ນ້ຳຂອງ ກັບຄວາມທ້າທາຍ ຈາກເຂື່ອນຈີນ

ແມ່ນ້ຳຂອງ ທີ່ເປັນແມ່ນ້ຳ ທີ່ມີຄວາມຍາວ ອັນດັບ 12 ຂອງໂລກ ຕອນນີ້ ແມ່ນ້ຳຂອງ ກຳລັງປະເຊີນກັບສິ່ງທີ່ທ້າທາຍ ຈາກການສ້າງເຂື່ອນ ຂນາດໃຫຍ່ ໃສ່ແມ່ນ້ຳຂອງ ສົ່ງຜົລກະທົບຢ່າງຮຸນແຮງ ຕໍ່ລະບົບນິເວດ ແລະ ວິຖີຊີວິຕ ຂອງປະຊາຊົນຈຳນວນຫຼາຍ.

ຄວາມຜັນຜວນ, ຂຶ້ນ-ລົງ, ຜິດທັມມະຊາຕ ຂອງແມ່ນ້ຳຂອງ ທີ່ປ່ຽນແປງຫຼາຍຂຶ້ນເລື້ອຍໆ ໃນແຕ່ລະປີ, ວັນທີ 14 ເດືອນມົກກະຣາ ປີ 2022. RFA

ແມ່​ນ້ຳຂອງ ມີຄວາມຍາວ 4,900 ກິໂລແມັດ ໄຫຼ່ຜ່ານປະເທດຈີນ, ລາວ, ໄທ, ພະມ້າ, ກັມພູຊາ ແລະ ວຽດນາມ, ເປັນແມ່ນ້ຳທີ່ຍາວເປັນອັນດັບທີ 12 ຂອງໂລກ. ປັດຈຸບັນ ແມ່ນຂອງ ຕ້ອງປະເຊີນກັບສິ່ງທີ່ທ້າຍ ຈາກເຂື່ອນນາດໃຫຍ່ 11 ແຫ່ງຢູ່ແມ່ນ້ຳຂອງ ຕອນເທິງ ເຊິ່ງສົ່ງຜົກະທົບ ຕໍ່ການໄຫຼຂອງນ້ຳ ແລະ ການຄ້ຳປະກັນທາດ້ານສະບຽງອາຫານຢູ່ປະເທດຕອນລຸ່ມ ແມ່ນ້ຳຂອງເປັນຕົ້ນ ປະເທດລາວ, ໄທ, ກັມພູຊາ ແລະ ວຽດນາມ. ຂໍ້ມູນຈາກ​ ສະຖາບັນ ວິຈັຍຄົ້ນຄວ້າ ສະຕິມຊັນ (Stimson Center) ຢູ່ ວໍຊິງຕັນ ດີ.ຊີ. ສະຫະຣັຖ ອາເມຣີກາ ໄດ້ລະບຸວ່າ:

“ທາງ​ການຈີນ ບໍ່ໄດ້ແລກປ່ຽນຖານຂໍ້ມູນ [ກ່ຽວກັບການປ່ອຍນ້ຳ] ກັບປະເທດຢູ່ຕອນລຸ່ມ ແມ່ນ້ຳຂອງ ວ່າ, ເຂື່ອນຢູ່ຕອນເທິງແມ່ນ້ຳຂອງ ໃນປະເທດຈີນ ມີການດຳເນີນການ ແນວໃດ.”

ຂໍ້​ມູນຍັງລະບຸວ່າ:

“ທາງ​ການຈີນ ບໍ່ໄດ້ແຈ້ງການ ໃຫ້ປະເທດຢູ່ຕອນລຸ່ມ ແມ່ນ້ຳຂອງ ໄດ້ຮັບຮູ້ວ່າ ເມື່ອໃດມີການກໍ່ສ້າງເຂື່ອນ ແລະ ເມື່ອໃດເຂື່ອນ ຈະເປີດດຳເນີນການ.”

