ຊາວ​ພະ​ມ້າ 500 ຄົນ ເສັຽຊີວິດ ຍ້ອນໂຄວິດ

ມີປະຊາຊົນ ພະມ້າເສັຽຊີວິດ ຍ້ອນໂຄວິດ ປະມານ 3,000 ຄົນ ໃນຂນະທີ່ ການຕໍ່ສູ້ທາງທະຫານ ຍັງດຳເນີນໄປ.

ເຈົ້າໜ້າທີ່ ກຳລັງຫາມ ຜູ້ເສັຽຊີວິດ-19 ໄປເຮັດພິທີປົງສົບ ຢູ່ ຢາງກຸ້ງ ປະເທດພະມ້າ. HANDOUT/FACEBOOK/AFP

ມີ​ປະ​ຊາ​ຊົນ ​ເກືອບ 500 ຄົນ ເສັຽ​ຊີ​ວິດ ຍ້ອນ​ໂຄວິດ-19 ຢູ່​ເມືອງ​ກາ​ເລ ພາກ​ຕາ​ເວັນຕົກ​ສ່ຽງ​ເໜືອ ​ຂອງ​ພະ​ມ້າ. ປະ​ເທດ​ພະ​ມ້າ​ ບໍ່​ພຽງ​ແຕ່ ປະສົບ​ບັນ​ຫາ ​ການ​ຣະ​ບາດ ​ຂອງ​ໂຄວິດ-19 ແຕ່ ຍັງມີ ​ບັນ​ຫາ​ການ​ເມືອງ​ພາຍ​ໃນ ຈາກ​ການກໍ່​ຣັ​ຖ​ປະ​ຫານ ຍຶດ​ອຳ​ນາດ ​ຈາກ​ ຍາ​ນາງ ອັອງ ຊານ ຊູ​ຈີ, ຫົວ​ໜ້າ​ພັກ​ສັນ​ນິ​ບາດ​ແຫ່ງ​ຊາດ ເພື່ອ​ປະ​ຊາ​ທິ​ປະ​ໄຕ, ທີ່​ຊະ​ນະ​ ການ​ເລືອກ​ຕັ້ງ ​ໃນ​ເດືອນ​ພຶ​ສ​ຈິ​ກາ ປີ 2020 ໂດຍທະ​ຫານ​ ຝ່າຍ​ຍຶດ​ອຳ​ນາດ ອ້າງວ່າ ມີ​ການ​ໂກງ​ການ​ເລືອກ​ຕັ້ງ.

ປະ​ຊາ​ຊົນ ​ທົ່ວ​ປະ​ເທດ ລຸກຮື​ຂຶ້ນ​ ຕໍ່​ຕ້ານ​ການ​ຍຶດ​ອຳ​ນາດ ​ຂອງ​ທະຫານ ຈົນ​ເຮັດ​ໃຫ້ ​ເກີດ​ການ​ຕໍ່​ສູ້ ​ດ້ວຍອາ​ວຸດ ເຮັດ​ໃຫ້​ ປະ​ເທດ​ພະ​ມ້າ​ ຕົກ​ຢູ່​ໃນ ຄວາມ​ກົ​ລ​ຫົນ-ວຸ້ນ​ວາຍ ຈາກ​ສ​ຖາ​ນະ​ການ ​ທາງ​ການ​ເມືອງ ປະ​ກອບ​ກັບ ​ການ​ຣະ​ບາດ​ ຂ​ອງ​ໂຄວິດ-19 ຍິ່ງ​ເຮັດ​ໃຫ້ ປະ​ເທດ​ປະ​ສົບ​ ກັບ​ວິ​ກິດ​ການ ຢ່າງ​ທະວີ​ຄູນ.

ຣັ​ຖ​ບານ ​ທະ​ຫານ​ພະ​ມ້າ ຍັງ​ບໍ່​ທັນ​ມີ ​ຫຼັກ​ການ​ ມາ​ພິ​ສູດ ຂໍ້​ກ່າວ​ຫາ ​ຂອງ​ຕົນ​ເອງ ແລະ ມີ​ການ​ປາບ​ປາມ ກຸ່ມ​ຜູ້​ປະ​ທ້ວງ ທີ່​ຕ້ານ​ຕໍ່ ​ການ​ຣັ​ຖ​ປ​ະ​ຫານ ເຊິ່ງ​ໄດ້​ສັງ​ຫານ​ ຊີ​ວິດ​ປະ​ຊາ​ຊົນ ​ໄປ​ແລ້ວ​ເກືອບ 1,000 ຄົນ ແລະ ​ຈັບປະ​ຊາ​ຊົນ ​ຂັງ​ຄຸກ ​ໄປ​ແລ້ວ 5,000 ຄົນ, ອີງ​ຕາມ​ຂໍ້​ມູນ​ ຈາກສະ​ມາ​ຄົມ ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ນັກ​ໂທດ​ການ​ເມືອງ ຫຼື AAPP  ທີ່​ເປັນ​ ກຸ່ມ​ສິດ​ທິ​ມະ​ນຸດ ທີ່​ມີ ​ຫ້ອງ​ການ​ຕັ້ງ​ຢູ່ ​ປະ​ເທດ​ໄທຍ.

ມີ​ປະ​ຊາ​ຊົນ ຫຼາຍ 10 ພັນ​ຄົນ ຕ້ອງ​ອອກ​ຈາກວຽກ ໄປ​ເຂົ້າ​ຮ່ວມ ​ການ​ຕໍ່​ສູ້ ​ແບບ​ອະ​ຣິ​ຂັດ​ຂືນ ເພື່ອ​ຕໍ່​ສູ້​ກັບ​ ທະ​ຫານ​ພະ​ມ້າ ເຮັດ​ໃຫ້ການ​ບໍຣິ​ການ ​ທາງ​ສຸ​ຂ​ພາບ ເກືອບ​ຈະ​ຢຸດ​ສະ​ງັກ. ຢູ່​ເຂດ​ຊາຍ​ແດນ​​ຫ່າງ​ໄກ ຂອງ​ປະ​ເທດ​ພະ​ມ້າ ບ່ອນ​ທີ່ ​ປະ​ຊາ​ຊົນ ໄດ້​ຈັດ​ຕັ້ງກຸ່ມ ກອງ​ກຳ​ລັງ ​ປ້ອງ​ກັນ​ຕົວ​ເອງ ແລະ ມີ​ການ​ສູ້​ຣົບ​ກັນ​ຢ່າງ​ດຸ​ເດືອດ ກັບ​ທະ​ຫານ​ ຝ່າຍ​ຣັ​ຖ​ບານ​ທະ​ຫານ ຊຶ່ງ​ເຮັດ​ໃຫ້​ປະ​ຊາ​ຊົນ ​ເຂົ້າ​ເຖິງ ​ການ​ບໍ​ຣິ​ການ​ປິ່ນ​ປົວ ຢ່າງ​ຍາກ​ລຳ​ບາກ.

...

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org