ຊາວຈີນປະທ້ວງໃຫຍ່ ຮຽກຮ້ອງໃຫ້ ສີ ຈິ້ນຜິງ ລາອອກ

ປະຊາຊົນຊາວຈີນ ປະທ້ວງ ຣັຖບານ ຢ່າງຮຸ່ນແຮງ ໃນຫລາຍແຂວງ ຍ້ອນມາຕການ ປອ້ງກັນໂຄວິດ-19 ຢ່າງເດັດຂາດ ຂອງຣັຖບານ ພ້ອມທັງ ໄດ້ຮຽກຮ້ອງໃຫ້ ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ລາອອກ ຈາກຕຳແຫນ່ງ.

ການປະທ້ວງ ຢູ່ນະຄອນຫລວງ ປັກກິ່ງ ໃນວັນທີ 27 ພຶສຈິກາ ປີ 2022. REUTERS/Thomas Peter

ການໂກດແຄ້ນ ຂອງປະຊາຊົນຊາວຈີນ ຕໍ່ນະໂຍບາຍປາບປາມ ໂຄວິດ-19 ຂອງຣັຖບານ ໃຫ້ເປັນສູນຫລື Zero ດ້ວຍການປິດບ້ານ ປິດເມືອງ ຫ້າມປະຊາຊົນ ອອກນອກບ້ານ ແລະກັກຂັງຢູ່ໃນ ເຂດຈຳກັດ ຂອງຣັຖບານ ມາເປັນເວລາຫລາຍເດືອນ ເຮັດໃຫ້ຊາວຈີນ ໃນຫລາຍແຂວງ ອອກຖນົນປະທ້ວ ງຣັຖບານຢ່າງຮຸ່ນແຮງ ວ່າງອາທິດຜ່ານມາ ເທົ່າເຖິງປັດຈຸບັນ ພ້ອມທັງຮຽກຮ້ອງໃຫ້ ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ລາອອກຈາກຕຳແຫນ່ງ ເປັນປະທານປະເທດ ຊຶ່ງເປັນການທ້າທາຍ ຕໍ່ພັກຄອມມຸນິສຕ໌ຈີນ ຢ່າງໃຫຍ່.

ຕຳຣວດ ໜ່ວຍຄວບຄຸມ ການປະທ້ວງໃຊ້ ແກັສນ້ຳຕາ ສລາຍການປະທ້ວງ ຢູ່ໃນຫລາຍແຂວງ ເປັນຕົ້ນ ຢູ່ນະຄອນຊຽງໄຮ້ ຊຶ່ງເປັນກຸ່ມປະທ້ວງ ລາຍໃຫຍ່ ໄດ້ຕີກັບຕຳຣວດ ແລະຫລາຍຄົນ ກໍຖືກຈັບ ກຸ່ມປະທ້ວງ ໄດ້ຮຽກຮ້ອງໃຫ້ ສິ້ນສຸດການປົກຄອງ ດ້ວຍພັກໂທນພັກດຽວ ຄືພັກຄອມມຸນິສຕ໌ຈີນ ທີ່ນຳໂດຍທ່ານ ສີ ຈິ້ນຜິງ ຫລັງຈາກຕຳຣວດ ໄດ້ເຂົ້າມາສລາຍການປະທ້ວງ.

ອີງຕາມການຣາຍງານ ຈາກສື່ສັງຄົມອອນລາຍນ໌ ແລະປະຊາຊົນທ້ອງຖິ່ນ ຣະບຸວ່າ ກຸ່ມປະທ້ວງ ໄດ້ປະທ້ວງ ເປັນເວລາ 2 ວັນແລ້ວ ຕາມຖນົນ ອຸຣັມກີ ນະຄອນຫລວງປັກກິ່ງ ແລະໃນຫລາຍແຂວງ ໃນຂະນະທີ່ ເຈົ້າໜ້າທີ່ ຕຳຣວດຈິີນ ໄດວາງກຳລັງປາບປາມ ຢ່າງເຄັ່ງຄັດ. ຕຳຣວດໄດ້ຕີວົງອ້ອມ ບໍ່ໃຫ້ກຸ່ມປະທ້ວງ ກີດກັ້ນການຈາຣະຈອນ ໃນທ້ອງຖນົນ ແຕ່ກຸ່ມດັ່ງກ່າວ ໄດ້ຕໍ່ສູ້ກັບຕຳຣວດ ຢ່າງຮຸ່ນແຮງ ຫລາຍຄົນຖືກຈັບ ແລະຖືກຕີ. ກ່ຽວກັບການປະທ້ວງ ຜູ້ປະທ້ວງນາງນຶ່ງ ຢູ່ແຂວງຊຽງໄຮ້ ກ່່າວວ່າ:

