ການພົວພັນພິເສດ ໃຫ້ວຽດນາມ ລົງທຶນໃນລາວ ຫຼາຍຂຶ້ນ
ການລົງທຶນ ຂອງວຽດນາມ ຢູ່ໃນອັນດັບ 3 ຈາກທັງໝົດ 54 ປະເທດ ທີ່ລົງທຶນໃນລາວ ແລະມີ 417 ໂຄງການ, ມູນຄ່າການລົງທຶນ 4.3 ຕື້ໂດລ້າຣ໌ສະຫະຣັຖ ແຕ່ມີໂຄງການ ຈໍານວນນຶ່ງ ບໍ່ໂປ່ງໃສ, ມີຜົນກະທົບ ຕໍ່ປະຊາຊົນ ແລະຄ່າຊົດເຊີຍ ຄວາມເສັຍຫາຍ ກໍບໍ່ທັນຈ່າຍ.
-
ຈຳປາທອງ
2022-10-13 -
-
-
Your browser doesn’t support HTML5 audio
ການລົງທຶນ ຂອງວຽດນາມ ຢູ່ໃນອັນດັບ 3 ຈາກທັງໝົດ 54 ປະເທດ ທີ່ມາລົງທຶນໃນປະເທດລາວ. ປັດຈຸບັນ ວິສາຫະກິຈວຽດນາມ ລົງທຶນຢູ່ລາວ 417 ໂຄງການ ແລະມີມູນຄ່າການລົງທຶນທັງໝົດ 4.3 ຕື້ໂດລ້າຣ໌ສະຫະຣັຖ. ໄດ້ລົງ ທຶນໃນຫລາຍຂແນງການ ເປັນຕົ້ນໂຄງການ ເຂື່ອນໄຟຟ້າ, ການຂຸດຄົ້ນແຮ່ທາຕ, ອີງຕາມການຣາຍ ງານຂອງຂ່າວສານ ປະເທດລາວ ໃນວັນທີ 12 ຕຸລານີ້. ການທີ່ນັກທຸຣະກິຈ ວຽດນາມ ເຂົ້າມາລົງທຶນໃນລາວ ຫລາຍຂຶ້ນນັ້ນ ເຈົ້າໜ້າທີ່ລາວທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 13 ຕຸລານີ້ວ່າ ບໍ່ແມ່ນເຣື່ອງທີ່ນ່າແປກໃຈ ເພາະວ່າທາງການລາວ ສົ່ງເສີມໃຫ້ນັກລົງທຶນ ວຽດນາມເຂົ້າມາລົງທຶນ ໃນລາວຢູ່ແລ້ວ ເນື່ອງຈາກຣັຖບານ 2 ປະເທດນີ້ ມີການພົວພັນ ຮ່ວມມືກັນເປັນພິເສດຢູ່ແລ້ວ.
“ຈັ່ງໃດກະແມ່ນເຮົາ ກັບວຽດນາມ ມັນເປັນປະເທດ ທີ່ພິເສດກັນຢູ່ແລ້ວ ຫັ້ນນ່າ. ການພົວພັນ ພິເສດຢູ່ແລ້ວ, ໂຕລົງທຶນນີ້ ກະຖືວ່າຫລາຍຫັ້ນແຫລະ ບໍ່ຈັກແມ່ນແນວໃດ ອີ່ຫຍັງກະແມ່ນວຽດນາມ ນີ້ແຫລະ ມີຈີນ, ໄທຍ, ວຽດ ເນາະ ມາລົງທຶນຢູ່ລາວ ສ່ວນຫລາຍ. ເຫລືອນັ້ນ ກະແມ່ນມັນກະບໍ່ເທົ່າ 3 ບ່ອນນີ້ແຫລະ.”
ເວົ້າເຣື່ອງການລົງທຶນ ຂອງວິສາຫະກິຈ ແລະນັກທຸຣະກິຈ ວຽດນາມຢູ່ລາວ ສ່ວນໃຫຍ່ແລ້ວ ແມ່ນລົງທຶນຢູ່ແຂວງພາກໃຕ້ ໂດຍສະເພາຢູ່ແຂວງອັດຕະປື ທີ່ມີການລົງທຶນ ຂ້ອນຂ້າງຫລາຍ. ໃນນັ້ນກໍມີການລົງທຶນ ໃນໂຄງການ ເຂື່ອນໄຟຟ້າ, ການຂຸດຄົ້ນແຮ່ທາຕ ແລະດ້ານການກະເສຕ, ສວນກ້ວຍ ແລະຢາງພາຣາ ຊຶ່ງຫລາຍໂຄງການ ກໍໄດ້ຈ້າງຄົນງານລາວ ເຂົ້າໄປເຮັດວຽກນໍາ.