ທ່ານ ໄບຣເອັ໋ນ ເອັຽເລີ້ (Brian Eylers) ຜູ້ອຳນວຍການ ໂຄງການ ເອເຊັຽຕາເວັນອອກ ສ່ຽງໃຕ້ ຈາກ ສະຖາບັນ ວິຈັຍຄົ້ນຄວ້າ Stimson Center ໄດ້​ກ່າວຕໍ່ ຄະນະກັມມາທິການ ຕ່າງປະເທດ ຣັຖສະພາ​​ ສະຫະຣັຖອາເມຣິກາ ໃນວັນທີ 7 ທັວາ 2022 ຕອນນຶ່ງວ່າ:

ຈີນ ໄດ້ສ້າງເຂື່ອນນາດໃຫຍ່ 11 ແຫ່ງ ຢູ່ຕອນເທິງແມ່ນ້ຳຂອງ ແລະ ບໍ່ໄດ້ແລກປ່ຽນຂໍ້ມູນໃຫ້ບັນດາປະເທດຢູ່ລຸ່ມແມ່ນ້ຳຂອງ ຮັບຮູ້ເຖິງວ່າ ການດຳເນີນການຂອງເຂື່ອນນັ້ນເປັນແນວໃດ. ຈີນບໍ່ໄດ້ແຈ້ງໃຫ້ປະເທດ ຢູ່ຕອນລຸ່ມແມ່ນ້ຳຂອງໄດ້ຮູ້ວ່າ ເມື່ອໃດເຂື່ອນຢູ່ຕອນເທິງມີການກໍ່ສ້າງ ແລະ ເຣີ່ມດຳເນີນການ. ເປັນທີ່ຮູ້ກັນດີວ່າ ເຂື່ອນຢູ່ຕອນເທິງແມ່ນ້ຳຂອງ ກໍ່ໃຫ້ເກີດນ້ຳຖ້ວມກະທັນຫັນ ແລະ ກໍ່ໃຫ້ເກີດພັຍແຫ້ງແລ້ງ ຢູ່ປະເທດລຸ້ມ ແມ່ນ້ຳຂອງ.”    

ປະ​ເທດລາວ ແລະ ກັມພູຊາ ມີເສກິຈທີ່ຂຶ້ນກັບ ຊັຍາກອທັມມະຊາຕ ຢູ່ແມ່ນ້ຳຂອງ ແລະ ເມື່ອມີການສ້າງເຂື່ອນ ຢູ່ຕອນເທິງແມ່ນ້ຳຂອງ ກໍເຮັດໃຫ້ການໄຫຼ ຂອງນ້ຳ ມີການປ່ຽນແປງ ແລະ ນ້ຳໄດ້ພັດເອົາຄວາມອຸດົມສົມບູນ ທີ່ເປັນອາຫານ ຂອງປາອອກໄປ ແລະ ຍັງມີການດູດຫິນ, ດູດຊາຍ ເພື່ອວຽກງານ ພັນາອີກດ້ວຍ.

ນອກ​ຈາກນີ້, ຂໍ້ມູນຈາກສູນວິຈັຍ ຄົ້ນຄ້ວາ Stimson Center ຍັງລະບຸວ່າ ນັກລົງທຶນຈີນ, ໄທ, ວຽດນາມ ແລະ ປະເທດອື່ນໆ ໄດ້ພາກັນເຂົ້າມາລົງທຶນສ້າງເຂື່ອນຢູ່ໃນປະເທດລາວ ຢູ່ແມ່ນ້ຳຂອງ ແລະ ແມ່ນ້ຳສາຂານັ້ນ ຍິ່ງສົ່ງຜົກະທົບຕໍ່ແມ່ນ້ຳຂອງ.

