ຟາມເສືອຄືບ່ອນທ່ອງທ່ຽວ
ເຈົ້າໜ້າທີ່ ແຂວງຄໍາມ່ວນ ເວົ້າວ່າ ຟາມເສືອ ຢູ່ເມືອງຫິນບູນ ເປີດເປັນ ທຸຣະກິດ ສວນສັດ ແລະ ບ່ອນທ່ອງທ່ຽວ
-
ຈໍາປາທອງ
2019-05-01 -
-
-
Your browser doesn’t support HTML5 audio
ຟາມລ້ຽງເສືອ ຢູ່ເມືຶອງຫິນບູນ ແຂວງຄໍາມ່ວນ ຂອງທ້າວ ຈຶກ ໄຊຍະວົງ ຄົນເຊື້ອຊາດໄທ ສັນຊາດລາວ ທີ່ຖືກຍິງເສັຽຊີວິດ ຢູ່ເມືອງ ທ່າແຂກ ເມື່ອວັນທີ 28 ເມສາ ທີ່ຜ່ານມານັ້ນ ແມ່ນເປັນທຸຣະກິດ ປະເພດສວນສັດ ຫຼື ບ່ອນທ່ອງທ່ຽວ ທີ່ເປີດໃຫ້ນັກທ່ອງທ່ຽວເຂົ້າໄປເບິ່ງ. ແຕ່ບໍ່ຮູ້ວ່າ ເສືອທີ່ລ້ຽງຢູ່ໃນຟາມນັ້ນ ຖືກນໍາມາຈາກໃສ ກັນແທ້, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງຄໍາມ່ວນ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 1 ພຶສພາ ນີ້:
ຟາມເສືອຄືເປີດເປັນແຫ່ງທ່ອງທ່ຽວ ນີ້ແຫລະ ເສືອຈັກຄອບຄົວບໍ່ໄດ້ເຂົ້າໄປເບິ່ງ ຂ້ອຍກະບໍ່ໄດ້ພົວພັນນໍາເພິ່ນ ເຂົາເອົາມາແຕ່ ບ່ອນໃດບໍ່ຮູ້."
ທ່ານກ່າວຕື່ມວ່າ ຟາມເສືອ ຢູ່ເມືອງຫິນບູນ ໄດ້ເປີດມາຫລາຍປີແລ້ວ ແຕ່ບໍ່ຮູ້ຄັກແນ່ວ່າແມ່ນປີໃດ ກັນແທ້. ການນໍາເສືອມາລ້ຽງນັ້ນ ບໍ່ໄດ້ຂັດກັບກົດໝາຍຄຸ້ມຄອງ ສັດປ່າແຕ່ຢ່າງໃດ ພຽງແຕ່ວ່າ ທີ່ຜ່ານມາ, ເຈົ້າໜ້າທີ່ບໍ່ໄດ້ເຂົ້າໄປກວດສອບ ຈຶ່ງບໍ່ຮູ້ຣາຍລະອຽດຄັກແນ່. ແຕ່ເຖິງຢ່າງໃດກໍຕາມ ປັດຈຸບັນ ຟາມເສືອແຫ່ງນີ້ ບໍ່ສາມາດນໍາເສືອ ເຂົ້າມາລ້ຽງຕື່ມອີກໄດ້ ຍ້ອນທາງການ ບໍ່ອະນຸຍາດ ໃຫ້.
ກ່ຽວກັບເຣຶ່ອງດັ່ງກ່າວ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການແຜນການ ແລະການລົງທຶນ ແຂວງຄໍາມ່ວນ ເພື່ອຂໍຮູ້ຂໍ້ມູນເພິ່ມຕື່ມ. ໄດ້ຮັບຄໍາຕອບ ຈາກເຈົ້າໜ້າທີ່ວ່າ ບໍ່ຮູ້ຈັກກ່ຽວກັບ ການລົງ ເຮັດຟາມເສືອດັ່ງກ່າວ ແລະບໍ່ໄດ້ພົວພັນກັບ ເຈົ້າຂອງຟາມນັ້ນແຕ່ຢ່າງໃດ. ດັ່ງນັ້ນຈຶ່ງບໍ່ສາມາດ ໃຫ້ຄໍາເຫັນໃດໆໄດ້.
ໃນຂນະດຽວກັນ ກໍໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ໂຄງການຄຸ້ມຄອງສັດປ່າໂລກ ແຕ່ທ່ານຍັງບໍ່ສະດວກທີ່ ຈະໃຫ້ຄໍາເຫັນໄດ້. ພ້ອມກັນນັ້ນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ເຈົ້າໜ້າທີ່ ຕໍາຣວດ ແຂວງນະຄອນພະນົມຂອງໄທ. ໄດ້ຮັບຄໍາຕອບວ່າ ບໍ່ຮູ້ຈັກ ທ້າວ ຈຶກ ນັ້ນ.
ໃນຂນະນີ້ ເຈົ້າໜ້າທີ່ຕໍາຣວດ ແຂວງຄໍາມ່ວນ ກໍາລັງຕິດຕາມຫາກຸ່ມຄົນຮ້າຍ ທີ່ຮ່ວມກັນສັງຫານທ້າວ ຈຶກ ເພື່ອນໍາມາດໍາເນີນຄະດີ ຕາມກົດໝາຍ ແລະການສືບຫານັ້ນ ມີຄວາມຄືບໜ້າພໍສົມຄວນ. ເຈົ້າໜ້າທີ່ສັນນິຖານວ່າ ການສັງຫານຜູ້ ກ່ຽວນັ້ນ ອາຈມີສາເຫດມາ ຈາກການຂັດແຍ່ງທາງທຸຣະກິດ ຫລືຄວາມຄຽດແຄ້ນ ສ່ວນໂຕ ກໍອາດເປັນໄປໄດ້ .