ທາງການຮົງກົງ ເຂັ້ມງວດ ຕໍ່ຜູ້ສມັກເລືອກຕັ້ງ ເປັນສະມາຊິກ ສະພາ ນິຕິບັນຍັດ
ຕໍາຣວດຮັກສາ ຄວາມສງົບຮົງກົງ ຈະຕິດຕາມ ຜູ້ສມັກເລືອກຕັ້ງ ເປັນສະມາຊິກ ສະພາ ນິຕິບັນຍັດ ເພື່ອຮັບປະກັນ ຄວາມຈົງຮັກພັກດີ ຢ່າງແຂງຂັນ ຂອງພວກເຂົາເຈົ້າ ຕໍ່ພັກ ຄອມມິວນິສຈີນ.
-
ມະນີຈັນ
2021-04-03 -
-
-
Your browser doesn’t support HTML5 audio
ຣະບົບການເມືອງໃໝ່ ທີ່ຖືກກໍານົດ ແລະ ຄວບຄຸມໂດຍ ພັກຄອມມິວນິສຈີນ ມີຜົລບັງຄັບໃຊ້ ໃນຮົງກົງ ເມື່ອວັນພຸດຜ່ານມາ ເຮັດໃຫ້ ສະຫະຣັຖອາເມຣິກາ ກໍມີຄວາມກັງວົນຫຼາຍ ກ່ຽວກັບເຣື່ອງນີ້, ອີງຕາມຣາຍງານຂ່າວ RFA ຜແນກພາສາຈີນ ແຄັນເຕີນີສ ໃນມື້ວັນ ທີ 31 ມີນາ 2021 ນີ້.
ໂຄສົກ ກະຊວງການຕ່າງປະເທດ ສະຫະຣັຖ ອາເມຣິກາ ໃຫ້ຄໍາເຫັນຜ່ານທາງອີແມວ ເຖິງອົງການຂ່າວ Reuters ວ່າ ພວກເຮົາມີ ຄວາມກັງວົນຢ່າງຍິ່ງ ກ່ຽວກັບການປ່ຽນແປງ ໃນຣະບົບການເລືອກຕັ້ງ ຢູ່ຮົງກົງ ຊຶ່ງບໍ່ໃຫ້ຄວາມສໍາຄັນ ໃນຄວາມຕັ້ງໃຈ ຂອງປະຊາ ຊົນຮົງກົງ ແລະປະຕິເສດ ຄວາມຕ້ອງການຂອງພວກເຂົາເຈົ້າ ໃນການປົກຄອງຕົນເອງ.
ທາງການຈີນ ເປີດເຜີຍແຜນການຮອບດ້ານ ໃນວັນອັງຄານຜ່ານມາ ເພື່ອຮັບປະກັນວ່າ ໃຜກໍຕາມ ທີ່ສມັກຮັບເລືອກຕັ້ງ ເປັນສະມາ ຊິກສະພາ ນິຕິບັນຍັດຮົງກົງ ຈະເປັນຜູ້ສນັບສນູນ ຢ່າງແຂງຂັນ ຕໍ່ພັກຄອມມິວນິສຈີນ ຊຶ່ງຜູ້ສມັກທັງໝົດ ຈະຕ້ອງຖືກຕໍາຣວດຮັກ ສາຄວາມສງົບ ຕິດຕາມຢ່າງໃກ້ຊິດ ກ່ອນຈະໄດ້ຮັບອະນຸຍາດ ໃຫ້ເຂົ້າຮ່ວມການເລືອກຕັ້ງ.
