ສະຫະຣັດຖແລງຄົບຮອບ 1 ປີ ທ.ສົມບັດ
ສະຫະຣັຖ ອະເມຣິກາ ອອກຖ້ອຍ ຖແລງ ເນື່ອງໃນວັນ ຄົບຮອບ ນຶ່ງປີ ຂອງການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ
-
2013-12-16 -
-
-
Your browser doesn’t support HTML5 audio
ທ. John Kerry ຣັຖມົນຕຣີການຕ່າງປະເທດສະຫະຣັຖອະເມຣິກາ ອອກຖ້ອຍແຖລງເນື່ອງໃນວັນຄົບຮອບນຶ່ງປີຂອງ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນລາວຊຶ່ງມີໃຈຄວາມ
ສໍາຄັນວ່າ:
“ສະຫະຣັຖ ຍັງມີຄວາມເປັນຫ່ວງ ຢ່າງເລິກຊຶ້ງ ນໍາຊາຕາກັມຂອງ ທ່ານ ສົມບັດ ສົມພອນ. ເຮົາຂໍສົ່ງຄວາມເປັນຫ່ວງແລະແຮງໃຈໄປ ຍັງຄອບຄົວຂອງ ທ່ານ ສົມບັດ ເພື່ອນມິດຂອງທ່ານແລະທຸກຄົນ ໃນປະຊາຄົມສາກົນຜູູ້ທີ່ມີໃຈສັດທາໃນການນໍາພາວຽກງານພັທນາ ຊຸມຊົນໂຕຢ່າງຂອງທ່ານ ສົມບັດ ແລະການອຸທິດຕໍ່ປະເທດຊາຕ ຂອງທ່ານ".
ຖ້ອຍຖແຫລງດັ່ງກ່າວ ລົງຢູ່ໃນເວັບໄຊທ໌ຂອງສະຖານທູດສະຫະຣັຖ ປະຈໍາລາວ. ທ່ານແຄຣີ ວ່າສະຫະຣັຖຍິນດີນໍາຖ້ອຍຖແລງຂອງທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ສປປ ລາວ ທີ່ເວົ້າວ່າ ຣັຖບານລາວມີຄວາມເປັນຫ່ວງຫລາຍ ກ່ຽວກັບການຫາຍສາບສູນ ຂອງທ່ານ ສົມບັດ ແລະວ່າ ຈະສືບຕໍ່ທໍາການສືບສວນ ແລະເອົາມາຕການ ທີ່ຈໍາເປັນເພື່ອແກ້ໄຂ ກໍຣະນີດັ່ງກ່າວ.
ສະຫະຣັຖຫວັງວ່າຈະໄດ້ຮັບຟັງຜົນຂອງການສືບສວນຢ່າງຄົບຖ້ວນ, ຣະອຽດຖີ້ຖ້ວນ ແລະໂປ່ງໄສ. ສະຫະຣັຖ ຖືສໍາຄັນການເປັນຄູ່ພາຄີກັບ ລາວໃນຫລາຍໆບັນຫາຮ່ວມທັງ ການເກັບກູ້ລະເບີດ, ສາທາຣະນະສຸຂ, ການສຶກສາ, ການຕໍ່ຕ້ານການຄ້າມະນຸດ, ສິ່ງແວດລ້ອມ, ການປະຕິ ຮູບ ກົດໝາຍຍຸຕິທັມ, ຕໍ່ຕ້ານຢາເສບຕິດ, ການຄ້າ, ແລະການຊອກຄົ້ນຫາ ຊາກກະດູກຂອງທະຫານ ອະເມຣິກັນ ທີ່ຫາຍສາບສູນ ໃນລາວ ປາງສົງຄາມ, ທ່ານກ່າວອີກວ່າສະຫະຣັຖຢາກຈະເຮັດວຽກແບບສ້າງສັນຮ່ວມກັບລາວເພື່ອປົກປ້ອງສິດທິມະນຸດແລະສົ່ງເສີມຣະບຽບກົດໝາຍ.
ທ້າຍສຸດ ທ່ານ ແຄຣີ ກ່າວວ່າເມື່ຶອຫລາຍປີມໍ່ໆມານີ້ ສປປລາວໄດ້ເອົາບາດກ້າວໃນການເປັນຄູ່ຮ່ວມຮັບຜິດຊອບຢູ່ໃນປະຊາຄົມປະຊາຊາຕ. ທ່ານວ່າ ການລັກພາໂຕ ຂອງທ່ານ ສົມບັດນາບຂູ່ຕໍ່ຄວາມພຍາຍາມທີ່ ລາວໄດ້ປະຕິບັດມາ. ສະຫະຣັຖ ຂໍຮຽກຮ້ອງມາຍັງ ຣັຖບານລາວ ເອົາມາຕການອັນຄວນທຸກຢ່າງ ເພື່ອນໍາເອົາທ່ານ ສົມບັດ ກັບຄືນມາໃຫ້ຄອບຄົວ.