ລາວ ເຂົ້າຮ່ວມເອຊ້ຽນເກມ ຄັ້ງທີ 19 ເພື່ອມິຕພາບ

ການເຂົ້າຮ່ວມເອຊ້ຽນເກມ ຄັ້ງທີ 19 ຂອງຄະນະນັກກິລາ ແມ່ນເປັນນະໂຍບາຍນຶ່ງ ຂອງຣັຖບານລາວ ທີ່ຖືເອົາຄວາມສາມັກຄີ ມິຕພາບ ລາວ-ຈີນ ເປັນຄວາມສຳຄັນ, ສ່ວນຜົລການແຂ່ງຂັນ ໄດ້ຊໍ່າໃດກໍເອົາຊໍ່ານັ້ນ ອີງຕາມສະພາບຂອງນັກກິລາ.

ຄິເມັຍ ຢູໂສຟີ ນັກກິລາ ອັຟການິສະຖານ (ຮູບກາງ), ສິລິນາ ພະອາໄພ (ຮູບຂວາມື) ນັກກິລາລາວ ແລະ ສາຣານກົວ ອັນຄະບາຕາຣ໌ ນັກກິລາ ມົງໂກເລັຍ ສຳເຣັດ ຣາຍການແລ່ນ 100 ແມັດ ຍິງ ຮອບອຸ່ນເຄື່ອງ ໃນລະຫວ່າງງານມະຫາກັມ ກິລາເອຊ້ຽນເກມສ໌ ທີ່ນະຄອນຫາງໂຈ່ວ ປະເທດຈີນ ວັນທີ 29 ກັນຍາ 2023. WILLIAM WEST / AFP

ກິລາເອຊ້ຽນເກມ ຄັ້ງທີ 19 ຈັດຂຶ້ນລະຫວ່າງວັນທີ 23 ກັນຍາ - 08 ຕຸລາ 2023 ຢູ່ທີ່ເມືອງຫາງໂຈ່ວ ປະເທດຈີນ. ການເຂົ້າຮ່ວມການແຂ່ງຂັນ ຂອງຄະນະນັກກິລາລາວ ເທື່ອນີ້ ພິເສດແມ່ນເພື່ອຮັດແໜ້ນຄວາມສະມັກຄີ ມິຕພາບ ລາວ-ຈີນ ແລະ ເປັນການສະແດງເຖິງວ່າປະເທດລາວມີເອກະລາດ. ສ່ວນຜົລສຳເຣັດ ຂອງການແຂ່ງຂັນຈະໄດ້ອັນດັບທີ່ເທົ່າໃດ ໄດ້ຊໍ່າໃດກໍເອົາຊໍ່ານັ້ນ.

ດັ່ງ ທ່ານ ພຸດ ສີມມາລາວົງ ຣັຖມົນຕຣີກະຊວງສຶກສາທິການ ແລະ ກິລາ ແລະ ປະທານໂອລິມປິກ ແຫ່ງຊາຕລາວ ກ່າວເມື່ອວັນທີ 23 ກັນຍາ 2023 ໃນຂະນະທີ່ເດີນທາງເຂົ້າຮ່ວມພິທີ ເປີດການແຂ່ງຂັນເອຊ້ຽນເກມ ຄັ້ງທີ 19 ຢ່າງເປັນທາງການວ່າ:

