ຄົນຈີນຖືກຈັບຂໍ້ຫາ ປູກກ້ວຍ ໃນປ່າສງວນ
ຄົນຈີນ 5 ຄົນ ຖືກກັກຕົວ ໃນຂໍ້ຫາ ປູກກ້ວຍໃສ່ ພື້ນທີ່ດິນ ປ່າປົກປ້ອງ ແລະ ປ່າສງວນ ຂອງ ຣັຖບານ ພະມ້າ.
-
ສິດນີ
2019-06-03 -
-
-
Your browser doesn’t support HTML5 audio
ຫ້ອງການກະສິກັມ ແລະປ່າໄມ້ ໃນເຂດກາຈີນ ຂອງພະມ້າ ໄດ້ກັກຕົວຄົນຈີນ 5 ຄົນ ພ້ອມທັງຜູ້ຈັດການ ໃນຂໍ້ກ່າວຫາ ປູກແລະຂຍາຍ ສວນກວ້ຍ ເຂົ້າໄປໃນເຂດປ່າປົກປ້ອງ ແລະປ່າສງວນ ຂອງຣັຖບານ, ອິງຕາມຄຳເວົ້າເຈົ້າຫນ້າທີ່ ທ້ອງຖີ່ນພະມ້າ ໃນວັນຈັນ ທີ 20 ພຶສພາ ຜ່ານມາ.
ເຈົ້າຫນ້າທີ່ທອ້ງຖິ່ນ ເວົ້າວ່າ ຄົນຈີນ 5 ຄົນ ພ້ອມທັງຜູ້ຈັດການແມ່ນມາຈາກ ບໍຣິສັດ ຈີນຟໍ ນາດິນ ໄດ້ປູກກ້ວຍໃນປ່າຊຸມຊົນ ນ້ຳເບີ 1 ແລະ 2 ທີ່ເມືອງວັຍຍໍ້ ມາແຕ່ປີ 2018 ແລະໃນເວລານີ້ ກໍໄດ້ຂຍາຍເຂົ້າໄປໃນເຂດປ່າສງວນ ຂອງສອງຫມູ່ບ້ານນີ້ ຕື່ມອີກປະມານ 300 ເຮັກຕາ. ທ່ານ ຊໍໂບ ເຈົ້າຫນ້າທີ່ທ້ອງຖິ່ນເວົ້າວ່າ:
“ກະຊວງກະສິກັມ ແລະປ່າໄມ້ພະມ້າ ໄດ້ຍືນຟ້ອງສານນັກລົງທຶນຈີນ ດັ່ງກ່າວຍ້ອນປູກກ້ວຍໃສ່ປ່າສງວນ ແລະປ່າປົກປອ້ງແຫ່ງຊາດ ແລະ ວ່າ ຄົນຈີນ ກຸ່ມດັ່ງກ່າວ ຍັງໄດ້ປຸກທີ່ຢຸ່ອາສັຍ ໃນປ່າດັ່ງກ່າວນຳອີກ."
ທ່ານວ່າ ຜູ້ຈັດການຖືກປ່ອຍຕົວ ດ້ວຍການປະກັນຍ້ອນສຸຂພາບບໍ່ດີ ແຕ່ 5 ຄົນນັ້ນຍັງຖືກກັກຕົວ ເພື່ອສືບສວນຢູ່. ທ່ານ ກໍຊໍ ຜູ້ບັນຊາການ ຕຳຣວດທ້ອງຖິ່ນ ກ່າວວ່າ:
“ສານຍັງບໍ່ທັນພິຈາຣະນາເຣື້ອງນີ້ເທື່ອ ຍ້ອນຍັງລໍຖ້າຂໍ້ມູນ ຫລັກຖານຈາກຫ້ອງການກະສິກັມ ເມືອງຍື່ນຟ້ອງມາ."
ປະຊາຊົນທ້ອງຖິ່ນໃນເຂດດັ່ງກ່າວ ບອກວ່າ ສວນກ້ວຍຈີນສ້າງບັນຫາ ໃຫ້ແກ່ປະຊາຊົນທ້ອງຖິ່ນຢ່າງໃຫຍ່ ໃນຣະຍະທີ່ຜ່ານມາ ເປັນຕົ້ນ ການເສັຽທີ່ດິນ ໃນການປູກຝັງ ການປ່ອຍມົລພິດ ສານເຄມີ ລົງຫ້ວຍນ້ຳ ການຕັດໄມ້ທຳລາຍປ່າ ການເຊື່ອມເສັຽ ທັມມະຊາດ ແລະຣະບົບ ນິເວດ ການຈ່າຍຄ່າຈ້າງແຮງງານຕ່ຳ ແລະການເຊື່ອມເສັຽຕໍ່ຊີວິດການເປັນຢູ່ ຣາຍໄດ້ຂອງປະຊາຊົນທ້ອງຖິ່ນ.
