ການດໍາເນີນງານ ຂອງວິທຍຸ ເອເຊັຽ ເສຣີ ອາດຍຸຕິລົງ ພາຍຫຼັງ ລັດຖະບານກາງ ຍຸຕິການໃຫ້ທຶນ

ຄໍາສັ່ງ ຝ່າຍບໍລິຫານ ມີຈຸດປະສົງ ເພື່ອລົບລ້າງ ອົງການແມ່ ຂອງ VOA, RFA, RFE/RL ແລະ ສໍານັກຂ່າວອື່ນໆ ທີ່ໄດ້ຮັບທຶນ ຈາກລັດຖະບານສະຫະລັດ.

ສຳນັກງານໃຫຍ່ ວິທຍຸ ເອເຊັຽ ເສຣີ ທີ່ກຸງ ວໍຊິຕັນ ດີຊີ, ວັນທີ 15 ມີນາ, 2025 (Charlie Dharapak/RFA)

ການໃຫ້ທຶນ ຂອງລັດຖະບານກາງ ທີ່ສະໜັບສະໜູນ ວິທຍຸ ເອເຊັຽ ເສຣີ (Radio Free Asia) ຫລື (RFA) ແລະ ເຄືອຂ່າຍ ພັນທະມິດ ຖືກຍົກເລີກ ໃນເຊົ້າວັນເສົາ, ອີງຕາມການແຈ້ງການຍົກເລີກທຶນ ທີ່ RFA ໄດ້ຮັບ.

ຄຳສັ່ງ ຝ່າຍບໍລິຫານ ທີ່ອອກໂດຍ ປະທານາທິບໍດີ ໂດນັລ ທຣັມ ຂອງສະຫະລັດ ໃນແລງວັນສຸກ ຮຽກຮ້ອງໃຫ້ຫລຸດ ອົງກອນ ທີ່ບໍ່ຈຳເປັນຕາມ​ກົດ​ໝາຍ ຂອງອົງການສື່ມວນຊົນທົ່ວໂລກ ຂອງສະຫະລັດ (United State Agency for Global Media) ຫລື (USAGM), ເຊິ່ງເປັນອົງການ ຂອງລັດຖະບານກາງ ທີ່ໃຫ້ທຶນແກ່ ວິ​ທ​ຍຸ ​ເອ​ເຊັຽ ​ເສ​ຣີ (RFA) ແລະ ອົງການຂ່າວ ອິດສະຫຼະ ທົ່ວໂລກອື່ນໆ.

ລັດຖະສະພາ ສະຫະລັດ ມອບເງິນທຶນ ໃຫ້ແກ່ USAGM, ເຊິ່ງຈ່າຍເງິນໃຫ້ແກ່ ສະຖານີຂ່າວ ທີ່ໄດ້ຮັບທຶນ.

ຄຳສັ່ງດັ່ງກ່າວ ຮຽກຮ້ອງ ໃຫ້ກຳຈັດ “ໃນຂອບເຂດ ທີ່ສອດຄ່ອງ ກັບກົດໝາຍ ທີ່ນຳໃຊ້ໄດ້ ຂອງ USAGM ແລະ ອົງການລັດຖະບານອື່ນໆ ອີກ 6 ອົງການ ທີ່ບໍ່ກ່ຽວຂ້ອງກັນ ທີ່ເຮັດວຽກກ່ຽວກັບ ພິພິທະພັນ, ການຂາດທີ່ຢູ່ອາໄສ, ການພັດທະນາທຸລະກິດ ຊົນເຜົ່າສ່ວນນ້ອຍ ແລະອື່ນໆ. ເຖິງ​ແມ່ນ​ວ່າຄຳສັ່ງດັ່ງກ່າວ ລະ​ບຸ​ວ່າ: “ອົງປະກອບ ທີ່ບໍ່ຈຳເປັນຕາມກົດໝາຍ ຂອງ USAGM, ແຕ່ RFA ໄດ້ຖືກສ້າງຕັ້ງຂຶ້ນ ຕາມກົດໝາຍ, ເຊິ່ງໝາຍຄວາມວ່າ ມັນໄດ້ຖືກສ້າງຕັ້ງຂຶ້ນ ຢ່າງ​ຖືກ​ຕ້ອງ ຕາມ​ກົດ​ໝາຍ ໂດຍລັດຖະສະພາ ວ່າ​ດ້ວຍ ກົດໝາຍ ການກະຈາຍສຽງສາກົນ (International Broadcasting Act).

