ຄົນລອບວາງຣະເບີດຢູ່ ບາງກອກ
ເກີດເຫດ ມີ ຄົນ ລອບວາງ ຣະເບີດ ໃນທີ່ ສາທາຣະນະ ຢູ່ ບາງກອກ ເຮັດໃຫ້ ມີຜູ້ ເສັຽຊີວິດ ຢ່າງ ໜ້ອຍ 20 ຄົນ.
-
ອຸ່ນແກ້ວ ສຸກສະຫວັນ
2015-08-18 -
-
-
Your browser doesn’t support HTML5 audio
ສໍານັກງານ ຂ່າວ ເອເອັຟພີ ຣາຍງານວ່າ ເກີດເຫດ ຣະເບີດ ແຕກ ຢູ່ເຂດ 4 ແຍກ ຣາຊປະສົງ ບາງກອກ ປະເທດໄທ ເຮັດໃຫ້ ມີຜູ້ ເສັຽຊີວິດ ໃນ ເບື້ອງຕົ້ນ 19 ຄົນ ແລະ ຜູ້ ບາດເຈັບ ກວ່າ 100 ຄົນ. ເຫດເກີດ ໃນ ເວລາ 18:30 ນາທີ ຊຶ່ງ ເປັນຈຸດ ທີ່ມີຜູ້ຄົນ ສັນຈອນ ໄປມາ ເປັນ ຈໍານວນ ຫຼວງຫຼາຍ ຮວມທັງ ນັກ ທ່ອງທ່ຽວ ຊາວຕ່າງ ປະເທດ.
ກ່ຽວກັບ ເຣື້ອງນີ້ ເຈົ້າໜ້າທີ່ ຂອງໄທ ໄດ້ ອອກມາ ປະນາມ ຜູ້ທີ່ ຢູ່ເບື້ອງຫລັງ ໃນ ເຫດ ຣະເບີດ ແຕກ ຄັ້ງນີ້. ທ່ານ ພົນ ຕໍາຣວດ ເອກ ສົມຍົດ ພຸມພັນມ່ວງ, ຜູ້ ບັນຊາການ ຕໍາຣວດ ແຫ່ງຊາດ ຂອງໄທ ໄດ້ກ່າວ ຕໍ່ ຜູ້ສື່ຂ່າວ ວ່າ:
"ຂໍປະນາມ ການກະທໍາ ຂອງ ຄົນຮ້າຍ ທີ່ ລົງມື ກໍ່ເຫດ ໃນ ຄັ້ງນີ້ວ່າ, ເປັນ ການກະທໍາ ທີ່ ອັມມະຫິດ ໂຫດຮ້າຍ ກັບຄົນ ທີ່ ມາ ສແວງບຸນ ຫລື ມາໄຫວ້ພະ, ບໍ່ຮູ້ ອິໂນ ອິເນ ຕ້ອງມາ ເສັຽຊີວິດ ແລະ ໄດ້ ຮັບບາດເຈັບ ຢ່າງ ຫຼວງຫຼາຍ".
ຣາຍງານ ຈາກ ເຈົ້າໜ້າທີ່ ທາງການ ໄທ ໃນ ເບື້ອງຕົ້ນ, ມີຄົນໄທ 10 ຄົນ, ຄົນຈີນ 1 ຄົນ, ຄົນ ຟິປລິປິນ 1 ຄົນ, ສ່ວນທີ່ເຫຼືອ ຍັງບໍ່ ສາມາດ ຣະບຸ ສັນຊາດ ໄດ້. ໃນເວລາ ດຽວກັນ ສໍານັກຂ່າວ ຊິນຫົວ ຂອງຈີນ ຣາຍງານວ່າ ມີ ຄົນຈີນ ເສັຽຊີວິດ 2 ຄົນ. ນອກຈາກນັ້ນ ຣັຖມົນຕຣີ ກະຣາໂຫມ ຂອງໄທ ຍັງໄດ້ກ່າວ ວ່າ ເຫດ ຣະເບີດ ຄັ້ງນີ້ມີ ເປົ້າໝາຍ ເລັງໃສ່ ຄົນ ຕ່າງປະເທດ ເພື່ອ ພຍາຍາມ ທໍາລາຍ ການ ທ່ອງທ່ຽວ ຂອງ ປະເທດໄທ.