ມີຊາວຈີນ 2 ຄົນ ຂັບຂີ່ຣົຖ ທີ່ຕິດປ້າຍທະບຽນຣັຖບານ
ຊາວຈີນ 2 ຄົນໃຊ້ຣົຖຣັຖຂອງລາວ ເຮັດໃຫ້ສາທາຣະນະ ຊົນເປັນຫ່ວງນໍາອິດທິພົນຈີນ ທີ່ມີຫລາຍຂຶ້ນ ແລະຕ້ອງການໃຫ້ຣັຖບານ ຕິດຕາມກວດສອບ ແລ້ວແຈ້ງໃຫ້ສາທາຣະນະຊົນຮູ້ ເພື່ອລົບລ້າງຄວາມສົງໄສ ກັບເຫດການທີ່ຂຶ້ນ ເຊິ່ງ ຊາວຈີນ ບໍ່ອາດນຳໃຊ້ ຣົຖທີ່ຕິດປ້າຍທະບຽນຣັຖໄດ້.
-
ຈຳປາທອງ
2023-03-20 -
-
-
Your browser doesn’t support HTML5 audio
ຄົນຈີນຈໍານວນນຶ່ງ ໃຊ້ຣົຖຣັຖຢ່າງເປີດແປນ ຢູ່ລາວ ເຮັດໃຫ້ສາທາຣະນະຊົນ ຕ້ອງການໃຫ້ຣັຖບານສືບສວນ ຄົນຈີນ 2 ຄົນ ໄດ້ໃຊ້ຣົຖຣັຖ ທີ່ເປັນຊັບສິນຂອງຣັຖ ທີ່ໄດ້ມາຈາກເງິນພາສີ ຂອງປະຊາຊົນ ຊຶ່ງເປັນການກະທໍາຜິດ ຕໍ່ລະບຽບກົດໝາຍ ຂອງປະເທດລາວ, ອີງຕາມຂ່າວເຟສບຸກຄ໌ ຂອງ ທ່ານ Joseph Akaravong ນັກເຄື່ອນໄຫວ ທາງສັງຄົມ ວັນທີ 19 ມິນານີ້.
ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນລາວ ຈໍານວນນຶ່ງ ເຫັນວ່າ ເປັນເຣື່ອງທີ່ບໍ່ເໝາະສົມ ແລະຮູ້ສຶກເປັນຫ່ວງກ່ຽວກັບອິດທິພົນ ຂອງຄົນຈີນ ທີ່ເຂົ້າມາອາສັຍຢູ່ປະເທດລາວ ນັບມື້ຈະເພີ່ມຂຶ້ນນໍາເລື້ອຍໆ ແລະໄດ້ຮຽກຮ້ອງໃຫ້ ທາງການລາວ ຕິດຕາມ ກວດກາ ແລ້ວຊີ້ແຈງຂໍ້ໃຫ້ສັງຄົມຮູ້.
ດັ່ງປະຊາຊົນ ໃນນະຄອນຫລວງວຽງຈັນ ຜູ້ນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 20 ມິນານີ້ວ່າ:
“ມັນຖືກຕ້ອງບໍ່ ມັນຖືກຕາມລະບຽບກົດໝາຍຂອງລາວບໍ່ ໄປເຮັດຈັ່ງຊີ້ ຄັນບໍ່ຖືກເປັນຫຍັງຈັ່ງເຮັດ ບາດນີ້ຜູ້ທີ່ເຮັດແນວນີ້ ເຮົາສິວ່າກັນຈັ່ງໃດ ຊິໃຊ້ມາຕການ ຫລືວ່າ ສິປ່ອຍປະລະເລີຍບໍ່ ເພື່ອມີບັນຫາເກີດຂຶ້ນ ໃຫ້ສັງຄົມວິຈານ ມັນຖືກບໍ່.”
ທ່ານກ່າວຕື່ມວ່າ ຫາກຣັຖບານລາວ ຈະອະນຸຍາດໃຫ້ຄົນຈີນ ເຂົ້າມາເຮັດທຸຣະກິຈ ຢູ່ລາວ ກໍຄວນຈະກໍານົດນະໂຍບາຍ ໃຫ້ຈະແຈ້ງ ເຣື່ອງໃດທີ່ເຂົາເຮັດໄດ້ ເຣື່ອງໃດເຮັດບໍ່ໄດ້ ແລະສິ່ງສໍາຄັນ ບໍ່ວ່າຈະເປັນຄົນຈີນກຸ່ມໃດ ກໍຕ້ອງໄດ້ຢູ່ພາຍໃຕ້ກົດໝາຍ ແລະປະຕິບັດຕາມລະບຽບກົດໝາຍ ຂອງລາວ ແລະຊາວລາວອີກຜູ້ນຶ່ງຢູ່ນະຄອນຫລວງວຽງຈັນ ຄືກັນນີ້ ກໍກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ລະບຽບກົດໝາຍ ຂອງລາວ ລະບຸໄວ້ຢ່າງຈະແຈ້ງແລ້ວວ່າ ຫາກເປັນພາຫະນະຂອງຣັຖ ຕ້ອງຖືກນໍາໃຊ້ ໂດຍໜ່ວຍງານຂອງຣັຖ ເທົ່ານັ້ນ. ທ່ານເວົ້າວ່າ ຫາກບຸກຄົນພາຍນອກ ຫລືແມ່ນແຕ່ເຈົ້າໜ້າທີ່ ພັກ-ຣັຖ ນໍາໃຊ້ແບບບໍ່ຖືກຕ້ອງ ຕາມລະບຽບ ຄວນຈະຕິດຕາມກວດກາ ແລ້ວບອກໃຫ້ສັງຄົມຮູ້.
