ຄວາມງາມໃນສາຍຕາ ຂອງຜູ້ ກໍາອໍານາດ
ພັກຄອມມິວນິສ ຂອງຈີນ, ມີປວັດສາດ ອັນຍາວນານ ໃນການແກ້ໄຂ ແລະ ລ້າງສ່ວຍປວັດສາດ ໃຫ້ຂາວສະອາດ, ເພື່ອຕອບສນອງ ຄວາມຕ້ອງການ ທາງການເມືອງ.
-
ກາຍສິດ
2021-05-03 -
-
-
RFA
ພັກຄອມມິວນິສຂອງຈີນ, ມີປວັດສາດອັນຍາວນານ ໃນການແກ້ໄຂ ແລະ ລ້າງສ່ວຍປວັດສາດ ໃຫ້ຂາວສະອາດ, ເພື່ອຕອບສນອງ ຄວາມຕ້ອງການທາງການເມືອງ, ຮວມທັງບໍ່ໄດ້ ພຍາຍາມ ທີ່ຈະເຊີດຊູສັລເສີນ ອະດີດຂອງຕົນ ແລະ ປົກປິດຊ້ວງເວລາທີ່ໜ້າເສົ້າ ໃນໄລຍະຄົບຮອບ 100 ປີ ໃນວັນທີ 1 ກໍຣະກະດາ 2021.
ໃນໄລຍະຜ່ານມາ ຜູ້ທີ່ມີທັສນະມຸມມອງ ກ່ຽວກັບອະດີດຂອງ CCP ແບບວ່າມີຄວາມສວຍສົດງົດງາມ ທີ່ນ້ອຍໄປກວ່າດອກກຸຫຼາບ, ຜູ້ນັ້ນຈະປະເຊີນກັບ ການລົງໂທດທາງກົດໝາຍ ໃນການບິດເບືອນປວັດສາດ ຂອງພັກ ຫຼື ຖານໝິ່ນປມາດ ວີຣະບູຣຸດຂອງພັກ ຄອມມິວນິສ.
ເມື່ອບໍ່ດົນມານີ້ ຝ່າຍບໍຣິຫານ ໄຊເບີຣ໌ສເປຊ ຂອງຈີນ ໄດ້ເປີດເວັບໄຊຕ໌ ແລະ ສາຍດ່ວນ ເພື່ອໃຫ້ປະຊາຊົນ ຣາຍງານ “ການທໍາລາຍລ້າງປວັດສາດ” ຊຶ່ງໝາຍເຖິງການຕີໂຕ ອອກຈາກພັກ ບໍ່ມີຄວາມໝັ້ນໃຈໃນພັກ.