ຂໍ້​ມູນຍັງໄດ້ສະແດງໃຫ້ເຫັນວ່າ ບໍຣິເວນສາມຫຼ່ຽມປາກແມ່ນ້ຳຂອງ ຫຼື Mekong Delta ຢູ່ປະເທດວຽດນາມ ເປັນອູ່ເຂົ້າ ອູ່ປາ ຂອງປະຊາຊົນເກືອບ 20 ລ້ານ, ເທົ່າກັບ 20% ຂອງພົເມືອງວຽດນາມ.

ຊາວ​ນາຂອງວຽດນາມ ອາໄສຢູ່ເຂດດັ່ງກ່າວ ໄດ້ເອົານ້ຳຈາກແມ່ນ້ຳຂອງ ໃນການເຮັດນາ ເຊິ່ງຜົລິດເຂົ້າຫຼາຍກວ່າເຄິ່ງນຶ່ງສົ່ງອອກໄປຂາຍ ຢູ່ບັນດາປະເທດອາຊ້ຽນ ແລະ ປະເທດອື່ນໆໃນໂລກ.

ປັຈຸບັດ ປະເທດວຽດນາມ ສົ່ງເຂົ້າໄປຂາຍຕ່າງປະເທດ ເປັນອັນດັບ 2 ຂອງໂລກ ເຊິ່ງແມ່ນ້ຳຂອງບໍ່ພຽງແຕ່ເປັນຫຼັກຄ້ຳປະກັນ ແຕ່ຍັງເປັນແຫຼ່ງສ້າງລາຍຮັບ ສຳລັບຄົນວຽດນາມ.

ນອກ​ຈາກນີ້ ຢູ່ ທະເລສາບ ທີ່ຊື່ວ່າ ຕົງເລສາບ ຢູ່ປະເທດກັໃພູຊາ ກໍເປັນຈຸດທີ່ຮອງຮັບ ແມ່ນ້ຳຂອງ, ເປັນບ່ອນທີ່ປະຊາຊົນ ຊາວກັມພູຊາ ຫາປາລ້ຽງຊີພ ໂດຍ ແຕ່ລະປີ ເຂົາເຈົ້າສາມາດ ຫາປາໄດ້ 500,000 ຕັນ ແລະ ເປັນແຫຼ່ງທາດຊີ້ນ 60-70% ຂອງກັມພູຊາ ແລະ ສ່ວນທີ່ເຫຼືອ ແມ່ນມາຈາກແຫຼ່ງອື່ນໆ.

ຂໍ້​ມູນຈາກຖາບັນວິຈັຍ ຄົ້ນຄວ້າ Stimson Center ຍັງລະບຸອີກວ່າ ທາງກາຈີນ ບໍ່ໄດ້ແລປ່ຽນຂໍ້ມູນ 11 ເຂື່ອນ ຢູ່ຕອນເທິງຂອງ ແມ່ນ້ຳຂອງ ໃຫ້ກັບປະເທດທີ່ຢູ່ ຕອນລຸ້ມ ແມ່ນ້ຳຂອງ ສະນັ້ນ ປະເທດ ທີ່ຢູ່ຕອນລຸ່ມ ແມ່ນ້ຳຂອງ ຈຶ່ງສົງໄສວ່າ ເຂື່ອນຈີນ ຢູ່ຕອນເທິງ ແມ່ນ້ຳຂອງ ໄດ້ກັກນ້ຳເອົາໄວ້ ແລະ ເຮັດໃຫ້ການໄຫຼ ຂອງນ້ຳ ບໍ່ໄປເປັນໄປຕາມທັມມະຊາຕ, ຕາມຣະດູນການ.