ແຕ່ຈົດໝາຍ ທີ່ສົ່ງເຖິງ ປະທານຂອງວິ​ທ​ຍຸ ​ເອ​ເຊັຽ ​ເສ​ຣີ ໃນວັນເສົາ ແລະ ລົງນາມໂດຍ ທ່ານ​ນາງ Kari Lake, ທີ່ປຶກສາພິເສດ ຂອງ USAGM, ເຊິ່ງດຳລົງຕຳແໜ່ງເປັນ ທີ່ປຶກສາອາວຸໂສ ຂອງ CEO ຜູ້ປະຕິບັດໜ້າທີ່ ໂດຍໄດ້ຮັບ ການມອບສິດອຳນາດ ຈາກ CEO ຜູ້ປະຕິບັດໜ້າທີ່ ລະບຸວ່າ ທຶນຂອງລັດຖະບານກາງ ຂອງອົງການດັ່ງກ່າວ ຖືກຍົກເລີກ, ແລະ ວິ​ທ​ຍຸ ​ເອ​ເຊັຽ ​ເສ​ຣີ ມີໜ້າທີ່ ສົ່ງຄືນເງິນ ທີ່ບໍ່ໄດ້ໃຊ້ ໂດຍໄວທີ່ສຸດ. ຈົດໝາຍ ລະບຸວ່າ ການອຸທອນ ສາ​ມາດ​ດຳ​ເນີນ​ການໄດ້ ພາຍໃນ 30 ມື້.

ບໍ່ເປັນທີ່ຈະແຈ້ງວ່າ ການດຳເນີນງານຈະຢຸດ ດ້ວຍວິ​ທີ​ໃດ ແລະ ເມື່ອ​ໃດ, ແຕ່ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ໄດ້ຮັບ ພຽງ​ແຕ່ທຶນ ຜ່ານ​ລັດຖະບານກາງ ເທົ່ານັ້ນ.

ໃນຖະແຫລງການ ທີ່ອອກໃນວັນເສົາ, ປະທານ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ, ທ່ານ​ນາງ Bay Fang ກ່າວ​ວ່າ ສຳນັກຂ່າວ ວາງແຜນ ທີ່ຈະທ້າທາຍ ຄຳສັ່ງດັ່ງ​ກ່າວ.

ຖະແຫລງການ ໄດ້ລະບຸວ່າ: “ການຍົກເລີກທຶນ ຂອງວິ​ທ​ຍຸ ເອ​ເຊັຽ ເສ​ຣີ ເປັນການ​ໃຫ້ລາງວັນ ແກ່ລະບອບຜະເດັດການ ແລະ ຜູ້ກົດຂີ່, ລວມທັງ ພັກຄອມມິວນິດຈີນ, ຜູ້​ທີ່ບໍ່ຢາກ​ໄດ້ຫຍັງ ນອກຈາກ ມີອິດທິພົນ ທີ່ບໍ່ມີການກວດສອບ ໃນຊ່ອງທາງ ຂໍ້ມູນຂ່າວສານ”. ຖະ​ແຫລງ​ການ ຍັງ​ລະ​ບຸ​ອີກວ່າ “ການແຈ້ງການ ໃນມື້ນີ້ ບໍ່ພຽງແຕ່ ຕັດ​ສິດ ຂອງປະຊາຊົນ ເກືອບ 60 ລ້ານຄົນ ທີ່ຫັນມາເພິ່ງ ຂໍ້ມູນຂ່າວ​ສານ ຂອງວິ​ທ​ຍຸ ເອ​ເຊັຽ ເສ​ຣີ ໃນທຸກໆອາທິດ ເພື່ອຮັບຮູ້ຄວາມຈິງແລ້ວ, ແຕ່ຍັງເປັນປະໂຫຍດ ຕໍ່ສັດຕູ ຂອງອາເມຣິກາ ດ້ວຍຄ່າໃຊ້ຈ່າຍ ຂອງພວກເຮົາເອງ.

