ທະເລຈີນໃຕ້ຈະພົ້ນເດັ່ນໃນ ປະຊຸມ ອາຊຽນ

ຂໍ້ຂັດແຍ່ງ ໃນເຂດ ທະເລຈີນໃຕ້ ຈະ ເປັນບັນຫາ ພົ້ນເດັ່ນ ກວມບັນຫາ ອື່ນໆ ໃນ ກອງປະຊຸມ ອາຊຽນ ຢູ່ ສປປລາວ.

ຫໍປະຊຸມແຫ່ງຊາດ ສປປລາວ RFA

ຫນັງສືພິມຕ່າງປະເທດຣາຍງານວ່າ ບັນດາ ຣັຖມົນຕຣີ ການຕ່າງປະເທດ ອາຊຽນ ຮ່ວມດ້ວຍ ຈີນ ສະຫະຣັດ ຍີ່ປຸ່ນ ແລະ ເກົາຫລີໃຕ້ ໄດ້ມາໂຮມກັນ ເພື່ອເປີດ ກອງປະຊຸມ ຣັຖມົນຕຣີ ການຕ່າງປະເທດ ອາຊຽນ ຄັ້ງທີ 49 ຢ່າງ ເປັນທາງການ ຢູ່ ສປປລາວ ຊຶ່ງ ເປັນປະເທດນ້ອຍໆ ສຳລັບ ນັກການທູດ ຈະໂຕ້ຖຽງກັນ ກ່ຽວກັບ ຂໍ້ຂັດແຍ່ງ ໃນເຂດນ່ານນ້ຳ ທະເລຈີນໃຕ້.

ກອງປະຊຸມໃນຄັ້ງນີ້ ເທື່ອທຳອິດ ຫລັງຈາກ ສານນາໆຊາດ ທີ່ ກຸງເຮັກ ປະເທດ ນິເທິແລັນ ໄດ້ອອກ ຄຳພິພາຄສາ ໃນວັນທີ 12 ກໍຣະກະດາ ຜ່ານມາ ທີ່ປະນາມ ຈີນ ກ່ຽວກັບ ການອ້າງ ອະທິປະຕັຍ ເກືອບທັງຫມົດ ໃນເຂດ ທະເລຈີນໃຕ້ ແລະ ໄດ້ປຸກສ້າງ ສິ່ງຕ່າງໆ ໃນເກາະດອນ ບາງແຫ່ງ. ຄໍາຕັດສີນ ຂອງສານນາໆຊາດ ເປັນໄຊຊນະ ຂອງ ຟີລິປປິນ ອິນໂດເນເຊັຽ ວຽດນາມ ມາເລເຊັຽ ແລະ ບຣູນາຍ ຜູ້ທີ່ອ້າງ ອະທິປະຕັຍ ໃນເຂດດັ່ງກ່າວ ເຊັ່ນກັນ.

ທາງການຈີນ ໄດ້ປະຕິເສດ ຕໍ່ ຄຳຕັດສິນ ຂອງສານນາໆຊາດ ໂດຍເວົ້າວ່າ ຈະບໍ່ມີ ການປ່ຽນທ່າທີ ຂອງຈີນ ໃນບັນຫາ ດັ່ງກ່າວ ແລະ ໃນອາທີດນີ້ ຈີນ ໄດ້ສົ່ງເຮືອບິນ ຕິດຈະຣວດ ຍິງໄລຍະຍາວ ຂຶ້ນ ລາດຕະເວນ ໃນເຂດນ່ານນ້ຳ ທະເລຈີນໃຕ້ ເປັນເທື່ອ ທຳອິດ ແລະວ່າ, ເຮືອບິນລຳ ດັ່ງກ່າວ ຍັງຈະລາດຕະເວັນ ໃນເຂດນ່ານນ້ຳ ທີ່ ຟີລິປປິນ ຊື່ງ ເປັນພັນທະມິດ ສະຫະຣັດ ອ້າງ ອະທິປະຕັຍ ນຳອີກ ແລະຈີນ ຈະບໍ່ຍຸຕິ ການສ້າງສາຕ່າງໆ ຕາມເກາະດອນ ທີ່ຈີນ ອ້າງ ອະທິປະຕັຍ ເປັນຕົ້ນ ຫມູ່ເກາະ ສະແປຣັຕລີ ທີ່ ຫລາຍປະເທດ ກໍອ້າງວ່າເປັນ ອະທິປະຕັຍ ຂອງຕົນ.

ດັ່ງນັ້ນ ກອງປະຊຸມ ຂອງບັນດາ ຣັຖມົນຕຣີ ຕ່າງປະເທດ ອາຊຽນ ໃນ ສປປລາວ ເທື່ອນີ້ ຖືວ່າເປັນ ກອງປະຊຸມ ທີ່ສຳຄັນ ໃນຂົງເຂດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org