ຣັຖມົນຕຣີ ອາຊຽນ ປະຊຸມ ຮ່ວມກັບ ສປ ຈີນ
ຣັຖມົນຕຣີ ຕ່າງປະເທດ ອາຊຽນ ປະຊຸມ ຫາລືກັບຈີນ ເພື່ອຊອກຊ່ອງທາງ ໃນການ ແກ້ໄຂບັນຫາ ເຫດວິິກິດ ທາງດ້ານການເມືອງ ໃນພະມ້າ.
-
ສິດນີ
2021-06-12 -
-
-
Your browser doesn’t support HTML5 audio
ຣັຖມົນຕຣີຕ່າງປະເທດ ອາຊຽນແລະຈີນ ພົບປະກັນ ກ່ຽວກັບວິກິດການ ທາງດ້ານການເມືອງ ຢູ່ປະເທດມຽນມາ ໃນຂນະທີ່ ຜູ້ນຳຄົນ ໃໝ່ ສະຫະຣັດ ເພີ້ມມາຕການ ການພົວພັນ ກັບບັນດາປະເທດອາຊຽນ ຫຼາຍຂຶ້ນ ອີງຕາມຄຳເວົ້າ ຂອງໂຄສົກ ກະຊວງຕ່າງປະເທດ ອິນໂດເນເຊັຽ ທ່ານ ເຕກູ ໄພຊາຢັດ ທ່ານວ່າ ນັກການທູດຣະດັບສູງ ຂອງອິນໂດເນເຊັຽ ທ່ານ Retno Marsudi ເຂົ້າຮ່ວມ ກອງ ປະຊຸມດັ່ງກ່າວ.
ທ່ານ Ade Sarwono ເອກອັຄຣາຊທູດ ອິນໂດເນເຊັຽ ປະຈຳສະມາຄົມ ອາຊຽນ ກ່າວວ່າ ການເພີ່ມທະວີຄວາມຮ່ວມມື ຣະຫວ່າງ ກຸ່ມອາຊຽນກັບຈີນ ຖືວ່າ ການພົບປະເທື່ອນີ້ ເປັນສິ່ງສຳຄັນ, ແຕ່ທ່ານປະຕິເສດ ທີ່ຈະໃຫ້ຣາຍຣະອຽດເພີ່ມເຕີ່ມ.
ກອງປະຊຸມ ມີຂຶ້ນ ໃນຂນະທີ່ອາຊຽນ ພຍາຍາມທີ່ຈະເປັນຜູ້ນຳ ໃນການແກ້ໄຂ ວິກິດການທາງດ້ານການເມືອງ ໃນພະມ້າ, ຫຼັງຈາກ ການຣັຖປະຫານ ໃນວັນທີ 1 ກຸມພາ ທີ່ໄດ້ໂຄ່ນລົ້ມ ຣັຖພົລເຮືອນ ທີ່ນຳໂດຍ ຍານາງ ອອງຊານ ຊູຈີ.
ກຸ່ມອາຊຽນ ບໍ່ສາມາດເຮັດຫຍັງໄດ້, ຫຼັງຈາກກອງປະຊຸມພິເສດ ຣະຫວ່າງ ອາຊຽນ ກັບຜູ້ນຳທະຫານພະມ້າ ວ່າງສອງເດືອນຜ່ານມາ ຊຶ່ງມີເຈົ້າໜ້າທີ່ ຈາກປະທານອາຊຽນ ບຣູໄນ ແລະ ຫົວໜ້າຣັຖບານທະຫານພະມ້າ ນາຍພົນ Min Aung Hlaing ເຂົ້າຮ່ວມ. ທ່ານ ວັງຢີ ຣັຖມົນຕຣີ ຕ່າງປະເທດຈີນ ກ່າວກ່ຽວກັບກອງປະຊຸມວ່າ
“ໃນປີສຳຄັນນີ້ ທ່ານຫວັງວ່າ ພວກເຮົາມາຮ່ວມກັນ ເດີນໜ້າໃນຫົນທາງ ແລະຈຸດມຸ້ງໝັ້ນ ທີ່ພວກເຮົາກຳນົດໄວ້ ໃຫ້ສຳເຣັດ.”