ບັນດາທີ່ປຶກສາ ຂັ້ນເມືອງ ຊຶ່ງເປັນຄວາມຫວັງ ຂອງການເປັນຕົວແທນ ເພື່ອປະຊາທິປະຕັຍ ໃນຮົງກົງນັ້ນ ກໍຖືກເອົາອອກ ຈາກຄະ ນະກັມການ ການເລືອກຕັ້ງ ທີ່ຈະເລືອກເອົາ ຜູ້ແທນ 40 ຄົນ ເຂົ້າແທນທີ່ ໃນຈໍານວນທັງໝົດ 90 ທີ່ນັ່ງ ໃນສະພາ ນິຕິ ບັນຍັດ ຮົງກົງນໍາ ຊຶ່ງຈະເລືອກເອົາຜູ້ປົກຄອງຮົງກົງ ຊຶ່ງແຕ່ກ່ອນມີພຽງ 70 ທີ່ນັ່ງນັ້ນ. ແລະຜູ້ສມັກ ຮັບເລືອກຕັ້ງ ທຸກຄົນ ຈະຕ້ອງໄດ້ຖືກ ອະນຸຍາດຈາກຕໍາຣວດ ຮັກສາຄວາມຄວາມປອດພັຍ ແຫ່ງຊາດກ່ອນ.
ຣະບົບໃໝ່ດັ່ງກ່າວ ຈະບັງຄັບໃຫ້ຜູ້ມີຄວາມຫວັງ ທີ່ຈະລົງແຂ່ງຂັນ ໃນການເລືອກຕັ້ງນັ້ນ ຕ້ອງຫາສຽງ ທີ່ມີຫຼາຍຂັ້ນ ຂອງຄະນະ ກັມ ການ ທີ່ສນັບສນູນ ພັກຄອມມິວນິສຈີນ ກ່ອນຈະໄປເຖິງ ການປ່ອນບັດ ລົງຄະແນນສຽງໃດໆໄດ້. ຢ່າງໃດກໍຕາມ ການຕັດສິນໃຈ ຂອງຄະນະກັມການທັງໝົດ ຈະຂຶ້ນຢູ່ກັບການອະນຸມັດ ຂອງພາກສ່ວນຄວາມສງົບແຫ່ງຊາດ ຂອງຕໍາຣວດຮົງກົງ.
ໃນລາຍລະອຽດ ທີ່ທາງຄະນະປະຈໍາ ສະພາປະຊາຊົນ ແຫ່ງຊາດຈີນ ໄດ້ພິມເຜີຍແຜ່ ຣະບຸວ່າ ຄະນະກັມການ ເພື່ອການປົກປ້ອງ ຄວາມໝັ້ນຄົງແຫ່ງຊາດ ຂອງເຂດ ບໍຣິຫານພິເສດ ຮົງກົງ ຈະກວດກາເບິ່ງວ່າ ຜູ້ສມັກ ເປັນສະມາຊິກ ສະພາ ນິຕິບັນຍັດ ຕ້ອງມີ ມາຕຖານຕາມຂໍ້ກໍານົດ ແລະເງື່ອນໄຂ ຂອງກົດໝາຍ ພື້ນຖານຮົງກົງ ທີ່ມີຜົລບັງຄັບໃຊ້ ໃນມື້ວັນທີ 31 ມີນາ 2021.
ຫາກຜູ້ສມັກຄົນໃດ ບໍ່ໄດ້ຕາມຂໍ້ກໍານົດ ເຣື່ອງຄວາມຈົງຮັກພັກດີ ຕໍ່ພັກຄອມມິວນິສ ຈີນແລ້ວ ທາງຕໍາຣວດ ຮັກສາຄວາມສງົບ ແຫ່ງ ຊາດ ກໍຈະບໍ່ມີ ຄວາມເຫັນ ໃຫ້ຄະນະກັມການ ທົບທວນຄວາມຖືກຕ້ອງ ຄືນໃໝ່ ຊຶ່ງຜູ້ສມັກນັ້ນ ບໍ່ມີສິດທີ່ຈະຮ້ອງຮຽນ. ການເລືອກ ຕັ້ງສະພາ ນິຕິບັນຍັດ ຮົງກົງຄັ້ງກ່ອນ ກໍານົດໃສ່ ເດືອນ ກັນຍາ 2020 ແຕ່ຖືກເລື່ອນອອກໄປ.