“ສະພາບປະເທດຂອງພວກເຮົາ ປັດຈຸບັນນີ້ກາຍັງມີຄວາມຫຍຸ້ງຍາກຫຼາຍອັນຢູ່ ເປັນຕົ້ນກາແມ່ນດ້ານເສຖກິຈ-ການເງິນ ເຊິ່ງການສົ່ງນັກກິລາເຂົ້າຮ່ວມເທື່ອນີ້ ນີ້ເປັນການຕັດສີນໃຈສູງ ຂອງຣັຖບານກາເພື່ອນຶ່ງກາແມ່ນໃຫ້ຊາວອາຊີ ນຳກັນເຫັນວ່າພວກເຮົາກາເປັນປະເທດນຶ່ງ ມີເອກະລາດ ມີກິລາເປັນຂອງຕົນເອງ ອັນທີສອງກາສະແດງໃຫ້ເຫັນວ່າ ເຮົາກັບຈີນກາເປັນປະເທດບ້ານໃກ້ ເຮືອນຄຽງ. ເປັນມິດເປັນພີ່ເປັນນ້ອງກັນ ພວກເຮົາໄດ້ພ້ອມກັນມາແຂ່ງຂັນເທື່ອນີ້ ນີ້ການແຂ່ງຂັນຄວາມຫວັງກາຢາກໄດ້ຫຼຽນຊະນະຫັ້ນ ແຕ່ວ່າເອົາຊິວ່າແນວໃດຫັ້ນ ເພື່ອໃຫ້ຄຣູຝຶກນັກກິລາຄະນະຮັບຜິດຊອບ ກາຊິໄດ້ພະຍາຍາມສຸດຂີດ ໄດ້ຊໍ່າໃດ ກາຊິໄດ້ເອົາ. ຄັນເຮົາໄດ້ຫຼຽນກາແມ່ນດີ ຄັນບໍ່ໄດ້ຫຼຽນບໍ່ໄດ້ຫຼຽນ ກາແມ່ນເອົາມິຕພາບໄວ້ສາກ່ອນ.”

ກິລາເອຊ້ຽນເກມຄັ້ງທີ 19 ທີ່ເມືອງ ຫາງໂຈ່ວ ປະເທດຈີນ ໄດ້ບັນຈຸ 40 ປະເພດກິລາ ຊິງໄຊ 482 ຫຼຽນຄໍາ 480 ຫຼຽນເງິນ ແລະ 631 ຫຼຽນທອງ. ໂດຍມີ 46 ປະເທດຈາກທະວີບເອເຊັຽ ເຂົ້າຮ່ວມ. ໃນນີ້ຄະນະກັມມະການໂອລິມປິກແຫ່ງຊາຕລາວ ໄດ້ສົ່ງນັກເຂົ້າຮ່ວມແຂ່ງຂັນ 16 ປະເພດກິລາ ລວມຈຳນວນນັກກິລາທັງໝົດ 152 ຄົນ ໄດ້ຂໍສເນີງົບປະມານຈາກຣັຖ 11 ປະເພດກິລາ ສ່ວນອີກ 5 ປະເພດກິລາງົບປະມານກຸ້ມຕົນເອງ.

ຜ່ານການແຂ່ງຂັນ ຕລອດສອງສັປດາ ລາວສາມາດຍາດມາໄດ້ 3 ຫຼຽນທອງຈາກິລາກະຕໍ້ທີມຊຸດຊາຍ ໄດ້ 1 ຫຼຽນທອງ, ກະຕໍ້ທີມຊຸດຍີງໄດ້ 1 ຫຼຽນທອງ ແລະ ທີມຍີງ 4 ຄົນໄດ້ 1 ຫຼຽນທອງ. ຈາກຜົລງານດັ່ງກ່າວເຮັດໃຫ້ ລາວ ຢູ່ອັນດັບທີ 35 ຮ່ວມກັບ ອີຣັກ ໄດ້ 3 ຫຼຽນທອງເທົ່າກັນ.

