ສາກົນຮຽກຮ້ອງໃຫ້ ຈີນ ຮັກສາ ເສຣີພາບຢູ່ຮົງກົງ
ສິດທິມະນຸດສາກົນ ຮຽກຮ້ອງ ໃຫ້ ຈີນ ຍົກເລີກ ແຜນ ປະຕິບັດ ກົດໝາຍ ວ່າດ້ວຍ ຄວາມໝັ້ນຄົງ ແຫ່ງຊາດ ໃນຮົງກົງ ຊຶ່ງ ມັນຈະທໍາຣາຍ ສັນຍາ ຂໍ້ຕົກລົງ ຮັບມອບ ຮົງກົງ ຄືນໃຫ້ ຈີນ ປີ 1997.
-
ມະນີຈັນ
2020-06-20 -
-
-
Your browser doesn’t support HTML5 audio
ອົງການສິດທິມະນຸດ ຈາກທົ່ວໂລກ 80 ປາຍອົງການ ຮຽກຮ້ອງໃຫ້ຣັຖບານຈີນ ຍົກເລີກແຜນບັງຄັບໃຊ້ກົດໝາຍ ວ່າດ້ວຍຄວາມໝັ້ນຄົງ ແຫ່ງຊາດ ສະບັບໃໝ່ ໃນຮົງກົງ ໂດຍອ້າງວ່າມັນຈະເປັນ ການທໍາຣາຍເສຣີພາບ ທີ່ຣັຖບານຈີນໄດ້ໃຫ້ສັນຍາເອົາໄວ້ ໃນຂໍ້ຕົກລົງສົ່ງມອບ ຮົງກົງ ຄືນໃຫ້ ຈີນ ປີ 1997.
ຈີນເວົ້າວ່າ ຈະບັງຄັບໃຊ້ກົດໝາຍດັ່ງກ່າວ ຢູ່ຮົງກົງ ໂດຍມຸ້ງເປົ້າປາບປາມການກະທໍາ ແລະການເຄື່ອນໄຫວ ທີ່ຈີນເຫັນວ່າມີລັກສນະ ໂຄ່ນລົ້ມແບ່ງແຍກ ທີ່ກໍາລັງຕ່າງປະເທດ ຍຸຍົງສົ່ງເສີມ, ສນັບສນູນໃຫ້ຮົງກົງ ເປັນເອກຣາດ, ອີງຕາມຣາຍງານຂ່າວ RFA ຜແນກພາສາ ແຄນຕານິສ ໃນມື້ວັນທີ 17 ມິຖຸນານີ້.
80 ປາຍອົງການສິດທິມະນຸດ ເວົ້າຢູ່ໃນຈົດໝາຍຮ່ວມ ທີ່ອົງການສິດທິມະນຸດ Human Rights Watch ຊຶ່ງມີສູນກາງຢູ່ ນະຄອນ New York ສະຫະຣັຖອະເມຣິກາ ພິມເຜີຍແຜ່ວ່ານັ້ນເປັນກົດໝາຍ ທີ່ຂົ່ມຂູ່ ສິດທິມະນຸດ ແລະກໍສົມຄວນທີ່ຈະຖືກຍົກເລີກ. ຜູ້ອໍານວຍການ ອົງການ Human Rights Watch Sophie Richardson ກ່າວໃນຖແລງການວ່າ ຈີນ ຄວນຍົກເລີກ ຄວາມພຍາຍາມທີ່ຈະ ບັງຄັບໃຊ້ ກົດໝາຍ ວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ ໃນຮົງກົງ ໃນທັນທີ ແລະວ່າບໍ່ມີຣັຖບານໃດ ທີ່ຄວນໃຊ້ກົດໝາຍຄວາມໝັ້ນຄົງແຫ່ງຊາດ ເພື່ອ ເຮັດໃຫ້ການກົດດັນ-ປາບປາມ ເປັນການກະທໍາ ທີ່ຖືກຕ້ອງ.