ດັ່ງຊາວບ້ານ ຢູ່ແຂວງອັດຕະປື ຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:
“ຢູ່ອັດຕະປືນີ້ບໍ໋ ມີໂຄງການບໍ່ແຮ່ກະມີ ແລ້ວກະປູກມັນຕົ້ນຫລາຍຢູ່ ສ່ວນຫລາຍກະຄົນງານ ເປັນບັນສອກບັນຊີ ກະແມ່ນຄົນລາວໄປເຮັດນໍາ.”
ບໍຣິສັດໃຫຍ່ ຈາກວຽດນາມ ທີ່ເຂົ້າມາລົງທຶນ ດ້ານການກະເສຕຢູ່ລາວ ຂຍາຍໂຄງການ ຂຶ້ນນໍາເລື້ອຍໆ ເປັນຕົ້ນ ການລົງທຶນ ປູກກ້ວຍ ຂອງບໍຣິສັດ ຮອງແອງ ຍ່າລາຍ ຢູ່ແຂວງອັດຕະປື ທີ່ສາມາດ ປູກກ້ວຍເພື່ອສົ່ງອອກ ໄປຕ່າງປະເທດໄດ້ຕລອດປີ ແລະຕ້ອງການຄົນງານລາວ ໄປເຮັດວຽກນໍາຫລາຍຢູ່.
ດັ່ງພະນັກງານ ປະຈໍາສວນກ້ວຍ ຂອງບໍຣິສັດ ຮອງແອງ ຍ່າລາຍ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 13 ຕຸລາ ນີ້ວ່າ:
“ຕ້ອງການຮັບຫລາຍຢູ່ ຮັບແຮງງານທົ່ວໄປ ແຮງງານເຮັດກ່ຽວກັບ ສວນກ້ວຍ ເຮົາເຮັດຕລອດປີເລີຍ ກ້ວຍຫັ້ນມັນມີໂຕໃຫຍ່ ໂຕແບບປ່ຽນ ຕລອດນ່າ ມັນມີຫລາຍນິຄົມເດ໋ 27,000 ເຮັກຕ້າຣ໌.”
ປະຊາຊົນລາວຜູ້ນຶ່ງ ກໍເວົ້າກ່ຽວກັບ ການເຂົ້າມາລົງທຶນ ໃນລາວຂອງນັກທຸຣະກິຈ ວຽດນາມວ່າ ຄົນລາວຈໍານວນນຶ່ງ ກໍແມ່ນເຫັນເຖິງ ຜົນດີໃນຫລາຍດ້ານ ເປັນຕົ້ນດ້ານການພັທນາ ໂຄງຮ່າງພື້ນຖານ ແລະການພັທນາເສຖກິຈ ແລະຮູ້ດີວ່າ ຣັຖບານລາວ ໃຫ້ຄວາມສະດວກ ແກ່ນັກລົງທຶນວຽດນາມ ຫລາຍຂຶ້ນ.
“ກະດີຢູ່ ວຽດແທ້ຫັ້ນມາລົງທຶນ ຢູ່ລາວນີ້ແທ້ ນີ້ແມ່ນວ່າ ເຂົາກໍບໍ່ຍາກອັນໃດ ສິ່ງສໍາຄັນຫັ້ນນ່າ ຣັຖບານກະມີຢູ່ແລ້ວ ອໍານວຍຄວາມສະດວກໃຫ້.”