ທ່ານ Muhammad Arif ນັກຄົ້ນຄວ້າກ່ຽວກັບຈີນ ທີ່ມະຫາວິທຍາລັຍ ອິນໂດເນເຊັຽ ກ່າວວ່າ, ບົດບາດຂອງຈີນ ໃນການຊ່ອຍເຫຼືອ ມຽນມາ ໃຫ້ຫຼຸດພົ້ນອອກຈາກ ວິກິດ ທາງດ້ານການເມືອງ ແມ່ນມີຄວາມສຳຄັນຫຼາຍ:
"ອາຊຽນຕ້ອງການໃຫ້ຈີນ ເຮັດໃນສິ່ງທີ່ສະຫະຣັດກຳລັງເຮັດຢູ່ ເພື່ອຊຸກຍູ້ໃຫ້ອາຊຽນ ເປັນຜູ້ນຳໃນການແກ້ໄຂບັນຫາ ເຫດວິກິດ ໃນ ພະມ້າ."
"ຈີນເປັນຫ່ວງເພາະວ່າ ເຫດວິກິດໃນມຽນມາ ສາມາດ ທຳຮ້າຍສະເຖັຽຣະພາບໃນພາກພື້ນໄດ້."
ກຸ່ມນັກວິເຄາະ ທາງດ້ານການເມືອງໃນພະມ້າ ໄດ້ປະນາມຄວາມບໍ່ສາມາດ ຂອງອາຊຽນ ໃນການແກ້ໄຂບັນຫາພະມ້າ ດ້ວຍຕົນເອງ ໄດ້ ຫຼັງຈາກກອງປະຊຸມ ສຸດຍອດພິເສດ ທີ່ນະຄອນຫຼວງຈາກາຕາ ໃນທ້າຍເດືອນເມສາ ຍ້ອນອາຊຽນ ຍັງມີການແບ່ງແຍກ ພາຍໃນ ກຸ່ມອາຊຽນກັນເອງຢູ່.
ນັກສັງເກດການ ທາງດ້ານການເມືຶອງອາຊຽນ ທ່ານນຶ່ງເວົ້າວ່າ ທ່ານວັງຢີ ຣັຖມົນຕຣີຕ່າງປະເທດຈີນ ຈະສາມາດຊ່ອຍຣັຖມົນຕຣີ ຕ່າງປະເທດອາຊຽນ ໃນການ ແກ້ໄຂບັນຫາມຽນມາໄດ້ ຍ້ອນຈີນ ມີການລົງທຶນໃນຂົງເຂດ ແລະໃນພະມ້າ ຣາຍໃຫຍ່ ໃນປັດຈຸບັນ. ນັກການທູດອາຊຽນ ທ່ານນຶ່ງກ່າວ ກ່ຽວກັບກອງປະຊຸມ ໃນບັນຫາພະມ້າວ່າ:
“ເວົ້າຕາມຄວາມຊື່ສັດຕໍ່ທ່ານແລ້ວ ພວກເຮົາມີຄວາມຜິດຫວັງຫຼາຍ ໃນບັນຫາພະມ້າ ຍ້ອນມີການຫຼ້າຊ້າຫຼາຍ.”
ຜູ້ຊ່ຽວຊານ ປະຈຳພາກພື້ນເວົ້າວ່າ ເຫດຜົນຂອງການພົບປະ ຄັ້ງນີ້ ແມ່ນການສົນທະນາ ກ່ຽວກັບສະຖານະການໃນມຽນມາ ແຕ່ ຄວາມເປັນຈິງແລ້ວ ຈີນກຳລັງຕອບໂຕ້ ຕໍ່ຂໍ້ລິເລີ່ມຂອງສະຫະຣັດ ໃນການແກ້ໄຂບັນຫາພະມ້າ ແລະ ການພົວພັນ ກັບອາຊຽນ ໂດຍທົ່ວໄປ.