ໃນ​ສ່ວນ ຂອງປະເທດລາວ, ປະຊາຊົນ ຢູ່ແຂວງພາກໃຕ້ຂອງລາວ ທີ່ເຄີຍຫາປາເປັນອາຊີພຫຼັກ ປັດຈຸບັນ ເຂົາເຈົ້າຕ້ອງໄດ້ຢຸດເຊົາ ອາຊີພດັ່ງກ່າວ ແລ້ວຫັນໄປເຮັດວຽກ ເປັນກັມມະກອນ ຢູ່ປະເທດໄທຍແທນ. ຢູ່ເຂດເມືອງໂຂງ ແຂວງຈຳປາສັກ ສເລັ່ຽຊາວບ້ານ ທີ່ຍັງຍຶດອາຊີພຫາປາຢູ່ ເຫຼືອປະທານ 20% ສ່ວນ​ທີ່ເຫຼືອໄປເຮັດວຽກ ຢູ່ປະເທດໄທຍ. ປະຊາຊົນ ຢູ່ເຂດເມືອງໂຂງ ຈາກທີ່ເຄີຍຫາປາກິນ ແຕ່ປັຈຸບັນ ໄດ້ຊື້ປາກິນ ແລະ ປານ້ຳຂອງກໍເຣີ່ມຫາຍາກ ແລະ ແພງກວ່າແຕ່ກ່ອນ.

ຊາວ​ເມືອງໂຂງ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

ມັນບໍ່ມີປາໃຫ້ຫາແລ້ວ ສ່ວນຫຼາຍມັນບໍ່ມີດອກ ປາເຄິງໂລລະແສນກີບ ປາຫັ້ນມັນປັບສະພາບບໍ່ທັນດອກ ເຮັດນາແລ້ວ ກະມີແຕ່ລູກໄປໄທຍ ມີແຕ່ອາໄສວ່າ ໄປຂາຍແຮງງານກິນຢູ່ໄທຍ ຄົນເຖົ່າຫັ້ນແມ່ນເຝົ້າຫຼາຍ ພໍ່ແມ່ເຂົາໄປທັມງານ.”

ປະ​ຊາຊົນ ທີ່ອາໄສການຫາປາ ຢູ່ນ້ຳຂອງ ໄດ້ຮັບຜົກະທົບ ຈາກເຂື່ອນ ຢູ່ແມ່ນ້ຳຂອງ ສ່ວນໃຫຍ່ຕ້ອງ ໄດ້ພາກັນໜີ ໄປເຮັດວຽກ ຢູ່ປະເທດໄທ

ນອກ​ຈາກນີ້ ເຂດພາກກາງ ຂອງປະເທດລາວ ກໍໄດ້ຮັບຜົກະທົບ ເຊັ່ນດຽວກັນຈາກ ຈຳນວນປາລົດລົງຫຼາຍ ແລະ ປະຊາຊົນທີ່ເຮັດອາຊີພຫາປາ ໄດ້ຮັບຜົກະທົບ.

ເວບ​ໄຊ້ຂ່າວທີ່ຊື່ວ່າ Mekong Eye ຫຼື ແປເປັນພາສາລາວ ວ່າ ເບິ່ງແມ່ນຳຂອງ ໄດ້ຣາຍງານວ່າ:

“ຈຳ​ນວນປາ ຢູ່ແມ່ນ້ຳ ທີ່ເປັນສາຂາ ແມ່ນ້ຳຂອງ ຫຼຸດລົງ ແລະປະຊາຊົນທີ່ອາໄສຢູ່ແຄມນ້ຳຂອງ ຢູ່ປະເທດໄທຍ ກໍໄດ້ຮັບຜົກະທົບ ຈາກຈຳນວນປາທີ່ຫຼຸດລົງ ຍ້ອນການສ້າງເຂື່ອນ ໃສ່ແມ່ນ້ຳຂອງສາຍຫຼັກ.”

ໂຕ​ຢ່າງປະຊາຊົນ ທີ່ຢູ່ແຂວງນະຄອນພະນົມ ປະເທດໄທຍ ທີ່ຢູ່ກົງຂັ້ນຂ້າມ ກັບ ແຂວງຄຳມ່ວນ ປະເທດລາວ.

