃໝ່ ລະບົບແອບໂຕນີ້ມາໃໝ່ນີ້ ໄດ້ 3 ປີ ລະ ຂ້ອຍຄິດວ່າ ເຂົາເຈົ້າຫາກໍ່ມາໃຊ້. ຂ້ອຍລະຄິດວ່າ ບໍ່ຮອດປີ ອັນນີ້ຕາມຄວາມເຂົ້າໃຈ ຊິວ່າ ໂງ່ກແມ່ນ ຊິີວ່າ ບໍ່ທັນຍຸກກະແມ່ນ ຂນາດວ່າ ເຮົາເປັນນັກຂ່າວເອງ.
ສຸພັດຕາ: ທໍາອິດນ້ອງກະຄິດວ່າ ເຂົາເຈົ້າຫາກໍ່ເລີ່ມໃຊ້ມາປະມານປີ ຕາມທີ່ອ້າຍຄິດຫັ້ນເນາະ ບາດວ່າ ໄດ້ສໍາພາດເພິ່ນ ເພິ່ນເລົ່າໃຫ້ຟັງວ່າ ເກືອບ 3 ປີລະໃດ. ເລີ່ມຈາກຈຸດນ້ອຍໆ ລະມາປັດຈຸບັນລະກະ ມີສະຕູດີໂອ ຖ່າຍທໍາລະກະສ້າງດ້ວຍຕົນເອງແລ້ວ.
ອຸ່ນແກ້ວ: ສິ່ງທ້າທາຍສໍາລັບຜູ້ທີ່ໃຊ້ Podcast ມັນຄືຫຍັງ?
ສຸພັດຕາ: ສໍາລັບຂອງ ທ່ານທອບ ເນາະ ທີ່ນ້ອງໄດ້ສໍາພາດ ເພິ່ນກະວ່າ ສິ່ງທ້າທາຍກະຄືວ່າ ຢູ່ລາວ ແຂກຮັບເຊີນຫຼາຍທ່ານ ເພິ່ນອາດຈະບໍ່ກ້າສະແດງອອກຫັ້ນນ່າ ເພິ່ນກະມີຄວາມສາມາດ ມີປະສົບການຫຼາຍຢ່າງຢູ່ ແຕ່ວ່າ ເພິ່ນຍັງບໍ່ກ້າສະແດງອອກ ຫັ້ນນ່າເຈົ້າ ກະໂຕນີ້ເປັນສິ່ງທີ່ທ້າຍ.
ອຸ່ນແກ້ວ: ອັນນັ້ນແຂກ ຜູ້ທີ່ຈະເຊີນມາລາຍການ ແຕ່ວ່າ ຜູ້ທີ່ຈັດລາຍການຜ່ານທາງ Podcast ເອງນີ້?
ສຸພັດຕາ: ເວົ້າເລື່ອງວ່າ ຄອນເທ້ນຕ່າງໆ ຈັດໃນແຕ່ລະເທື່ອເນາະ ສ່ວນຫຼາຍກະແມ່ນແຂກຮັບເຊີນ ທີ່ວ່າ ບາງຄົນ ກະບໍ່ກ້າສະແດງອອກ ແຕ່ກະອີກອັນນຶ່ງກະຄື ສິ່ງທ້າທາຍກະຄືງົບປະມານ ສໍາລັບພວກເພິ່ນທີ່ວ່າ ເພິ່ນຈັດລາຍການໂຕນີ້ ແຕ່ວ່າ ເພິ່ນກະວ່າໂຊກດີ ບັນດາແຊກຮັບເຊີນທີ່ວ່າ ເພິ່ນເຊີນມາຫັ້ນ ຂະເຈົ້າບໍ່ໄດ້ເອົາຄ່າໂຕອີ່ຫຍັງ.
ອຸ່ນແກ້ວ: ກະຫວັງແຕ່ວ່າ ລະບົບ Podcast ຈະມີຄົນໃຊ້ຫຼາຍໆ ຢູ່ໃນປະເທດລາວ ອັນນັ້ນກະເປັນຂໍ້ຄິດເຫັນ ແລະ ຂໍ້ມູນຈາກ ສຸພັດຕາ ນັກຂ່າວ ວິທະຍຸເອເຊັຽເສຣີ ຜແນກພາສາລາວ ທີ່ໄດ້ຣາຍງານຂ່າວກ່ຽວກັບຜູ້ຊົມໃຊ້ລະບົບ Podcast ຢູ່ໃນປະເທດລາວ ເຊິ່ງລະບົບ Podcast ທີ່ຄົນສາມາດຟັງຂ່າວຈາກລະບົບດັ່ງກ່າວ ອັນນີ້ກະເປັນຂໍ້ຄິດເຫັນຂອງສຸພັດຕາ.