ກິຈກັມຜິດກົດໝາຍ ໃນຄາບ ເສຖກິຈ ພິເສດ

ເຂດເສຖກິຈພິເສດ ໃນປະເທດ ລຸ່ມແມ່ນ້ຳຂອງ ເປັນຕົ້ນ ຢູ່ສປປລາວ, ກັມພູຊາ, ພະມ້າ ແລະ ວຽດນາມ ບາງແຫ່ງ ເປັນບ່ອນ ຄ້າຢາເສບຕິດ, ຄ້າຂອງເຖື່ອນ, ຊັກຟອກເງິນ ແລະ ເຮັດກິຈກັມ ຜິດກົດໝາຍ ປະເພດຕ່າງໆ.

ເຂດເສຖກິຈພິເສດ Shwe Kokko ໃນແຂວງກາຢີນ ພາກຕາເວັນອອກສ່ຽງໃຕ້ ຂອງພະມ້າ, ເດືອນສິງຫາ 2019. Video screenshot courtesy of Yatai International Holding Company Ltd

ເຂດເສຖກິຈ ພິເສດ ໃນປະເທດ ລຸ່ມແມ່ນ້ຳຂອງ ເປັນຕົ້ນ ຢູ່ສປປລາວ, ກັມພູຊາ, ພະມ້າ ແລະ ວຽດນາມ ບາງແຫ່ງ ເປັນບ່ອນ ຄ້າຢາເສບຕິດ, ຄ້າຂອງເຖື່ອນ, ຊັກຟອກເງິນ ແລະ ເຮັດກິຈກັມ ​ຜິດກົດໝາຍ ປະເພດຕ່າງໆ, ໂດຍສະເພາະ ບ່ອນຫລິ້ນ ກາຊີໂນ ແລະ ໂຄງການລົງທຶນຕ່າງໆ ໃນບັນດາ 100 ປາຍ ເຂດເສຖກິຈພິເສດ ໃນປະເທດ ລຸ່ມແມ່ນ້ຳຂອງ ແທນທີ່ ຈະສົ່ງເສີມ ທາງດ້ານເສຖກິຈ ແລະ ວຽກເຮັດງານທຳ ສຳລັບ ປະຊາ­ຊົນທ້ອງຖິ່ນ ກາຍມາເປັນ ເຂດນັກລົງທຶນ ໃຊ້ເປັນແຫລ່ງ ຂຍາຍອິດທິພົນ ແລະ ເຮັດກິຈກັມ ທີ່ຜິດກົດໝາຍ ໃນປະເທດເຈົ້າພາບ ນຶ່ງໃນນັ້ນ ກໍແມ່ນ ເຂດເສຖກິຈພິເສດ Yatai Shwe Kokko ຢູ່ພະມ້າ ທີ່ລົງທຶນ ໂດຍບໍຣິສັດຈີນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org