ຢູ່ແຂວງຊຽງໄຮ້ ຫລາຍຄົນຜູ້ປະທ້ວງ ຖືກຈັບ ພວກເຮົາປະທ້ວງ ເພື່ອໝົດທຸກຄົນໃນຈີນ ຜູ້ທີ່ຖືກກັກໂຕ ຜູ້ທີ່ຕ້ອງການອາຫານ ການກິນ ຢາຮັກສາໂຣກ ພວກເຮົາຕ້ອງຊອ່ຍບຸກຄົນ ພວກນີ້.

ຢູ່ນະຄອນຊຽງໄຮ້ ປະຊາຊົນຊາວຊຽງໄຮ້ ບອກກັບກຸ່ມນັກຂ່າວວ່າ ປະຊາຊົນອອກຖນົນ ປະທ້ວງຣັຖບານ ຢ່າງຫລວງຫລາຍ ຕ້ານນະໂຍບາຍ ປອ້ງກັນໂຄວິດ-19 ແບບບໍ່ຍຸຕິທັມ ຂອງຣັຖບານຈີນ ທີ່ນຳໂດຍປະທານປະເທດ ທ່ານ ສີ ຈິ້ນຜິງ ກຸ່ມດັ່ງກ່າວ ໄດ້ໃຫວ້ອາໄລ ກ່ຽວກັບການຕາຍຂອງ ປະຊາຊົນຊາວຈີນ ຢູ່ແຂວງຊິນຈຽງ ຍອ້ນໄຟໄຫມ້ ຫໍພັກ ຈາກການກັກໂຕ ຫ້າມອອກບ້ານ ອອກເມືອງ ຂອງຣັຖບານຈີນ ໃນນະໂຍບານ ປ້ອງກັນໂຄວິດ-19 ຂອງຣັຖບານ.
ແມ່ຍິງ ຜູ້ປະທ້ວງຄົນນຶ່ງເວົ້າວ່າ ເຫດການຊາວຈີນ ເສັຽຊີວິຕ ຫລາຍຄົນໃນທີ່ກັກໂຕ ຢູ່ເມືອງອຸຣັມກີ ແຂວງຊິນຈຽງນັ້ນ ເປັນຍ້ອນນະໂຍບາຍປິດບ້ານ ປິດເມືອງ ຂອງຣັຖບານຈີນ ຫ້າມຄົນອອກນອກບ້ານ ປະຊາຊົນຜູ້ປະທ້ວງ ອອກມາສແດງຄວາມເສັຽໃຈ ຕໍ່ການເສັຽຊີວິຕ ຂອງປະຊາຊົນ ທີ່ຣັຖບານຂາດຄວາມຮັບຜິດຊອບ ດ້ວຍການຖືເຈັ້ຽສີຂາວ ສແດງໃຫ້ເຫັນເຖິງ ການມິດງຽບຂອງປະຊາຊົນ ເວົ້າຫຍັງບໍ່ໄດ້ ຕໍ່ອຳນາດການປົກຄອງ ຂອງພັກຄອມມຸນິສຕ໌ຈີນ ແລະການຂາດສິດທິ ການປາກເວົ້າ ໃນລະບົບການປົກຄອງ ຂອງພັກໂທນພັກດຽວ.

ສັນຍາລັກ ເຈັ້ຽສີຂາວດັ່ງກ່າວ ປາກົດຂຶ້ນໃນຫລາຍປະເທດ ໃນໂລກ ນອກຈາກໃນຈີນແລ້ວ ກໍຍັງປາກົດຂຶ້ນໃນເກາະຮົງກົງ ແລະໃນຣັຖເຊັຽ ນຳອີກ ຊຶ່ງກຸ່ມປະທ້ວງຖືວ່າ ເປັນສັນຍາລັກ ຕໍ່ຕ້ານກຸ່ມຜູ້ນຳຜເດັດການ ທັງຫລາຍໃນໂລກ.

