ເມືອງສິງຂາດງົປສົ່ງເສີມ ແມ່ຍິງ

ເມືອງສິງ ແຂວງ ຫຼວງນໍ້າທາ ຍັງຂາດ ງົບປະມານ ຊຸກຍູ້ສົ່ງເສີມ ແມ່ຍິງ ຢູ່ເຂດ ຊົນນະບົດ ຫ່າງໄກ ສອກຫຼີກ.

ວຽກງານຫັຖກັມຕໍ່າຫູກ ຂອງແມ່ຍິງລາວ RFA

ການສົ່ງເສີມ ພາຣະບົດບາດ ຂອງແມ່ຍິງ ໃນເຂດ ຫ່າງໄກສອກຫຼີກ ຢູ່ເມືອງສິງ ແຂວງ ຫຼວງນໍ້າທາ ນັ້ນ ແມ່ນຍັງຂາດ ງົບປະມານ ແລະ ຂາດ ການຮ່ວມມື ຈາກສາກົນ ທີ່ຈະໄປ ຊຸກຍູ້ ສົ່ງເສີມ ສ້າງຄວາມ ເຂົ້າໃຈ ດ້ານ ສິດທິມະນຸດ ໃຫ້ແມ່ຍິງ ຢູ່ເຂດ ຫ່າງໄກ ສອກຫຼີກ. ອີງຕາມ ການເປີດເຜີຍ ຂອງ ເຈົ້າໜ້າທີ່ ສ່ົງເສີມ ຄວາມກ້າວໜ້າ ຂອງແມ່ຍິງ ທ້ອງຖິ່ນ ທີ່ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:

“ມີແຕ່ ງົປມານ ງົປມານຂອງລັຖ ກໍ່ເລັກໜ້ອຍ ຄວາມຮ່ວມມື ຈາກຕ່າງປະເທດ ຈາກສາກົນ ຍັງບໍ່ທັນ ມີອົົງການໃດ ເຂົ້າມາ ຖ້າວ່າມີ ກໍ່ຄື ຊິດີຂຶ້ນ ຄືຊິເຮັດໃຫ້ ຜູ້ຍິງ ເຂດຊົນນະບົດ ຂະເຈົ້າ ຮັບຮູ້ ພາລະ ບົດບາດ ທຽບເທົ່າ ກັບ ເພດຊາຍ ຫຼາຍຂຶ້ນ ນັ້ັ້ນແຫຼະ”.

ປະຈຸບັນ ທາງຫ້ອງການ ຢາກລົົງໄປ ເຮັດວຽກ ເພື່ອສ້າງ ຄວາມເຂົ້າໃຈ ໃຫ້ແກ່ ແມ່ຍິງ ຊົນເຜົ່າ ທີ່ຢູ່ເຂດ ຊົນນະບົດ ແຕ່ດຽວນີ້ ຍັງບໍ່ ສາມາດ ລົງໄປ ປະຕິບັດ ວຽກງານ ໄດ້ເທື່ອ. ເນື່ອງຈາກວ່າ ທາງຫ້ອງການ ຍັງຂາດ ງົປມານ ແລະ ເສັ້ນທາງ ທີ່ຈະເຂົ້າໄປ ຫາໝູ່ບ້ານ ກໍ່ລຳບາກ ຫຼາຍ.

ທ່ານກ່າວ ເພີ້ມວ່າ ດຽວນີ້ ແມ່ຍິງ ຢູ່ເມືອງສິງ ສ່ວນຫຼາຍ ຈະແມ່ນ ແມ່ຍິງ ຊົນເຜົ່າ ທີ່ມັກຖືກ ຣະເມີດສິດ ໂດຍສະເພາະ ແມ່ນ ແມ່ຍິງ ເຜົ່າອາຂ່າ ທີ່ ຖືກຣະເມີດ ສິດໃນການ ເລືອກ ຄູ່ຄອງ ຂອງເຂົາເຈົ້າ, ໃນເຣື່ອງນີ້ ທາງຫ້ອງການ ສົ່ງເສີມ ຄວາມກ້າວໜ້າ ຂອງແມ່ຍິງ ຢາກລົງໄປ ອະທິບາຍ ໃຫ້ຄວາມຮູ້ ແລະ ຄວາມເຂົ້າໃຈ ໃຫ້ແກ່ ປະຊາຊົນ ກ່ຽວກັບ ເຣື່ອງ ຄວາມເທົ່າທຽມ ຣະຫວ່າງ ຍິງ-ຊາຍ ຫຼື ການບໍ່ໃຫ້ ຖືກບັງຄັບ ຂືນໃຈ ເຂົາເຈົ້າ.

ແລະ ປັດຈຸບັນນີ້ ແມ່ຍິງ ຢູ່ເມືອງສິງ ແຂວງ ຫຼວງນໍ້າທາ ຍັງຂາດເຂີນ ການຊຸກຍູ້ ຫຼາຍດ້ານ ເປັນຕົ້ນແມ່ນ ເຣື່ອງການ ເຮັດວຽກງານ ເປັນອາຊີບ ໃນວຽກ ກະສິກັມ, ຫັດຖະກັມ ຫຼື ການຈັກສານ ຕ່າງໆ ເພື່ອໃຫ້ ແມ່ຍິງ ສາມາດ ເຮັດວຽກ ໄດ້ເທົ່າທຽມ ກັບ ຜູ້ຊາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org