ລຸງ ວິ​ຈິດ ພົງລາດ ອາຍຸ 73 ປີ ຊາວແຂວງນະຄອນພະນົມ ທີ່ມີອາຊີພຫາປາ ຢູ່ແມ່ນ້ຳສົງຣາມ (Songkhram) ທີ່ເປັນສາຂາແມ່ນ້ຳຂອງ ໄດ້ກ່າວວ່າ:

“ປັດ​ຈຸບັນນີ້ ປາເຣີ່ມຫາຍາກຢູ່ໃນແມ່ນ້ຳ ພັນປາບາງຊະນິດ ສູນຫາຍໄປ ຈາກແມ່ນ້ຳ ແລະ ພວກເຮົາບໍ່ສາມາດ ຮັກສາວິຖີຊີວິຕ ການຫາປາໄວ້ໃຫ້ຄົງຢູ່ອີກ.”

ຢູ່​ເຂດ ນະຄອນຫລວງວຽງຈັນ ກໍເຊັ່ນດຽວກັນ ໃນຍາມແລ້ງ ນ້ຳກໍບົກລົງຫຼາຍ ຊາວບ້ານຈະສັງເກດເຫັນຫາດຊາຍ ຫຼື ດອນ ຢູ່ກາງແມ່ນ້ຳຂອງ ເປັນບໍລິເວລາກ້ວາງ ກວ່າແຕ່ກອນ ຈະມີການສ້າງເຂື່ອນ ໃສ່ແມ່ນໍ້ຂອງ ອີງຕາມຂໍ້ມູຈາກ ປະຊາຊົນ ຢູ່ນະຄອນຫລວງວຽງຈັນ.

ຢູ່​ເຂດພາກເໜືອຂອງລາວ ໂດຍ ສະເພາະ ຢູ່ແຂວງໄຊຍະບູຣີ ໄດ້ຮັບຜົກະທົບເຊັ່ນດຽວກັນ, ປະຊາຊົນຫາປາບໍ່ໄດ້ ຍ້ອນວ່າ ຫຼັງຈາກສ້າງເຂື່ອນຢູ່ບາງຈຸດ ທີ່ເຄີຍຫາປາ ນ້ຳກໍຫຼາຍ ບາງຈຸດກໍນ້ຳໜ້ອຍ ແລະ ສລຸບລວມແລ້ວ ເຂົາເຈົາຫາປາບໍ່ໄດ້ ຄືແຕ່ກ່ອນ.

ຊາວ​ແຂວງໄຊຍະບູຣີ ທ່ານນນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

ເຂົາຫາປາບໍ່ໄດ້ ມັນເປັນນ້ຳຍຶ່ງຫັ້ນນ່າ ແຕ່ກີ້ຫັ້ນມັນຈະເປັນແບບວ່າ ນ້ຳມັນໄຫຼເນາະ ເຂົາຫາປູຫາປາມັນງ່າຍເນາະ ດຽວນີ້ ຫັ້ນຫາບໍ່ໄດ້.”

ການສ້າງ​ເຂື່ອນໃສ່ແມ່ນ້ຳຂອງ ເຮັດໃຫ້ລະບົບນິເວດ ແມ່ນ້ຳຂອງ ມີການປ່ຽນແປງ ແລະ ເສັຽຫາຍ.

ອາຈານ ໄຊນະຣົງ ເສດຖະເຊື້ອ ຈາກ ຄະນະມະນຸສສາຕ ແລະ ສັງຄົມສາຕ ມະຫາວິທຍາໄລ ມະຫາສາຣະຄາມ ປະເທດໄທຍ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

“ຄວາມ​ແຫ້ງແລ້ງນີ້ ມັນຈະເປັນບັນຫາໃຫຍ່ ສຳລັບລຸ່ມແມ່ນ້ຳຂອງ ປະການທີສອງຄື ລະບົບນິເວດແມ່ນ້ຳຂອງ ພັງທະລາຍເພາະວ່າ ປົກຕິແລ້ວ ລະບົບແມ່ນ້ຳຂອງ ມັນຈະຂຶ້ນລົງ ຕາມທັມມະຊາຕ ໃນຍາມຝົນກໍມີນ້ຳຫຼາຍ, ໃນຍາແລງ ນ້ຳກໍລົງ ແຕ່ ບໍ່ໄດ້ແຫ້ງຄືຕອນມີເຂື່ອນ.”