ນາງເວົ້າວ່າ ເຫດຜົລ ທີ່ປະຊາຊົນຈີນ ອອກມາປະທ້ວງ ໃນຫລາຍແຂວງ ໃນເວລານີ້ ຍ້ອນທົນຕໍ່ການກົດຂີ່ຂົ່ມເຫັງ ຂອງຣັຖບານຈີນບໍ່ໄດ້ ໃນນະໂຍບາຍປ້ອງກັນ ໂຄວິດ-19 ຢ່າງໂຫດຫ້ຽມ ເຮັດໃຫ້ປະຊາຊົນຊາວຈີນ ບໍ່ຮູ້ກ່ຽວກັບໂລກພາຍນອກ ແລະໃນຈີນເລີຍ ຍ້ອນທາງການຈີນ ບໍ່ໃຫ້ອອກນອກບ້ານ ແລະບໍ່ສາມາດເຂົ້າເຖິງ ແຫລ່ງຂ່າວຕ່າງໆ ຮ່ວມທັງ ສື່ສັງຄົມອອນລາຍນ໌.

ນາງເວົ້າວ່າ ພວກເຮົາຖືກປິດຫູ ປິດຕາ ບໍ່ຮູ້ສິ່ງທີ່ເກີດຂຶ້ນໃນຈີນ ແລະ ເຫດການທີ່ເກີດຂຶ້ນ ໃນໂລກ ແຮ່ງບໍ່ຮູ້ເລີຍ ແລະວ່າ ເຫດການໄຟໄໝ້ ເຮັດໃຫ້ຄົນເສັຽຊີວິຕຫລາຍສິບຄົນ ທີ່ເກີດຂຶ້ນ ໃນແຂວງຊິນຈຽງນັ້ນ ແມ່ນ ຍອ້ນຄົນຈີນຖືກ ລ໊ອກດາວນ໌ (Lock down) ໃນເຂດດັ່ງກ່າວ ເປັນເວລາ 3 ເດືອນ.

ນາງເວົ້າວ່າ ປະຊາຊົນຈີນ ອອກມາປະທ້ວງ ໃນຫລາຍແຂວງ ນອກຈາກປະທ້ວງຕໍ່ນະໂຍບາຍ ປ້ອງກັນໂຄວິດ-19 ຂອງຣັຖບານຈີນແລ້ວ ຍັງປະທ້ວງຕໍ່ການປົກຄອງ ດ້ວຍພັກໂທນພັກດຽວ ຂອງຣັຖບານຄອມມຸນິສຕ໌ຈີນ ນຳອີກ ແຕ່ເຖິງແມ່ນວ່າຈະປະທ້ວງ ຫລາຍປານໃດ ກໍຕາມ ພັກຄອມມຸນິສຕ໌ຈີນ ກໍບໍ່ໃຫ້ຄວາມສົນໃຈ ມີແຕ່ປາບປາມ ແລະຈັບກຸ່ມຜູ້ປະທ້ວງເທົ່ານັ້ນ, ສາສຕຣາຈານ ສະຫະຣັຖ ຈາກມະຫາວິທຍາລັຍ ແຫ່ງນຶ່ງ ກ່່າວກ່ຽວກັບການປະທ້ວງ ໃນຈີນວ່າ:

ເປັນການປະທ້ວງ ຄັ້ງໃຫຍ່ ທີ່ທ່ານ ສີ ຈິ້ນຜິງ ປະເຊີນ ຫລັງຈາກຂຶ້ນກຳອຳນາດ ມາເປັນເວລາ 10 ປີ.

ຢູ່ນະຄອນຊຽງໄຮ້ ກຸ່ມປະທ້ວງຫລາຍຄົນຖືກຈັບ ປະຊາຊົນ ຊາວຊຽງໄຮ້ ໄດ້ໂທຣະສັບໄປຖາມຫ້ອງການ ຕຳຣວດກ່ຽວກັບຍາດພີ່ນ້ອງ ທີ່ຖືກຈັບໄປຂັງຢູ່ໃສ ແຕ່ທາງການຕຳຣວດ ວາງສາຍບໍ່ຕອບໂທຣະສັບ ຂອງປະຊາຊົນ.

