ຜູ້ນໍາຮົງກົງວ່າມີກຸ່ມແຊກຊຶມ ຈາກ ພາຍນອກ

ຜູ້ນໍາ ຮົງກົງ ເວົ້າວ່າ ມີການ ແຊກຊຶມ ຈາກ ກໍາລັງ ພາຍນອກ ເຂົ້າ ຫຍຸ້ງກ່ຽວ ການ ປະທ້ວງ ເທື່ອນີ້.

ທ່ານ Leung Chun-ying ຜູ້ນໍາ ຮົງກົງ ກ່າວວ່າ “ກໍາລັງພາຍນອກ” ເຂົ້າຫຍຸ້ງກ່ຽວ ການປະທ້ວງ ເພື່ອ ປະຊາທິປະຕັຍ RFA

 

ທ່ານ Leung Chun-ying ຜູ້ນໍາ ຮົງກົງ ກ່າວວ່າ ມີ ກໍາລັງ ຈາກ ພາຍນອກ ເຂົ້າ ຫຍຸ້ງກ່ຽວ ກັບການ ປະທ້ວງ ເພື່ອ ປະຊາທິປະຕັຍ ຢູ່ ຮົງກົງ. ຕາມຣາຍງານ ຂອງ BBC News ໃນ ວັນທີ 19 ຕຸລາ 2014 ນີ້.

ໃນຣະຫວ່າງ ການໃຫ້ ສໍາພາດ ໂທຣະທັດ ທ່ານ Leung ກ່າວວ່າ ການຊຸມນຸມ ປະທ້ວງ ເພື່ອ ປະຊາທິປະຕັຍ ທີ່ ໄດ້ເຮັດໃຫ້ ພາກສ່ວນ ຕ່າງໆ ຂອງ ຮົງກົງ ເປັນ ອັມມະພາດ ມາໄດ້ 3 ອາທິດ ແລ້ວ ທີ່ ບໍ່ສາມາດ ຄວບຄຸມ ໄດ້ ແມ້ກະທັ້ງ ຕໍ່ ພວກທີ່ ຈັດຕັ້ງ ການປະທ້ວງ ນັ້ນ.

ບັນດາ ຜູ້ປະທ້ວງ ຕ້ອງການ ໃຫ້ ມີການ ເລືອກຕັ້ງ ແບບ ປະຊາທິປະຕັຍ ຢ່າງ ເຕັມສ່ວນ ແຕ່ ຣັຖບາລ ຈີນ ບໍ່ພໍໃຈ ໂດຍ ຕົກລົງ ທີ່ຈະໃຫ້ ພຽງແຕ່ ຜູ້ສມັກ ຮັບ ເລືອກຕັ້ງ ເປັນຜູ້ນໍາ ຮົງກົງ ທີ່ ຄນະກັມການ ເລືອກຕັ້ງ ຊຶ່ງ ສນັບສນູນ ຕົນ ເຫັນພ້ອມ 2-3 ຄົນ ເທົ່ານັ້ນ ມີສິດລົງ ແຂ່ງຂັນ ເລືອກຕັ້ງ ໃນປີ 2017. ເຈົ້າໜ້າທີ່ ຕໍາຣວດ ແລະ ພວກ ປະທ້ວງ ປະທະກັນ ຢ່າງ ຮຸນແຮງ ຖ້າມກາງ ຄວາມ ເຄັ່ງຕຶງ ທີ່ ມີມາ ເມືອບໍ່ ຫລາຍວັນ ນີ້.

ແຕ່ ເຖິງແນວໃດ ກໍຕາມ ບັນດາ ຜູ້ນໍາ ນັກສຶກສາ ແລະ ເຈົ້າໜ້າທີ່ ທາງການ ຮົງກົງ ກໍໄດ້ ຕົກລົງ ທີ່ຈະ ເຈຣະຈາ ກັນ ໃນວັນ ອັງຄານ ນີ້ ແລະ ການ ເຈຣະຈາ ກັນນັ້ນ ຈະມີການ ຖ່າຍທອດ ສົດ ທາງ ໂທຣະທັດ.
ຕໍ່ ໂທຣະທັດ ທ້ອງຖິ່ນ ທ່ານ Leung ກ່າວວ່າ ການ ປະທ້ວງ ນັ້ນ ບໍ່ເຂົ້າ ໃນຂ່າຍ ການ ເຄື່ອນໄຫວ ພາຍໃນ ມີກໍາລັງ ພາຍນອກ ເຂົ້າມາ ຫຍຸ້ງກ່ຽວ ເເຕ່ ທ່ານ ປະຕິເສດ ທີ່ ຈະໃຫ້ ຣາຍຣະອຽດ ຫລື ຊື່ ປະເທສ ຕ່າງໆ ທີ່ ທ່ານ ຄິດວ່າ ມີສ່ວນ ກ່ຽວຂ້ອງ ນັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org