ອີງຕາມສະຖິຕິ ທີ່ບັນທຶກໄວ້ໃນເວັບໄຊຕ໌ ເອຊ້ຽນເກມ ລາວເຂົ້າຮ່ວມແຂ່ງຂັນເອຊ້ຽນເກມ ຢ່າງເປັນທາງການ 10 ຄັ້ງ ນັບແຕ່ 1974-2023 ໄດ້ຫຼຽນທັງໝົດ 4 ຫຼຽນເງິນ ແລະ 14 ຫຼຽນທອງ. ຕາມສະຖິຕິບັນທຶກໄວ້ ປະເທດລາວໄດ້ຫຼຽນເຊັ່ນມວຍສາກົລ ສມັກຫຼິ້ນ, ວູຊູ, ປັນຈັດສີລັດ, ກະຕໍ້. ເຊິ່ງກິລາທີ່ໄດ້ຫຼຽນນີ້ສ່ວນຫຼາຍ ເປັນກິລາທ້ອງຖິ່ນບໍ່ແມ່ນກິລາໂອລິມປິກ ນອກຈາກມວຍສາກົລສະມັກຫຼີ້ນ.

ນັກວິຊາການທີ່ຮັບຜິດຊອບ ການກິລາລາວຂໍສງວນຊື່ ແລະສຽງ ໄດ້ໃຫ້ຄໍາເຫັນຕໍ່ການເຂົ້າຮ່ວມແຂ່ງຂັນກິລາລາວ ໃນລະດັບນາໆຊາຕ ເຊັ່ນກິລາຊີເກມ ເອຊ້ຽນເກມ ແລະ ໂອລິມປິກເກມ ຄວາມສາມາດຂອງນັກກິລາວຍັງບໍ່ສູງ ບໍ່ສາມາດທຽບເທົ່າກັບນັກກິລາປະເທດ ອື່ນໆ ໄດ້ ໂດຍສະເພາະແມ່ນກິລາທີ່ສາກົລຮອງຮັບ ເພາະຜ່ານມາ ນັກກິລາລາວໄດ້ຫຼຽນມານັ້ນ ສ່ວນຫຼາຍຈະເປັນປະເພດກິລາພື້ນເມືອງ ຂອງເອເຊັຍຽເຊັ່ນ ວູຊູ, ປັນຈັກສີລັດ ເປັນຕົ້ນເຊິ່ງເປັນກິລາສາກົລ ບໍ່ທັນໄດ້ຮອງຮັບ ຫຼື ບໍ່ໄດ້ບັນຈຸເຂົ້າໃນກິລາອາຊີບ ແລະ ໂອລິມປິກ.

ປັດໄຈທີ່ເຮັດໃຫ້ການພັທນາກິລາລາວ ບໍ່ມີຄວາມກ້າວໜ້າກໍຍ້ອນວ່າ ກິລາລາວແມ່ນກິລາມວນຊົນ ຈັດການແຂ່ງຂັນຕາມວັນສຳຄັນ ຂອງຊາຕບໍ່ມີການບູລະນາການ ຈັດໃຫ້ເປັນຂະບວນ ການດຽວທົ່ວປະເທດ ໂດຍການຈັດແມ່ນອີງຕາມເງື່ອນໄຂ ຂອງແຂວງໃຜແຂວງລາວ. ກິລາທີ່ເຕົ້າໂຮມກັນ ໄດ້ກໍແມ່ນກິລາແຫ່ງຊາຕເຊິ່ງຕ້ອງໃຊ້ງົບປະມານ ຂອງຣັຖຢ່າງມະຫາສານໃນການຈັດການ ແຂ່ງຂັນເຊັ່ນການສ້າງສນາມ, ການສົ່ງນັກກິລາ ແຕ່ລະແຂວງເຂົ້າຮ່ວມແຂ່ງຂັນ, ອຸປະກອນການແຂ່ງຂັນເຊິ່ງທັງໝົດນີ້ ຕ້ອງໃຊ້ງົບປະມານຂອງຣັຖ.

