ນັກຣົບເກົ່າລາວແລະມົ້ງໃນ ສະຫະຣັດ

ສະພາສູງ ສະຫະຣັຖ ຈະອອກສຽງ ກ່ຽວກັບ ກົດໝາຍ ການຝັງສົບ ອະດີດ ນັກຣົບເກົ່າ ລາວແລະມົ້ງ ໃນສຸສານ ທະຫານ ແຫ່ງຊາດ ສະຫະຣັຖ.

ທ່ານອະດີດພັນເອກ ຂາວອິນສີຊຽງໃໝ່ (ຊ້າຍ) ປະທານອົງການ ສາມັກຄີ ນັກຣົບເກົ່າ ໃຫ້ສໍາພາດ ກັບວິທຍຸ ເອເຊັຍເສຣີ ກໍຣະນີ ຮຽກຮ້ອງໃຫ້ ສະພາສູງ ສະຫະຣັດ ພິຈາຣະນາ ສວັດດີການ ຂອງທະຫານ ຜ່ານເສິກ ແຫ່ງ ຣາຊອານາຈັກລາວ ໃນສະຫະຣັດ ອະເມຣິກາ RFA

 

ສະພາສູງສະຫະຣັຖ ໄດ້ເສນີໃຫ້ມີການອອກສຽງກ່ຽວກັບກົດຫມາຍໃຫ້ຜົລປໂຍດແກ່ທະຫານຜ່ານເສິກຂອງສະຫະຣັຖ,ໃນມື້ນີ້ຊື່ງຮ່າງກົດ ຫມາຍດັ່ງກ່າວຈະຮວມດ້ວຍການພິຈາຣະນາໃນການໃຫ້ສີດທິການຝັງສົບຂອງອະດີດນັກລົບເກົ່າລາວແລະລາວມົ້ງທີີ່ຮ່ວມຣົບກັບສະຫະ ຣັຖໃນສມັຍສົງຄາມວຽດນາມໃນລາວ.ຜູ້ທີ່ໄດ້ຮຽກຮ້ອງກຽດຕິຍົດແລະສິດທິການຝັງສົບຂອງຕົນໃນສຸສານທະຫານແຫ່ງຊາດສະຫະຣັຖ ເທົ່າທຽບກັບທະຫານສະຫະຣັຖໂດຍທົ່ວໄປ.

ທ່ານ PHILIP SMITH  ຫົວຫນ້າສູນຄົ້ນຄວ້າວິຈັຍນະໂຍບາຍຊຸມຊົນ ທີ່ກຸງວໍຊີງຕັນສະຫະຣັຖອະເມຣີກາ ກ່າວວ່າກົດຫມາຍທົບທວນ ໃຫມ່ທີ່ຊື່ວ່າ S1982 ວ່າດ້ວຍການໃຫ້ຜົລປໂຍດທາງດ້ານສາທາຣະນະສຸຂແລະເງິນເບັ້ຽບຳນານແກ່ນັກຣົບເກົ່າທະຫານອະເມຣິກັນທີ່ສເນີໂດຍປະທານຄະ ນະກັມມະທິການກິຈການນັກລົບເກົ່າ ສະພາສູງສະຫະຣັຖ ທ່ານ BERNIE SANDERS ສັງກັດພັກເອກຣາຊຈາກຣັຖເວີມອນຖືກກຳ ນົດໃຫ້ອອກສຽງໃນມື້ນີ້ໂດຍສະພາສູງສະຫະຣັຖ ແລະອາດຈະມີການໂຕ້ຖຽງກັນກ່ຽວກັບກົດຫມາຍ ທີ່ປະກອບດ້ວຍປະວັດສາດແລະຂໍ້ ຄວາມເພີ້ມຕື່ມຈາກກົດຫມາຍສະບັບເກົ່າກ່ຽວກັບສິດທິແລະກຽດຕິຍົດ ໃນການຝັງສົບຂອງອະດີດນັກລົບເກົ່າລາວແລະລາວມົ້ງໃນນັ້ນ ຮ່ວມດ້ວຍກົດຫມາຍມາຕຣາS944 ແລະ S200.

ທ່ານວ່າຫນ້າເສັຽດາຍ ອະດີດນັກລົບເກົ່າລາວແລະລາວມົ້ງ ຜູ້ທີ່ຮ່ວມຣົບໃນສົງຄາມລັບຂອງສະຫະຣັຖໃນລາວເສັຽຊີວີດຫລາຍຄົນໃນ ສະຫະຣັຖປາສຈາກການຮັບຮູ້ຫລືກຽດຕິຍົດ ໃນການຮັບໃຊ້ ສະຫະຣັຖຂອງພວກຂະເຈົ້າ ແຕ່ຢ່າງໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org