ທ່ານ ອອງ ມີນ ພໍ່ບ້ານ ທີ່ບ້ານ ກໍຊີນ ຊຶ່ງເປັນພື້ນທີ່ ໃກ້ກັບສວນກ້ວຍ ເວົ້າວ່າ ປະຊາຊົນທ້ອງຖິ່ນເປັນຫ່ວງກ່ຽວກັບ ການໃຊ້ຢາຂ້າຫຍ້າ ແລະສັດຕຣູພືດ ຈາກສວນກ້ວຍຈີນ ທີ່ສົ່ງຜົລກະທົບ ຕໍ່ຊີວິດການເປັນຢູ່ ຂອງພວກຂະເຈົ້າ. ທ່ານວ່າ:
“ເມື່ອເວລາ ຊາວບ້ານຍ່າງຜ່ານສວນກ້ວຍ ໃນຍາມພົ່ນຢາຂ້າຫຍ້າ ແລະຂ້າແມງໄມ້ ບາງຄົນເປັນລົມ ເລືອດດັງອອກ ຈົນໄດ້ໄປໂຮງຫມໍ ຫລາຍຄົນແລ້ວ."
ທ້າວ ເອເອ ອອງ ຊາວບ້ານໃນເຂດດັ່ງກ່າວເວົ້າວ່າ ເຖິງແມ່ນວ່າຈະມີ ການປະນາມ ການປູກກ້ວຍຂອງຈີນ ມາຫລາຍຄັ້ງແລ້ວ ແຕ່ບໍ່ມີ ເຈົ້າຫນ້າທີ່ທ້ອງຖິ່ນຜູ້ໃດ ເອົາເຣື້ອງເຈົ້າຂອງສວນກ້ວຍ, ດັ່ງກ່າວໃນຣະຍະທີ່ຜ່ານມາ. ລາວເວົ້າວ່າ:
“ເມື່ອ ພວກຊາວບ້ານເອົາເຣື້ອງນີ້ ໄປສເນີຕໍ່ຫ້ອງການຣັຖບານ ເພື່ອການແກ້ໄຂ ເຈົ້າຫນ້າທີ່ກໍບອກວ່າຈະລົງໄປເບິ່ງ ໃນທີ່ສຸດກໍເຫັນດີ ເຫັນຊອບກັບນັກລົງທຶນຈີນ ຂະເຈົ້າບໍ່ເຮັດຫຍັງເລີຍ.”
ກ່ຽວກັບບັນຫາການປູກກ້ວຍ ໂດຍທົ່ວໄປໃນພະມ້າ ທ່ານ ກໍກໍວີນ ຣັຖມົນຕຣີກະຊວງກຳສິກັມສັດລ້ຽງ ແລະຊົລປະທານ ພະມ້າ ໄດ້ກ່າວ ຕໍ່ເອເຊັຽເສຣີ ຜແນກພະມ້າ ວ່າງຕົ້ນປີນີ້ວ່າ ຣັຖບານພະມ້າຍັງບໍ່ໄດ້ອະນຸຍາດ ໃຫ້ນັກລົງທຶນຈາກປະເທດໃດ ເຂົ້າມາປູກກ້ວຍໃນພະມ້າ ເທື່ອ ນອກຈາກການປູກຕົ້ນໄມ້ ກິນຫມາກປະເພດອື່ນໆ ມີບາງບໍຣິສັດເຂົ້າມາປູກຕົ້ນໄມ້ກິນຫມາກ ໃນບາງແຂວງ ແຕ່ຖ້າມີການປູກກ້ວຍ ຈະມີການສືບສວນ.
ທ່ານວ່າ ໃນເວລານີ້ ທ່ານໄດ້ສົ່ງຂໍ້ສເນີໄປໃຫ້ຂັ້ນແຂວງ ໃຫ້ຕັ້ງຄນະກັມມະການສືບສວນ ການລັກປູກ້ວຍຂອງຈີນ ທີ່ສົ່ງຜົລກະທົບຕໍ່ສິ່ງ ແວດລ້ອມ ແລະຊມຸຊົນ. ແຂວງການຈີນ ຊຶ່ງເປັນແຂວງທີ່ນິຍົມ ໃນການປູກຝີ່ນ ໃນຣະຍະທີ່ຜ່ານມາ ຣັຖບານພະມ້າ ຢາກລຶບລ້າງການ ປູກຝີ່ນ ຈຶ່ງຫັນມາໃຫ້ນັກລົງທຶນ ປູກພືດຊນີດອື່ນໆ ເພື່ອໃຫ້ຊາວບ້ານມີຣາຍໄດ້ ແຕ່ບໍ່ແມ່ນປູກກ້ວຍ ຍ້ອນໃຊ້ສານເຄມີຫລາຍເກີນໄປ ໃນການດູແລຮັກສາ.