ປັດຈຸບັນ ມີການສນັບສນູນ ໃຫ້ຈັດໃສ່ເດືອນທັນວາ 2021 ນີ້. ຜູ້ມີສິດ ປ່ອນບັດເລືອກຕັ້ງ ສາມາດເລືອກເອົາ ຄົນໃດກໍໄດ້ ໃນຈໍາ ນວນຜູ້ສມັກ ທີ່ໄດ້ຮັບການອະນຸມັດ ໂດຍໄດ້ຜ່ານ ຂະບວນການກວດກາ ທີ່ມີຫຼາຍຂັ້ນຕອນ ເພື່ອຮັບປະກັນວ່າ ນັກການເມືອງ ເພື່ອ ປະຊາທິປະຕັຍ ແລະນັກຂົນຂວາຍ ເພື່ອສິດທິມະນຸດ ຈະບໍ່ຜ່ານຂັ້ນຕອນນັ້ນໄດ້. ພ້ອມດຽວກັນ ທາງການ ກໍຈະຕ້ອງດໍາເນີນການ ຕໍ່ທຸກຄົນ ທີ່ຫາຊ່ອງທາງ ໃນອັນທີ່ເອີ້ນວ່າ ມ້າງເພທໍາຣາຍ ຣະບົບການເລືອກຕັ້ງນັ້ນ.
ເມື່ອຕົ້ນປີນີ້ ຕໍາຣວດຮົງກົງ ໄດ້ຕັ້ງຂໍ້ຫາ ຕໍ່ນັກເຄື່ອນໄຫວ ເພື່ອປະຊາທິປະຕັຍ ແລະ ນັກການເມືອງ ຝ່າຍຄ້ານ 47 ຄົນ ວ່າ ເຄື່ອນ ໄຫວໂຄ່ນລົ້ມ ຕາມກົດໝາຍ ຄວາມໝັ້ນຄົງ ແຫ່ງຊາດ ພາຍຫຼັງພວກເຂົາເຈົ້າ ໄດ້ຈັດຕັ້ງ ແລະເຂົ້າຮ່ວມ ການເລືອກຕັ້ງເບື້ອງຕົ້ນ ແບບປະຊາທິປະຕັຍ ເພື່ອຄັດເລືອກ ເອົາຜູ້ສມັກ ທີ່ດີທີ່ສຸດ ໂດຍມີເປົ້າໝາຍ ທີ່ຈະໄດ້ທີ່ນັ່ງ ຢ່າງໜ້ອຍ 30 ທີ່ນັ່ງ ຈາກທັງໝົດ 70 ທີ່ນັ່ງໃນສະພາ ນິຕິບັນຍັດ ແລະຫາວ່າ ຂັດຂວາງ ການອອກກົດໝາຍ ຂອງຣັຖບານ.
ອັງກິດ ເວົ້າວ່າ ກົດຣະບຽບໃໝ່ນັ້ນ ເປັນການລະເມີດ ສົນທິສັນຍາຣະຫວ່າງ 2 ຝ່າຍກັບຈີນ ກ່ຽວກັບການສົ່ງມອບ ຮົງກົງ ໃນປີ 1997 ຊຶ່ງສັນຍາວ່າ ຈະໃຫ້ສິດຮົງກົງ ໃນການປົກຄອງ ຢ່າງເຕັມຮູບແບບ ແລະເພື່ອໃຫ້ຮົງກົງ ມີເສຣີພາບ ໃນການປາກເວົ້າ ຈັດ ຕັ້ງສະມາຄົມ ແລະ ເຂົ້າຮ່ວມ ທາງການເມືອງ ຮວມໄປເຖິງ ຄວາມເປັນອິສຣະ ທາງດ້ານຕຸລາການ.