ວິ​ທ​ຍຸ ເອ​ເຊັຽ ເສ​ຣີ, (RFA) ເປັນສຳນັກຂ່າວ ອິດສະຫຼະ ທີ່ໄດ້ຮັບທຶນ ຈາກກົດ​ໝາຍ ຂອງລັດ​ຖະສະພາ, ທຳ​ອິດ ໄດ້ເລີ່ມອອກອາກາດ ເປັນພາສາຈີນກາງ ນປີ 1996 ແລະ ຂະຫຍາຍອອກໄປ ເປັນພາສາອື່ນໆ ລວມທັງໝົດ 9 ພາສາ, ຮວມ​ທັງ ກວາງຕຸ້ງ, ອຸຍກູ, ທິເບດ, ເກົາຫລີ, ກັມ​ປູ​ເຈຍ, ຫວຽດນາມ, ມຽນມາ ແລະ ລາວ.

ລາຍ​ການຂ່າວ ຂອງວິ​ທ​ຍຸ ເອ​ເຊັຽ ເສ​ຣີ ຖືກເຜີຍແຜ່ ຜ່ານທາງວິທະຍຸ, ໂທລະພາບ, ສື່ສັງຄົມ ອອນລາຍນ໌ ແລະ ເວັບໄຊ​ທ໌ ໄປ​ຍັງປະເທດ ທີ່ມີການຄວບຄຸມສື່ ຢ່າງເຂັ້ມງວດ, ຊຶ່ງເປັນແຫຼ່ງຂໍ້ມູນຂ່າວສານ ທີ່ບໍ່ມີການເຊັນເຊີ ແລະ ບໍ່ແມ່ນ ການໂຄສະນາຊວນເຊື່ອ. ເນື່ອງຈາກວ່າ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ​ ຄອບຄຸມປະເທດ ແລະ ພາກພື້ນ ທີ່ຖືກປິດ ເຊັ່ນ ເກົາຫຼີເໜືອ, ທິເບດ ແລະ ຊິນຈຽງ, ການແປຂ່າວ ເປັນພາສາອັງກິດ ຈຶ່ງເປັນແຫຼ່ງຂໍ້ມູນຫຼັກ ຈາກຫຼາຍພື້ນທີ່ເຫຼົ່ານີ້.

USAGM, ເຊິ່ງ​ເປັນ​ອົງ​ການ​ແມ່, ໄດ້ເບິ່ງແຍງ ຜູ້ອອກອາກາດ ທີ່ເຮັດວຽກ ໃນຫລາຍກວ່າ 60 ພາສາ ແລະ ມີຜູ້ຊົມ ຫຼາຍຮ້ອຍລ້ານຄົນ, ຮວ​ມທັງ Radio Free Europe/Radio Liberty, ເຊິ່ງໄດ້ລາຍງານໃນ​ມື້​ວັນ​ເສົາວ່າ ທຶນຂອງພວກເຂົາ ຖືກຍົກເລີກ ເຊັ່ນກັນ. ສຽງ​ອາ​ເມ​ລິ​ກາ (Voice of America) ຫລື (VOA) ແລະ ຫ້ອງ​ການ ກະ​ຈາຍ​ສຽງ ຄູ່​ບ໋າ (Office for Cuba Broadcasting), ເຊິ່ງດໍາເນີນການ ໂດຍ USAGM ໂດຍກົງ, ໄດ້ໃຫ້ ພະນັກງານທັງໝົດ ພັກການ ໂດຍ​ໄດ້​ຮັບເງິນບໍ​ລິ​ຫານ ແຕ່​ມື້ວັນເສົາຜ່ານ​ມາ.