ຢູ່ນະຄອນ ສົງຈິ໋ງ (Chongqing) ພາກຕາເວັນຕົກສ່ຽງໃຕ້ ຂອງຈີນ ປະຊາຊົນ ທ່ານນຶ່ງເວົ້າວ່າ ມີເຫດການແບບດຽວ ກັບຫລາຍແຂວງ ເກີດຂຶ້ນໃນແຂວງດັ່ງກ່າວ ເໝືອນກັນ. ປະຊາຊົນຖືກກັກໂຕ ຢູ່ ອາພາຣ໌ດເມັ້ນຕ໌ (Apartment) ແລະ ຫໍພັກນັກສຶກສາ ຮ່ວມດ້ວຍໃນເຂດຊຸມຊົນ ກໍພາກັນອອກມາປະທ້ວງ ຣັຖບານ ດ້ວຍຕົນເອງ ເປັນກຸ່ມ ປາສຈາກ ຜູ້ນຳພາ ແຕ່ຢ່າງໃດ ຍ້ອນທົນບໍ່ໄຫວ້ ຕໍ່ການກັກໂຕ ເປັນເວລາຫລາຍເດືອນ.

ກຸ່ມນັກສຶກສາ ຈາກມະຫາວິທຍາໄລ ເປຈິງ ຊິງຫົວ (Beijing's Tsinghua University) ຢູ່ກຸງປັກກິ່ງບ່ອນທີ່ ທ່ານ ສີ ຈິ້ນຜິງ ຖືກຈາຣຶກ ໃນມື້ວັນອາທິດຜ່ານມາກວ່າ 1 ພັນຄົນ ກໍພາກັນອອກມາ ປະທ້ວງດ້ວຍການຖື ກະດາດສີຂາວ ສະແດງອອກເຖິງຄວາມມິດງຽບ ແລະການຂາດສິດເສຣິພາບ ໃນການປາກເວົ້າ ຂອງປະຊາຊົນ ແລະກຸ່ມນັກສຶກສາ ຕໍ່ອຳນາດການປົກຄອງ ຂອງພັກຄອມມຸນິສຕ໌ຈີນ.

ກຸ່ມດັ່ງກ່າວບອກວ່າ ພວກເຂົາເຈົ້າຕອ້ງການ ການປົກຄອງແບບລະບົບ ກົດໝາຍ ແລະທ່ານ ຈູ ເຟີງຊູ (Zhou Fengsuo) ອະດີຕ ນັກຕໍ່ສູ້ເພື່ອປະຊາທິປະໄຕ ໃນເຫດການຈາຕຸຣັດ ທຽນອັນເໝີນ (Tiananmen Square) ໃນປີ 1989 ໂພສຕ໌ ໃນສື່ມວນຊົນ ອອນລາຍນ໌ ວ່າ ພວກເຮົາຕ້ອງການສິດທິ ການປາກເວົ້າ ແລະການສແດງອອກ ໃນຈີນ.

ກຸ່ມນັກສຶກສາ ໄດ້ຮອ້ງເພັງຊາດຈີນ ເພັງດຽວກັນທີ່ຮ້ອງ ໃນການປະທ້ວງ ໃນເຫດການທຽນອັນເໝີນໃນປີ 1989  ແຕ່ຕື່ມໃສ່ຂໍ້ຄວາມວ່າ ຊາວຈີນຜູ້ທີ່ບໍ່ຕ້ອງການ ເປັນຂ້າທາດອີກຕໍ່ໄປ ຕ້ອງລຸກຂຶ້ນ. ນັກສຶກສາຄົນນຶ່ງ ຮອ້ງອອກມາວ່າ ຈີນເປັນປະເທດ ທີ່ບໍ່ປົກກະຕິ ຄວນຢຸດຕິແລ້ວ “Enough is enough!".

ນັກສຶກສາຍິງ ຜູ້ນຶ່ງ ໃນກຸ່ມຜູ້ປະທ້ວງເວົ້າວ່າ ຖ້າພວກເຮົາບໍ່ອອກມາປະທ້ວງ ຍ້ອນຢ້ານຖືກຈັບ ປະຊາຊົນຈະຜິດຫວັງ ກັບພວກເຮົາ ແລະນາງເອງກໍຈະຜິດຫວັງ ໄປຕລອດຊີວິຕ.

ນາງເວົ້າວ່າ ການປະທ້ວງ ໄດ້ຂຍາຍວົງກ້ວາງ ໄປໃນຫລາຍແຂວງ ຫລັງຈາກເຫດການ ຄົນຕາຍຍ້ອນໄຟໄໝ້ ດ້ວຍການປິດບ້ານ ປິດເມືອງ ຂອງຣັຖບານ ທີ່ແຂວງຊິນຈຽງ ຮ່ວມທັງການປະທ້ວງ ຂອງນັກສຶກສາ ຢູ່ມະຫາວິທຍາໄລ ປັກກິ່ງ ຊຶ່ງເປັນມະຫາວິິທຍາໄລ ທີ່ດົງດັງອັນດັບນຶ່ງ ໃນຈີນ ທີ່ຖືກຄວບຄຸມ ຈາກພັກຄອມນຸນິສຕ໌ຈີນ ໃນການປຸກຈິຕສຳນຶກຊາຕນິຍົມ. ສາສຕຣາຈານ ສະຫະຣັຖ ທ່ານດຽວກັນນັ້ນກ່າວຕື່ມວ່າ:

