ອົງການໃນໄທຍ໌ຊ່ອຍຄົນງານລາວ ຜູ້ເຄາະຮ້າຍ

ອົງການ ທີ່ ບໍ່ຂຶ້ນກັບ ຣັຖບາລ ໃນໄທຍ໌ ພ້ອມ ທີ່ຈະເປັນ ສື່ກາງ ໃນ ການຊ່ວຍເຫລືອ ຄົນງານລາວ ທີ່ບາດເຈັບ ແລະ ເສັຍຊີວິດ ຍ້ອນ ອຸບັດຕິເຫດ ຢູ່ໄທຍ໌.

ຄົນງານລາວ ຜູ້ບາດເຈັບ ກໍາລັງຮັບ ການປິ່ນປົວ ຢູ່ໂຮງໝໍຈັງຫວັດ ບູຣີຣັມ RFA

 

ຫລາຍອົງການທີ່ບໍ່ຂຶ້ນກັບຣັຖບາລໃນປະເທສໄທຍ໌ ພ້ອມທີ່ຈະເປັນສື່ກາງ ໃນການຊ່ວຍເຫລືອຄອບຄົວຄົນງານລາວທີ່ບາດເຈັບ 6 ຄົນ ແລະ ເສັຍຊີວິດ 19 ຄົນ ຍ້ອນອຸບັດຕິເຫດ ລົດກະບະເສັຍຫລັກ ໄປຕໍາຕົ້ນໄມ້ ຢູ່ແຂວງບຸຣີຣໍາຂອງໄທຍ໌ ເມື່ອວັນທີ 7 ຕຸລາ 2013. ໃນນັ້ນຮວມ ທັງການຮຽກຮ້ອງຄ່າຊົດເຊີຍຈາກນາຍຈ້າງ ຕາມກົດໝາຍໄທຍ໌ເຖິງແມ່ນວ່າຄົນງານດັ່ງກ່າວຈະເຂົ້າມາເຮັດວຽກແບບບໍ່ຖືກຕ້ອງຕາມກົດໝາຍ ກໍຕາມ: ດັ່ງທ່ານ ພ້ອມບຸນ ພານິດສະພັກ ເລຂາທິການ ມຸນນິທິຮັກໄທຍ໌ເວົ້າໃນວັນທີ 15 ຕຸລາ ນີ້ວ່າ:

"ທ່ານວ່າ ອົງການ NGO ຕ່າງໆຂອງໄທຍ໌ ພຍາຍາມສຶກສາວ່າຈະເຮັດແນວໃດຈຶ່ງຈະໃຫ້ພວກຄົນງານ ລາວຜູ້ເຄາະຮ້າຽ ເຂົ້າເຖິງຂະບວນ ການກົດໝາຽໄດ້ໄວຂຶ້ນ. ການທີ່ຍາດພີ່ນ້ອງຜູ້ເຄາະຮ້າຽຈະມາເວົ້າເຣື່ອງທາງກົດໝາຽໄທຍ໌ນັ້ນ ທາງອົງການ NGO ແມ່ນມີຄວາມພ້ອມຢູ່ ແລ້ວທີ່ຈະຊ່ວຍເຫຼືອເທົ່າທີ່ສາມາດເຮັດໄດ້".

ທ່ານເວົ້າຕໍ່ໄປວ່າ ຕາມຫລັກກົດໝາຍແລ້ວ ຄົນງານລາວ ທີ່ປະສົບອຸບັດຕິເຫດນັ້ນ ສາມາດຮຽກຮ້ອງເງິນຄ່າຊົດເຊີຍ ຈາກນາຍຈ້າງໄດ້ ເຖິງ ວ່າຈະເປັນຄົນງານທີ່ເຂົ້າມາແບບບໍ່ຖືກກົດໝາຍກໍຕາມ ແລະວ່າຕາມຖານະທາງດ້ານຄົນງານ ແລ້ວຖືວ່າຕ້ອງໄດ້ຮັບການຄຸ້ມຄອງຈາກຜູ້ເປັນ ນາຍຈ້າງ. ແຕ່ຕ້ອງເບິ່ງອີກວ່າຕອນຄົນງານປະສົບກັບອຸບັດຕິເຫດນັ້ນ ພວກເຂົາເຈົ້າຍັງຢູ່ໃນ ຄວາມຮັບຜິດຊອບຂອງນາຍຈ້າງຫລືບໍ່?

ທ່ານວ່າ ທາງມູນນິທິຮັກໄທຍ໌ຍິນດີຊ່ວຍເຫລືອຜູ້ເຄາະຮ້າຍຮວມທັງຄອບຄົວຂອງຜູ້ທີ່ເສັຍຊີວິດ ໃນການຮຽກຮ້ອງຂໍຄ່າຊົດເຊີຍຈາກນາຍຈ້າງ. ຕິດຕໍ່ກັບມູນນິທິໄດ້ໂດຍກົງຕາມເລກໂທຣ 02 271 4467 ຫລືຕິດຕໍ່ຫາອົງການອື່ນໆ ທີ່ພ້ອມຈະໃຫ້ການຊ່ວຍເຫລືອ.

ສ່ວນທາງຜແນກແຮງງານ ແລະສະຫວັດດີການສັງຄົມ ແຂວງສາຣະວັນ ກໍຈະມີການຮັບການບໍຣິຈາກ ຈາກຜູ້ໃຈບຸນ ເພື່ອນໍາໄປຊ່ວຍເຫລືອ ຜູ້ບາດເຈັບ ແລະຄອບຄົວຂອງ ຜູ້ເສັຍຊີວິດ. ທ່ານໃດຈະບໍຣິຈາກ ກໍຂໍໃຫ້ຕິດຕໍ່ກັບທາງຜແນກນີ້ ຕາມເລກໂທ 034 21 1045.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org