ກຸ່ມປະທ້ວງຫາແນວປ້ອງກັນ ຕົວ
ກຸ່ມປະທ້ວງ ເພື່ອ ປະຊາທິປະຕັຍ ໃນ ຮົງກົງ ພາກັນ ເພີ້ມ ແນວກັນບັງ ຕາມຖນົນ ຫລັງຈາກ ຖືກ ປະທະ ຈາກ ກຸ່ມ ອັນຕະພານ.
-
ສິດນີ
2014-10-14 -
-
-
Your browser doesn’t support HTML5 audio
ໃນ ວັນຈັນ ກຸ່ມ ອັນຕະພານ ທີ່ຕ້ານ ກຸ່ມ ປະທ້ວງ ເພື່ອ ປະຊາທິປະຕັຍ ໃນ ຮົງກົງ ໄດ້ໃສ່ ຫນ້າກາກ ເຂົ້າໂຈມຕີ ກຸ່ມ ປະທ້ວງ ທີ່ ປຸກ ເຕັ້ນ ນອນຢູ່ ໃຈກາງ ເມືອງ ຮົງກົງ ກຸ່ມ ດັ່ງກ່າວ ໄດ້ ມ້າງເພ ສີ້ງກີດກັ້ນ ແລະ ປະທະ ກັບ ເຈົ້າຫນ້າທີ່ ຕຳຣວດ.
ເຫດການ ດັ່ງກ່າວ ເກີດຂຶ້ນ ໃນຕອນ ເຊົ້າມືດ ໃນຊ່ວງ ທີ່ ຕຳຣວດ ເລີ້ມລົງ ປະຕິບັດ ງານ ເພື່ອ ເປີດຖນົນ ສາຍ ສຳຄັນ ທີ່ ຖືກປິດ ໂດຍ ກຸ່ມ ປະທ້ວງ ມາເປັນ ເວລາ 15 ວັນ ແລ້ວ. ທາງການ ຕຳຣວດ ເວົ້າວ່າ ຈະສືບຕໍ່ ເປີດ ຖນົນ ບາງສາຍ ເພື່ອ ແກ້ໄຂ ການ ຈາຣະຈອນ ໃຫ້ ຄົນເຂົ້າມາ ເຮັດວຽກ ໄດ້ ແລະ ເຕືອນວ່າ ຖ້າ ຜູ້ໃດ ຍັງ ຂັດຂວາງ ຈະ ຖືກ ຈັບກຸມ.
ເຫດການ ປະທະກັນ ໃນວັນຈັນ ເກີດຈາກ ສະພາບ ຄວາມ ເຄັ່ງຕຶງ ຣະຫວ່າງ ກຸ່ມ ປະທ້ວງ ກັບ ເຈົ້າຫນ້າທີ່ ຕຳຣວດ ຮ່ວມທັງ ປະຊາ ຊົນ ທັມມະດາ ຜູ້ທີ່ ບໍ່ພໍໃຈ ໃນການ ຕັນຖນົນ. ກຸ່ມ ປະທ້ວງ ຜູ້ທີ່ໄດ້ ຮັບ ຄວາມ ເຫັນພ້ອມ ຈາກ ຜູ້ສນັບ ສນູນ ໃນຊ່ວງ ການເລີ້ມ ການ ປະທ້ວງ ຍັງ ຈະສືບຕໍ່ ປະທ້ວງ ຢູ່ຕໍ່ໄປ ເຖິງແມ່ນວ່າ ຈະມີ ເຫດ ວິກິດ ທາງດ້ານ ການເມືອງ ມາ ເປັນເວລາ 3 ອາທິດ ແລ້ວ ກໍຕາມ.
ກຸ່ມປະທ້ວງ ໄດ້ ຕັນຖນົນ ສາຍສຳຄັນ ຫລາຍສາຍ ເພື່ອກີດກັ້ນ ບໍ່ໃຫ້ ພະນັກງານ ຣັຖ ຫລື ເອກຊົນ ເຂົ້າມາ ເຮັດວຽກ ໃນ ຮົງກົງ ໄດ້ ກຸ່ມດັ່ງກ່າວ ຕ້ານການ ຈຳກັດ ຮັດແຄບ ທາງດ້ານ ປະຊາທິຕັຍ ຈາກ ຈີນ ແຜ່ນ ດີນໃຫຍ່ ທີ່ ເຂົ້າມາ ຫຍຸ້ງກ່ຽວ ໃນການ ເລືອກ ຜູ້ນຳ ຮົງກົງ ຊື່ງ ຈີນ ສັນຍາວ່າ ຈະໃຫ້ ຮົງກົງ ປົກຄອງ ດ້ວຍ ຣະບອບ ປະຊາທິປະຕັຍ. ແຕ່ ພາກ ປະຕິບັດ ຕົວຈີງ ນັ້ນ ຍັງຂຶ້ນຢູ່ ກັບ ຈີນ ແຜ່ນດີນ ໃຫຍ່ ຢູ່.