ເຣີ້ມຕັ້ງແຕ່ເຂົ້າຮັບຕຳແໜ່ງ, ປະທານາທິບໍດີ ສະຫະຣັຖ ທ່ານ Joe Biden ໄດ້ສແວງຫາການພົວພັນ ຂອງສະຫະຣັດ ກັບບັນດາ ປະເທດເອເຊັຽ ຕາເວັນອອກສຽ່ງໃຕ້ ຢ່າງເລິກເຊິ່ງ ຊຶ່ງອະດີດ ປະທານາທິບໍດີສະຫະຣັດ ທ່ານໂດໂນ ທຣຳ ປະລະການພົວພັນ ກັບ ປະເທດເຫຼົ່ານີ້ ໂດຍບໍ່ໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ເປັນເວລາ 3 ປີລຽນກັນ, ມີແຕ່ເຂົ້າຮ່ວມເທື່ອດຽວ ໃນປີ 2017 ເທົ່ານັ້ນ.
ໃນວັນທີ 27-28 ເດືອນມົກຣາ ປີ 2021, ທັນທີ ທັນໃດ ຫຼັງຈາກທ່ານ Anthony Blinken ໄດ້ຮັບການຢັ້ງຢືນ ຈາກສະພາສູງ ສະຫະຣັດ ໃຫ້ເປັນຣັຖມົນຕຣີ ຕ່າງປະເທດ ທ່ານໄດ້ໂທຣະສັບຫາ ບັນດາຜູ້ນຳປະ ເທດອາຊຽນ ທີ່ຮ່ວມດ້ວຍ ຟີລິປິນ ແລະໄທຍ ຕາມລຳດັບ ເພື່ອການການພົວພັນ ແລະສເນີການເຈຣະຈາ ຣະດັບຣັຖມົນຕຣີ ຣະຫວ່າງສອງຝ່າຍ.
ແຕ່ການຣັຖປະຫານ ໃນວັນທີ 1 ເດືອນກຸມພາ ໃນພະມ້າ ໄດ້ທັບມ້າງຂໍ້ສເນີ ຂອງທ່ານ Blinken ສຳລັບກອງປະຊຸມ ຣັຖມົນຕຣີ ຕ່່າງປະເທດສະຫະຣັດ ກັບອາຊຽນ.
ເຖິງແມ່ນວ່າ, ຍານາງ Wendy Sherman, ຮອງຣັຖມົນຕຣີ ກະຊວງການຕ່າງປະເທດ ສະຫະຣັດ ໄດ້ໄປຢ້ຽມຢາມ 3 ປະເທດ ອາຊຽນ ເປັນຕົ້ນ ອິນໂດເນເຊັຽ, ໄທຍ ແລະ ກັມພູຊາ ກໍຕາມ.
ໃນຣະຫວ່າງການຢຸດແວ່ ຢູ່ບາງກອກ ປະເທດໄທຍ ຍານາງ Sherman ໄດ້ກ່າວຢໍ້າຄືນ ເຖິງຄຳໝັ້ນສັນຍາ ຂອງວໍຊິງຕັນ ຕໍ່ປະ ເທດໄທຍ ໃນການຕໍ່ສູ້ ກັບການ ຣະບາດຂອງໂຄວິດ-19 ວ່າ ສະຫາຣັດ ຈະໃຫ້ການຊ່ອຍເຫຼືອ 30 ລ້ານໂດຣາແກ່ໄທຍ ໃນການ ຕ້ານໂຣຄດັ່ງກ່າວ ແລະວ່າ ຣັຖບານຂອງປະທານາທິບໍດີ Biden ຍັງຕັດສິນໃຈ ບໍຣິຈາກຢາວັກຊິນ 80 ລ້ານໂດສ ໃຫ້ແກ່ບັນດາ ປະເທດອາຊຽນອຶ່ນໆ ຮ່ວມດ້ວຍໄທຍ ຊຶ່ງຫຼາຍກວ່າ 5 ເທົ່າ ຈາກຫຼາຍປະເທດ ທີ່ບໍຣິຈາກໃຫ້ຂົງເຂດ.
ນັກຊ່ຽວຊານຕ່າງຊາດ ທ່ານນຶ່ງ ກ່າວກ່ຽວກັບຈີນ ໃນບັນຫາພະມ້າວ່າ:
“ນາງຄິດວ່າ ຈີນພຍາຍາມຫຼີກລ້ຽງ ບັນຫາພະມ້າ ດ້ວຍການຕ້ານ ການອອກສຽງ ຄັດຄ້ານຂອງອົງການສະຫະປະຊາຊາດ.”