ການ​ສ້າງເຂື່ອນ ເຮັດໃຫ້ການຂຶ້ລົງ ຂອງປາ ຜິດຣະດູ ແລະ ປາບາງຊະນະ ບໍ່ສາມາດຂຶ້ນໄປວາງໄຂໄດ້.

ອາ​ຈານໄຊນະຣົງ ຍັງກ່າວວ່າ:

ບັນຫາໃຫຍ່ທີ່ຕາມມາກໍຄື ເຣື່ອງຂອງຄວາມໝັ້ນຄົງ ຂອງອາຫານ ບັນຫາເຣື່ອງ Foods Security ນີ້ ມັນຈະເກີດທົ່ວພູມີພາກລຸ່ມແມ່ນ້ຳຂອງ ທັງໂຕແມ່ນ້ຳຂອງ ທັງຊຸມຊົນ ຢູ່ຕາມຝັ່ງແມ່ນໍ້າຂອງ ແລະ ແມ່ນ້ຳສາຂາ ເຮົາມາເບິ່ງແຕ່ກ່ອນ ຕາມເມື່ອງໃຫຍ່ໆ ຢູ່ແຄມແມ່ນ້ຳຂອງ ເຂົາບໍລິໂພກປາ ດຽວນີ້ປານ້ຳຂອງຫາ​​ຍາກ.”

ນອກ​ຈາກນີ້ ບັນຫາອີກຢ່າງນຶ່ງກໍຄື ປະຊາຊົນ ທີ່ຍົກຍ້າຍອອກຈາກໂຄງການເຂື່ອນ ກໍຍັງທຸກຄືເກົ່າ.

ນັກສິ່ງແວດລ້ອມລາວ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

ອອກຈາກບ່ອນເກົ່າ ໄປສູ່ບ່ອນແບບປັບໂຕກະຢາກຍາກຫັ້ນແຫຼເນາະ ເຂົາເຄີຍຢູ່ບ່ອນໂລ່ງ ບ່ອນແຈ້ງ ອາກາດສົດຊື່ນ ມີທົ່ງນາປ່າໄມ້ກວ້າງຂວາງ ພັດມາຢູ່ຄັບແຄບ.”

ເຖິງ​ຢ່າງໃດກໍຕາມ, ເຈົາໜ້າທີ່ ກະຊວງລັງານ ແລະ ບໍ່ແຮ່ ກໍກ່າວ່າ ສາເຫດນ້ຳຂອງແຫ້ງ ບໍ່ແມ່ນເປັນຍ້ອນ ການສ້າງເຂື່ອນ ແຕ່ ມັນເປັນຍ້ອນພັຍ ແຫ້ງແລ້ງ ຕາມຣະດູການ.

ເຂື່ອນ​ນ້ຳຂອງ ທີ່ສ້າງສຳເຣັດແລ້ວ ຢູ່ປະເທດລາວ ລວມມີ ເຂື່ອນໄຊຍະບູຣີ ແລະ ເຂື່ອນດອນສະໂຮງ ສ່ວນວ່າ ເຂື່ອນທີ່ມີແຜນການ​​ກໍ່ສ້າງ ແມ່ນ ເຂື່ອນປາກແບງ, ເຂື່ອນຫຼວງຣະບາງ, ເຂື່ອນປາກາຍ, ເຂື່ອນຊະນະຄາມ, ເຂື່ອນປາກຊົມ, ເຂື່ອນບ້ານກຸ່ມ, ເຂື່ອນພູງອຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org