ຄົນງານລາວທັງຮັບໂທດ ທັງຖືກໃໝ
ຄົນງານລາວ ສາມຄົນ ທີ່ຕຳນິ ຣັຖບານລາວ ຜ່ານທາງ ເຟສບຸກ ຖືກຕັດສິນ ຈຳຄຸກ ເປັນເວລາ ຍາວນານ ແລະ ຖືກປັບໃໝ ໜັກ ນຳອີກ.
-
ອຸ່ນແກ້ວ ສຸກສະຫວັນ
2017-06-27 -
-
-
Your browser doesn’t support HTML5 audio
ຄົນງານລາວສາມຄົນ ທີ່ຕຳນິຕິຕຽນຣັຖບານສປປລາວ ທາງເຟສບຸກນັ້ນ ບໍ່ພຽງແຕ່ ຖືກຕັດສິນ ຈຳຄຸກ ເປັນເວລາ ດົນນານເທົ່ານັ້ນ ແຕ່ຍັງ ຖືກປັບໃໝຢ່າງໜັກນຳອີກ. ເຈົ້າໜ້າທີ່ຕຳຣວດ ກະຊວງປ້ອງກັນຄວາມສງົບ ທີ່ບໍ່ປະສົງອອກຊື່ ແລະສຽງ ເປີດເຜີຍເມື່ອ ອາທິດກ່ອນວ່າ:
ຄົນງານລາວສາມຄົນ ຖືກຕັດສິນລົງໂທດ ໃນຄະດີ ທໍຣະຍົດຊາດ ແລະ ໂຄສະນາ ໃສ່ຮ້າຍປ້າຍສີ ພັກແລະຣັຖບານ ສປປລາວ. ທັງສາມຄົນ ຖືກຕັດສິນ ຈຳຄຸກ ແລະ ປັບໃໝດັ່ງນີ້":
1. ທ້າວສົມພອນ ພິມມະສອນ ຖືກຈຳຄຸກເປັນເວລາ 20 ປີ ແລະຖືກປັບໃໝ ເປັນເງິນ 210 ລ້ານກີບ ຫລື ປະມານ 26 ພັນດອນລ່າ ສະຫະຣັດ,
2. ທ້າວ ສຸການ ໃຈທັດ ຖືກຈຳຄຸກ 16 ປີ ແລະ ຖືກປັບໃໝ 106 ລ້ານກີບ,
3. ນາງ ຫລອດຄຳ ທັມມະວົງ ຖືກຈຳຄຸກ 12 ປີ ແລະ ປັບໃໝ 110 ລ້ານກີບ.
ສານປະຊາຊົນ ນະຄອນຫລວງວຽງຈັນ ຍັງຕັດສິນວ່າ ເວລາຈຳຄຸກ ຂອງແຕ່ລະຄົນ ຈະຫລຸດລົງນຶ່ງປີ ເພາະພວກເຂົາໄດ້ ຖືກກັກຂັງມາ ແລ້ວເປັນເວລານຶ່ງປີ".
ເມື່ອອາທິດທີ່ຜ່ານມາ ພີ່ນ້ອງ ກໍໄປຢ້ຽມຢາມ ຄົນງານທັງສາມ ຢູ່ຄຸກຊຳເຄ້ ທີ່ນະຄອນຫລວງວຽງຈັນ ແລະ ຖາມນັກໂທດ ທັງສາມວ່າ ພວກເຂົາຖືກປັບໃໝ ນຳແທ້ບໍ່? ພວກເຂົາຕອບວ່າ ແມ່ນຕາມ ເຈົ້າໜ້າທີ່ ເວົ້າທຸກຢ່າງ.