ພວກເຮົາບໍ່ເຄີຍເຫັນ ການປະທ້ວງ ວົງກວ້າງເກີດຂຶ້ນໃນຈີນ ແບບນີ້ມາກອ່ນ. ເກີດຂຶ້ນໄປທົ່ວ ຈາກພາກຕາເວັນອອກ ໄປສູ່ຕາເວັນຕົກ ແລະເຂດຊຸມຊົນ ໜາແໜ້ນໃນຈີນ.

ນອກຈາກການປະທ້ວງ ຢູ່ມະຫາວິທຍາໄລ ຊື່ດັງຢູ່ກຸງປັກກິ່ງແລ້ວ ມະຫາວິທຍາໄລ ຢູ່ ແຂວງອື່ນໆຫລາຍແຂວງ ກໍມີນັກສຶກສາອອກມາປະທ້ວງ ເຫມືອນກັນ ເປັນຕົ້ນ ມະຫາວິທຍາໄລ ນານນິງ, ມະຫາວິທຍາໄລ ສີອານ (Xi'an), ມະຫາວິທຍາໄລສີສວນ, ມະຫາວິທຍາໄລ ໂອຊັນ, ມະຫາວິທຍາໄລ ອັກສອນສາຕ ແລະວິທຍາສາຕ, ມະຫາວິທຍາໄລ ແບພຕິສຕ໌ (Baptist) ຢູ່ຮົງກົງ, ມະຫາວິທຍາໄລກະເສຕສາຕ, ມະຫາວິທຍາໄລວູຫານ ແລະມະຫາວິຍາໄລ ຊູໂຈ (Suzhou) ນັກສຶກສາຢູ່ ມະຫາວິທຍາໄລ ຄຸນພໍ່ຢູ່ຮົງກົງ ໄດ້ສ້າງຝາແປ້ນ ເພື່ອປະຊາທິປະໄຕ ໃຫ້່ນັກສຶກສາ ສແດງຄວາມເຫັນ ແບບເສຣິພາບ ດ້ວຍໂຕເອງ.

ກຸ່ມນັກສຶກສາ ຢູ່ກຸງປັກກິ່ງ ຢ່າງນ້ອຍ 100 ຄົນໄດ້ພາກັນ ຮ້ອງໃນວິດີໂອ ຄລິບວ່າ  ພວກເຮົາຕອ້ງການສິດເສຣິພາບ ຄວາມສເມີພາບ ປະຊາທິປະໄຕ ແລະການປົກຄອງ ແບບລະບົບກົດໝາຍ ໃນຈີນ. ບໍ່ຕ້ອງການ ຜູ້ນຳຜເດັດການ ແລະບໍ່ຕ້ອງການການ ປົກຄອງແບບ ການຊັກທອດ ໃຫ້ເຄົາຣົບກຸ່ມຜູ້ນຳ ຄອມມຸນິສຕ໌. ກຸ່ມດັ່ງກ່າວຍັງໄດ້ຮ້ອງໂຮ່ວ່າ ໃຫ້ເອົາຜູ້ນຳຜເດັດການ ຜູ້ທໍຣະຍົດຕໍ່ຊາດ ສີ ຈິ້ນຜິງ ອອກຈາກຕຳແຫນ່ງ.

ກຸ່ມດັ່ງກ່າວບອກວ່າ ປະຊາຊົນຊາວຈີນ ຕ້ອງການອາຫານ ການກິນ ບໍ່ແມ່່ນເຄື່ອງມືກວດ ໂຄວິດ-19 ຕ້ອງການສິດເສຣີພາບ ບໍ່ແມ່ນການປິດບ້ານ ປິດເມືອງ ຕ້ອງການການປ່ຽນແປງ ບໍ່ແມ່ນການປົກຄອງແບບບັງຄັບ ຕ້ອງການການເລືອກຕັ້ງ ບໍ່ແມ່ນສືບທອດຜູ້ນຳ ຈາກການບົ່ງການ, ຕ້ອງການກຽດສັກສີ ບໍ່ແມ່ນການຕົ້ວະຕົ້ມ ແລະ ປະຊາຊົນບໍ່ແມ່ນຂ້າທາດ.