“ປ້າຍຟ້າມີແຕ່ຣັຖ ຣົຖຮັບໃຊ້ຣັຖການໂດຍສະເພາະ ບໍຣິສັດໃດກະຕ້ອງມີສະຕິກເກີ້ ຕິດທາງຂ້າງຫັ້ນ ຜູ້ນັ້ນຜູ້ນີ້ກະຢ່າ ບໍ່ສາມາດເຮັດໄດ້ ຄືສະພາບປັດຈຸບັນນີ້ນ່າ ມັນມີພວກກຸ່ມນຶ່ງຊີ້ນ່າ ກະຄຸ້ມຄອງຢ່າງຮັດກຸມ.”
ນອກຈາກນີ້ ປະຊາຊົນລາວອີກຈໍານວນນຶ່ງ ກໍຍັງວິພາກວິຈານ ຜ່ານສື່ສັງຄົມອອນຍລາຍນ໌ ກ່ຽວກັບເຣື່ອງດັ່ງກ່າວ ແລະທັງເວົ້າວ່າ ບໍ່ເຂົ້າໃຈວ່າ ເປັນຍ້ອນສາເຫດໃດ ທາງການລາວ ຈຶ່ງບໍ່ຕິດຕາມ ກວດກາພຶດຕິກັມ ຂອງຄົນຈີນ ທີ່ມີທັງຮູບພາບ ແລະຫລັກຖານໃຫ້ເຫັນຈະແຈ້ງແລ້ວ.
ຊາວລາວບາງຄົນເວົ້າວ່າ ເຄີຍເຫັນຄົນຈີນ ຂັບຣົຖປ້າຍສີຟ້າ ປ້າຍຣົຖຣັຖ, ຈະຂັບໄປ-ມາທາງໃດ ກໍໄດ້ ໂດຍບໍ່ຖືກຕິດຕາມ ແລະກວດກາ ຈາກຕໍາຣວດຈະຣາຈອນ.
ເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫລວງວຽງຈັນ ເວົ້າໃນມື້ດຽວກັນນີ້ວ່າ ຫາກຄົນຕ່າງປະເທດໃຊ້ພາຫະນະຂອງຣັຖ ໂດຍບໍ່ໄດ້ຮັບອະນຸຍາດ ມັນກໍບໍ່ສົມຄວນ, ແຕ່ກໍບໍ່ເຄີຍເຫັນມາກ່ອນ.
“ມັນກະບໍ່ຖືກແລ້ວ ກະບໍ່ເຫັນນ່າ ບໍ່ສູ້ເຫັນ. ຄັນບໍ່ມີ ກະບໍ່ຈໍາເປັນ ຕ້ອງຊີ້ແຈງຕີ້ ແຕ່ເວົ້າກັນຊື່ໆ”
ເຈົ້າໜ້າທີ່ ກະຊວງການເງິນ ໃນຖານະເປັນໜ່ວຍງານ ຄຸ້ມຄອງຊັບສິນຂອງຣັຖ ເວົ້າວ່າ ກໍຣະນີທີ່ທ່ານ Joseph Akaravong ໄດ້ໂພສຕ໌ເຟສບຸກຄ໌ ກ່ຽວກັບຄົນຈີນ 2 ຄົນໃຊ້ພາ ຫະນະທີ່ເປັນຊັບສິນ ຂອງຣັຖນັ້ນ ຍັງບໍ່ທັນໄດ້ຮັບຣາຍງານເທື່ອ.
ທ່ານເວົ້າວ່າ ໃນປັດຈຸບັນ ຫາກມີການຮ້ອງຟ້ອງມາ ທາງໝ່ວຍງານທີ່ກ່ຽວຂ້ອງ ກໍໄດ້ພະຍາຍາມຕິດຕາມ ກວດກາ ແລ້ວແຕ່ກໍຣະນີ.
“ແລ້ວແຕ່ກໍຣະນີນ່າ ໂຕນີ້ເພິ່ນສິກວດ ຫລື ວ່າບໍ່ກວດໂຕນີ້ນ່າ ມັນກະມີຫລາຍເຄສ ຢູ່ເຣື່ອງກ່ຽວກັບການຮ້ອງຟ້ອງຫັ້ນ ມີຫລາຍເຄສ ໂຕນີ້ນ່າ.”