ກິລາລາວເວົ້າລວມ ແມ່ນກິລາສະມັກຫຼີ້ນ ກິລາສ້າງຂະບວນການ ບໍ່ມີກິລາອາຊີບຕ້ອງໄດ້ອາໄສງົບປະມານຂອງຣັຖທັງໝົດ. ຜ່ານມາງົບປະມານ ທີ່ສນອງໃຫ້ການກິລາແມ່ນຂາດເຂີນ ຫຼາຍນອກຈາກນີ້ຍັງມີການສໍ້ຣາສບັງຫຼວງ ໃນງົບປະມານຂອງການກິລາ ໂດຍສະເພາະແມ່ນເມື່ອມີການຈັດການ ແຂ່ງຂັນກິລາໃຫຍ່ໆ ເຊັ່ນກິລາແຫ່ງຊາຕເປັນຕົ້ນ.

ເຖິງວ່າການພັທນາກິລາລາວ ຈະມີສະຫະພັນຮັບຜິດຊອບໂດຍມອບ ໃຫ້ພາກເອກະຊົນແຕ່ໃນທ້າຍທີ່ສຸດແລ້ວເມື່ອມີການຈັດການ ແຂ່ງຂັນ, ສົ່ງນັກກິລາໄປແຂ່ງຂັນຕ່າງປະເທດ ເຖິງປະທານສະຫະພັນກິລາຈະເປັນນັກທຸຣະກິຈສ່ວນໃຫຍ່ ແຕ່ກໍສນອງງົບປະມານ ໄດ້ພຽງສ່ວນນຶ່ງ ພ້ອມທັງບັນດາຫ້າງຮ້ານທຸຣະກິຈ ແລະ ຂແນງການກິລາສາກົລ ກໍມອບເງິນຊ່ອຍເຫຼືອ ໃຫ້ແຕ່ບໍ່ພຽງພໍຕໍ່ກັບລາຍຈ່າຍທີ່ເຂົ້າຮ່ວມການແຂ່ງຂັນ.

ສະຫຼຸບລວມແລ້ວກິລາລາວ ແມ່ນກິລາມວນຊົນໂດຍພາກຣັຖ ແມ່ນຜູ້ສນັບສນູນງົບປະມານ ທັງໝົດ. ແນ່ນອນສະພາບເສຖກິຈ ຂອງລາວແມ່ນອ່ອນນ້ອຍ ທີ່ຈະໃຊ້ງົບປະມານມະຫາສານ ທຸ້ມເທລົງໃສ່ການກິລາ ກໍເປັນໄປໄດ້ຍາກກໍເອົາພໍແຕ່ໄດ້ເຂົ້າຮ່ວມ ການແຂ່ງຂັນເພື່ອໃຫ້ ນາໆຊາຕໄດ້ຮັບຮູ້ວ່າ ລາວເຂົ້າຮ່ວມໃນຖານະສະມາຊິກ ຂອງໂອລິມປິກສາກົລ ແລະ ເປັນປະເທດທີ່ຮ່ວມມືກັບວົງຄະນາຍາດ ສາກົລເຊິ່ງຜົລການແຂ່ງຂັນ ເຊິ່ງຜົນການແຂ່ງຢູ່ທີ່ຫາງໂຈກໍຢັ້ງຢືນໄດ້ ແລ້ວວ່າລາວເຂົ້າຮ່ວມເພື່ອສ້າງມິຕພາບ ບໍ່ແມ່ນເພື່ອຄວາມເປັນເລີດທາງການກິລາ.

ຕໍ່ກັບການພັທນາກິລາລາວ ໃນປັດຈຸບັນແນ່ນອນຕ້ອງມີນະໂຍບາຍ ທີ່ເໝາະສົມໃຫ້ກັບນັກກິລາເພາະປະເທດລາວ ຍັງແມ່ນກິລາສະມັກຫຼີ້ນຢູ່. ຖ້ານັກກິລາທີ່ຕ້ອງການເປັນອາຊີບ ກໍຕ້ອງໄດ້ໄປຊອກຫາສັງກັດປະເທດອື່ນ ຜ່ານມາກໍມີນັກກິລາລາວ ໄປສັງກັດສະໂມສອນຕ່າງປະເທດ ເຊັ່ນກິລາເຕະບານ, ມວຍ ແລະ ຣົຖຖີບ.