ຣັຖມົນຕຣີການຕ່າງປະເທດອັງກິດ Dominic Raab ກ່າວໃນຖແລງການສບັບນຶ່ງວ່າ ມື້ນີ້ ຈີນ ປະກາດໃຊ້ຣະບົບການເລືອກຕັ້ງ ຢູ່ ຮົງກົງ ທີ່ປ່ຽນແປງໄປ ຊຶ່ງເປັນການຣະເມີດ ຖແລງການຮ່ວມ ອັງກິດ-ຈີນນັ້ນ ຢ່າງຈະແຈ້ງ ເປັນການທໍາລາຍ ເສຣີພາບ ຂອງປະ ຊາຊົນຮົງກົງ ແລະ ຣະເມີດພັລທະ ຕໍ່ສາກົລ ຂອງທາງການຈີນ.
ຮອງສາສດາຈານ ດ້ານການເມືອງ ມະຫາວິທຍາລັຍຈີນ ຮົງກົງ Ma Ngok ກ່າວວ່າ ກົດຣະບຽບໃໝ່ນັ້ນ ຈະເຮັດໃຫ້ທາງການ ຈີນ ໝັ້ນໃຈໄດ້ວ່າ ຄວາມຄິດເຫັນຂອງປະຊາຊົນ ຈະມີຜົລໜ້ອຍ ຕໍ່ນັກການເມືອງ ຂນະທີ່ຜູ້ສມັກຮັບເລືອກຕັ້ງ ຈະບໍ່ເປັນຕົວແທນ ຂອງຜູ້ ມີສິດປ່ອນບັດເລືອກຕັ້ງ, ແຕ່ຫາກເປັນ ຂອງຣັຖບານ ແລະພັກຄອມມິວນິສຈີນ ຊຶ່ງຈະເຮັດໃຫ້ ບົດບາດຂອງມວນຊົນ ໃນການກໍານົດ ນະໂຍບາຍ ຫຼຸດລົງ.
ທ່ານເວົ້າວ່າ ຣັຖບານສາມາດ ຄວບຄຸມທີ່ນັ່ງນັ້ນ ໄດ້ຫຼາຍເຖິງ 40 ທີ່ນັ່ງ, ແລະ ສັດສ່ວນທີ່ນັ່ງ ພາກສ່ວນອື່ນໆ ຈະຫຼຸດ ໜ້ອຍລົງ ເມື່ອເພີ່ມຈາກ 70 ທີ່ນັ່ງ ເປັນ 90 ທີ່ນັ່ງ. Willy Lam ນັກວິຈານ ສະຖານະການຮົງກົງ ກໍກ່າວເພີ່ມວ່າ ການເມືອງ ຍັງສະທ້ອນ ໃຫ້ເຫັນເຖິງ ໂຄງສ້າງເສຖກິຈ ຂອງຮົງກົງ ທີ່ຖືກຄອບງໍາໂດຍ ບໍຣິສັດ ຈີນແຜ່ນດິນໃຫຍ່ຫຼາຍຂຶ້ນ.
ແລະວ່າ ຈີນບໍ່ຈໍາເປັນ ຈະສນັບສນູນ ທຸຣະກິຈຮົງກົງ ທີ່ມີຮາກເຫງົ້າ ມາແຕ່ສມັຍຫົວເມືອງຂຶ້ນ ນັ້ນອີກຕໍ່ໄປ. ແລະວ່າ ຂະບວນການ ເລືອກຕັ້ງ ແບບມີການຂົນຂວາຍ ຫາສຽງ ສນັບສນູນ ສໍາລັບຫົວໜ້າ ຝ່າຍບໍຣິຫານຮົງກົງ ກໍຈະມີຄວາມສໍາຄັນໜ້ອຍລົງ.