ການປູກຫ້ວຍຖືກຫ້າມໃນລາວແລະໃນໄທ ວ່າງສອງສາມປີຫລັງໆມານີ້ ດັ່ງນັ້ນ ນັກລົງທຶນຈີນ ຈຶ່ງຫັນມາໃຊ້ພະມ້າ ໃນການປູກກ້ວຍ ຊຶ່ງ ໄດ້ຂຍາຍໄປໃນຫລາຍເຂດ ໃນປັດຈຸບັນ ເປັນຕົ້ນ ທີ່ເມືອງ ໄວມໍ ແຄ້ວນກາຈີນ ປູກຫລາຍກວ່າຫມູ່.
ອິງຕາມການຄົ້ນຄວ້າ ກ່ຽວກັບຄວາມປອດພັຍໃນການໃຊ້ທີີ່ດິນ ແລະການປົກປ້ອງສະພາບແວດລ້ອມ ຈາກອົງການທີ່ບໍ່ຂຶ້ນກັບຣັຖບານ ຫລື NGO ທີ່ປະເທດພພະມ້າ ທີ່ໄດ້ພິມເຜີຍແຜ່ ໃນໃນເດືອນມົກກະຣາ ຜ່ານມາຣະບຸວ່າ ການປູກກ້ວຍໃນພະມ້າ ໃນປັດຈຸບັນ ຈາກນັກລົງທຶນ ຕ່າງປະເທດ ໄດ້ໃຊ້ເນື້ອທີ່ເຖິງ 1 ແສນເຮັກຕາ ແລ້ວ ສ່ວນໃຫຍ່ແມ່ນ ໃນເຂດເມືອງ ໄມກຸຍນາ ແລະ ເມືອງບາໂມ ແຄ້ວນກາຈີນ.
ຫນັງສືພີມ ອິຣະວາດີ ພະມ້າຣາຍງານ ໃນເດືອນມີນາ ຜ່ານມາວ່າ ນັກລົງທຶນໄດ້ສຳປະທານທີ່ດິນ ຈາກເຈົ້າຫນ້າທີ່ທ້ອງຖິ່ນ ຊື່ງດິນຕອນ ດັ່ງກ່າວ ເຈົ້າຂອງດິນຖືກໂຍກຍ້າຍ ຍ້ອນການຕໍ່ສູ້ກັນ ຣະຫວ່າງກຳລັງຣັຖບານ ກັບກຸ່ມປະກອບອາວຸດ ຊົນກຸ່ມນ້ອຍ ໃນເຂດນັ້ນ ແຕ່ເມື່ອ ສງົບລົງ ເຈົ້າຂອງດິນຫລາຍຄົນບໍ່ກັບບ້ານ ຍ້ອນຄວາມບໍ່ປອດພັຍ.
ນອກຈາກນັ້ນ ຫ້ອງການກະສິກັມ ທີ່ແຂງກາຈີນ ຍັງໄດ້ຟ້ອງອີກສອງບໍຣິສັດ ເປັນຕົ້ນ ບໍຣິສັດທີ່ເປັນເຈົ້າຂອງ ໂດຍຄົນຈີນພະມ້າ ທ່ານ ອູອອງ ແຟງ ແລະບໍຣິສັດ general star ຂອງຈີນທີ່ປູກກ້ວຍບໍ່ໄດ້ຮັບອະນຸຍາດ ໃນເນື້ອທີ່ 500 ແລະ 400 ເຮັກຕາ ໃນເຂດປ່າສງວນ ແຫ່ງໃຫມ່ ໃນແຄ້ວກາຈີນ ນຳອີກ ກຸ່ມດັ່ງກ່າວຍັງໄດ້ລັກຕັດໄມ້ສັກ ແລະໄມ້ທີ່ຫວງຫ້າມ ປະເພດຕ່າງໆ ໃນປ່າແຫ່ງນັ້ນ.
ສຳລັບ ສປປລາວແລ້ວ ເຖິງແມ່ນວ່າ ການປູກກ້ວຍຈະຖືກຫ້າມ ແຕ່ຫລາຍແຂວງຍັງ ອະນຸຍາດໃຫ້ມີການປູກ້ວຍອີກ ໃນປີນີ້ ຊຶ່ງເປັນການ ຝ່າຝຶນຂໍ້ຫ້າມ ຂອງຣັຖບານ. ນັກລົງທຶນຈີນ ຍັງສາມາດປູກໄດ້ ໃນບາງເຂດ ຍ້ອນການບັງຄັບໃຊ້ກົດຫມາຍ ແລະຂໍ້ຫ້າມຂອງຣັຖບານ ບໍ່ຖືກປະຕິບັດ ຢ່າງຈິງຈັງ.