ແຕ່ເຖິງຢ່າງໃດກໍຕາມ ການລົງທຶນໃນໂຄງການ ຈໍານວນນຶ່ງຂອງບໍຣິສັດວຽດນາມ ເຮັດໃຫ້ເກີດຜົນກະທົບຕໍ່ປະຊາຊົນລາວ, ເຈົ້າຂອງໂຄງການ ຍັງຕິດຄ້າງ ບໍ່ຈ່າຍເງິນຄ່າຊົດເຊີຍ ຜົນກະທົບໃຫ້ຊາວບ້ານເທື່ອ. ໃນນັ້ນກໍມີຮວມທັງ ໂຄງການກໍ່ສ້າງ ສນາມບິນໜອງຄ້າງ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ຂອງບໍຣິສັດຮອງແອງ ຍ່າລາຍ ທີ່ໄດ້ເຮັດໃຫ້ດິນແດງ ຈາກໂຄງການ ໄຫລຖົມພື້ນທີ່ ທໍາການຜະລິຕ ຂອງຊາວບ້ານ 64 ຄອບຄົວ ຢູ່ບ້ານໜອງຄ້າງ ທີ່ຍັງບໍ່ທັນໄດ້ຈ່າຍ ໃຫ້ເທື່ອ ເຖິງແມ່ນວ່າ ຊາວບ້ານຈະໄດ້ ທວງຖາມເອົາມາຕັ້ງແຕ່ ປີກາຍພຸ້ນກໍຕາມ.
ດັ່ງຊາວບ້ານຜູ້ນຶ່ງ ເວົ້າກ່ຽວກັບເຣື່ອງນີ້ວ່າ:
“ຄ່າຊົດເຊີຍຍັງບໍ່ທັນໄດ້ ບໍຣິສັດວຽດ ແມ່ນເປັນຜູ້ລົງທຶນ ກໍ່ສ້າງ ຮັບເໝົາເນາະ ວຽກງານຜົນກະທົບ ບໍ່ອັນໃດຕ່າງໆນີ້ ຄົນຢູ່ຂັ້ນເມືອງ ເຮົານີ້ແຫລະເກັບກໍາຂໍ້ມູນ ແກ້ຍັງບໍ່ທັນຕົກ ບໍ່ທັນແຕກ ແລ້ວຈໍານວນນຶ່ງ ກໍຍັງບໍ່ທັນໄດ້ ເຊັນຮັບຮອງ.”
ເມື່ອວັນທີ 12 ຕຸລານີ້ ທ່ານ ຮ່ວາງ ວັນ ກັວນ ຮອງປະທານ ກຸ່ມນັກທຸຣະກິຈ ວຽດນາມ ປະຈໍານະຄອນຫລວງວຽງຈັນ ໄດ້ກ່າວຢູ່ໃນກອງປະຊຸມ ຜູ້ແທນທົ່ວປະເທດ ຂອງສະມາຄົມ ນັກທຸຣະກິຈວຽດນາມ ຮ່ວມມື ແລະລົງທຶນຢູ່ລາວ ສມັຍທີ 3 ວ່າ ສໍາລັບທິດທາງ ແຜນການສໄມ ທີ 3 ແຕ່ປີ 2022-2027 ຂອງສະມາຄົມ ນັກທຸຣະກິຈ ວຽດນາມ ຮ່ວມມື ແລະລົງທຶນ ຢູ່ລາວ ແມ່ນມີແຜນ ທີ່ຈະສືບຕໍ່ໃຫ້ຄໍາປຶກສາ, ຊ່ອຍເຫລືອດ້ານນິຕິກັມ ແລະກົດໝາຍ, ປົກປ້ອງສິທ ແລະຜົນປໂຍດ ອັນຊອບທັມ ແລະອື່ນໆ ຂອງນັກລົງທຶນວຽດນາມ ເພື່ອສົ່ງເສີມການລົງທຶນ, ດໍາເນີນທຸຣະກິຈ, ການຜະລິຕ ຢູ່ປະເທດລາວ ເພື່ອໃຫ້ບັນດາ ສະມາຊິກ ຂອງສະມາຄົມ ມີເງື່ອນໄຂສະດວກ ໃນການລົງທຶນ ຢູ່ປະເທດລາວ, ແຕ່ເຖິງຢ່າງໃດກໍຕາມ ປະເທດທີ່ມີການລົງທຶນ ອັນດັບ 1 ໃນລາວ ກໍຍັງແມ່ນຈີນ ທີ່ມີ 933 ໂຄງການ ແລະມີມູນຄ່າ ການລົງທຶນ ທັງໝົດປະມານ 16.4 ຕື້ໂດລ້າຣ໌ສະຫະຣັຖ ແລະອັນດັບ 2 ກໍແມ່ນໄທຍ ແຕ່ສື່ມວນຊົນ ທາງການລາວ ບໍ່ໄດ້ເປີດເຜີຍຂໍ້ມູນ ຫລ້າສຸດ ກ່ຽວກັບຈໍານວນ ໂຄງການ ແລະມູນຄ່າ ການລົງທຶນຂອງໄທຍໃຫ້ຮູ້.