ຢູ່ນະຄອນ ເຈີງຕູ (Chengdu) ພາກຕາເວັນຕົກສ່ຽງໃຕ້ ຂອງຈີນ ປະຊາຊົນ ແລະກຸ່ມນັກສຶກສາ ກໍພາກັນອອກມາປະທ້ວງ ຫລາຍພັນຄົນໃນທ້ອງຖນົນ ກຸ່ມດັ່ງກ່າວ ຮ້ອງວ່າ ຕ້ອງການສິດທິ ໃນການປາກເວົ້າ ແລະການສະແດງອອກ ຮ່ວມດ້ວຍສິດທິ ທາງສື່ມວນຊົນ ແລະຂ່າວສານ ກຸ່ມປະທ້ວງຖືກເຈົ້າໜ້າທີ່ ນອກເຄື່ອງແບບ ແລະໜ່ວຍສລາຍ ກຸ່ມປະທ້ວງເຂົ້າມາຈັບກຸມ ແລະຕີເຂົາເຈົ້າ ຫລາຍຄົນໄດ້ຮັບບາດເຈັບ ຍ້ອນຕໍ່ສູ້ກັບຕຳຣວດ ທີ່ໃຊ້ຄວາມຮຸ່ນແຮງຕໍ່ເຂົາເຈົ້າ.

ສ່ວນອົງການ ສະຫະປະຊາຊາຕ ແລະຜູ້ນຳໂລກ ຈາກຫລາຍປະເທດ ກໍໄດ້ອອກມາຮຽກຮ້ອງ ໃຫ້ຈີນເຄົາຣົບ ນັບຖືສິດທິການປະທ້ວງ ຂອງປະຊາຊົນ ຫລັງຈາກທີ່ມີການປະທ້ວງ ຣາຍໃຫຍ່ເກີດຂຶ້ນ ໃນຈີນ ຍ້ອນຕ້ານນະໂຍບາຍ ປ້ອງກັນໂຄວິດ-19 ຢ່າງຮຸ່ນແຮງ ຂອງຣັຖບານ.

ທ່ານ ເຈຣະມີ ລໍເລັນຊ໌ (Jeremy Laurence) ໂຄສົກຫ້ອງການ ສິດທິມະນຸສ ສະຫະປະຊາຊາຕ ກ່າວຕໍ່ກຸ່ມນັກຂ່າວ ໃນມື້ວັນຈັນວ່າ ຣັຖບານຈີນ ຄວນປະຕິບັດຕໍ່ກຸ່ມ ປະທ້ວງ ບົນພື້ນຖານກົດໝາຍນານາຊາຕ ດ້ານສິດທິມະນຸສ.

ທ່ານວ່າ ບໍ່ຄວນຈັບກຸມ ຜູ້ປະທ້ວງຄົນໃດ ຍ້ອນການປະທ້ວງ ຮຽກຮ້ອງຄວາມເປັນທັມ ແລະການສະແດງອອກ ແບບເສຣີ, ທາງການຈີນຄວນອະນຸຍາດ ໃຫ້ມີການຕອບໂຕ້ ແລະການສະແດງອອກ ຜ່ານທຸກສັງຄົມ ໃນຈີນໂດຍສະເພາະ ກຸ່ມຊາວນຸ່ມ ຜູ້ທີ່ຈະຊ່ອຍດັດແປງ ນະໂຍບາຍ ມວນຊົນ ຂອງຣັຖບານ ໃຫ້ມີປະສິດທິພາບ.

ທ່ານຍັງບອກອີກວ່າ ທາງການຈີນ ຄວນໂປ່ງໃສ ໃນບັນຫາທີ່ເກີດຂຶ້ນ ຢູ່ແຂວງຊິນຈຽງ ເພື່ອຢຸດຕິການປະທ້ວງ.

ການຕອບໂຕ້ ຈາກອົງການ ສະຫະປະຊາຊາຕ ເກີດຂຶ້ນຫລັງຈາກ ຫລາຍປະເທດ ໃນໂລກຮຽກຮ້ອງໃຫ້ຈີນ ເຄົາຣົບສິດທິກຸ່ມປະທ້ວງ ໃນຈີນ, ແຕ່ທາງການຈີນ ກໍເມີນເສີຍ ໃນຄຳຮຽກຮ້ອງ ດັ່ງກ່າວ. ສບາຍດີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org