ວຽດນາມຂໍຄວາມສະດວກ ຢູ່ ສປປລາວ
ຍານາງ Nguyen Thi Kim Ngan ປະທານ ສະພາແຫ່ງຊາດ ວຽດນາມ ຮຽກຮ້ອງ ໃຫ້ ສປປລາວ ສ້າງເງື່ອນໄຂ ທີ່ ດີທີ່ສຸດ ສໍາລັບ ຊາວວຽດນາມ ຢູ່ລາວ.
-
ຈໍາປາທອງ
2017-11-02 -
-
-
Your browser doesn’t support HTML5 audio
ຍານາງ Nguyen Thi Kim Ngan ປະທານສະພາແຫ່ງຊາດວຽດນາມ ທີ່ມາເຂົ້າຮ່ວມພິທີ ວາງຫีນສິລາລືກ ສ້າງຫໍສະພາແຫ່ງຊາດລາວ ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 1 ພຶສຈິກາ 2017 ນີ້ໄດ້ຮຽກຮ້ອງໃຫ້ ສປປລາວ ສ້າງເງື່ອນໄຂ ທີ່ດີທີ່ສຸດ ສໍາລັບຊາວວຽດນາມ ທີ່ ເຮັດວຽກຢູ່ລາວ.
ໃນຣະຫວ່າງການພົບພໍ້ກັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານ ປະເທສ, ຍານາງ ກ່າວວ່າ ສະພາ ນິຕິບັນຍັດວຽດນາມ ຈະເຮັດວຽກກັບ ສະພາແຫ່ງຊາດ ສປປລາວ ເພື່ອສນັບສນູນ ໃຫ້ໜ່ວຍງານ ທີ່ ກ່ຽວຂ້ອງ ສາມາດປະຕິບັດ ໄດ້ຕາມຂໍ້ຕົກລົງ ຂອງບັນດາ ຜູ້ນໍາອາວຸໂສ ຂອງສອງປະເທສ ວຽດນາມ-ລາວ ແລະຜົລຂອງ ກອງປະຊຸມ ຂອງທັງສອງຝ່າຍ ໃນຂະນະທີ່ຕຽມຄວາມພ້ອມ ໃຫ້ແກ່ກອງປະຊຸມ ຣະຫວ່າງ ກົມການເມືອງ ສູນກາງພັກ ຂອງສອງພັກ ແລະກອງປະຊຸມ ຄະນະກັມການ ຮ່ວມຣະຫວ່າງຣັຖບາລ ຂອງ ສອງປະເທສ ວຽດນາມ ແລະ ສປປລາວ ປີ 2018.
ຍານາງໄດ້ຮຽກຮ້ອງໃຫ້ສປປລາວ ສ້າງເງື່ອນໄຂທີ່ດີທີ່ສຸດ ເທົ່າທີ່ຈະເຮັດໄດ້ ສໍາລັບຊາວວຽດນາມ ທີ່ເຮັດວຽກ ແລະສຶກສາຢູ່ລາວ, ພິຈາຣະ ນາຫລຸດຄ່າທໍານຽມ ສໍາລັບຂັ້ນຕອນ ແລະການບໍຣິການ ຕ່າງໆ, ຫລຸດພາສີ ສໍາລັບຄົນວຽດນາມ ແລະຈ້າງຄົນງານວຽດນາມ ຫລາຍຂຶ້ນ ໃນໂຄງການທີ່ວຽດນາມລົງທຶນ ຫລືໂຄງການ ຮ່ວມມືຕ່າງໆ.
ໃນໂອກາດດັ່ງກ່າວ ທ່ານ ບຸນຍັງ ວໍລະຈິດ ກໍໄດ້ກ່າວເຖິງການຊ່ວຍເຫຼືອ ທີ່ມີຄຸນຄ່າຂອງວຽດນາມ ໃນການກໍ່ສ້າງ ຫໍສະພາແຫ່ງຊາດຂອງ ລາວ ອັນເປັນສັນຍາລັກ ຂອງຄວາມສາມັກຄີ ພິເສດ ຣະຫວ່າງສອງພັກ, ຣັຖບາລ, ສະພານິຕິບັນຍັດ ແລະປະຊາຊົນ ສອງປະເທສ.