ທາງການສະຫະຣັດ ຍັງໄດ້ປະກາດວ່າ ໃນເບື້ອງຕົ້ນ ຢາວັກຊິນ 25 ລ້ານໂດສ ຈະແບ່ງປັນໃຫ້ຫຼາຍປະເທດ ໃນນັ້ນປະມານ 7 ລ້ານ ຈະໃຫ້ແກ່ປະເທດ ເອເຊັຽໃຕ້ ແລະເອເຊັຽອາຄະເນ.
ປະທານາທິບໍດີ Biden ກ່າວວ່າ ການແບ່ງປັນປະຣິມານດັ່ງກ່າວ "ບໍ່ແມ່ນເພື່ອຮັບຜົລປະໂຫຍດ ຫຼືເພື່ອຢາກໄດ້ການສັມປະທານ ແຕ່ຢ່າງໃດ ເປັນການຊ່ອຍເຫຼືອເພື່ອມະນຸສທັມ."
ບາງປະເທດອາຊຽນ ທີ່ມີການຣະບາດຮ້າຍແຮງທີ່ສຸດ ການປ້ອງກັນ ພຍາດ ຮວມທັງປະເທດອິນໂດເນເຊັຽ ແມ່ນໄດ້ຮັບຜົລປໂຍດ ຈາກການສັກວັກຊິນ ທີ່ຜລິດໂດຍຈີນ.
ອີງຕາມການໃຫ້ການ ຂອງທ່ານ Thayer, ຄວາມຈຳເປັນອີກອັນນຶ່ງສຳລັບຈີນ ທີ່ເປັນເຈົ້າພາບກອງປະຊຸມ ຣັຖມົນຕຣີ ຕ່າງປະເທດ ກັບອາຊຽນ ນອກຈາກ ສ້າງການພົວພັນ ກັບອາຊຽນແລ້ວ ຍັງຢາກສ້າງຄວາມພົວພັນ ກັບກຸ່ມສີ່ປະເທດຍັກໃຫຍ່ ໃນເອເຊັຽ-ປາຊິຟິກ ຫຼື QUAD ນຳອີກ ເປັນຕົ້ນ ອິນເດັຽ, ຍີ່ປຸ່ນ, ອອສຕາເຣັຽ ແລະ ສະຫະຣັດ.
ສະຫະຣັດໄດ້ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ virtual ຄັ້ງທຳອິດ ຂອງກຸ່ມສີ່ປະເທດ ຫຼື Quad ໃນວັນທີ 12 ມິນາຜ່ານມາ ໂດຍໄດ້ຕົກລົງ ທີ່ຈະມອບວັກຊິນ ປ້ອງກັນ ໂຄວິດ-19 ຈຳນວນ 1 ຕື້ໂດສ ໃຫ້ແກ່ບັນດາປະເທດ ອິນໂດ-ປາຊີຟິກ ພາຍໃນປີ 2022 ນັກຊ່ຽວຊານຕ່າງຊາດ ທ່ານນັ້ນ ກ່າວກ່ຽວກັບຄວາມແຕກຕ່າງ ຣະຫວ່າງຈີນ ກັບສະຫະຣັດ ໃນບັນຫາພະມ້າວ່າ:
“ພວກເຮົາຮູ້ສຶກວ່າ ສະຫະຣັດແລະຈີນ ມີຄວາມແຕກຕ່າງກັນຫຼາຍ ໃນການຣັຖປະຫານໃນພະມ້າ.”
ຖແລງການຮ່ວມ ທີ່ອອກພາຍຫຼັງກອງປະຊຸມ ສຸດຍອດຄັ້ງນັ້ນ ບໍ່ໄດ້ກ່າວເຖິງ ການເພີ່ມການເຄື່ອນໄຫວຂອງຈີນ ໃນທະເລຈີນໃຕ້. ແຕ່ກຸ່ມດັ່ງກ່າວ ໄດ້ຮຽກຮ້ອງໃຫ້ມີການຮ່ວມມື ທາງດ້ານຄວາມປອດພັຍ ໃນການເດີນເຮືອທາງທະເລ ໃນເຂດທະເລຈີນໃຕ້ ເພື່ອ ຕອບສນອງຄວາມທ້າທາຍ ຕໍ່ກົດຣະບຽບການເດີນເຮືອ ທາງທະເລຕາເວັນອອກ ແລະທະເລຈີນໃຕ້ຂອງຈີນ.