ພີ່ນ້ອງແລະຄົນງານທັງສາມ ເວົ້າວ່າພວກເຂົາ ບໍ່ມີເງິນ ທີ່ຈ່າຍຄ່າປັບໃໝ ອັນຫຼວງຫຼາຍ ນັ້ນໄດ້ດອກ. ກ່ອນນີ້ ວິທຍຸເອເຊັຍເສຣີ ແລະ ອົງການສິດທິມະນຸດ ຣາຍງານວ່າ ຄົນງານລາວ ທັງສາມ ຖືກຕັດສິນຈຳຄຸກ ຍາວນານຊື່ໆ ບໍ່ໄດ້ຖືກປັບໃໝ. ຄວາມແຕກຕ່າງ ອີກຢ່າງນຶ່ງ ແຕ່ກ່ອນ ພວກເຮົາ ຣາຍງານວ່າ ທ້າວ ສຸການ ໃຈທັດ ຖືກຕັດສິນ ຈຳຄຸກ 18 ປີ ແຕ່ຕາມຂໍ້ມູນ ຫລ້າສຸດ ຖືກຈຳຄຸກພຽງ 16 ປີ.
“ໃຫ້ມາພົວພັນເບິ່ງ ຢູ່ຄຳຕັດສິນເລີຍນໍ ມັນຊິແນ່ນອນກວ່າ ຕ້ອງເອົາຣາຍຊື່ ເອົາຫຍັງມາ ເຮົາຈຶ່ງສາມາດ ກວດເບິ່ງໄດ້ ເພາະວ່າບໍ່ຮູ້ວ່າ ແມ່ນຄະດີໃດ ທີ່ເວົ້າມານີ້. ຖາມ ແມ່ນຄະດີ ຄົນງານສາມຄົນ ຄື ຜູ້ທີ່ນຶ່ງ ຊື່ ສົມພອນ ພິມມະສອນ, ຜູ້ທີ່ສອງຊື່ ທ້າວສຸການ ໃຈທັດ ແລະ ຜູ້ທີ່ສາມ ແມ່ນ ນາງຫລອດຄຳ ທັມມະວົງ ພໍຈື່ໄດ້ບໍ່ນໍ່? ບໍ່ຈື່ມີ ແຕ່ມາ ພົວພັນ ຄຳຕັດສິນ ເລີຍໂລດ. ຖາມ ປະກົດວ່າ ສານຕັດສິນຕັ້ງ ແຕ່ເດືອນ ກ່ອນໃດ໋. ມື້ນຶ່ງເຮົາ ຕັດສິນ ຫລາຍຄະດີ ເຮົາບໍ່ສາມາດ ຈື່ໄດ້ວ່າ ຜູ້ໃ ດລົງໂທດ ເທົ່າໃດ.”
ໃນວັນອັງຄານ ນັກຂ່າວພວກເຮົາ ກໍໂທຣະສັບ ຖາມເຈົ້າໜ້າທີ່ ສານປະຊາຊົນ ນະຄອນຫລວງ ອີກຫລາຍເທື່ອ ແຕ່ບໍ່ມີໃຜຮັບສາຍ.
ຄົນງານລາວທັງສາມ ເຮັດວຽກຢູ່ໄທ ຖືກຈັບເມື່ອ ຕົ້ນປີກາຍ ໃນເວລາກັບຄືນໄປຕໍ່ອາຍຸໜັງສື ຜ່ານແດນຢູ່ລາວ.
ສປປລາວໃຫ້ສັດຕະຍາບັນ ແກ່ສົນທິສັນຍາສາກົນ ວ່າດ້ວຍສິດທິທາງ ການເມືອງ ແລະ ພົລເມືອງ ເມື່ອປີ 2009 ແລະ ຣັຖທັມມະນູນລາວ ກໍບົ່ງໄວ້ຢ່າງ ແຈ່ມແຈ້ງວ່າ ພົລເມືອງ ລາວທຸກຄົນ ມີສິດ ເສຣີພາບ ໃນການປາກເວົ້າ ອອກຂ່າວ ແລະ ໂຮມຊຸມນຸມ.