ຣາຍງານສິດທິມະນຸສໃນລາວ

ຣາຍງານ ປີ 2013 ຂອງ ກະຊວງ ການຕ່າງ ປະເທດ ສະຫະຣັຖ ກ່ຽວກັບ ສິດທິ ມະນຸດ ໃນລາວ.

ທ່ານ John F. Kerry ຣັຖມົນຕຣີ ການຕ່າງປະເທດ ສະຫະຣັດ ອະເມຣິກາ US State department

 

ທ່ານ John Kerry ຮັຖມົນຕຣີຕ່າງປະເທດສະຫະຣັຖຖະແຫລງໃນຣາຍງານການປະຕິບັດສິດທິມະນຸດປີ2013ໃນທົ່ວໂລກໃນວັນທີ27ກຸມພາ ວ່າ:ປີນີ້ຄົບຮອບຂີດໝາຍ 65 ປີຂອງການປະກາດສິດທິມະນຸດສາກົນ.ທ່ານວ່າຣາຍງານຂອງກະຊວງການຕ່າງປະເທດສະຫະຣັຖອະເມຣິກາ ກ່ຽວກັບການປະຕິບັດສິດທິມະນຸດໃນແຕ່ລະປະເທດນັ້ນໄດ້ເນັ້ນໃສ່ການສືບຕໍ່ສະແຫວງຫາສິດທິເສຣີພາບແລະຄວາມສະເໝີພາບແບບມີສັກ ສີຂອງສິດທິມະນຸດ.

ສໍາລັບການປະຕິບັດສິດທິມະນຸດໃນລາວ,ຣາຍງານໄດ້ຣະບຸໂດຍຫຍໍ້ວ່າສປປລາວຍັງເປັນຣັຖຜະເດັດການປົກຄອງໂດຍພັກດຽວພັກປະຊາຊົນ ປະຕິວັດລາວທີ່ຣັຖທັມມະນູນຮັບຮູ້.ການເລືອກຕັ້ງເມື່ອປີ2011ຖືວ່າບໍ່ເສຣີບໍ່ເປັນທັມ.ອໍານາດການປົກຄອງຄວບຄຸມກໍາລັງຮັກສາຄວາມປອດພັຍ ຢ່າງມີປະສິດທິພາບ,ເຈົ້າໜ້າທີ່ຮັກສາຄວາມປອດພັຍບາງຄົນໃຊ້ອໍານາດເກີນຂອບທາງສິດທິມະນຸດ.

ບັນຫາສິດທິມະນຸດໂຕທີ່ສໍາຄັນທີ່ສຸດຍັງມີຢູ່ຕໍ່ໄປ.ຣັຖບານປະຕິເສດບໍ່ໃຫ້ປະຊາຊົນມີສິດໃນການປ່ຽນຣັຖບານ,ສະພາບຄຸກຂັງໃນບາງແຫ່ງຍັງ ໂຫດຫ້ຽມຢູ່,ແລະການສໍ່ຣາສບັງຫລວງໃນວົງການຕໍາຫຣວດແລະສານເຮັດໃຫ້ຂາດຂັ້ນຕອນການດໍາເນີນການກະທໍາຜິດແລະການຈັບກຸມຫລື ກັກໂຕບຸກຄົນແບບຕາມອໍາເພີໃຈ.

ບັນຫາສິດທິມະນຸດອື່ນໆກໍມີການໃຊ້ຄວາມຮຸນແຮງຕໍ່ນັກໂທດໂດຍເຈົ້າໜ້າທີ່ຕໍາຫຣວດແລະເຈົ້າໜ້າທີ່ຮັກສາຄວາມປອດພັຍບາງຈໍານວນ. ຣັຖບານຣະເມີດສິດເສຣີພາບການປາກເວົ້າການອອກຂ່າວການໂຮມຊຸມນຸມການສະມາຄົມຕລອດຮອດສິດທິສ່ວນບຸກຄົນ.ຣັຖບານຈໍາກັດສິດ ທິເສຣີພາບດ້ານວິຊາການຈໍາກັດເສຣີພາບດ້ານສາສນາໃນທ້ອງຖິ່ນບັນຫາການຄ້າມະນຸດການຈໍາແນກໃນສັງຄົມດ້ານເພດວັຍແລະຕໍ່ຜູ້ຕິດ ເຊື້ອໂຣຄHIV ແລະເປັນ AIDS.ຣັຖບານບໍ່ເອົາມາຕການດໍາເນີນຄະດີແລະລົງໂທດພະນັກງານຣັຖເຈົ້າໜ້າທີ່ຕໍາຫຣວດແລະເຈົ້າໜ້າທີ່ຮັກ ສາຄວາມປອດພັຍທີ່ເຮັດຄວາມຜິດໃນການໃຊ້ອໍານາດເກີນຂອບເຂດ.ຣາຍງານການປະຕິບັດສິດທິມະນຸດໃນລາວມີທັງໝົດ26ໜ້າເຈັ້ຽ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org