ສ່ວນກິລາພາຍໃນປະເທດ ທີ່ບໍ່ເປັນອາຊີບແຕ່ຖືກຄັດເລືອກ ຈາກສະຫະພັນເພື່ອເປັນໂຕແທນ ທີມຊາຕໄປຮ່ວມການແຂ່ງຂັນ ໃນລະດັບພາກພື້ນເຊັ່ນຊີເກມ ແລະ ເອຊ້ຽນເກມ ທາງຣັຖບານກໍໃຊ້ນະໂຍບາຍ ຂອງພາກຣັຖທີ່ວາງອອກ.

ດັ່ງທ່ານແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະກິລາ ໄດ້ກ່າວເຖິງນະໂຍບາຍຕໍ່ນັກກິລາ ທີ່ຖືກຄັດເລືອກເປັນໂຕແທນຊາຕວ່າ:

“ສໍາລັບການປະຕິບັດວ່າ ດ້ວຍລະບອບນະໂຍບາຍນີ້ ເພິ່ນໄດ້ລະບຸແຈ້ງ ຢູ່ໃນຫັ້ນແລ້ວສຳລັບ ຜູ້ທີ່ເປັນນັກຮຽນນັກສຶກສານີ້ ຈະມີການສອນເພີ່ມໃຫ້ນັກຮຽນ ກາມີການເລື່ອນຫ້ອງ ນັກຮຽນຜູ້ໃດ ທີ່ຈົບຊັ້ນກາໄດ້ມີນະໂຍບາຍສົ່ງໄປຮຽນ ຕ່າງປະເທດຫຼືຮຽນພາຍ ໃນປະເທດຕາມຄວາມສາມາດ ຕາມລະດັບຂອງນັກກິລາຫັ້ນເນາະ. ສຳລັບຜູ້ທີ່ເປັນພະນັກງານ ທະຫານຕຳຣວດ ໂດຍສະເພາະ ເພິ່ນກໍມີນະໂຍບາຍເລື່ອນຊັ້ນ.”

ທ່ານໄດ້ກ່າວຕື່ມວ່າ ນອກຈາກນີ້ຍັງມີນະໂຍບາຍ ຣັຖບານເຊິ່ງເປັນຍຸດທະສາດ ກະຊວງສຶກສາທິການແລະກິລາ ໄດ້ຕັດສີນໃຈສ້າງຕັ້ງສູນຝຶກກິລາແຫ່ງຊາຕ ເພື່ອຮອງຮັບນັກກິລາ ແລະໄດ້ສ້າງຕັ້ງໂຮງຮຽນພອນສະຫວັນ ກິລາກາຍຍະກັມ ຂຶ້ນເພື່ອຮອງຮັບໃຫ້ນັກຮຽນ ໃນສາຍສາມັນ ທັງໄດ້ຮຽນທັງໄດ້ຝຶກແອບໄປພ້ອມໆກັນ. ການສ້າງຕັ້ງຄະນະວິທະຍາສາດ ການກິລາຢູ່ມະຫາວິທຍາໄລແຫ່ງຊາຕ ໂຕນີ້ເປັນນະໂຍບາຍຫຼັກຍ້ອນວ່າ ໄດ້ໄປຮັບໃຊ້ຊາຕໃຊ້ເວລາຝືກແອບ ໄດ້ໄປເຂົ້າແຂ່ງຂັນຫຼັງຈາກທີ່ເຂົາເຈົ້າ ອຳລາການແຂ່ງຂັນ ເຂົາເຈົ້າຈະໄດ້ມີໂອກາດໄປຮຽນຕໍ່ ຮອງຮັບເອົາວິຊາຊີບ ຂອງເຂົາເຈົ້າ.

