ການສືບສວນເຣື້ອງທ່ານສົມບັດ ຄວນມີ ຫຼັກການ
ມາດາມ ຊຸຍເມັງ ຮຽກຮ້ອງ ໃຫ້ ທິມ ສືບສວນ ຂອງລາວ ທີ່ ກ່ຽວຂ້ອງ ໃນ ເຣື່ອງການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ໃຫ້ ດໍາເນີນ ໄປ ຕາມຫລັກ ຂອງ ວິຊາການ.
-
ມະນີຈັນ
2014-12-14 -
-
-
Your browser doesn’t support HTML5 audio
ມາດາມ ຊຸຍເມັງ ຮຽກຮ້ອງ ໃຫ້ ທິມ ສືບສວນ ຂອງລາວ ທີ່ ກ່ຽວຂ້ອງ ໃນ ເຣື່ອງການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ໃຫ້ ດໍາເນີນ ໄປ ຕາມຫລັກ ຂອງ ວິຊາການ.
ມາດາມ ຊຸຍເມັງ ກ່າວຕໍ່ ກອງປະຊຸມ ຖແລງຂ່າວ ລິເລີ່ມ ໂຄງການ ເພື່ອ ທ່ານ ສົມບັດ ຫລື Sombath Initiatives ຢູ່ ສະໂມສອນ ນັກຂ່າວ ຕ່າງ ປະເທດ ທີ່ ບາງກອກ ເມື່ອວັນທີ 11 ທັນວາ 2014 ເນື່ອງ ໃນໂອກາດ ຄົບຮອບ 2 ປີ ທີ່ ຜູ້ ເປັນສາມີ ໄດ້ ຫາຍສາບ ສູນໄປ ນັ້ນ ວ່າ ມື້ນີ້ ເວລາ ກໍລ່ວງເລີຍ ມາ 726 ມື້ ຍັງອີກ 4 ມື້ ກໍຈະຄົບ 2 ປີ ທີ່ ທ່ານ ສົມບັດ ຖືກ ເອົາຕົວໄປ ຈາກ ຄອບຄົວ:
"ມາດາມ ເວົ້າວ່າ ສາມາດ ເວົ້າໄດ້ວ່າ ເຖິງເວລາ ຈະຜ່ານໄປ 726 ມື້ ແລ້ວ ກໍຕາມ ແຕ່ ຄວາມຕົກໃຈ ສະເທືອນໃຈ ແລະ ຄວາມ ເຈັບປວດ ກໍຢູ່ນໍາ ມາດາມ ບໍ່ຈືດຈາງ ພໍໜ້ອຍ ຂນະທີ່ ຄວາມນ້ອຍໃຈ ຄວາມສິ້ນຫວັງ ເພີ່ມຂຶ້ນ. ມີບາງຄົນ ຖາມວ່າ ເຈົ້າຄິດວ່າ ທ່ານ ສົມບັດ ຍັງມີ ຊີວິດຢູ່ ບໍ່? ຄໍາຕອບ ກໍຄື ພຽງ ແຕ່ຫວັງວ່າ ທ່ານ ຍັງມີ ຊີວິດຢູ່ ເທົ່ານັ້ນ ເພາະ ຫາກບໍ່ມີ ຄວາມຫວັງ ກໍຈະ ບໍ່ມີແຮງ ທີ່ຈະລຸກ ຂຶ້ນມາ ໃນ ແຕ່ລະມື້. ນີ້ຫລະ ຄືຄວາມ ຮ້າຍກາດ ຂອງ ການບັງຄັບ ໃຫ້ ຫາຍສາບສູນ".
ໃນງານ ຖແລງ ຂ່າວ ທີ່ ບາງກອກ ມາດາມ ຊຸຍເມັງ ຍັງໄດ້ ຮຽກຮ້ອງ ໃຫ້ ຣັຖບານ ລາວ ເອົາບາດກ້າວ ແບບ ມືອາຊີບ ເພື່ອຊ່ວຍໃຫ້ ການສືບສວນ ໃນເຣື່ອງ ທີ່ເກີດຂຶ້ນ ກັບ ທ່ານ ສົມບັດ ໃນ ວັນທີ 15 ທັນວາ 2012 ນັ້ນ ໃຫ້ ໄວຂຶ້ນ:
"ຫວັງຢ່າງ ຈິງໃຈວ່າ ທິມ ສືບສວນ ຂອງລາວ ຈະ ປະຕິບັດ ຕາມຂັ້ນຕອນ ທີ່ສເນີ ຢູ່ໃນ ຣາຍງານ ຂອງ ICJ ຄນະ ກັມການ ນັກ ນິຕິສາດ ສາກົລ ຢ່າງຈິງໃຈ ແລະ ດໍາເນີນການ ພຍາຍາມ ຊອກຫາ ທ່ານ ສົມບັດ ໃຫ້ພົບ ແລ້ວນໍາເພິ່ນ ກັບມາ".
ຂັ້ນຕອນໜຶ່ງ ທີ່ ເປັນພື້ນຖານ ທີ່ສຸດ ທີ່ ທາງການລາວ ຄວນເຮັດ ໃນ ການສືບສວນ ເຣື້ອງການ ຫາຍສາບສູນ ຂອງ ທ່ານ ສົມບັດ ໃນ ທັນທີ ທັນໃດ ນັ້ນ, ຣາຍງານ ຂອງ ICJ ຄືການໄປຫາ ແຕ່ລະບ້ານ ແຕ່ລະ ເຣືອນ ໃກ້ເສັ້ນທາງ ບ່ອນ ເກີດເຫດ ຖາມຜູ້ຄົນ ວ່າເຫັນ ຫຍັງບໍ່ ໃນ ແລງມື້ນັ້ນ. ຣັຖບານລາວ ໄດ້ເອົາ ເຫດການ ນັ້ນ ອອກຜ່ານ ໜັງສືພິມ ວິທຍຸ ໂທຣະທັດ ຫລືບໍ່ ເພື່ອຂໍ ຂໍ້ມູລນໍາ ຜູ້ເຫັນ ເຫດການ. ການທີ່ ບໍ່ເຮັດ ແບບນັ້ນ ກໍຈະມີຂໍ້ ສົງສັຍ ໃນ ຄວາມ ຈິງໃຈ ຂອງ ຣັຖບານ ລາວ ກ່ຽວກັບ ການສືບສວນ ກໍຣະນີ ນີ້.