ມາຟັງນໍາກັນ 08/22/21

ຊາວນາ 7 ບ້ານ ໃນເຂດເມືອງຄຳ ທີ່ໄດ້ຮັບ ຜົລກະທົບ ຍ້ອນເຂື່ອນໄຟຟ້ານໍ້າແທ້ ຜັນເອົານໍ້າ ໄປຜລິດໄຟຟ້າ ທັງໝົດ ສົ່ງຜົລ ໃຫ້ຊົນລະປະທານ ຂາດນໍ້າ. ສ້າງຜົລກະທົບ ຕໍ່ການປູກຝັງ. ດັ່ງນັ້ນ ຈຶ່ງໄດ້ເຂົ້າໄປຫາ ຜູ້ພັທນາໂຄງການ ຍື່ນຂໍ້ສເນີ ເພື່ອໃຫ້ເພິ່ນ ປະຕິບັດ ຕາມສັນຍາ. ການຍື່ນຂໍ້ສເນີ ກໍເພື່ອໃຫ້ ທັງສອງຝ່າຍ ຮ່ວມກັນ ແກ້ໄຂບັນຫາ.

ການສົນທະນາ ໃນບັນຫາ ແລະ ຜົລກະທົບຕ່າງໆ ທີ່ເກີດຂຶ້ນ ຢູ່ປະເທດລາວ. RFA

ພອນ ພູມ​ມີ​ທອນ: ສະບາຍດີ ທ່ານຜູ້ຟັງ... ອາ​ຣ ແອັ​ຟ ເອ ຂໍຕ້ອນຮັບ ເຂົ້າມາສູ່ ຣາຍການ “ມາຟັງນຳກັນ” ເປັນປະຈຳ ທຸກໆ ທ້າຍສັປດາ ພວກເຮົາ ຈະນໍາສເນີ ປະເດັນຂ່າວເດັ່ນ ໃຫ້ທ່ານໄດ້ຮັບຟັງກັນ. ຫົວຂໍ້ ຣາຍການ ຂອງພວກເຮົາ ໃນມື້ນີ້ ມາເວົ້າເຖິງ ຊາວບ້ານ 7 ບ້ານ ໃນເມືອງຄຳ ຂໍໃຫ້ ເຂື່ອນໄຟຟ້ານໍ້າແທ້ ຊ່ອຍແກ້ໄຂ ບັນຫາ ນໍ້າເຮັດນາ. ດຳເນີນ ຣາຍການໂດຍ ພອນ ພູມີທອນ ແລະ ໄຊຍາ. ເຊິ່ງໄຊຍາ ຈະເປັນຜູ້ເລົ່າເຣື່ອງ ໃຫ້ທ່ານ ໄດ້ຕິດຕາມ ຮັບຟັງກັນ.

ໄຊ​ຍາ: ສະບາຍດີ… ກັບມາ ພົບກັບ ພວກເຮົາ ທີ່ຈະຣາຍງານ ສະພາບການ ໃນຮອບສັປດາ ຜ່ານມາ ໃຫ້ໄດ້ຮັບຟັງ ໃນຮູບແບບ ການກເລົ່າຂ່າວ. ທ່ານຜູ້ຟັງ ທ່ານໃດ ທີ່ຕ້ອງການ ເຂົ້າຮ່ວມຣາຍການ ກັບພວກເຮົາ ດ້ວຍຮູບແບບ ສັມພາດ ພວກເຮົາ ກໍຍິນດີ ເພື່ອການສົ່ງ ບັນຫາ ໃຫ້ຂແນງການ ທີ່ກ່ຽວຂ້ອງ. ກະຣຸນາ ສົ່ງໝາຍເລກໂທຣະສັບ ສ່ວນໂຕ ຂອງທ່ານໄວ້ ໃນອິນບອກ ເພຈ ອາ​ຣ ແອັ​ຟ ເອ (RFA Lao) ແລ້ວພວກເຮົາ ຈະຕິດຕໍ່ຫາ ເພື່ອສັມພາດ ມາອອກຣາຍການ.

ສັປດານີ້ ຂ້າພະເຈົ້າ ກໍໄດ້ມີ ໂອກາດ ສັມພາດ ຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ຈາກເຂື່ອນໄຟຟ້ານໍ້າແທ້ ເຊິ່ງຜູ້ພັທນາ ໂຄງການ ກໍຄື ບໍຣິສັດໜອງໄຮ ກໍ່ສ້າງ ຈຳກັດນັ້ນ ຜັນນໍ້າ ເຂົ້າໄປຜລິດ ກະແສໄຟຟ້າ ໃນເຂື່ອນ ແລະ ສົ່ງຜົລກະທົບ ຕໍ່ຊາວບ້ານ ໃນເຂດເມືອງຄຳ 7 ບ້ານ ທີ່ອາສັຍ ຢູ່ໃນຂອບເຂດ ອ້ອມແອ້ມເຂື່ອນ. ໂດຍບັນຫາດັ່ງກ່າວ ກໍຄື ນໍ້າຈາກເຂື່ອນ ບໍ່ໄດ້ໄຫຼເຂົ້າ ຊົນລະປະທານ ທີ່ທາງການ ໄດ້ສ້າງ ເພື່ອສນອງນໍ້າ ເຂົ້າໃນການຜລິດ, ເຮັດໃຫ້ຊາວບ້ານ ເດືອດຮ້ອນ ຈຶ່ງໄດ້ມາ ຍື່ນຂໍ້ສເນີ ຕໍ່ທາງຜູ້ຮັບຜິດຊອບ ເຂື່ອນໄຟຟ້າ ເພື່ອແກ້ໄຂ ບັນຫາ ຮ່ວມກັນ. ການມາຍື່ນ ຂໍ້ສເນີ ບໍ່ແມ່ນ ການປະທ້ວງ ຂໍໃຫ້ ຫຼາຍພາກສ່ວນ ເຂົ້າໃຈ ຊາວບ້ານ ເຊີ່ງໃນມື້ນີ້ ເພິ່ນຈະໄດ້ຊີ້ແຈງ ເຣື່ອງກ່າວ ໃນບົດສັມພາດ ໃນຣາຍການ ຂອງພວກເຮົາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org