ທ່ານ Rene Pattira jawane, ນັກວິຊາການ ຈາກສະຖາບັນຄົ້ນຄວ້າ Habibie ແລະ ປະທານມູລນິທິ ສູນການສຶກສາຈີນ ທີ່ກຸງ ຈາກາຕາ ປະເທດອິນໂດເນເຊັຽກ່າວວ່າ ອາຊຽນຈະບໍ່ໄດ້ຮັບ ຜົນປະໂຍດຫຼາຍ ຈາກກຸ່ມສີ່ປະເທດ ຫຼື Quad, ເພາະວ່ານະໂຍບາຍ ຂອງກຸ່ມດັ່ງກ່າວ ເນັ້ນໃສ່ຄວາມໝັ້ນຄົງ ແລະສເຖັຽຣະພາບ ໃນຂົງເຂດຫຼາຍກວ່າຄວາມຮ່ວມມື ກັບຂົງເຂດ ແລະຈຸດປະສົງຫຼັກ ຂອງ ກຸ່ມສີ່ປະເທດດັ່ງກ່າວ ແມ່ນຕ້ານຈີນ ແລະຈຳກັດການແຜ່ອິດຕິພົນ ຂອງຈີນໃນຂົງເຂດ ຊຶ່ງຕົງກັນຂ້າມກັບອາຊຽນ:
"ອາຊຽນຕ້ອງຍຶດໝັ້ນ ໃນສົນທິສັນຍາມິຕພາບ ແລະ ການຮ່ວມມື ເຊິ່ງເປັນພື້ນຖານໃນຮ່ວມມື, ເຖິງແມ່ນວ່າ ຈະເປັນການຂັດແຍ້ງ ທີ່ກ່ຽວຂ້ອງກັບປະເທດ ທີ່ຢູ່ນອກພາກພື້ນກໍຕາມ."
ທ່ານ Rene ກ່າວວ່າ, ກຸ່ມສີ່ປະເທດ ຫຼື QUAD ຕ້ອງປະຕິບັດຕາມຫຼັກການພື້ນຖານ ຂອງສົນທິສັນຍາ ຂອງການຢູ່ຮ່ວມກັນ ໂດຍ ສັນຕິ ໂດຍບໍ່ສົນໃຈ ເຣື້ອງຂອງບັນດາປະເທດ ທີ່ຢູ່ພາຍໃນ ແລະນອກພາກພື້ນ ປະເຊີນໜ້າກັນ.
ເຖິງຢ່າງໃດກໍຕາມ, ໃນຂນະທີ່ຈີນ ອາຈນຳໜ້າສະຫະຣັດ ໃນການພົວພັນກັບອາຊຽນ ໃນກອງປະຊຸມກັບຈີນເທື່ອນີ້, ຣັຖມົນຕຣີ ຕ່າງ ປະເທດອາຊຽນ ເອົາບັນຫາເຫຼົ່ານີ້ ໄປໂອ້ລົມກັບຄູ່ຮ່ວມງານ ຝ່າຍຈີນ.
ໃນຂນະດຽວກັນ ຈີນ ກໍໃຊ້ມາຕການຣຸກລ້ຳເຂດນ່ານນ້ຳ ໃນທະເລຈີນໃຕ້ ຂອງບັນດາປະເທດອາຊຽນ ຫຼາຍປະເທດ.
ໃນຕົ້ນອາທິດນີ້ ມາເລເຊັຽ ກ່າວວ່າ ຕົນຈະປະທ້ວງທາງການທູດ ກັບປັກກິ່ງ ກ່ຽວກັບຈີນບຸກຣຸກເຂົ້າມາໃນເຂດນ່ານນ້ຳ ແລະນ່ານຟ້າ ຂອງມາເລເຊັຽ ວ່າງຫຼັງໆມານີ້.