ການທີ່ພັກຄອມມິວນິສຈີນ ຈະບັງຄັບໃຊ້ກົດໝາຍດັ່ງກ່າວ ໃນຮົງກົງ ໂດຍບໍ່ຜ່ານສະພານິຕິບັນຍັດ ຂອງຮົງກົງນັ້ນ ແມ່ນຖືກປະນາມຢ່າງ ກວ້າງຂວາງ ຈາກຣັຖບານປະເທດຕ່າງໆ ແລະອົງການ ສົ່ງເສີມສິດທິມະນຸດ ໂດຍຖືກັນວ່ານັ້ນເປັນສັນຍານການສິ້ນສຸດ ການປົກຄອງ ຕົນເອງ ແລະ ຖານະມີຣະບົບຍຸຕິທັມ ເປັນເອກຣາດ ຂອງຮົງກົງ.
ຣັຖບານປະເທດຕ່າງໆ ຕໍານິຕິຕຽນວ່າ ການດໍາເນີນການຂອງຣັຖບານຈີນ ເປັນການຣະເມີດ ພັລທະສັນຍາ ປີ 1984 ກ່ຽວກັບການປົກຄອງ ຮົງກົງ ທີ່ຖືກມອບຄືນໃຫ້ຈີນໃນປີ 1997 ແລະກໍເປັນ ການປູທາງໄປສູ່ການປະຫັດປະຫານ ທາງການເມືອງ ຕໍ່ຜູ້ວິພາກວິຈານ ບໍ່ເຫັນພ້ອມ ນໍາຣັຖບານຈີນ, ຕໍ່ຜູ້ ສນັບສນູນປະຊາທິປະຕັຍ ແລະນັກເຄື່ອນໄຫວຕົວຕັ້ງຕົວຕີ ເພື່ອສິດທິຕ່າງໆຢ່າງສັນຕິນັ້ນ ຕໍ່ໄປ.
ທ່ານ Chen Yue ຫົວໜ້າອົງການທະນາຍຄວາມ ທີ່ເປັນຫ່ວງເຣື່ອງສິດທິຊາວຈີນ ທີ່ມີສູນກາງຢູ່ຮົງກົງ ທີ່ໄດ້ຮ່ວມລົງນາມໃນຈົດໝາຍ ເປີດຊອງນັ້ນ ເວົ້າວ່າ ພວກເຮົາກັງວົນວ່າ ກົດໝາຍຄວາມ ໝັ້ນຄົງແຫ່ງຊາດ ຈະຖືກໃຊ້ໂດຍມຸ້ງເປົ້າໝາຍໃສ່ ພວກຄົນທີ່ຄັດຄ້ານ ຣັຖບານ ແລະ ອົງການສິດທິມະນຸດ. ແຕ່ເມື່ອມີການກົດດັນ ຈາກສາກົລຢ່າງພຽງພໍ ຂ້າພະເຈົ້າກໍຄຶດວ່າ ຍັງມີຄວາມເປັນໄປໄດ້ ທີ່ຈະເຮັດໃຫ້ຣັຖບານ ຈີນປ່ຽນໃຈ.
ທາງການຈີນອ້າງວ່າ ການດໍາເນີນການຂອງຕົນ ເປັນທີ່ຈໍາເປັນ ຍ້ອນເຫດ ການປະທ້ວງເປັນເວລານານຫລາຍເດືອນ ແລະການປະທະກັນ ຍ້ອນຜູ້ປົກຄອງຮົງກົງ Carrie Lam ມີແຜນທີ່ຈະ ອະນຸຍາດໃຫ້ສົ່ງ ຜູ້ຕ້ອງສົງໃສ ໄປຂຶ້ນສານຢູ່ຈີນ.
ຍານາງ Carrie Lam ໄດ້ຖອນຮ່າງກົດໝາຍ ສະບັບປັບປຸງນັ້ນ ພາຍຫລັງເກີດການປະທ້ວງ ເປັນເວລາຫລາຍເດືອນ, ແຕ່ນັກການເມືອງ ປະຊາທິປະຕັຍ ແລະນັກເຄື່ອນໄຫວຕົວຕັ້ງຕົວຕີ ເວົ້າວ່າກົດໝາຍໃໝ່ນັ້ນ ຈະນໍາໄປສູ່ການເຊື່ອມໂຊມລົງ ຂອງເສຣີພາບໃນການສະແດງ ຄວາມຄິດຄວາມເຫັນ ແລະການຊຸມນຸມໃນ ຮົງກົງ ທີ່ຈີນໄດ້ໃຫ້ສັນຍາໄວ້ ຂະນະທີ່ກົດໝາຍດັ່ງກ່າວ ຈະອໍານວຍໃຫ້ຕໍາຣວດຝ່າຍຄວາມ ໝັ້ນຄົງຂອງຈີນ ເຂົ້າມາປະຕິບັດການໄດ້ຢູ່ຮົງກົງ ອັນເປັນການຜິດຕໍ່ຣັຖທັມນູນ ຊຶ່ງເປັນກົດໝາຍພື້ນຖານ ຂອງຮົງກົງນັ້ນ.
