ລາວຄຣິສຈຽນຖືກຈັບບໍ່ແມ່ນ ເຣື້ອງ ສາສນາ
ເຈົ້າໜ້າທີ່ ອັຍການ ລາວ ເວົ້າວ່າ ການຈັບ ຊາວ ຄຣິສຈຽນ ຢູ່ ແຂວງ ສວັນນະເຂດ ບໍ່ ກ່ຽວຂ້ອງ ກັບ ເຣື່ອງ ນັບຖື ສາສນາ.
-
ມະນີຈັນ
2014-09-04 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ອັຍການ ແຂວງ ສວັນນະເຂດ ເປີດເຜີຍ ວ່າ ປັຈຈຸບັນ ທາງການ ຍັງ ກັກຕົວ ຊາວ ລາວຄຣິສຈຽນ 5 ຄົນ ຈາກ ເມືອງ ອາດສະພັງທອງ ຢູ່ ເພາະ ການສືບສວນ ຫາຄວາມຈິງ ຍັງ ບໍ່ສິ້ນ ສຸດ ແລະ ເຈົ້າໜ້າທີ່ ຢືນຢັນ ວ່າ ການຈັບກຸມ ຄັ້ງນີ້ ບໍ່ ກ່ຽວກັບ ສາສນາ ທີ່ ຜູ້ຕ້ອງຫາ ນັບຖື ຢ່າງ ແນ່ນອນ:
"ຄືເວົ້າ ຫັ້ນແຫລະ ການຄຸມຕົວ ມາດຳເນີນ ເທື່ອນີ້ ມັນບໍ່ແມ່ນ ເວົ້າ ກ່ຽວກັບ ສາສນາ ໂດຍກົງ ມັນກ່ຽວພັນ ເຖິງການ ເອົາຄົນໄປ ປິ່ນປົວ ຮັບເຂົາ ມາປິ່ນປົວ ແລ້ວເຮັດໃຫ້ ເຂົາ ເສັຽຊີວິດ ແລະ ມາ ບາດນີ້ ການ ດຳເນີນ ເອົາຂໍ້ມູລ ຄືນໃໝ່ ສິ້ນສຸດ ແລ້ວ ດຽວນີ້ ຈະ ນຳເອົາ ຜົລ ຂອງ ການເກັບກຳ ຂໍ້ມູລ ການດຳເນີນ ການສືບ ສວນ ສອບສວນ ຂຶ້ນ ຣາຍງານ ຂໍທິດ ຊີ້ນຳ ການແກ້ໄຂ ແຕ່ວ່າ ດຽວນີ້້ເພິ່ນ ຍັງ ບໍ່ຕອບມາ ເທື່ອ".
ທ່ານເວົ້າວ່າ ຄະດີ ນີ້ ເຈົ້າໜ້າທີ່ ອັຍການ ແລະ ຕຳຣວດ ໄດ້ຮ່ວມ ມື ກັນ ເກັບກຳ ຂໍ້ມູລ ແລະ ຫລັກຖານ ຈາກ ພຍານ ແລະ ໄດ້ ນຳມາ ພິຈາຣະນາ ແລ້ວ. ປັຈຈຸບັນ ໄດ້ສົ່ງ ສລຸບ ການ ພິຈາຣະນາ ຄະດີນີ້ ໃຫ້ທາງ ແຂວງ ເພື່ອ ມີຄໍາເຫັນ ວ່າ ຄວນ ຈະດຳເນີນ ຄະດີ ນັ້ນຢ່າງໃດ ຊຶ່ງ ອາຈສາມາດ ສລຸບໄດ້ ໃນ ອາທິດໜ້າ.
ການຈັບ ຊາວຄຣິສຈຽນ ກຸ່ມນີ້ ມີຂຶ້ນ ເມື່ອວັນທີ 23 ມິຖຸນາ 2014 ຫລັງຈາກ ທີ່ ຊາວຄຣິສຈຽນ ທັງໝົດ ຮວມກັນ ເພື່ອໄປ ສວດມົນ ອວຍພອນ ໃຫ້ຄົນເຈັບ ຜູ້ໜຶ່ງທີ່ ຢູ່ໂຮງໝໍ ໂດຍຫວັງວ່າ ຈະຊ່ວຍໃຫ້ ຜູ້ເຈັບ ນັ້ນ ຫາຍ. ແຕ່ເວລາ ຕໍ່ມາ ຜູ້ປ່ວຍໄດ້ ເສັຽຊີວິດ ຫລັງຈາກ ທີ່ ກັບມາ ຢູ່ບ້ານ. ຄອບຄົວ ຂອງ ຜູ້ ເສັຽຊີວິດ ເຊື່ອວ່າ ຊາວ ຄຣິສຈຽນ ກຸ່ມນີ້ ເປັນສາເຫດ ໜຶ່ງ ທີ່ເຮັດໃຫ້ ຜູ້ປ່ວຍ ເສັຽຊີວິດ ດັ່ງນັ້ນ ຈຶ່ງ ແຈ້ງຄວາມ ດຳເນີນ ຄະດີ ແລະ ເຈົ້າໜ້າທີ່ ກໍໄດ້ກັກຕົວ ຊາວ ຄຣິສຈຽນ 5 ຄົນ ນັ້ນໄວ້ ຕັ້ງແຕ່ ເດືອນ ມີຖຸນາ ຈົນຮອດ ປັຈຈຸບັນ.
ກ່ຽວກັບ ເຣຶ່ອງນີ້ ເຈົ້າໜ້າທີ່ ອັຍການ ບໍ່ໄດ້ ອະທິບາຍ ຢ່າງ ແຈ່ມແຈ້ງ ວ່າ ຊາວລາວ ຄຣິສຈຽນ 5 ຄົນ ທີ່ ເອົາຄົນປ່ວຍ ໄປປິ່ນປົວ ເຮັດໃຫ້ ຄົນປ່ວຍ ເສັຽຊີວິດ ແນວໃດ. ແຕ່ ໃນຂນະ ດຽວກັນ ທ່ານ Mervyn Thomas ຈາກ ອົງການ ສາມັກຄີ ຊາວ ຄຣິສຈຽນ ທົ່ວ ໂລກ Christian Solidarity Worldwide ໄດ້ກ່າວຕໍ່ website Christian today ວ່າ ຜູ້ຕ້ອງຫາ ຊາວ ຄຣິສຈຽນ ທັງໝົດ ບໍ່ມີ ຄວາມ ຜິດ ຕາມທີ່ ທາງການ ລາວ ກ່າວຫາ ແລະ ຄວນໄດ້ຮັບ ການປ່ອຍຕົວ ຍ້ອນພວກເຂົາ ເປັນຜູ້ ບໍຣິສຸດ.