ໂຕແທນຂອງນັກກິລາລາວ ໄດ້ສະແດງຄວາມເຫັນເຖິງບັນຫາ ການພັທນາກິລາວ ໃນລະດັບເອເຊັຽ ທຸກພາກສ່ວນ ຕ້ອງມີສ່ວນຮ່ວມໃຫ້ການສນັບສນູນ ນຳກັນບໍ່ວ່າຈະເປັນພາກຣັຖ ຫຼືພາກເອກະຊົນ ລ້ວນແລ້ວແຕ່ມີຄວາມສຳຄັນ. ເພາະສະນັ້ນ ຕ້ອງໄດ້ມາເຣີ້ມຮ່ວມກັນ ສນັບສນູນ ເພື່ອອານາຄົດຂອງການກິລາໃນເອເຊັຽ ຈະມີຜົລງານດີຂຶ້ນ.

ທຸກຄົນມີຄວາມສາມາດບໍ່ໍຄືກັນ ສະປອນເຊີ ທັງໝົດສນັບສນູນທາງການອອກແຮງ ຫຼືແນວໃດກໍແລ້ວແຕ່ເຮົາຮ່ວມກັນຫຼາຍໆ ຄົນເຮົາຈະສາມາດຜັກດັນ ໄປໄດ້ໄກ ກ່ວາ.

ສ່ວນນັກກິລາ ທີ່ເປັນໂຕແທນທີມຊາຕລາວ ທີ່ເຂົ້າຮ່ວມການແຂ່ງຂັນໃນເທື່ອນີ້ ກໍໄດ້ຕອບພວກເຮົາວ່າມີຄວາມພາກພູມໃຈ ຫຼາຍທີ່ໄດ້ເປັນໂຕແທນເຂົ້າຮ່ວມແຂ່ງຂັນ ສ່ວນບັນຫາເຣື່ອງຜົລງານ ກໍອີງໃສ່ຄວາມເປັນຈິງ.

ດັ່ງທ່ານໄດ້ກ່າວວ່າ:

ຮູ້ສຶກດີລະຮູ້ສຶກພູມໃຈຫຼາຍ ທີ່ໄປເປັນໂຕແທນໃຫ້ປະເທດລາວ ແບບຮູ້ສຶກດີຫຼາຍ ທີ່ໄປແຂ່ງໃຫ້ປະເທດລາວເວລາຂ້ອຍໄດ້ຍິນວ່າ ຂ້ອຍມີໂອກາດ ມາແຂ່ງໃຫ້ປະເທດລາວ ຂ້ອຍກາດີໃຈຫຼາຍ ທີ່ໄດ້ແຂ່ງບໍ່ໄດ້ຫຼຽນເທື່ອໜ້າ ຊິຊ້ອມອີກ.

ກິລາເອຊ້ຽນເກມ ເປັນມະຫະກັມກິລາຂອງທະວັບ ເອເຊັຽ ຈັດຂຶ້ນທຸກໆ 4 ປີ ເຣີ່ມຈັດຄັ້ງທຳອິດໃນປີ 1951 ທີ່ເມືອງ ນີວເດລລີ ປະເທດອິນເດັຍ ເປັນເຈົ້າພາບ ແລະ ມາເຖິງປັດຈຸບັນຄື ຫຼ້າສຸດເມືອງຫາງໂຈ່ວ ປະເທດຈີນ ເປັນເຈົ້າພາບກິລາເອຊ້ຽນເກມ ຈັດມາແລ້ວລວມທັງໝົດ 18 ຄັ້ງ. ສ່ວນອີກ 4 ປີຕໍ່ໜ້າ ໃນປີ 2026 ເມືອງ ອາຍຊິ ນາໂກຢາ ປະເທດຢີ່ປຸ່ນ ຈະຮັບໜ້າເປັນເຈົ້າພາບ ຈັດການແຂ່ງຂັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org