ກົດໝາຍສະບັບໃໝ່ດັ່ງກ່າວ ປາກົດວ່າຈະນໍາຂຶ້ນພິຈາຣະນາກັນ ໃນກອງປະຊຸມຄະນະປະຈໍາສະພາປະຊາຊົນແຫ່ງຊາດຈີນ ໃນຣະຫວ່າງ ວັນທີ 18 ຫາວັນທີ 20 ມິຖຸນານີ້ ຫລືບໍ່ກໍຈະຢູ່ທີ່ກອງປະຊຸມ ນັດພິເສດໃນທ້າຍເດືອນນີ້, ຈົດໝາຍເປີດຊອງຣະບຸ.
ທ່ານ Jeremy Tam ສະມາຊິກສະພານິຕິບັນຍັດຮົງກົງ ສັງກັດພັກພົລເມືອງ Civic Party ເວົ້າວ່າກົດໝາຍດັ່ງກ່າວ ຖືກນໍາໃຊ້ເພື່ອເຮັດ ໃຫ້ປະຊາຊົນຮົງກົງ ເກີດຄວາມຢ້ານກົວ. ທ່ານເວົ້າວ່າ ສິ່ງທັງໝົດບໍ່ຈະແຈ້ງ. ພວກເພິ່ນຕ້ອງການ ໃຊ້ກົດໝາຍວ່າດ້ວຍຄວາມໝັ້ນຄົງ ແຫ່ງຊາດເພື່ອສ້າງໃຫ້ເກີດສະພາບຢ້ານກົວ ເພື່ອບໍ່ໃຫ້ມີຜູ້ເຄື່ອນໄຫວ ຕ້ານຣັຖບານ, ເປັນການໂຈມຕີຝ່າຍ ປະຊາທິປະຕັຍທັງໝົດ, ທັງໃນສະພານິຕິບັນຍັດຮົງກົງ.
ຈົດໝາຍເປີດຊອງສະບັບນີ້ມີຂຶ້ນ ໃນຂນະທີ່ສະມາຊິກສະພາ ເພື່ອປະຊາທິປະຕັຍ ໃນຮົງກົງ ຕໍານິຄໍາເຫັນຂອງທ່ານ Eric Tsang ເລຂາ ທິການກິຈການດ້ານຣັຖທັມນູນ ຂອງຮົງກົງ ທີ່ສເນີໃຫ້ຜູ້ຮັບ ສມັກເລືອກຕັ້ງສະພານິຕິບັນຍັດ ໃນເດືອນກັນຍາ 2020 ເປັນຄົນບໍ່ເໝາະສົມ ຖ້າຫາກວ່າພວກເຂົາເຈົ້າ ບໍ່ສນັບສນູນກົດໝາຍໃໝ່ນັ້ນ.
ແລະປະທານພັກປະຊາທິປະຕັຍຮົງກົງ Wu Chi-wai ກໍກ່າວວ່າ ຄໍາເຫັນຂອງທ່ານ Eric Tsang ບົ່ງບອກວ່າ ຣັຖບານຈີນ ບໍ່ພ້ອມທີ່ຈະ ອົດທົນຕໍ່ທັສນະ ທີ່ແຕກຕ່າງທາງດ້ານການເມືອງອີກຕໍ່ໄປ. ຣັຖບານຈີນ ຍອມຮັບພຽງແຕ່ສຽງດຽວ ທີ່ສນັບສນູນຕົນ. ຜູ້ໃດມີຄວາມເຫັນທີ່ ແຕກຕ່າງ ຜູ້ນັ້ນກໍຈະກາຍ ເປັນຜູ້ທ້າທາຍ ຣະບອບການປົກຄອງຂອງຈີນ.