ທາງການມາເລເຊັຽກ່າວວ່າ ເຮືອບິນຮົບ 16 ລຳຂອງຈີນ ໄດ້ບິນເຂົ້າມາໃນລັດສະໝີໄລຍະ 60 ໄມ ຈາກເມືອງ Betual Patinggi Ali ຫຼື Luconia Shoals ເຊິ່ງຈີນຖືວ່າ ເປັນສ່ວນນຶ່ງຂອງຈີນ ໃນທະເລຈີນໃຕ້. ໃນທີ່ສຸດ ນັກການທູດອາຊຽນ ທ່ານນັ້ນ ກ່່າວວ່າ:
“ອາຊຽນພ້ອມທີ່ຈະໃຫ້ການຊ່ອຍເຫຼືອພະມ້າ ໃນການສນັບສນຸນ ແລະເປັນຄົນກາງ ໃນການເຈຣະຈາ ເຖິງແມ່ນວ່າ ພວກເຮົາຈະມີ ຄວາມອຶດອັ້ນຕັນໃຈກໍຕາມ ແຕ່ຍັງບໍ່ໝົດຄວາມຫວັງເທື່ອ.”
ທາງການມາເລເຊັຽ ມີແຜນການ ຈະເອີ້ນທູດຈີນ ປະຈຳກຸງຈາກາຕາ ມາປະທ້ວງ ຍ້ອນການກະທຳດັ່ງກ່າວ ມັນເປັນພັຍຂົ່ມຂູ່ ຕໍ່ ອະທິປະຕັຍ ແລະຄວາມປອດພັຍ ຂອງມາເລເຊັຽ.
ໃນຂນະດຽວກັນ ກ່ອນໜ້ານີ້, ໃນເດືອນມິນາຜ່ານມາ, ຟີລິປິນ ກ່າວວ່າ, ຈີນ ໄດ້ວາງກຳລັງທະຫານເຮືອ ແລະເຮືອປະມົງ 220 ລຳ ຢູ່ເຂດດິນແດນທາງທະເລ ຂອງຟິລິປິນ ໃນເຂດທະເລຈີນໃຕ້.
ຟິລີປິນ ແລະ ຈີນ ໄດ້ຕໍ່ສູ້ສົງຄາມທາງວາຈາ ຣະຫວ່າງກັນ ໃນບັນຫາດັ່ງກ່າວ ແລະໃນເດືອນເມສາ ຜ່ານມາ, ສະຫະຣັດເຕືອນວ່າ ການໂຈມຕີ ດ້ວຍກຳລັງອາວຸດຕໍ່ຟິລິປິນຊຶ່ ງພັທມິດ ແລະໃນອະດີດ ເປັນອານານິຄົມ ຂອງສະຫະຣັດ ຈະບັງຄັບໃຫ້ ສະຫະຣັດ ເຂົ້າ ຫຍຸ້ງກ່ຽວ ແລະ ໃຫ້ການຊ່ອຍເຫຼືອ ປະເທດພັທມິດຂອງຕົນ ຕາມສົນທິສັນຍາທີ່ມີມາ ເປັນເວລາ ຫຼາຍທົດສວັດ.
ການຮຸກຮານ ຂອງຈີນ, ເຫດວິກິດການໃນມຽນມາ, ວັກຊິນປ້ອງກັນໂຄວິດ-19, ໂຄງການກໍ່ສ້າງພື້ນຖານໂຄງຮ່າງ ນຶ່ງເສັ້ນທາງ, ນຶ່ງແຣວທາງ ຫຼື BELT & ROAD ຂອງຈີນ, ການຍົກຣະດັບ ການພົວພັນເປັນປະເດັນ ການສົນທະນາ ໃນກອງປະຊຸມ.
ແຕ່ເຖິງຢ່າງໃດກໍຕາມ ນັກວິຊາການ ທາງດ້ານການເມືອງໃນຂົງເຂດ ອີກທ່ານນຶ່ງ ກ່າວວ່າ ຄວາມສຳພັນ ຣະຫວ່າງຈີນກັບອາຊຽນ ແລະເຫດວິກິດ ທາງດ້ານການເມືອງ ໃນພະມ້າ ເປັນປະເດັນສຳຄັນໃນກອງປະເທດເທື່ອນີ້.