Ivan Choy ວິທຍາກອນ ວິຊາການເມືອງ ປະຈໍາມະຫາວິທຍາລັຍຈີນ ຮົງກົງ ຫຼື CUHK ເວົ້າວ່າ ຈຸດມຸ້ງໝາຍຂອງກົດຣະບຽບໃໝ່ ນັ້ນຄື ຮວບຮວມອໍານາດໄວ້ໃນມື ຂອງຄະນະກັມການ ຮວມທັງຫຼຸດອິດທິພົລ ທາງການເມືອງ ຂອງເສດຖີ ອະສັງຫາຣິມະຊັບ ຂອງ ຮົງກົງນໍາດ້ວຍ. ສິ່ງນີ້ຈະຫຼຸດຜ່ອນ ການເພິ່ງພາພາກສ່ວນ ອຸດສາຫະກັມ, ການຄ້າ ແລະ ບໍຣິສັດ ພັທນາອະສັງຫາຣິມະຊັບຣາຍໃຫຍ່ ແລະມັນບໍ່ພຽງແຕ່ ກ່ຽວກັບການເຮັດໃຫ້ ຝ່າຍປະຊາທິປະຕັຍ ຈືດຈາງໄປ ເທົ່ານັ້ນ.
ແຕ່ຄະນະກັມການເຫຼົ່ານີ້ ເປັນສິ່ງທີ່ທາງການຈີນ ໜູນໃຊ້ໄດ້ຫຼາຍ. ດັ່ງນັ້ນ ທາງການຈີນ ຈຶ່ງບໍ່ຈໍາເປັນຕ້ອງສນັບສນູນ ພັລທະມິດ ທີ່ມີການຄ້າ ແລະອຸດສາຫະກັມ ຍ້ອນສາມາດເຮັດຫຍັງ ກໍໄດ້ຕາມທີ່ຕ້ອງການ.
ສະມາຊິກສະພາ ບໍຣິຫານຮົງກົງ ບາງຄົນເວົ້າວ່າ ຣະບົບໃໝ່ນີ້ ເປັນການປັບປຸງຣະບົບເກົ່າ ທີ່ຊ່ອຍໃຫ້ຜູ້ສມັກ ທີ່ສນັບສນູນ ປະຊາ ທິປະຕັຍ ໃນການເລືອກຕັ້ງສະພາເຂດ ເດືອນພຶສຈິກາ 2019 ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນນັ້ນ.
ນາງ Emily Lau ອາດີດປະທານ ພັກປະຊາທິປະຕັຍ ເວົ້າວ່າ ຣະບົບໃໝ່ນີ້ ໄດ້ເຮັດໃຫ້ການເລືອກຕັ້ງ ເປັນເຫດການ ບໍ່ມີຈຸດໝາຍ ປາຍທາງ. ນາງກ່າວຕໍ່ RFA ພາຍຫຼັງມີການປ່ຽນແປງ ຣະບົບນັ້ນວ່າ ມີພຽງແຕ່ຄົນ ທີ່ພວກເຂົາມັກເທົ່ານັ້ນ ທີ່ສາມາດເຂົ້າຮ່ວມໄດ້.
ແລະວ່າ ນາງຈະສືບຕໍ່ ພະຍາຍາມເຮັດວຽກ ຢູ່ພາຍໃນຊຸມຊົນ ໃນນາມພົລເມືອງຮົງກົງ. ທັງນີ້ກໍຍ້ອນວ່າ ມັນເປັນຄວາມເຊື່ອ ຂອງ ນາງ ຊຶ່ງບາງທີມັນອາຈຕ້ອງ ໄດ້ເສັຍສະຣະຫຼາຍ ໃນການ ເຮັດຄືທີ່ວ່ານັ້ນ ແລະບາງຄົນ ກໍພ້ອມທີ່ຈະເຮັດ ແລະບາງຄົນກໍບໍ່ພ້ອມ.
ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ຣະບຸໃນຣາຍງານປະຈໍາປີ ກ່ຽວກັບສິດທິມະນຸດ ຢູ່ປະເທດຕ່າງໆໃນໂລກ ປີ 2020 ທີ່ເຜີຍແຜ່ອອກ ເມື່ອວັນອັງຄານ ຜ່ານມານີ້ວ່າ ພັກຄອມມິວນິສຈີນ ໄດ້ມ້າງຢ່າງມີປະສິດທິຜົລ ໃນເຣື່ອງ ສິດ ແລະ ເສຣີພາບ ທີ່ໄດ້ ສັນຍາໄວ້ ຊຶ່ງ 1 ມື້ຕໍ່ມາ ນັກການທູດຂັ້ນສູງ ຂອງສະຫະຣັຖ ກໍໄດ້ຍົກໃຫ້ເຫັນເຖິງຄໍາສັນຍາ ທີ່ຖືກຣະເມີດນັ້ນ.
ຣັຖມົນຕຣີການຕ່າງປະເທດ Antony Blinken ກ່າວໃນຖແລງການ ໄປພ້ອມກັບຣາຍງານ ເຖິງສະພາ Congress ສະຫະຣັຖ ວ່າ ຮົງກົງ ໄດ້ຮັບສັນຍາວ່າ ຈະເປັນເຂດປົກຄອງຕົນເອງ ໃນຣະດັບສູງ, ສະຖາບັນຕ່າງໆ ມີເສຣີພາບ ແລະປະຊາທິປະຕັຍ ເປັນເວລາ 50 ປີ ຫຼັງຈາກຖືກສົ່ງມອບຈາກອັງກິດຄືນໃຫ້ຈີນ.
ທ່ານກ່າວວ່າ ໃນປີທີ່ຜ່ານມາ ສປ.ຈີນ ໄດ້ສືບຕໍ່ມ້າງເພ ຄວາມເປັນເຂດປົກຄອງຕົນເອງ ຂອງຮົງກົງໃນຣະດັບສູງ ຊຶ່ງເປັນການ ຣະ ເມີດພັລທະຂອງຈີນ ພາຍໃຕ້ປະກາດ ຖແລງການຮ່ວມ ຈີນ-ອັງກິດ ແລະກົດໝາຍພື້ນຖານ ຂອງຮົງກົງ.
ໂດຍສະເພາະຢ່າງຍິ່ງ ການຮັບຜ່ານກົດໝາຍ ວ່າດ້ວຍຄວາມໝັ້ນຄົງ ແຫ່ງຂອງຣັຖບານຈີນ ແລະ ຣັຖບານຮົງກົງ ນໍາໄປປະຕິບັດ ນັ້ນຳໄດ້ມ້າງເພທໍາຣາຍ ສິດ ແລະ ອິສຣະພາບ ຂອງປະຊາຊົນ ຮົງກົງ ຢ່າງໜັກໜ່ວງ, ທ່ານ Blinken ກ່າວ.
ການດໍາເນີນການ ທີ່ສວນທາງກັບພັລທະຜູກພັນ ໃນການສົ່ງມອບຮົງກົງໃນປີ 1997 ນັ້ນ ມີຮວມທັງ ການຈັບກຸມແບບຊະຊາຍ ແລະ ການກ່າວໂທດ-ຟ້ອງຮ້ອງ ນັກການເມືອງ ຝ່າຍຄ້ານ ນັກເຄື່ອນໄຫວ ຕົວຕັ້ງຕົວຕີ ແລະ ພວກປະທ້ວງ ຢ່າງສັນຕິ ພາຍໃຕ້ກົດໝາຍ ຄວາມໝັ້ນຄົງແຫ່ງຊາດ ໂດຍມີການເມືອງ ມາກ່ຽວຂ້ອງ, ແລະກົດໝາຍອື່ນໆ, ການເລື່ອນ ການເລືອກຕັ້ງສະພາ ນິຕິບັນຍັດ, ການ ກົດດັນ ຄວາມເປັນເອກຣາດ ຂອງຕຸລາການ ແລະເສຣີພາບ ດ້ານວິຊາການ ແລະການຂ່າວ ແລະການຫ້າມມວນຊົນ ບໍ່ໃຫ້ປະທ້ວງ ຕ່າງໆນາໆ.