ໃນຂະນະດຽວກັນ ຖແລງການຈາກຫ້ອງການ ກິຈການຮົງກົງ ແລະ ມາກາວ ຂອງຈີນ ກໍເວົ້າເຖິງຄໍາປາສັຍ ທາງການເມືອງ ແລະການ ກະທໍາ ຂອງຜູ້ເຫັນຕ່າງ ວ່າ ຈະຖືກຖືເປັນອາຊຍາກັມ ພາຍໃຕ້ ກົດໝາຍໃໝ່ນີ້ ໂດຍເວົ້າເຖິງອາດີດ ຜູ້ນໍານັກສຶກສາ ເພື່ອປະຊາທິປະຕັຍ ປີ 2014 Joshua Wong ຜູ້ທີ່ນໍາພາກຸ່ມການເມືອງ Demosisto ໃນປັດຈຸບັນນີ້.
ຫ້ອງການກິຈການຮົງກົງ ແລະ ມາກາວ ເວົ້າໃນຖແລງການຜ່ານເວັບໄຊ ຂອງຕົນໂດຍຖິ້ມໂທດ ໃສ່ອັນທີ່ເອີ້ນວ່າ ມືດໍາ ແລະອິດທິພົລ ຂອງຕ່າງປະເທດ ທີ່ຊື້ຈ້າງຈອບອອຍຊາວໜຸ່ມ ຂອງຮົງກົງ ແລະວ່າ ທ່ານ Joshua Wong ແລະທ່ານ Isaac Cheng ຈາກກຸ່ມ Demosisto ເປັນຄົນທີ່ເພີ່ມເຕີມ ອີກສາກນຶ່ງ ຂອງປວັດອາຊຍາກັມ ຂອງພວກເຂົາ. ກຸ່ມ Demosisto ປະກາດເມື່ອໄວໆ ມານີ້ວ່າ ພວກຕົນຈະຢັ່ງສຽງປະຊາມະຕິ ແບບບໍ່ເປັນທາງການ ເຣຶ່ອງກົດໝາຍຄວາມໝັ້ນຄົງແຫ່ງຊາດ ຊຶ່ງເປັນສິ່ງທີ່ທາງການ ບໍ່ໃຫ້ຄວາມສໍາຄັນ.
ຢ່າງໃດກໍຕາມ ຣັຖມົນຕຣີການຕ່າງປະເທດ ຂອງກຸ່ມປະເທດທີ່ຈະເຣີນທາງດ້ານອຸດສາຫະກັມ ຫລື ກຸ່ມປະເທດ G-7 ກໍອອກຖແລງການ ຮ່ວມ ໃນມື້ວັນພຸດ ທີ 17 ມິຖຸນາ ນີ້ຮຽກຮ້ອງໃຫ້ທາງການ ຈີນ ທົບທວນຄືນໃໝ່ ເຣື່ອງແຜນບັງຄັບໃຊ້ກົດໝາຍວ່າດ້ວຍ ຄວາມໝັ້ນຄົງ ແຫ່ງຊາດ ສະບັບໃໝ່ໃນຮົງກົງ. ທັງນີ້ກໍຍ້ອນວ່າ ມັນມີຄວາມສ່ຽງ ຕໍ່ການທີ່ຈະທໍາຣາຍຫລັກການ ປະເທດດຽວ 2 ຣະບົບ ແລະ ການປົກຄອງຕົນເອງ ຂອງຮົງກົງ.
ຖແລງການຂອງກຸ່ມ G-7 ຄື ສະຫະຣັຖອະເມຣິກາ, ການາດາ, ອັງກິດ, ຝຣັ່ງເສດ, ເຢັຽຣະມັນ, ອິຕາລີ ແລະ ຍີ່ປຸ່ນ ຣະບຸວ່າ ກຸ່ມປະເທດ G-7 ມີຄວາມກັງວົນຫລາຍນໍາກົດໝາຍ ທີ່ຣັຖບານຈີນໄດ້ ປະກາດວ່າ ຮ່າງຂຶ້ນມາສໍາລັບຮົງກົງ ຊຶ່ງເປັນເຂດທີ່ທາງການຈີນ ໃຫ້ຄໍາໝັ້ນ ສັນຍາ ໃນຣະຫວ່າງ ມອບ-ຮັບ ຮົງກົງຈາກອັງກິດ ໃນປີ 1997. ກົດໝາຍສະບັບໃໝ່ດັ່ງກ່າວ ຈະເປັນກົດໝາຍຫ້າມ ກໍ່ກະບົດ, ຫ້າມແຍກ ດິນແດນ, ຫ້າມໂຄ່ນລົ້ມຣັຖບານ ແລະ ປຸກຣະດົມ ໃນຮົງກົງ ບ່ອນທີ່ປະເຊີນກັບເຫດການປະທ້ວງ ຄັ້ງໃຫຍ່ ຂອງຝ່າຍປະຊາທິປະຕັຍ ເມື່ອປີກາຍ ຊຶ່ງຣັຖບານຈີນ ກໍໄດ້ເຕືອນ ຫລາຍຄັ້ງວ່າ ຈະອົດກັ້ນບໍ່ໄດ້ອີກຕໍ່ໄປ ໃນເຫດການຕໍ່ຕ້ານໃນຮົງກົງ.