ຜູ້ອໍານວຍການ ສຽງ​ອາ​ເມ​ລິ​ກາ, ທ່ານ Michael Abramowitz ຂຽນ​ລົງ ເຟ​ສ​ບຸກ​ຄ໌​ ວ່າ: ຂ້ອຍຮັບຮູ້ ມື້ນີ້ວ່າ ພະນັກງານ ເກືອບທັງໝົດ ຂອງສຽງ​ອ​າ​ເມ​ລິ​ກາ — ຫຼາຍກວ່າ 1,300 ຄົນ ຮວມ​ທັງ ນັກ​ຂ່າວ, ຜູ້​ຜະ​ຫລິດ​ລາຍ​ການ ແລະ ພະ​ນັກ​ງານ​ຊ່ອຍ​ເຫລືອ — ໄດ້ຖືກ​ພັກການ ໂດຍ​ໄດ້​ຮັບ​ເງິນ​ບໍ​ລິ​ຫານ ໃນມື້ນີ້, ແລະ ຂ້ອຍກໍເຊັ່ນດຽວກັນ.

ຜູ້ອໍານວຍການ ໂຄງການຂອງ ຄະ​ນະ​ກຳ​ມະ​ການ ເພື່ອ​ປົກ​ປ້ອງ ນັກ​ຂ່າວ​ (Committee to Protect Journalists), ທ່ານ Carlos Martinez de la Serna, ຂໍໃຫ້ ລັດ​ຖະສະພາ ຟື້ນຟູທຶນ ໃຫ້ແກ່ USAGM “ເຊິ່ງໃຫ້ຂ່າວ ທີ່ບໍ່ມີການເຊັນເຊີ ໃນປະເທດ ທີ່ສື່ ຖືກຈໍາກັດ.

ທ່ານ ກ່າວ​ໃນ​ຖະ​ແຫລງ​ການ​ວ່າ “ມັນເປັນເລື່ອງ ທີ່ບໍ່ໜ້າເຊື່ອ ທີ່ທຳນຽບຂາວ ພະຍາຍາມ ຕັດທຶນ ຈາກອົງການ ທີ່ໄດ້ຮັບທຶນ ຈາກລັດ​ຖະສະພາ ເຊິ່ງສະໜັບສະໜູນ ການລາຍງານຂ່າວ ອິດສະຫຼະ ທີ່ທ້າທາຍເລື່ອງຕ່າງໆ ຂອງລະບອບຜະເດັດການ ໃນໂລກ.”

ຜູ້ສັງເກດການ ກ່ຽວ​ກັບຈີນ ເຕືອນວ່າ ການຫລຸດທຶນ ຂອງວິ​ທ​ຍຸ ເອ​ເຊັຽ ເສ​ຣີ ອາດສົ່ງຜົນກະທົບ ຕໍ່ຄວາມສາມາດ ຂອງວໍຊິງຕັນ ໃນການປະ​ເຊີນ​ໜ້າ ກັບປັກກິ່ງ.

ທ່ານ Ami Bera ຕົວ​ແທນ ພັກເດໂມແຄ​ຣດ ຈາກ​ລັດຄາລິຟໍເນຍ ຂຽນຂໍ້​ຄວາມລົງໃນ X ວ່າ:

“ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ມີບົດບາດສໍາຄັນ ໃນການປະ​ເຊີນ​ໜ້າ​ກັບ ອິດທິພົນ ຂອງຈີນ ໂດຍການໃຫ້ຂ່າວ ທີ່ຖືກຕ້ອງ ແລະ ບໍ່ມີການເຊັນເຊີ ແກ່ຜູ້ຊົມ ທີ່ປະເຊີນກັບ ການໂຄສະນາຊວນເຊື່ອ ຢ່າງບໍ່ຢຸດຢັ້ງ ຈາກສາທາລະນະລັດ ປະຊາຊົນ ຈີນ,” “RFA ຊ່ຍສົ່ງເສີມ ຄ່ານິຍົມ ອາເມລິກາ ໃນລະຫວ່າງ ການແຂ່ງຂັນ ມະຫາອໍານາດ ທີ່ກໍາລັງດໍາເນີນຢູ່ ກັບຈີນ, ແລະ ເປີດເຜີຍ ການລະເມີດສິດທິມະນຸດ ທີ່ຮ້າຍແຮງ ເຊັ່ນ ການຂ້າລ້າງເຜົ່າພັນ ອຸຍກູ ແລະ ກິດຈະກໍາລັບ ຂອງປັກກິ່ງ ໃນຕ່າງປະເທດ.

ອະດີດ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາຣັ​ສ​ເຊຍ, ທ່ານ Michael McFaul, ເອີ້ນການຖອດ​ຖອນ RFA ແລະ ສື່ ທີ່​ເປັນ​ເຄືອ​ຂ່າຍ ຂອງ RFA ວ່າ "ເປັນຂອງຂວັນຂະໜາດໃຫຍ່ ໃຫ້ແກ່ຈີນ,” ໃນຂະນະທີ່ ທ່ານ​ນາງ Maya Wang ຈາກ Human Rights Watch ໂພສວ່າ ທີ່ຊິນຈຽງ ແລະ ທິເບດ: “ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ເປັນໜຶ່ງ ໃນບໍ່ເທົ່າໃດແຫ່ງ ທີ່ສາມາດສົ່ງຂໍ້ມູນ ອອກໄປໄດ້, ການລົ້ມສະຫຼາຍ ຂອງມັນ ຈະເຮັດໃຫ້ພື້ນທີ່ເຫຼົ່ານີ້ ກາຍເປັນຂຸມດໍາຂໍ້ມູນ ຕາມທີ່ພັກຄອມມູນິດຈີນ ຕ້ອງການ.

ໃນຖະແຫລງການ ທີ່ອອກໂດຍ USAGM ໃນຕອນ​ແລງວັນເສົາ ແລະ ໂພສໃນ X ໂດຍ ທ່ານ​ນາງ Lake, ອົງການຖືວ່າ ບໍ່ສາມາດ ກອບ​ກູ້​ໄດ້ ເນື່ອງຈາກວ່າ ມີການຄົ້ນພົບ ການລະເມີດ ດ້ານຄວາມປອດໄພ ແລະ ການຈັດການຕົນເອງ ຫຼາຍປະການ, ເຖິງແມ່ນວ່າ ຈະບໍ່ໄດ້ໃຫ້ ລາຍລະອຽດຫຼາຍປານໃດ.

ໃນ​ຖະ​ແຫລງ​ການ ຍັງ​​ລະ​ບຸ​ວ່າ: “ຕັ້ງແຕ່ ເທິງ-ລົງ-ລຸ່ມ, ອົງການນີ້ ມີຄວາມເສື່ອມໂຊມ ແລະ ເປັນພາລະ ແກ່ຊາວ​ອາ​ເມ​ລິ​ກັນ ຜູ້ເສຍພາສີ — ຄວາມສ່ຽງ ດ້ານຄວາມໝັ້ນຄົງ ແຫ່ງຊາດ ສໍາລັບປະເທດນີ້ — ແລະ ຖືກທໍາລາຍ ຢ່າງບໍ່ສາມາດແກ້ໄຂໄດ້. ເຖິງແມ່ນວ່າ ມີຈຸດດີ​ຫລາຍໆ​ຢ່າງ ພາຍ​ໃນອົງການ ທີ່ມີພະນັກງານ ທີ່ມີຄວາມສາມາດ ແລະ ອຸທິດຕົນ ເພື່ອ​ຮັບ​ໃຊ້ ສາທາລະນະ, ແຕ່ນີ້ ກໍເປັນຂໍ້ຍົກເວັ້ນຫຼາຍກວ່າ ກົດລະ​ບຽບ.”

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org