ໃນໄລຍະທີ່ຜ່ານມາ ກໍມີປະຊາຊົນລາວຫລາຍຄົນ ໄດ້ຮ້ອງຮຽນ ກ່ຽວກັບຄົນຕ່າງປະເທດ ໃຊ້ພາຫະນະແບບບໍ່ຖືກຕ້ອງຫລາຍ ໂດຍສະເພາະເຣື່ອງການໃຊ້ຣົຖຂອງຣັຖ, ການຕິດປ້າຍທະບຽນ ບໍ່ຖືກຕ້ອງຕາມລະບຽບການ ແລະການຕິດປ້າຍປອມ. ທ່ານກ່າວຕື່ມອີກວ່າ ຫາກບຸກຄົນ, ນິຕິບຸກຄົນແລະໂຄງການຕ່າງໆ ທັງຄົນພາຍໃນ ແລະຕ່າງປະເທດ ໄດ້ປະມູນຣົຖຂອງຣັຖໄປແລ້ວ ຈະຖືກຍົກເລີກປ້າຍທະບຽນ ຈາກປະເພດຣົຖ ຂອງຣັຖ ເປັນປະເພດອື່ນຕາມລະບຽບ. ຫາກຍັງມີການລະເມີດ ລະບຽບການ ໂດຍຍັງນໍາໃຊ້ປ້າຍທະບຽນ ຂອງຣັຖຢູ່ ກໍຈະຖືວ່າຜິດກົດໝາຍ. ເມື່ອປີ 2022 ທີ່ຜ່ານມາ ກະຊວງກາຍເງິນ ໄດ້ຣາຍງານວ່າ ຢູ່ປະເທດລາວ ມີບັນ ຫາການນໍາໃຊ້ຣົຖເຖື່ອນ ທີ່ຍັງບໍ່ທັນແກ້ໄຂໄດ້ດີນັ້ນ ແຍກເປັນ 3 ກຸ່ມໃຫຍ່ ຄື ກຸ່ມນໍາເຂົ້າມາຈາກຕ່າງປະເທດ, ກຸ່ມຊື້-ຂາຍກັນພາຍໃນປະເທດ ແລະກຸ່ມຊື້ຂາຍຣົຖພາຍໃນເຂດກາສິໂນ ຄິງສ໌ໂຣມັນສ໌ ຢູ່ແຂວງບໍ່ແກ້ວ ຊຶ່ງຂະບວນການທັງໝົດ ມີເຈົ້າໜ້າທີ່ຣັຖບາງຄົນ ມີສ່ວນກ່ຽວຂ້ອງໂດຍກົງ ໃນການນໍາເຂົ້າ ແລະບາງຄົນກໍອາຈນໍາໄປຂັບຂີ່ສ່ວນຕົວ.
ສໍາລັບກຸ່ມຊື້-ຂາຍຣົຖໃນເຂດກາສິໂນຄິງສ໌ໂຣມັນສ໌ ຢູ່ແຂວງບໍ່ແກ້ວນັ້ນ ແມ່ນເປັນຣົຖຂອງນັກຫລິ້ນການພະນັນ ທີ່ຖືກຍຶດໄດ້, ຜ່ານມາກໍໄດ້ຕິດຕາມ ກວດກາ ໄດ້ຫລາຍຄັນແລ້ວ ແຕ່ກໍຍັງມີອີກຫລາຍຄັນ ທີ່ຍັງບໍ່ສາມາດຕິດຕາມ ກວດກາໄດ້ ຊຶ່ງຄາດວ່າ ຈະຖືກໃສ່ປ້າຍທະບຽນປອມ ຫລື ປ້າຍຂອງຣັຖ ເພື່ອຫລີກລ່ຽງ ການກວດກາ ຂອງເຈົ້າໜ້າທີ່ ແລະຫລີກລ່ຽງ ການຈ່າຍພາສີປະຈໍາປີ.
ອີງຕາມດໍາຣັຖວ່າດ້ວຍຣົຖ ຂອງຣັຖ ມາດຕຣາ 18 ຂໍ້ທີ 1 ໄດ້ລະບຸວ່າ ການນໍາໃຊ້ ແລະການຄຸ້ມຄອງ ຮັກສາຣົຖຂອງຣັຖ, ຣົຖຂອງຣັຖ ຕ້ອງຖືກນໍາໃຊ້ເຂົ້າໃນວຽກງານ ທາງຣັຖການເທົ່ານັ້ນ ແລະໃນມາດຕຣາ 24 ລະບຸວ່າ ຫາກບຸກຄົນ, ນິຕິບຸກຄົນ ຫລືການຈັດຕັ້ງ ທີ່ລະເມີດດໍາຣັຖ ສະບັບນີ້ ຈະຖືກສຶກສາອົບຮົມ ກ່າວເຕືອນ ລົງວິນັຍ ປັບໃໝ ໃຊ້ແທນຄ່າເສັບຫາຍທາງແພ່ງ ຫລື ຖືກລົງໂທດທາງອາຍາ ຕາມແຕ່ລະກໍຣະນີເບົາ ຫລື ໜັກ ດັ່ງທີ່ກໍານົດໄວ້ ໃນກົດໝາຍ ແລະລະບຽບການ.