ຖແລງການຮ່ວມ ຣະບຸອີກວ່າ ການຕັດສິນໃຈຂອງຈີນ ບໍ່ສອດຄ່ອງກັບກົດ ໝາຍພື້ນຖານຂອງຮົງກົງ ແລະພັລທະສັນຍາຣະຫວ່າງປະເທດ ທີ່ຣະບຸໄວ້ໃນປະຕິນຍາຮ່ວມຈີນ-ອັງກິດ ຊຶ່ງມີຜົລຜູກພັນ ທາງກົດໝາຍ.
ແລະວ່າ ກຸ່ມ G-7 ມີຄວາມກັງວົນຫລາຍ ນໍາການເໜັງຕີງຂອງຈີນ ອັນທີ່ຈະຈໍາກັດ ແລະຄຸກຄາມສິດເສຣີພາບ ພື້ນຖານຂອງປະຊາຊົນ ທຸກຄົນ ທີ່ໄດ້ຮັບການປົກປ້ອງ ໂດຍຫລັກນິຕິທັມ ແລະຣະບົບ ຍຸຕິທັມອິສຣະ ທີ່ມີຢູ່ໃນປັດຈຸບັນ.
ໃນໂອກາດວັນຄົບຮອບ 1 ປີ ຂອງການປະທ້ວງ ຄັ້ງໃຫຍ່ ຢູ່ຮົງກົງ ທີ່ມີຜູ້ເຂົ້າຮ່ວມ ເຖິງ 2 ລ້ານຄົນ ພວກປະທ້ວງ ໄປຊຸມນຸມກັນ ຢູ່ ສວນສາທາຣະນະ ແລະສະຖານທີ່ສາທາຣະນະຕ່າງໆໆ ໃນມື້ວັນທີ 16 ມິຖຸນາ ນີ້, ຂນະທີ່ຜູ້ນໍາຮົງກົງ Carrie Lam ເຕືອນວ່າ ປະຊາຊົນຜູ້ຫາຊ່ອງທາງ ທ້າທາຍແຜນການຂອງຈີນ ທີ່ຈະບັງຄັບໃຊ້ກົດໝາຍວ່າດ້ວຍ ຄວາມໝັ້ນຄົງແຫ່ງຊາດ ທີ່ຫ້າມບໍ່ໃຫ້ກະບົດ ແລະ ແຍກຮົງກົງນັ້ນ ກໍເທົ່າກັບວ່າ ເຮັດໃຫ້ໂຕເອງເປັນສັຕຣູ ຂອງປະຊາຊົນສ່ວນໃຫຍ່.
ຜູ້ເຂົ້າຮ່ວມການຊຸມນຸມ ທີ່ໃຊ້ນາມສະກຸນ Ng ເວົ້າວ່າ ຕົນຄຶດວ່າ ການປະທ້ວງໃນມື້ນັ້ນ ເປັນການປຸກໃຫ້ຄົນຕື່ນຄັ້ງໃຫຍ່ ສໍາລັບຮົງກົງ ເມື່ອປະຊາຊົນ ຮັບຮູ້ວ່າ ພວກເຂົາເຈົ້າ ຕ້ອງໄດ້ຕໍ່ສູ້ຢ່າງແທ້ຈິງ ເພື່ອສິດເສຣີພາບຂອງພວກເຂົາເຈົ້າ. ແລະ ທຸກຄົນ ຮູ້ສຶກວ່າ ຄວນສ່ຽງ ແລະກໍອອກມາຮ່ວມປະທ້ວງ ຕອນທີ່ພວກເຂົາເຈົ້າສາມາດເຮັດໄດ້.